ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕັດສິນໃຈ ກ່ຽວກັບ ຂໍ້ຕົກລົງ ນິວເຄລຍ ອີຣ່ານ ຂອງ ປ. ທຣຳ ຈະມີຂຶ້ນ ໃນໄວໆນີ້


President Trump Expected to Decertify 2015 Iran Nuclear Deal
please wait

No media source currently available

0:00 0:02:22 0:00

ຄາດວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະບໍ່ໃຫ້ການຢັ້ງຢືນຕື່ມ ຂໍ້ຕົກລົງ ນິວເຄລຍ ປີ 2015 ກັບອີຣ່ານ

ຄາດວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະປະກາດໃນສອງສາມວັນຂ້າງໜ້ານີ້ ວ່າ
ທ່ານຈະບໍ່ໃຫ້ການຢັ້ງຢືນຕື່ມທີ່ວ່າອີຣ່ານໄດ້ປະຕິບັດຕາມຂໍ້ຕົກລົງນິວເຄລຍ ປີ 2015
ໂດຍໃຫ້ເວລາແກ່ລັດຖະສະພາ 60 ວັນ ເພື່ອຕັດສິນໃຈວ່າ ສະຫະລັດ ຄວນຈະວາງ
ມາດຕະການລົງໂທດຄືນໃໝ່ ຕໍ່ເຕຫະຣ່ານ ຫຼືບໍ່. ອີງຕາມກົດໝາຍແລ້ວ ປະທານາທິບໍດີ
ມີເວລາຈົນເຖິງ ວັນທີ 15 ຕຸລາ ທີ່ຈະຕັດສິນໃຈ ແຕ່ແຫລ່ງຂ່າວຈາກທຳນຽບຂາວແຈ້ງ
ວ່າ ອາດຈະມີຂຶ້ນໄວກວ່ານັ້ນ.

ໂຄສົກທຳນຽບຂາວ ທ່ານນາງ Sara Huckabee Sanders ໄດ້ກ່າວໃນວັນອັງຄານ
ວານນີ້ ວ່າ “ທ່ານປະທານາທິບໍດີ ໄດ້ຕັດສິນໃຈແລ້ວ ກ່ຽວກັບ ຍຸດທະສາດ ຂອງ
ອີຣ່ານ ໂດຍລວມແລະຢາກໃຫ້ເປັນທີ່ແນ່ໃຈວ່າ ພວກເຮົາມີນະໂຍບາຍທີ່ກວ້າງ
ຂວາງ ເພື່ອຈະຮັບມື ກັບເລື່ອງນັ້ນ ບໍ່ມີພຽງແຕ່ສ່ວນນຶ່ງສ່ວນດຽວຂອງມັນເທົ່ານັ້ນ
ທີ່ຈະຮັບມືກັບທຸກໆບັນຫາຂອງອີຣ່ານເຊິ່ງເປັນປະເທດທີ່ມີບົດບາດ ບໍ່ດີ.”

ທ່ານທຣຳ ໄດ້ປ່ຽນໃຈໃນການກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການ
ສະຫະປະຊາຊາດ ເມື່ອເດືອນແລ້ວນີ້. ທ່ານໄດ້ກ່າວວ່າ “ຂໍ້ຕົກລົງ ກັບ ອີຣ່ານ ເປັນ
ຂໍ້ຕົກອັນນຶ່ງ ທີ່ຂີ້ຮ້າຍຫຼາຍ ແລະເປັນການຕົກລົງ ແຕ່ພຽງຝ່າຍດຽວເທົ່ານັ້ນ ທີ່
ສະຫະລັດ ເຄີຍໄດ້ເຮັດມາ.”

ໂດຍເອີ້ນ ຂໍ້ຕົກລົງນັ້ນ ວ່າ “ໜ້າອັບອາຍຂາຍໜ້າ ແກ່ສະຫະລັດ” ດັ່ງທີ່ທ່ານທຣຳ
ໄດ້ກ່າວຕໍ່ໄປອີກວ່າ “ຂ້າພະເຈົ້າຄິດວ່າ ທ່ານຈະໄດ້ຍິນກ່ຽວກັບເລື່ອງນີ້ຕື່ມອີກ.”

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ອອກມາຈາກ ທຳນຽບນາຍົກ ທີ່ 10 ຖະໜົນ Downing ໃນນະຄອນຫຼວງ ລອນດອນ, ເຂົາຮ່ວມ ການຕອບຄຳຖາມຂອງນາຍົກລັດຖະມົນຕີ ຢູ່ທີ່ລັດຖະສະພາ ຫຼື Houses of Parliament, ວັນທີ 13 ກັນຍາ 2017.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ອອກມາຈາກ ທຳນຽບນາຍົກ ທີ່ 10 ຖະໜົນ Downing ໃນນະຄອນຫຼວງ ລອນດອນ, ເຂົາຮ່ວມ ການຕອບຄຳຖາມຂອງນາຍົກລັດຖະມົນຕີ ຢູ່ທີ່ລັດຖະສະພາ ຫຼື Houses of Parliament, ວັນທີ 13 ກັນຍາ 2017.

