ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Trump, ແລະ ທ່ານ Cruz ແຂ່ງຂັນກັນ ເພື່ອຮັບເອົາການ ສະເໜີຊື່ ເຂົ້າແຂ່ງຂັນ ເອົາເປັນ ປະທານາທິບໍດີ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Donald Trump (ຊ້າຍ) ລົມກັບຂູ່ແຂ່ງ ທ່ານ Ted Cruz ໃນລະຫວ່າງເວລາພັກການໂຄສະນາໂຕ້ວາທີຂອງຜູ້ ລົງ
ແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ສະຫະລັດ ຂອງພັກຣິພັບບລີກັນ ທີ່ສະໜັບສະໜູນໂດຍ ໂທລະພາບ CNN ທີ່ມະຫາວິທະຍາໄລ Miami ໃນນະຄອນ Miami, ລັດ Florida, 10 ມີນາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Donald Trump (ຊ້າຍ) ລົມກັບຂູ່ແຂ່ງ ທ່ານ Ted Cruz ໃນລະຫວ່າງເວລາພັກການໂຄສະນາໂຕ້ວາທີຂອງຜູ້ ລົງ ແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ສະຫະລັດ ຂອງພັກຣິພັບບລີກັນ ທີ່ສະໜັບສະໜູນໂດຍ ໂທລະພາບ CNN ທີ່ມະຫາວິທະຍາໄລ Miami ໃນນະຄອນ Miami, ລັດ Florida, 10 ມີນາ, 2016.

ບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດ ພັກຣີພັບບລີກັນ ກຳລັງມຸ້ງໜ້າໄປຍັງ ສອງລັດທີ່ມີການແຂ່ງຂັນ ກັນສຳລັບການສະເໜີຊື່ເປັນຕົວແທນພັກ ໃນວັນອັງຄານມື້ອື່ນ ໂດຍຜູ້ມີຄະແນນນຳໜ້າ ຄື ອະພິມະຫາເສດຖີ ອະສັງຫາລິມະຊັບ ທ່ານ Donald Trump ແລະ ຄູ່ແຂ່ງທີ່ມີຄະແນນໃກ້ຄຽງທີ່ສຸດ ຄື ສະມາຊິກສະພາສູງ ທ່ານ Ted Cruz ຊຶ່ງອາດເປັນໄປໄດ້ວ່າ ທັງ ສອງທ່ານຈະແບ່ງເຄິ່ງກັນ ຈຳນວນຂອງຜູ້ແທນຢູ່ໃນບ່ອນແຂ່ງຂັນ ດັ່ງກ່າວ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Ted Cruz ກ່າວໃນການໂຄສະນາຫາສຽງຂອງທ່ານເມື່ອວັນເສົາທີ່ຜ່ານ ມາ ທີ່ເມືອງ Provo ລັດ Utah. 19 ມີນາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Ted Cruz ກ່າວໃນການໂຄສະນາຫາສຽງຂອງທ່ານເມື່ອວັນເສົາທີ່ຜ່ານ ມາ ທີ່ເມືອງ Provo ລັດ Utah. 19 ມີນາ 2016.

ໄດ້ມີການປ່ອນບັດອອກສຽງໄປແລ້ວ ຈຳນວນຫຼວງຫຼາຍໃນການ ລົງຄະແນນສຽງເບື້ອງຕົ້ນ ຢູ່ທີ່ລັດ Arizona ທາງພາກຕາເວັນ ຕົກຂອງປະເທດ ທີ່ອາດເປັນໄປໄດ້ວ່າ ຈະເຮັດໃຫ້ທ່ານ Trump ມີຄະແນນນຳໜ້າກ່ອນໝູ່ ນັບຕັ້ງແຕ່ ໄດ້ມີການພິມບັນຊີລາຍຊື່ ຜູ້ສະໝັກແຕ່ດົນນານມາແລ້ວ ຊຶ່ງກໍຍັງມີລາຍຊື່ຂອງຜູ້ສະໝັກ ແຂ່ງຂັນທີ່ໄດ້ຖອນໂຕໄປແລ້ວນັ້ນຢູ່.

ທ່ານ Cruz ອ້າງວ່າ ທ່ານເປັນຜູ້ສະໝັກພຽງຄົນດຽວ ທີ່ມີໂອກາດ ທີ່ຈະໄລ່ທັນ ທ່ານ Trump ແຕ່ວ່າ ບັດເລືອກຕັ້ງຂັ້ນຕົ້ນຂອງພັກ ມີຊື່ຜູ້ສະໝັກຄົນອື່ນໆຢູ່ ຊຶ່ງອາດເຮັດໃຫ້ ທ່ານ Trump ຊະນະຄະ ແນນສຽງນິຍົມ ແລະ ຍັງຈະໄດ້ຮັບ ຜູ້ແທນທັງໝົດ 58 ທ່ານກ່ອນ ຈະໄປເຖິງ ກອງປະຊຸມຫຼວງແຫ່ງຊາດຂອງພັກຣີພັບບລີກັນທົ່ວ ປະເທດ ບ່ອນທີ່ພັກຈະເລືອກເອົາຜູ້ຕາງໜ້າຂອງຕົນສຳລັບການ ແຂ່ງຂັນປີ 2016 ນີ້.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ John Kasich ກ່າວໃນການໂຄສະນາຫາສຽງທີ່ ຫໍພິພິທະພັນ ທະຫານອາກາດ MAPS ໃນເມືອງ Canton ລັດ Ohio. 14 ມີນາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ John Kasich ກ່າວໃນການໂຄສະນາຫາສຽງທີ່ ຫໍພິພິທະພັນ ທະຫານອາກາດ MAPS ໃນເມືອງ Canton ລັດ Ohio. 14 ມີນາ 2016.

ໃນຄະນະດຽວກັນ ການສຳຫຼວດທາງດ້ານການເມືອງ ສະແດງໃຫ້ ເຫັນວ່າ ທ່ານ Cruz ຜູ້ມີສັນຍາລັກຂອງການອະນຸລັກແນວທາງ ເດີມ ຢູ່ໃນລັດຖະສະພາ ແມ່ນຈະເປັນໄປໄດ້ວ່າຈະໄດ້ຮັບໄຊຊະ ນະ ທີ່ກອງປະຊຸມພັກ ໃນລັດ Utah ຊຶ່ງເປັນລັດຢູ່ທາງພາກຕາ ເວັນຕົກອີກລັດນຶ່ງ. ແຕ່ຖ້າຫາກ ທ່ານໄດ້ຮັບໄຊຊະນະແທ້ຈິງຈຳ ນວນຂອງຜູ້ແທນ ທັງໝົດ 40 ທ່ານ ກໍຈະຕົກໄປເປັນຂອງຜູ້ຊະນະ ເລີດ ຖ້າຫາກທ່ານ Cruz ໄດ້ຮັບຄະແນນສຽງຫຼາຍກວ່າ 50 ເປີ ເຊັນ ຊຶ່ງຖືວ່າ ຈະມີຄວາມສຳຄັນຢ່າງຍິ່ງ ຕໍ່ຈຳນວນຂອງຜູ້ແທນທີ່ ທ່ານ Trump ມີລື່ນທ່ານ Cruz ນັ້ນ ໃນຂະນະດຽວກັນ ບັນດາຜູ້ ແທນທີ່ກອງປະຊຸມພັກ ຈະຖືກແບ່ງປັນກັນເປັນສ່ວນ ອີງຕາມຈຳ ນວນຂອງຄະແນນສຽງ ຖ້າຫາກບໍ່ມີຜູ້ໃດໄດ້ຮັບຄະແນນສຽງສ່ວນ ຫຼາຍ.

ຜູ້ສະໝັກຄົນທີສາມ ທີ່ຍັງເຫຼືອຢູ່ ໃນການແຂ່ງຂັນຂອງພັກຣີພັບບລີກັນ ຄື ຜູ້ປົກຄອງລັດ Ohio ທ່ານ John Kasich ແມ່ນຄາດກັນວ່າ ຈະບໍ່ສົ່ງຜົນກະທົບໃດໆ ຕໍ່ຜົນທີ່ອອກມາໃນ ສອງລັດດັ່ງກ່າວນັ້ນ.

XS
SM
MD
LG