ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແອັບ​ພ​ລິ​ເຄ​ຊັນ ນັດ​ພົບ​ຄູ່​ຮັກ ຂອງ​ຜູ້​ສະ​ໜັບ​ສະ​ໜູນ ​ທ່ານ ທ​ຣຳ ຖືກ​ເຈາະ​ຂໍ້​ມູນ ບໍ່​ດົນຫຼັງ​ການ​ເປີດ​ຕົວ


ໜ້າຫຼັກ​ຂອງ ແອັບ​ພ​ລິ​ເຄ​ຊັນ Donald Daters.
ໜ້າຫຼັກ​ຂອງ ແອັບ​ພ​ລິ​ເຄ​ຊັນ Donald Daters.

ມັນ​ຂີ້ຮ້າຍພໍແລ້ວ ທີ່ພວກ​ຜູ້​ສະ​ໜັບ​ສະ​ໜູນຊາວໜຸ່ມ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣໍາ
ເວົ້າວ່າ ວິໄສທັດທາງການເມືອງຂອງພວກເຂົາເຈົ້າ ເຮັດໃຫ້ການນັດພົບພໍ້ກັນ ກັບຄົນ
ທີ່ເຂົາເຈົ້າມັກຮັກນັ້ນ ເປັນການທ້າທາຍ. ຕອນນີ້, ແອັບພ​ລິ​ເຄ​ຊັນໃໝ່ ສຳ​ລັບ​ໂທ​ລະ
ສັບມືຖື ທີ່ອອກແບບມາສະເພາະເຂົາເຈົ້າ ໄດ້ຖືກລັກເຈາະຂໍ້ມູນ ໃນມື້ທີ່ມັນເປີດຕົວ,
ເຮັດໃຫ້ຂໍ້ມູນສ່ວນຕົວຂອງຜູ້ໃຊ້ຫຼາຍກວ່າ 1,600 ຄົນຮົ່ວໄຫຼ. ພຸດທະສອນ ມີລາຍ
ລະອຽດ ກ່ຽວກັບ ເລື່ອງນີ້ມາສະເໜີທ່ານໃນອັນດັບຕໍໄປ.

ນາງ ເອ​ມີ​ລີ ໂມ​ເຣ​ໂນ, ຜູ້​ບໍ​ລິ​ຫານ​ໃຫຍ່ ​ຂອງ ແອັບ​ພ​ລິເຄ​ຊັນ Donald Daters ທັງ
ເປັນອະດີດຜູ້ຊ່ວຍສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດ

ຟ​ລໍ​ຣິ​ດາ ທ່ານ ມາ​ໂກ ຣູ​ບີ​ໂອ ກ່າ​ວວ່າ “ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ ໄດ້​ປະ​
ເຊີນກັບຄວາມບໍ່ເປັນມິດຢ່າງຍິ່ງ ຢູ່ທຸກບ່ອນທີ່ເຂົາເຈົ້າເຂົ້າໄປ, ບໍ່ວ່າເຂົາເຈົ້າຈະຢູ່
ໃນຮ້ານອາຫານ ຫຼື ໃນແອັບພລິເຄຊັນນັດພົບກັບຄົນທີ່ເຂົາເຈົ້າມັກຮັກກໍຕາມ.”

ແອັບ​ພ​ລີ​ເຄ​ຊັນ Donald Daters ກໍ​ແມ່ນ​ນຶ່ງ​ ໃນຫຼາຍ​ແອັບ ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່ ອອກ​
ແບບມາໃຫ້ຄົນຜູ້ທີ່ຊອກຫາຄົນອື່ນ ທີ່ມີວິໄສທັດທາງການເມືອງທີ່ຄ້າຍຄືກັນ, ໂດຍສະ
ເພາະ, ຜູ້ທີ່ສະໜັບສະໜູນທ່ານ ທຣຳ. ລາຄາເລີ່ມຕົ້ນຂອງແພັກເກຈ໌ສຳລັບລາຍເດືອນ
ຢູ່ແອັບ Donald Daters ຈະແມ່ນ 29.99 ໂດລາ. ຄ່າເປັນສະມາຊິກປີນຶ່ງ ແມ່ນ
119.88 ໂດລາ. ປະສິດທິພາບຂອງແອັບດັ່ງກ່າວ ຈະມີຈຳກັດ ຖ້າບໍ່ໄດ້ເປັນສະມາຊິກ.