ການຕັດສິນໃຈທີ່ຈະບໍ່ໃຫ້ການຢັ້ງຢືນຕື່ມນັ້ນ ຈະບໍ່ເຮັດໃຫ້ຂໍ້ຕົກລົງນີ້ໃຊ້ການບໍ່ໄດ້
ເຊິ່ງອີຣ່ານໄດ້ບັນລຸ ກັບສະຫະລັດ ແລະປະເທດມະຫາອຳນາດອື່ນໆ ເພື່ອຍົກເລີກ
ໂຄງການນິວເລຄຍຂອງຕົນນັ້ນ. ມັນຍັງຈະບໍ່ພາໃຫ້ ມາດຕະການລົງໂທດຊຸດກ່ອນໆ
ເລີ້ມມີຜົນບັງຄັບໃຊ້ ຢ່າງອັດຕະໂນມັດ. ແຕ່ວ່າ ບັນດານັກຊ່ຽວຊານຫຼາຍຄົນ ເຊື່ອວ່າ
ມັນອາດຈະເລີ່ມຕົ້ນ ຂັ້ນຕອນ ທີ່ອາດຈະນຳເອົາມາດຕະການລົງໂທດຕ່າງໆ ກັບຄືນ
ມາມີຜົນບັງຄັບໃຊ້ ໃນທັນທີ ແລະເປັນຜົນເຮັດໃຫ້ມີການຍົກເລີກຂໍ້ຕົກນີ້.

ບັນດາຜູ້ນຳຂອງຢູໂຣບ ທີ່ປະກອບດ້ວຍ ນາຍົກລັດຖະມົນຕີອັງກິດ ທ່ານນາງ
Theresa May ໄດ້ຕິດຕໍ່ກັບທ່ານທຣຳ ໃນສອງສາມມື້ຜ່ານມານີ້ ເພື່ອພະຍາຍາມ
ຊັກຊວນໃຫ້ທ່ານ ບໍ່ໃຫ້ຖອນໂຕ ອອກຈາກຂໍ້ຕົກລົງດັ່ງກ່າວ. ທ່ານນາງ May ໄດ້
ໂທລະສັບຫາ ທ່ານປະທານາທິບໍດີ ໃນວັນອັງຄານວານນີ້ ເພື່ອຈະ “ເນັ້ນຢ້ຳຄວາມ
ໝາຍໝັ້ນ ອັນແຮງກ້າຂອງອັງກິດ ຕໍ່ຂໍ້ຕົກລົງ ພ້ອມກັນກັບ ບັນດາຄູ່ພາຄີ ປະເທດ
ຢູ່ໃນຢູໂຣບ ໂດຍກ່າວວ່າ ມັນມີຄວາມສຳຄັນຍິ່ງ ສຳລັບ ຄວາມໝັ້ນຄົງຢູ່ໃນ
ພາກພື້ນ”
ອີງຕາມບັນທຶກທີ່ໄດ້ແຈ້ງໃຫ້ຊາບຈາກສຳນັກງານນາຍົກ.

ຖະແຫລງການໄດ້ກ່າວວ່າ “ທ່ານນາງ May ແລະ ທ່ານປະທານາທິບໍດີ ຍັງໄດ້ປຶກ
ສາຫາລື ເຖິງຄວາມຈຳເປັນ ທີ່ອັງກິດ ສະຫະລັດ ແລະ ປະເທດອື່ນໆ ຕ້ອງໄດ້ເຮັດ
ວຽກຮ່ວມກັນ ເພື່ອຮັບມືກັບການສ້າງຄວາມບໍ່ທຸ່ນທ່ຽງ ຢູ່ໃນຂົງເຂດ ຂອງອີຣ່ານ.”

ຖະແຫລງການຂອງທຳນຽບຂາວ ກ່ຽວກັບ ສົນທະນາທາງໂທລະສັບນັ້ນ ໄດ້ກ່າວວ່າ
ບັນດາຜູ້ນຳທັງຫຼາຍ ໄດ້ປຶກສາຫາລື ການຢັບຢັ້ງ “ທຸກເສັ້ນທາງ” ທີ່ຈະເຮັດໃຫ້ ອີຣ່ານ
ມີອາວຸດນິວເຄລຍ.

Trump Iran Nuclear
please wait
Embed

No media source currently available

0:00 0:00:28 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG