ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູ່ກອງປະຊຸມດາໂວ ປ. ທຣໍາ ຂົ່ມຂູ່ ທີ່ຈະຕັດ ການຊ່ວຍເຫຼືອ ແກ່ ປາແລສໄຕນ໌


ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ​ລ ທຣໍາ ຈັບມືກັບນາຍົກ ລັດຖະມົນຕີອິສຣາແອລ ທ່ານເປັນຈາມິນ ເນຕັນຢາຮູ ທີ່ກອງປະຊຸມດາໂວ ປະເທດສະວິດເຊີແລນ.
ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ​ລ ທຣໍາ ຈັບມືກັບນາຍົກ ລັດຖະມົນຕີອິສຣາແອລ ທ່ານເປັນຈາມິນ ເນຕັນຢາຮູ ທີ່ກອງປະຊຸມດາໂວ ປະເທດສະວິດເຊີແລນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ​ລ ທຣໍາ ມີ​ຄຳ​ຖາມ​ວ່າ ​ການເຈ​ລະ​ຈາ​ສັນຕິພາບ
ລະຫວ່າງ​ອິສຣາ​ແອ​ລ ​ແລະ​ປາ​ແລສ​ໄຕ​ນ໌ ຈະເກີດ​ຂຶ້ນ​ອີກ​ຫລື​ບໍ່.

ປະທານາທິບໍດີ​ທຣໍາ​ໄດ້​ກ່າວ​ຢູ່​ໃນ​ກອງ​ປະຊຸມ ​ກັບ ນາຍົກລັດຖະມົນຕີອິສຣາແອ​ລ
ທ່ານ​ເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູ ຢູ່​ກອງ​ປະຊຸມ​ເສດຖະກິດ​ໂລກ​ທີ່​ນະຄອນ ດາ​ໂວ​ ປະ​ເທດ
​ສະ​ວິດ​ເຊີ​ແລນ ບ່ອນ​ທີ່​ທ່ານ​ກ່າວ​ຫາ​ປາ​ແລັສ​ໄຕ​ນ໌ ບໍ່​ໃຫ້ການ​ນັບຖື​ສະຫະລັດ ຫລັງ​ຈາກ​ປະທານາທິບໍດີ​ປາ​ແລສໄຕນ໌ ທ່ານ​ມາ​ມູດ ອັບ​ບາສ ປະຕິ​ເສດບໍ່ຍອມ​ພົບ​ປະກັບຮອງ​ປະທານາທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ລະຫວ່າງ​ການ​ໄປຢ້ຽມຢາມ​ຂົງ​ເຂດເມື່ອ
ຫວ່າງ​ມໍ່ໆ​ມາ​ນີ້.

​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ​ທຣໍາຂົ່ມ​ຂູ່​ທີ່​ຈະ​ຕັດ​ການ​ຊ່ວຍ​ເຫລືອ​ແກ່ ຝ່າຍປາ​
ແລ​ສ​ໄຕ​ນ໌.

ທ່ານ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “​ເງິນ​ດັ່ງກ່າວ​ຢູ່​ເທິງ​ໂຕະ ​ແລະ​ເງິນ​ດັ່ງກ່າວ​ຈະ​ບໍ່​ໄປ​ຫາ
ເຂົາ​ເຈົ້າ ຢ່າງ​ໜ້ອຍ​ເຂົາ​ເຈົ້າ​ນັ່ງ​ລົງ ​ແລະ​ເຈ​ລະ​ຈາ​ສັນຕິພາບ​ ​ເພາະວ່່າ ຂ້າພະ​ເຈົ້າ​ບອກ​
ທ່ານ​ໄດ້​ວ່າ ອິສຣາ​ແອ​ລຕ້ອງການ​ຢາກໃຫ້ມີສັນຕິພາບ ​ແລະເ​ຂົາ​ເຈົ້າຈະ​ຕ້ອງ​ການຢາກ
​ໃຫ້ມີສັນຕິພາບ​ເຊັ່ນ​ກັນ ຫລື​ພວກ​ເຮົາ​ຈະ​ບໍ່​ມີ​ຫຍັງ​ເຮັດ​ກັບເລື່ອງ​ນີ້​ອີກ​ຕໍ່​ໄປ.”

Arriving at Davos Summit, Trump Threatens to Cut Aid to Palestinians
please wait

No media source currently available

0:00 0:02:51 0:00

ອີງ​ຕາມ​ໂຕ​ເລກ​ຂອງ​ກະ​ຊວງ​ຕ່າງປະ​ເທດສະຫະລັດແລ້ວ ສະຫະລັດ​ໄດ້​ໃຫ້ການ​ຊ່ວຍ
​ເຫລືອ​ຕ່າງປະ​ເທດ​ກວ່າ 290 ລ້ານ​ໂດ​ລາ ຕໍ່ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ ແມ່​ນໍ້າຈໍ​ແດັນ
​ແລະ​ແຫລມ​ກາຊາ ​ໃນ​ປີ 2016. ​ນອກຈາກ​ນັ້ນ ວໍ​ຊິງຕັນ ຍັງ​ໄດ້ບໍລິຈາກ​ຕື່ມອີກ 355
ລ້ານ​ໂດ​ລາ​ແກ່​ອົງການ​ສະຫະ​ປະຊາ​ຊາດ ທີ່​ໃຫ້ການ​ສະໜັບສະໜູນ​ຊາວ​ອົບ​ພະຍົບ
ປາ​ແລ​ສ​ໄຕ​ນ໌ ທີ່​ຮູ້​ກັນ​ວ່າ UNRWA. ​ແຕ່​ວ່າ​ປີ​ນີ້ ສະຫະລັດ​ໄດ້​ຕັດ​ການ​ຊ່ວຍ​ເຫລືອຢ່າງ​
ໃຫຍ່​ຫລວງຕໍ່ UNRWA ທີ່​ໄດ້​ປະກາດ​ບໍລິຈາກ 60 ລ້ານ​ໂດ​ລາ.

