ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ປະຕິເສດວ່າ ບໍ່ມີການຂັດແຍ່ງ ໃນຄະນະໂອນອຳນາດ ຂອງທ່ານ


Trump Denies Reports of Dissent in Transition Team
please wait

No media source currently available

0:00 0:02:09 0:00

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ທ່ານ Donald Trump ແມ່ນກຳລັງປະຕິເສດ ລາຍງານ ກ່ຽວກັບລາຍ​ງານການຕໍ່ສູ້ກັນພາຍໃນຄະນະ​ໂອນ​ອຳນາດຂອງທ່ານ ແລະ ໄດ້ ກ່າວອ້າງຜ່ານທາງ Twitter ວ່າ “ມີຂັ້ນຕອນທີ່ເປັນລະບຽບຮຽບຮ້ອຍຫຼາຍ” ກຳລັງດຳ ເນີນຢູ່ ໃນຂະນະທີ່ທ່ານເລືອກເອົາບັນດາສະມາຊິກຄະນະລັດຖະ ມົນຕີຂອງທ່ານ. ທ່ານ ໄດ້​ແຕ່ງຕັ້ງ ​ໃຫ້​ຮອງປະທານາທິບໍດີທ່ານ Mike Pence ​ເຂົ້າຕຳແໜ່ງ​ແທນຜູ້ປົກຄອງລັດ New Jersey ທ່ານ Chris Christy ເປັນຫົວໜ້າຂອງຄະນະ​ໂອນ​ອຳນາດ​ຄົນ ໃໝ່. ອະ ດີດສະມາຊິກສະພາຕ່ຳ Mike Rogers, ຫົວໜ້າ​ທີ່​ປຶກສາດ້ານຄວາມປອດໄພ ແຫ່ງຊາດ ໄດ້ກ່າວໃນວັນອັງຄານທີ່ຜ່ານມາວ່າ ທ່ານຈະອອກຈາກຄະນະດັ່ງກ່າວ. ທ່ານ Trump ໄດ້ຖືກໂຈມຕີ ​ໃນ​ການເລືອກຫົວໜ້ານັກຍຸດທະສາດ ທຳນຽບຂາວ ຂອງທ່ານ ແລະ ມີຄຳ ຖາມຢ່າງຕໍ່ເນື່ອງ ກ່ຽວກັບ ບົດບາດລູກຂອງທ່ານ 3 ຄົນ ແລະລູກ ເຂີຍທີ່ກຳ ລັງຢູ່ໃນຂັ້ນ ຕອນການພິຈາລະນາຕຳແໜ່ງຢູ່ນັ້ນ. ພ້ອມກັນນັ້ນ, ທ່ານກໍກຳລັງປະເຊີນໜ້າກັບການ ສືບຕໍ່ຄັດຄ້ານໃນໝູ່ປະຊາຊົນ ອາເມຣິກັນ ທົ່ວໄປ, ຜູ້ທີ່ເຫັນວ່າ ຖ້ອຍຄຳໃນການໂຄສະ ນາຫາສຽງຂອງທ່ານແມ່ນຮຸນແຮງ ແລະແບ່ງແຍກ. ນັກຂ່າວວີໂອເອ Zlatica Hoke ມີ ລາຍງານ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ພວກນັກຮຽນທີ່ມະຫາວິທະຍາໄລ Yale ໄດ້ຍ່າງອອກຈາກຫ້ອງຮຽນ ໃນວັນພຸດທີ່ຜ່ານມາ ເພື່ອສະໜັບສະໜູນໝູ່ເພື່ອນຜູ້ທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍ. ພວກຜູ້ຈັດການ ປະທ້ວງໄດ້ຮຽກຮ້ອງໃຫ້ໂຮງຮຽນຂອງພວກເຂົາເຈົ້າ ເປັນທີ່ຫຼົບລີ້ສຳລັບປະຊາຊົນຜູ້ທີ່ ອາດປະເຊີນກັບການຖືກຂັບໄລ່ອອກຈາກປະເທດ.

ໃນນະຄອນ ນິວຢອກ, ຊື່ຂອງທ່ານ Trump ໄດ້ຖືກປົດອອກຈາກຕຶກຫ້ອງເຊົ່າສາມແຫ່ງ ເຊິ່ງຄັ້ງໜຶ່ງທ່ານເຄີຍເປັນເຈົ້າຂອງ, ຫຼັງຈາກຜູ້ອາໄສຢູ່ 600 ຄົນໄດ້ລົງລາຍເຊັນຮ້ອງທຸກ ທາງອອນລາຍ.

ນາງ Marjorie Jacobs ຜູ້ທີ່ໄດ້ລົງລາຍເຊັນ ກ່າວວ່າ “ເມື່ອທ່ານໄດ້ເລີ່ມກ່າວວິຈານໃນ ເລື່ອງທີ່ບໍ່ດີຕໍ່ແມ່ຍິງ, ກ່າວຄຳເວົ້າທີ່ແບ່ງແຍກເຊື້ອຊາດ, ແລະ ເປັນຜູ້ທີ່ໜ້າອັບອາຍ ຂາຍໜ້າໂດຍລວມ, ພວກເຮົາຮູ້ວ່າ ພວກເຮົາບໍ່ມີຄວາມຮູ້ສຶກປອດໄພກັບຊື່ຂອງລາວ ທີ່ຕິດຢູ່ຕຶກນີ້.”

ຜູ້ປົກຄອງນະຄອນ ນິວຢອກ ທ່ານ Bill de Blasio ໄດ້ກ່າວ ກ່ຽວກັບ ຄວາມເປັນຫ່ວງ ຂອງປະຊາຊົນໃນການປະຊຸມທີ່ດົນໜຶ່ງຊົ່ວໂມງກັບທ່ານ Trump.

ທ່ານ Bill de Blasio ໄດ້ກ່າວວ່າ “ທ່ານເປັນຄົນ ນິວຢອກ. ຂ້າພະເຈົ້າຄິດວ່າທ່ານຮັກ ເມືອງນີ້. ແຕ່ຂ້າພະເຈົ້າຄິດວ່າມັນມີຄວາມສຳຄັນຫຼາຍສຳລັບທ່ານ ທີ່ຈະໄດ້ຍິນໃນສິ່ງ ທີ່ປະຊາຊົນຮູ້ສຶກ, ແລະ ມັນມີຄວາມສຳຄັນຫຼາຍສຳລັບທ່ານທີ່ຈະໄດ້ຍິນວ່າປະສົບ ການຂອງພວກເຮົາມັນເປັນແນວໃດ.”

ທ່ານ De Blasio ໄດ້ກ່າວວ່າ ທ່ານຍັງໄດ້ຖາມທ່ານ Trump ກ່ຽວກັບການເລືອກທ່ານ Steve Bannon ເປັນຫົວໜ້າ ທີ່​ປຶກສາຂອງທ່ານ. ທ່ານ Bannon ໄດ້ຖືກເຊື່ອມໂຍງກັບ ພວກຫົວອະນຸລັກນິຍົມກຸ່ມນ້ອຍ ທີ່ຍຶດໝັ້ນ ແລະສົ່ງເສີມຊາດນິຍົມຄົນຜິວຂາວ, ແລະ ເປັນຜູ້ທີ່ນັກຂ່າວໃຫ້ທັດສະນະວ່າ ຫຼາຍຄົນເຫັນທ່ານວ່າ​ເປັນຜູ້ຈຳແນກເຊື້ອຊາດ ແລະ ກຽດຊັງ​ແມ່ຍິງ.

ບັນດາສະມາຊິກສະພາ ພັກຣີພັບບລີກັນ ບາງຄົນ ກໍຍັງໄດ້ກ່າວວິຈານທ່ານ Trump ໃນ ເມື່ອກ່ອນ, ແຕ່ພວກເຂົາເຈົ້າໄດ້ມີ​ຄວາມ​ປຸ້ມລຸມ​ສາ ມັກ​ຄີ​ກັນໃນວັນພຸດວານນີ້.

ທ່ານ Mitch McConnell ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ກ່າວວ່າ “ແມ່ນແລ້ວ, ຂ້າ ພະເຈົ້າຈະບໍ່ໃຫ້ຄຳເຫັນ ກ່ຽວກັບການເລືອກເຈົ້າໜ້າທີ່ທຳນຽບຂາວ ຂອງທ່ານ Trump.”

ບັນດາສະມາຊິກພັກເດໂມແຄຣັດ ໄດ້ເລີ່ມຄວາມພະຍາຍາມີ່ຈະເສີມກຳລັງພັກຂອງຕົນ ຄືນ ຫຼັງຈາກການຜ່າຍແພ້ ທີ່ບໍ່ຄາດຄິດ ໃນການເລືອກຕັ້ງປະທານາທິບໍດີ. ສະມາຊິກສະ ພາສູງທ່ານ Charles Schumer ຜູ້ນຳສຽງສ່ວນໜ້ອຍຂອງສະພາສູງ, ໄດ້ປະກາດຕໍ່ບັນ ດາຜູ້ນຳພັກ ທີ່ໄດ້ຖືກເລືອກຕັ້ງໃນວັນພຸດວານນີ້.

ທ່ານ Schumer ກ່າວວ່າ “ຂ້າພະເຈົ້າສາມາດບອກປະຊາຊົນ ອາເມຣິກັນ ​ໄດ້ວ່າພວກ ເຮົາພ້ອມແລ້ວທີ່ຈະຢືນຄຽງບ່າຄຽງໄຫຼ່ກັບບັນດາສະມາຊິກພັກຣີພັບບລີກັນ ເຮັດວຽກ ກັບ ທ່ານ Trump ຜູ້ທີ່ຈະເປັນປະ ທານາທິບໍດີໃນໄວໆນີ້ ກ່ຽວກັບ ບັນຫາຕ່າງໆທີ່ ພວກເຮົາ ເຫັນດີນຳກັນ. ແຕ່ພວກເຮົາຈະຄັດຄ້ານປະທານາທິບໍດີທີ່ຖືກເລືອກໃໝ່ເມື່ອ ຄຸນຄ່າຫຼື ຄວາມກ້າວໜ້າຂອງພວກເຮົາທີ່ໄດ້ສ້າງມາ ຕົກຢູ່ພາຍໃຕ້ການໂຈມຕີ.”

ລັດຖະສະພາຊຸດໃໝ່ ຈະມີພັກຣີພັບບລີກັນກຳ​ສຽງ​ສ່ວນ​ຫຼາຍ ຢູ່ໃນທັງ​ ສະພາສູງແລະ​ສະພາ​ຕ່ຳ.

[[U.S. President-elect Donald trump is denying reports of infighting within his transition team and claims via Twitter that a "very organized process" is taking place as he selects members of his Cabinet. He has already replaced New Jersey Governor Chris Christie with Vice President-elect Mike Pence as head of the transition team. Former Congressman Mike Rogers, a top national security adviser, said Tuesday he was leaving the team. Trump has been under fire for his choice of chief White House strategist and questions persist about the role of his three children and son-in-law in the process. In addition, he is facing continued opposition among ordinary Americans who found his campaign rhetoric offensive and divisive. Zlatica Hoke reports.]]

((NARRATOR))
Students at Yale University walked out of classes on Wednesday to support undocumented peers. Protest organizers are calling for their schools to shelter people who may face deportation.

In New York City, Trump's name was removed from three rental towers he once owned, after 600 residents signed an online petition.

(( MARJORIE JACOBS, PETITIONER))
"Once he started being very derogatory toward women, (making) racist remarks, and just being an overall total embarrassment, we knew that we did not feel safe with his name on the building."

((NARRATOR))
New York City Mayor Bill de Blasio, addressed citizens' concerns in an hourlong meeting with Trump.

(( BILL DE BLASIO, NEW YORK CITY MAYOR))
"He is a New Yorker. I do think he loves this city. But I thought it was very important for him to hear what people are feeling, and very important for him to hear what our experience has been."

((NARRATOR))
De Blasio said he also questioned Trump about his selection of Steve Bannon as his chief adviser. Bannon has been linked with conservative alt-right groups that embrace and promote white nationalism, and as a media person who has expressed views that many see as racist and misogynist.

Some Republican lawmakers also have criticized Trump in the past, but they presented a united front on Wednesday.

((MITCH MCCONNELL, SENATE MAJORITY LEADER))
"Yeah, I am not going to comment on (Trump's) White House personnel choices."

((NARRATOR))
Democrats have started efforts to reinvigorate the party after the unexpected loss in the presidential election. Senator Charles Schumer, the new Senate minority leader, announced newly elected party leaders on Wednesday.

((CHARLES SCHUMER, SENATE MINORITY LEADER))
"I can tell the American people this: 'We are ready to stand shoulder-to-shoulder with Republicans -- working with soon-to-be President Trump on issues where we agree. But we will go toe-to-toe against the president-elect whenever our values or the progress we've made is under assault."

((NARRATOR))
The new congress will have a Republican majority in both chambers.

XS
SM
MD
LG