ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະກຳມະການເລືອກຕັ້ງ ສະຫະລັດ ມີ ກຳນົດວ່າ ຈະຢືນຢັນໄຊຊະນະ ຂອງທ່ານ ທຣຳ


ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວໃນລະຫວ່າງການຊຸມນຸມຢູ່ສະໜາມກິລາ Ladd-Peebles ໃນເມືອງ Mobile, ລັດ ອາລາບາມາ.
ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວໃນລະຫວ່າງການຊຸມນຸມຢູ່ສະໜາມກິລາ Ladd-Peebles ໃນເມືອງ Mobile, ລັດ ອາລາບາມາ.

ສາກຕໍ່ໄປໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ທີ່ມີຄວາມສັບສົນວຸ້ນວາຍແມ່ນ ຈະດຳເນີນຂື້ນໃນວັນຈັນມື້ນີ້, ດ້ວຍຄະແນນສຽງໃນຄະນະກຳມະການເລືອກຕັ້ງທີ່ຄາດວ່າ ຈະຖືກຢືນຢັນຢ່າງເປັນທາງການ, ເຊິ່ງເສດຖີພັນລ້ານ ອະສັງຫາລິມະຊັບ ທ່ານ Donald Trump ຈະກາຍເປັນປະທານາທິບໍດີຄົນທີ 45 ຂອງປະເທດ.

ປະຊາຊົນ ອາເມຣິກັນ ໄດ້ຮັບຮູ້ນັບຕັ້ງແຕ່ຕົ້ນເດືອນພະຈິກທີ່ຜ່ານມາວ່າ ທ່ານ Trump ຈະເຂົ້າດຳລົງຕຳແໜ່ງໃນທຳນຽບຂາວ ເມື່ອທ່ານໄດ້ສາບານໂຕເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນປີໜ້າ. ແນວໃດກໍຕາມ, ການເລືອກຕັ້ງປະທານາທິບໍດີ ສະຫະລັດ ບໍ່ໄດ້ຖືກ ຊີ້ຂາດດ້ວຍຄະແນນສຽງຂອງປະຊາຊົນທົ່ວປະເທດ, ແຕ່ໃນທາງກົງກັນຂ້າມ ແມ່ນດ້ວຍ ຜົນທີ່ອອກມາຂອງແຕ່ລະບຸກຄົນໃນການບ່ອນບັດຄະແນນສຽງໃນທັງໝົດ 50 ລັດ ແລະ ນະຄອນຫຼວງ ວໍຊິງຕັນ.

ຜູ້ທີ່ໄດ້ຊະນະຄະແນນສຽງຂອງປະຊາຊົນໃນແຕ່ລະລັດ ຕາມປົກກະຕິແລ້ວ ຈະໄດ້ຮັບ ທຸກໆຄະແນນສຽງຈາກຄະນະກຳມະການເລືອກຕັ້ງຂອງລັດ, ເຊິ່ງໄດ້ກຳນົດໃນສັດສ່ວນ ປະຊາກອນຂອງລັດ. ຜູ້ມີສິດເລືອກຕັ້ງທັງໝົດ 538 ຄົນຈະບ່ອນບັດຄະແນນສຽງພວກ ນັ້ນໃນວັນຈັນມື້ນີ້ ໃນເມືອງຫຼວງຂອງລັດຂອງພວກເຂົາເຈົ້າ.

ຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ, ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ໄດ້ຊະນະທ່ານ Trump ດ້ວຍຄະແນນສຽງເກືອບ 2 ລ້ານ 9 ແສນຄະແນນໃນການລົງຄະແນນສຽງຂອງປະຊາຊົນທົ່ວປະເທດ. ແຕ່ທ່ານ Trump ຈາກພັກຣີພັບບລີກັນ ໄດ້ຊະນະໃນການແຂ່ງຂັນລັດຕໍ່ລັດ ເພື່ອອ້າງເອົາໄຊຊະນະ 306 ຕໍ່ 232 ໃນຄະແນນສຽງຈາກຄະນະກຳມະການເລືອກຕັ້ງ, ເຊິ່ງຫຼາຍກວ່າຄະແນນສຽງສ່ວນ ຫຼາຍ 270 ຄະແນນທີ່ທ່ານຕ້ອງການນັ້ນ.

ທ່ານນາງ Clinton ໄດ້ຮັບຈຳນວນຄະແນນສຽງຂະໜາດໃຫຍ່ໃນລັດ ຄາລິຟໍເນຍ ແລະ ລັດນິວຢອກ ເຮັດໃຫ້ທ່ານນາງໄດ້ຊະນະຄະແນນສຽງຂອງປະຊາຊົນທົ່ວປະເທດ, ໃນຂະ ນະທີ່ທ່ານ Trump ໄດ້ຊະນະໃນລັດຕ່າງໆພໍ ຕາມທີ່ຕ້ອງການ, ບາງເທື່ອກໍໃກ້ຄຽງກັນທີ່ ຈະອ້າງເອົາຄວາມໄດ້ປຽບໃນຄະແນນສຽງຈາກຄະນະການເລືອກຕັ້ງ ແລະ ການດຳລົງ ຕຳແໜ່ງເປັນຜູ້ນຳຂອງປະເທດ 4 ປີ. ມັນຈະເປັນຄັ້ງທີ 4 ໃນປະຫວັດສາດ ສະຫະລັດ ແລະ ຄັ້ງທີ 2 ໃນຮອບ 16 ປີທີ່ຜ່ານມາທີ່ຜູ້ໄດ້ຊະນະຄະແນນສຽງຂອງປະຊາຊົນບໍ່ໄດ້ຊະ ນະທຸກໆຄະແນນສຽງຄະນະກຳມະການເລືອກຕັ້ງທີ່ມີຄວາມສຳຄັນ.

ໃນປີເລືອກຕັ້ງສ່ວນໃຫຍ່ນັ້ນ, ການລົງຄະແນນສຽງຄະນະກຳມະການເລືອກຕັ້ງ ແມ່ນມີ ຄວາມເຂັ້ມງວດຫຼາຍກວ່າໜ້ອຍໜຶ່ງ. ແຕ່ນັ້ນບໍ່ແມ່ນກໍລະນີສຳລັບປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Electoral College Plays Key Role in US Vote
please wait

No media source currently available

0:00 0:01:00 0:00

XS
SM
MD
LG