US to Link Palestinian Aid to Peace Talks
please wait

No media source currently available

0:00 0:02:56 0:00

ມີເງິນທຶນສະຫະລັດພຽງບາງສ່ວນ​ເທົ່ານັ້ນ ຖືກສົ່ງໂດຍກົງໄປ​ໃຫ້ອຳນາດການ ປົກປາ​
ແລ​ສ​ໄຕ​ນ໌ ​ໂດຍ​ສ່ວນໃຫຍ່​ຂອງ​ການ​ຊ່ວຍ​ເຫລືອ​ ແມ່ນຜ່ານ​ບັນດາ​ກຸ່ມ​ທີ່​ບໍ່​ຂຶ້ນ​ກັບ​ລັດ
ຖະບານ ​ແ​ລະ​ຄູ່​ຮ່ວມງານ​ດ້ານ​ມະນຸດສະທຳ​ຢູ່​ທີ່​ນັ້ນ.

​ໂດຍ​ກົງກັນຂ້າມ​ໃນ​ປີ 2016 ວໍຊິງຕັນ​ໄດ້​ໃຫ້ການຊ່ວຍເຫລືອທາງທະຫານ​ແກ່​ອິສ​ຣາ
​ແອ​ລ 3 ພັນ 1 ຮ້ອຍ​ລ້ານ​ໂດ​ລາ. ພາຍໃຕ້ການໃຫ້ຄວາມຊ່ອຍເຫລືອ ທາງທະຫານ

Davos Elite Brace for Trump’s ‘America First’ Agenda
please wait

No media source currently available

0:00 0:02:39 0:00

ສອງຝ່າຍເປັນເວລາ 10 ປີ​ ທີ່​ໄດ້​ລົງ​ນາມ​ໂດຍລັດຖະບານປະທາ ນາທິບໍດີ​ບາ​ຣັກ ​ໂອ
​ບາ​ມາ ​ໃນ​ປີ 2016 ຊຶ່ງຈຳນວນ​ດັ່ງກ່າວ​ຈະ​ເພີ້​ມຂຶ້ນ​ເປັນ 3 ພັນ 8 ຮ້ອຍ​ລ້ານ​ໂດ​ລາ​ຕໍ່​ປີ
​ເລີ້ມແຕ່​ປີ 2019 ເປັນຕົ້ນໄປ.

ພວກປະທ້ວງພາກັນເຕົ້າໂຮມກັນປະທ້ວງການເຂົ້າຮ່ວມ ກອງປະຊຸມເສດຖະກິດໂລກ ທີ່ນະຄອນເຈນີວາ ປະເທດສະວິດເຊີແລນ ວັນທີ 23 ມັງກອນ.
ພວກປະທ້ວງພາກັນເຕົ້າໂຮມກັນປະທ້ວງການເຂົ້າຮ່ວມ ກອງປະຊຸມເສດຖະກິດໂລກ ທີ່ນະຄອນເຈນີວາ ປະເທດສະວິດເຊີແລນ ວັນທີ 23 ມັງກອນ.

ເອກອັກຄະລັດຖະທູດ​ປາ​ແລ​ສ​ໄຕ​ນ໌ປະຈຳ​ສະຫະ​ປະຊາ​ຊາດ ທ່ານ ຣີອາດ ມັນ​ຊົວ
ກ່າ​ວ​ໃນ​ວັນ​ພະຫັດ​ວານ​ນີ້ ​ທີ່​ນະຄອນ​ນິວຢອກ​ວ່າ “ບໍ່​ມີ​ປ້າຍ​ລາຄາໃດ​ທີ່ຈະສາມາດ
​ນຳມາຊັ່ງຊາ ກ່ຽວກັບສິດທິ ​ແລະກຽດ​ສັກ​ສີ​ຂອງ​ປະຊາຊົນ​ໃດໆ. ​ເຂົາ​ເຈົ້າ​ບໍ່​ສາມາດ
ໄດ້ຮັບການຍົກເລີກດ້ວຍການຂົ່ມຂູ່ ຂູ່ຂວັນຫລື​ການ​ລົງ​ໂທດແລະ​ ຄວາມ​ພະຍາຍາມ​ໃນທຳນອງນີ້ ​ຕ້ອງຖືກ​ປະຕິ​ເສ​ດ​ໂດຍທຸກໆຄົນ ຜູ້​ທີ່​ຊອກ​ສະແຫວງຫາ​ສັນຕິພາບ ແລະ
​ຄວາມ​ເປັນທຳ ​ແລະ​ຜູ້​ທີ່​ເຊື່ອ​ຢ່າງ​ແທ້​ຈິງ​ຕໍ່​ກົດໝາຍ​ສາກົນ ​ເປັນ​ເສັ້ນທາງ​ໄປ​ສູ່​ການ
ເຮັດໃຫ້ຄວາມຝັນຂອງ​ເຂົາ​ເຈົ້າກາຍເປັນຈິງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Davos
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG