ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ກ່າວວ່າ ພັກເດໂມແຄຣັດ ໄດ້ດູໝິ່ນຊາວ ອາເມຣິກັນ ຜິວດຳ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວປາໄສທີ່ການໂຄສະນາຫາສຽງໃນ ເມືອງ West Bend, ລັດ Wisconsin. 16 ສິງຫາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວປາໄສທີ່ການໂຄສະນາຫາສຽງໃນ ເມືອງ West Bend, ລັດ Wisconsin. 16 ສິງຫາ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ຮຽກຮ້ອງຕໍ່ຊາວ ອາເມຣິກັນ ຜິວດຳ ໃນວັນອັງຄານ ວານນີ້, ໂດຍກ່າວວ່າ ຄູ່ແຂ່ງຂັນ ຈາກພັກເດໂມແຄຣັດຂອງທ່ານ, ທ່ານນາງ Hillary Clinton ໄດ້ເວົ້າດູໝິ່ນຕໍ່ປະຊາຊົນ ຄົນກຸ່ມນ້ອຍ ແລະ ມອງເຫັນຊຸມຊົນຊາວຜິວດຳດັ່ງກັບຄະແນນສຽງຈຳນວນຫຼາຍເທົ່ານັ້ນ.

ທ່ານ Trump ໄດ້ກ່າວຕໍ່ພວກຜູ້ສະໜັບສະໜູນໃນລັດ Wisconsin ຢູ່ທາງພາກເໜືອ ຂອງ ສະຫະລັດ ວ່າ “ພວກເຮົາບໍ່ຍອມຮັບນິໄສ ບໍ່​ຍອມຮັບ​ຟັງ​ຄວາມ​ເຫັນ​ຜູ້ອື່ນ ຂອງທ່ານນາງ Hillary Clinton.”

ທ່ານ Trump ໄດ້ກ່າວວ່າ ພັກເດໂມແຄຣັດ ໂດຍລວມແລ້ວ ບໍ່ໄດ້ ເຫັນຄຸນຄ່າໃນຄົນ ອາ ເມຣິກາ ຜິວດຳ, ເຊິ່ງໄດ້ເປັນຜູ້ສະໜັບສະໜູນພັກເດໂມແຄຣັດ ສ່ວນໃຫຍ່ໃນການເລືອກ ຕັ້ງເມື່ອບໍ່ດົນມານີ້ ລວມທັງການລົງຄະແນນສຽງໃຫ້ທ່ານ ບາຣັກ ໂອບາມາ ຢ່າງເທນ້ຳ ເທທ່າ. ທ່ານໄດ້ຖິ້ມ​ໂທດ​ໃສ່ນະໂຍບາຍຕ່າງໆ ຂອງພັກເດໂມແຄຣັດ ທີ່​ໄດ້​ກໍ່ “ອາຊະຍາ ກຳຫຼາຍຂຶ້ນ, ​ເຮັດ​ໃຫ້ຄອບຄົວແຕກແຍກຫຼາຍຂຶ້ນ ແລະ ທຸກຍາກຂຶ້ນກວ່າເກົ່າອີກ.”

ແຕ່ທ່ານ Trump ໄດ້ປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ໃນການໄດ້ຮັບເອົາຄະແນນສຽງ ພວກນັ້ນ. ໃນການຢັ່ງຫາງສຽງເດືອນນີ້ສະແດງໃຫ້ເຫັນວ່າ ການສະໜັບສະໜູນໂດຍຜູ້ ລົງຄະແນນສຽງ ຊາວອາເມຣິກັນ ຜິວດຳ ທີ່ໄດ້ລົງທະບຽນແມ່ນ​ມີ​ບໍ່​ເຖິງ 10 ​ເປີ​ເຊັນ. ການ ຢັ່ງຫາງສຽງຂອງໜັງສືພິມ Los Angeles Times ໄດ້ສະແດງໃຫ້ເຫັນວ່າ ທ່ານ ນາງ Clinton ໄດ້ຊະນະທ່ານ Trump ໃນໝູ່​ພວກ​ປ່ອນ​ບັດຄົນຜິວດຳ ​ດ້ວຍ​ຄະ​ແ​ນນສຽງ 89 ເປີເຊັນ ຕໍ່ 5 ເປີເຊັນ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບກັບຜູ້ສະໜັບສະໜູນ ຫຼັງຈາກງານໂຄສະນາຫາສຽງ ທີ່ສູນກາງໂບດ Baptist ໃນນະຄອນ ໂຄລຳເບຍ, ລັດ South Carolina. 2 ກຸມພາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບກັບຜູ້ສະໜັບສະໜູນ ຫຼັງຈາກງານໂຄສະນາຫາສຽງ ທີ່ສູນກາງໂບດ Baptist ໃນນະຄອນ ໂຄລຳເບຍ, ລັດ South Carolina. 2 ກຸມພາ 2016.

ນອກ​ນັ້ນ ທ່ານ Trump ຍັງໄດ້ໂຍນຄວາມຜິດໃສ່ທ່ານນາງ Clinton ວ່ເປັນຜູ້ຕໍ່ຕ້ານເຈົ້າ ໜ້າທີ່ຕຳຫຼວດຂອງປະເທດ ໂດຍກ່າວວ່າ “ສົງຄາມຕ້ານຕຳຫຼວດຂອງພວກເຮົາຄວນ ສິ້ນສຸດລົງ.”

ທ່ານໄດ້ກ່າວວ່າ “ບັນຫາໃນຊຸມຊົນທີ່ທຸກຍາກທີ່ສຸດຂອງພວກເຮົາ ບໍ່ແມ່ນວ່າມັນມີຕຳ ຫຼວດຫຼາຍໂພດ, ແຕ່ບັນຫາແມ່ນບໍ່ມີຕຳຫຼວດຫຼາຍພໍ. ການມີຜູ້ບັງຄັບໃຊ້ກົດໝາຍ, ມີ​ການ​ພົວພັນ​ຂອງຊຸມຊົນຫຼາຍຂຶ້ນກວ່າເກົ່າ ແລະນະໂຍບາຍທີ່ໄດ້ຜົນກວ່າເກົ່າແມ່ນສິ່ງ ທີ່ປະເທດເຮົາຕ້ອງ ການຢ່າງແຮງ.”

ນັກທຸລະກິດຄົນດັ່ງກ່າວນີ້ ແມ່ນຄາດວ່າຈະ​ໄດ້​ຟັງລາຍງານ ກ່ຽວກັບ ຄວາມໝັ້ນຄົງແຫ່ງ ຊາດຢ່າງເປັນທາງການຄັ້ງທຳອິດຂອງທ່ານ ໃນວັນພຸດມື້ນີ້ ໃນນະຄອນ ນິວຢອກ. ການ ລາຍງານນັ້ນ ຈະຮັບປະກັນວ່າ ປະທານາທິບໍດີຄົນໃໝ່ແມ່ນໄດ້ຖືກແຈ້ງໃຫ້ຊາບກ່ຽວ​ກັບ​ສະຖານະ​ການ ຕ່າງໆ ເມື່ອພວກເພິ່ນເຂົ້າດຳລົງຕຳແໜ່ງໃນເດືອນມັງກອນປີໜ້ານີ້.

Republican presidential candidate Donald Trump appealed to African-Americans on Tuesday, saying his Democratic opponent Hillary Clinton talks down to minorities and sees the black community only as votes.

"We reject the bigotry of Hillary Clinton," Trump told supporters in the northern state of Wisconsin.

Trump said the Democratic Party as a whole has taken for granted African-Americans, who have largely supported Democrats in recent elections including overwhelmingly voting for President Barack Obama.He blamed Democratic policies for creating "more crimes, more broken homes and more poverty."

But Trump faces a big challenge in actually getting those votes.Polls from this month show his support among registered African-American voters is in the single digits.A Los Angeles Times poll had Clinton beating him among black voters by a margin of 89 percent to 5 percent.

Trump also cast Clinton as being against the country's police officers, saying the "war on our police must end."

"The problem in our poorest communities is not that there are too many police, the problem is that there are not enough police.More law enforcement, more community engagement, more effective policing is what our country needs desperately."

The businessman is expected to get his first official national security briefing Wednesday in New York.The briefings ensure that the new president is informed when they take office in January.

XS
SM
MD
LG