ນາງ ໂມ​ເຣ​ໂນ ໄດ້​ເລີ່ມ​ສ້າງ​ແອັບ​ດັ່ງ​ກ່າວ​ຂຶ້ນ​ມາ “ເພື່ອ​ສະ​ໜອງ​ການ​ແກ້​ໄຂ​ບັນ​ຫາ​ໃຫ້​
ພວກຊາວໜຸ່ມ ທີ່ສະໜັບສະໜູນທ່ານ ທຣຳ ຜູ້ທີ່ໄດ້ບອກຂ້າພະເຈົ້າ ກ່ຽວກັບ ເລື່ອງ
ການອອກເດດຫຼືນັດພົບທີ່ໜ້າສະຫຍົດສະຫຍອງຂອງເຂົາເຈົ້າ. ສຳລັບເຂົາເຈົ້າຫຼາຍ
ຄົນນັ້ນ, ການບໍ່ສາມາດອົດກັ້ນຢູ່ກັບພວກເສລີນິຍົມ ໄດ້ເຮັດໃຫ້ການພົບປະ ຫຼື ອອກ
ເດດກັບຄົນທີ່ເຂົາເຈົ້າມັກຮັກນັ້ນ ເກືອບວ່າເປັນໄປບໍ່ໄດ້.” ອີງຕາມການກ່າວຢູ່ໃນເວບ
ໄຊຂອງແອັບດັ່ງກ່າວ.

ນາງ​ໄດ້​ຂຽນ​ວ່າ “ການ​ສະ​ໜັບ​ສະ​ໜູນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກາຍ​ເປັນ​ບັນ​ຫາ ແທນ​
ທີ່ຈະເປັນການຜ່ອນຄາຍສະໝອງ.”

ການ​ສຳຫຼວດແອັບພ​ລິເຄ​ຊັນ ​ນັດ​ພົບ​ຄູ່​ຮັກ​ອີກ​ອັນ​ນຶ່ງ​ຊື່​ວ່າ Tinder ທີ່​ຖືກ​ເປີດ​ເຜີຍ​ໃນ​
ປີ 2017 ໄດ້ສະໜັບສະໜູນຄວາມຮູ້ສຶກດັ່ງກ່າວນັ້ນວ່າ: 71 ເປີເຊັນຂອງພວກນັດພົບ
ກັນທາງອອນໄລນ໌ ຖືວ່າການມີຄວາມຄິດບໍ່ຄືກັນ ກ່ຽວກັບ ການເມືອງ ເປັນບັນຫາທີ່
ເຮັດໃຫ້ຄົນເຂົ້າກັນບໍ່ໄດ້, ດ້ວຍຜູ້ໃຊ້ 23 ເປີເຊັນໄດ້ອ້າງວ່າ ມັນເປັນສິ່ງທີ່ເຮັດໃຫ້ໝົດ
ຄວາມສົນໃຈນ້ຳເບີ 1 ເລີຍ.

ຜູ້​ສະ​ໜັບ​ສະ​ໜູນ​ທ່ານ​ ທ​ຣຳ ພົບ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຕ້ອນ​ຮັບ​ທີ່​ເຢັນ​ຊາ​ ໃນ​ແອັບ​
ນັດພົບຄູ່ອື່ນໆເຊັ່ນ ທິນເດີ (Tinder) ແລະ OKCupid.

ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ, ແອັບ OKCupid ໄດ້​ທົດ​ລອງ​ແນວ​ຄິດນີ້ ດ້ວຍ​ການ​ເພີ່ມ​
ຄຳຖາມກ່ຽວກັບ ທ່ານ ທຣຳ ໃສ່ນຶ່ງໃນການສຳຫຼວດຄວາມສອດຄ່ອງກັນ ພໍໄປນຳກັນ
ໄດ້. ເຂົາເຈົ້າໄດ້ພົບວ່າ 74 ເປີເຊັນຂອງຜູ້ຕອບຄຳຖາມເວົ້າວ່າ “ບໍ່ມີທາງ” ສຳລັບຄຳ
ຖາມກ່ຽວກັບທ່ານ “ທຣຳ”

ຄວາມ​ເຫັນ​ຕ່າງໆ​ໃນ​ສື່​ສັງ​ຄົມ ແມ່ນ​ມີ​ການ​ສົ່ງ​ເສີມຫຼາຍກວ່າ. ຜູ້​ໃຊ້​ສ່ວນ​ໃຫຍ່ ຜູ້​ທີ່​ຂຽນ
ກ່ຽວກັບ “ເຮັດໃຫ້ ອາເມຣິກາ ນັດພົບຄູ່ອີກຄັ້ງ ຫຼື Make America Date Again)”,
ເປັນຄຳຂວັນຂອງແອັບດັ່ງກ່າວນັ້ນວ່າ, ເປັນການເຢາະເຢີ້ຍ.

ຜູ້​ໃຊ້ທວິດ​ເຕີ​ຊື່​ວ່າ Bluerobin35 ໄດ້​ຂຽນ​ຂໍ້​ຄວາມ​ວ່າ #ຂ້ອຍ​ເລືອກ​ ທີ່​ຈະ​ຍ່າງ​ຕີນ​ເປົ່າ​
ຢູ່ເທິງເລໂກ ດີກວ່າຈະມາເດດກັບພວກສະໜັບສະໜູນທ່ານທຣຳ.”

ໃນ​ຂະ​ນະ​ທີ່​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ຮັບ​ປະ​ກັນ​ວ່າ “ຂໍ້​ມູນ​ສ່ວ​ນ​ຕົວ​ຂອງ​ຜູ້​ໃຊ້​ ຈະ​ຖືກ​ເກັບ​ໄວ້​
ເປັນສ່ວນຕົວ”, ອີງຕາມເວັບໄຊຂອງເຂົາເຈົ້ານັ້ນ, ແອັບ Donald Daters ກໍໄດ້ປິດລົງ
ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໄດ້ເປີດຕົວ, ເມື່ອນາງ ໂມເຣໂນ ໄດ້ຄົ້ນພົບວ່າ ບ່ອນໃຊ້
ສຳລັບລົມກັນຂອງແອັບດັ່ງກ່າວນັ້ນ “ບໍ່ໄດ້ມີອົງປະກອບການຮັກສາຄວາມປອດໄພທີ່
ເໝາະສົມ, ເຊິ່ງອາດເຮັດໃຫ້ຜູ້ມຸ່ງຮ້າຍຂຽນ ຫຼື ລົງຂໍ້ມູນຕ່າງໆ ທຳໂຕເປັນຄືກັບວ່າຕົນ
ເປັນຜູ້ໃຊ້ ແລ້ວ ໄປພົວພັນກັບຜູ້ໃຊ້ຄົນອື່ນໆ.”

ຄວາມ​ອ່ອນ​ແອ​ດ້ານ​ຄວາມ​ປອດ​ໄພ​ດັ່ງ​ກ່າວ​ນັ້ນ ແມ່ນ​ໄດ້​ຖືກ​ເປີດ​ເຜີຍ​ ໂດຍ​ທ້າວ ໂຣ​ແບ
ບັບຕິສ (Robert Babtiste), ນັກຄົ້ນຄວ້າ ກ່ຽວກັບ ຄວາມປອດໄພຄົນ ຝຣັ່ງ ຜູ້ທີ່ໄດ້
ໃຊ້ຊື່ວ່າ ແອລລຽດ ອາລເດີສັນ (Elliot Alderson) ຢູ່ໃນ ທວິດເຕີ, ແລະ ຜູ້ທີ່ໄດ້ເປີດ
ເຜີຍ ກ່ຽວກັບ ຄວາມປອດໄພທີ່ອ່ອນແອໃນຄອມພິວເຕີອອນໄລນຢ່າງເປັນປະຈຳ.

ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ມູນ​ລວມ​ມີ ຊື່​ຜູ້​ໃຊ້, ຮູບ​ຜູ້​ໃຊ້, ຊະ​ນິດ​ຂອງ​ອຸ​ປະ​ກອນ, ຂໍ້​ຄວາມ​ສ່ວນ​
ຕົວຂອງເຂົາເຈົ້າ,” ອີງຕາມເວັບໄຊເທັກໂນໂລຈີ TechCrunch.

ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ພັດ​ທະ​ນາ​ແອັບ​ພ​ລິເຄ​ຊັນດັ່ງ​ກ່າວ ພະ​ຍາ​ຍາມ​ຊອກ​ຫາ​ລະ​ບຽບ​
ການດ້ານຄວາມປອດໄພອັນໃໝ່ນັ້ນ, ບ່ອນໃຫ້ສົ່ງຂໍ້ຄວາມລົມກັນຂອງແອັບທີ່ວ່ານັ້ນ
ແມ່ນໄດ້ຖືກຢຸດໃຊ້ໃນເວລາຊົ່ວຄາວ.

ເວັບ​ໄຊ​ດັ່ງ​ກ່າວ​ໄດ້​ແນະ​ນຳ​ວ່າ “ພວກ​ເຮົາ​ສົ່ງ​ເສີມ​ການ​ນັດ​ພົບ​ໝູ່ຄູ່ທາງ​ອອນ​ໄລ​ນ໌​ທີ່​
ປອດ​ໄພ, ສະ​ນັ້ນ ກະ​ລຸ​ນາ​ເຮັດ​ໃຫ້​ແນ່​ໃຈ​ວ່າ ຈະ​ບໍ່​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້​ໃດ​ຢູ່
ໃນປະຫວັດຂອງເຈົ້າ ກ່ອນທີ່ເຈົ້າຈະໄປຊອກຫາຜູ້ທີ່ເຈົ້າສົນໃຈຢາກພົບໃນປະຊາຄົມ
ຂອງພວກເຮົາ.”

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG