ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຖືກກ່າວວິຈານ ທີ່ບໍ່ສາມາດ ປະເຊີນໜ້າ ກັບຜູ້ນຳ ເອເຊຍ ກ່ຽວກັບ ການລະເມີດ ສິດທິມະນຸດ


Trump Criticized for Failing to Confront Asian Leaders on Human Rights Abuses
please wait

No media source currently available

0:00 0:02:35 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ບັນດານັກເຄື່ອນໄຫວດ້ານສິດທິມະນຸດ ໄດ້ຕ້ອງຕິປະທານາທິ ບໍດີ ດໍໂນລ ທຣຳ ຍ້ອນ
ບໍ່ໄດ້ໃຊ້ຄວາມກົດດັນ ໃສ່ພວກຜູ້ນຳ ເອເຊຍ ກ່ຽວກັບ ການລະເມີດສິດທິມະນຸດ ໃນ
ລະຫວ່າງການເດີນທາງ ຢ້ຽມ ຢາມ 5 ປະເທດ ຜ່ານເອເຊຍຕາເວັນອອກ. ນັກຂ່າວວີ
ໂອເອປະຈຳ ທຳນຽບຂາວ ປີເຕີ ໄຮນ໌ໄລນ໌ ລາຍງານວ່າ ບັນຫາດັ່ງກ່າວໄດ້ມາເຖິງຈຸດ
ສຳຄັນໃນລະຫວ່າງ ການຢຸດແວ່ແຫ່ງສຸດທ້າຍຂອງທ່ານ ທຣຳ ໃນ ປະເທດ ຟີລິບປິນ.
ພຸດທະສອນ ມີລາຍລະອຽດ ຂອງເລື່ອງນີ້ມາສະເໜີທ່ານໃນ ອັນດັບຕໍ່ໄປ.

ພວກປະທ້ວງໄດ້ປະທະກັບຕຳຫຼວດປາບປາມຈະລາຈົນຢູ່ ນະຄອນຫຼວງ ມະນີລາ ແລະ
ຈູດຮູບຈຳລອງຂອງທ່ານ ດໍໂນລ ທຣຳ ໃນວັນຈັນວານນີ້ ໃນຂະນະທີ່ຜູ້ນຳ ສະຫະລັດ
ໄດ້ພົບປະກັບປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣິໂກ ດູເຕີເຕ ນອກກອງປະຊຸມສຸດ
ຍອດຂອງພາກພື້ນ.

ທ່ານ ເຣນາໂຕ ເຣເຢັສ ຈາກພັນທະມິດຮັກຊາດໃໝ່ ກ່າວວ່າ “ພວກເຮົາເຊື່ອວ່າ ກອງ
ປະຊຸມຄັ້ງນີ້ຈະບໍ່ນຳເອົາຜົນປະໂຫຍດຫຍັງມາສູ່ປະຊາຊົນ ຟີລິບປິນ. ໃນທາງກົງກັນ
ຂ້າມ ມັນຈະເຮັດໃຫ້ສະຖານະການສິດທິມະນຸດຮ້າຍແຮງກວ່າເກົ່າ.”

ໃນຫໍປະຊຸມສຸດຍອດນັ້ນ, ທ່ານ ທຣຳ ໄດ້ຫຼີກລ່ຽງບັນຫາສິດທິມະນຸດ, ແຕ່ໄດ້ກ່າວເນັ້ນ
ເຖິງຄວາມສາມະຄີໃນພາກພື້ນ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກເຮົາຢາກໃຫ້ຄູ່ຮ່ວມງານຂອງພວກເຮົາຢູ່
ໃນພາກພື້ນ ມີຄວາມເຂັ້ມແຂງ, ມີອິດສະຫຼະ ແລະ ຈະເລີນຮຸ່ງເຮືອງ, ເປັນຜູ້ຄວບຄຸມ
ໂຊກຊະຕາຂອງເຂົາເຈົ້າເອງ, ແລະ ບໍ່ເປັນບໍລິວານຂອງຜູ້ໃດ. ນີ້ແມ່ນບັນດາກົດເກນ
ທີ່ຢູ່ເບື້ອງຫຼັງຂອງພວກເຮົາ ສຳລັບເຂດອິນໂດ-ປາຊີຟິ ທີ່ເສລີ ແລະ ເປີດກວ້າງ.”

ໄດ້ມີລາຍງານທີ່ມີຄວາມຂັດແຍ້ງກັນ ກ່ຽວກັບວ່າ ທ່ານ ທຣຳ ແລະ ເຈົ້າພາບ ຟີລິບປິນ
ຂອງທ່ານ ໄດ້ເຈລະຈາ ກ່ຽວກັບ ບັນຫາທີ່ລະອຽດອ່ອນ ກ່ຽວກັບ ການຂ້າຄົນໂດຍປາ
ສະຈາກຂະບວນການຍຸຕິທຳ ທີ່ເປັນສ່ວນນຶ່ງໃນສົງຄາມຂອງທ່ານ ດູເຕີເຕ ກັບຢາເສບ
ຕິດ, ເຊິ່ງບັນດາກຸ່ມສິດທິມະນຸດກ່າວວ່າ ແມ່ນອາຊະຍາກຳຕໍ່ມວນມະນຸດ.

ໂຄສົກທຳນຽບຂາວ ທ່ານນາງ ເຊຣາ ຮັກຄາບີ ແຊນເດີສ ກ່າວວ່າ “ບັນຫາສິດທິມະນຸດ
ໄດ້ມີຂຶ້ນໃນເວລາສັ້ນໆ” ໃນຮູບແບບຂອງການຕໍ່ສູ້ຕ້ານຢາເສບຕິດຂອງທ່ານ ດູເຕີເຕ.
ແຕ່ໂຄສົກລັດຖະບານ ຟີລິບປິນ ໄດ້ເວົ້າອອກມາແບບກົງກັນຂ້າມ.

ທ່ານ ແຮຣີ ໂຣກ ໂຄສົກປະທານາທິບໍດີ ຟີລິບປິນ ກ່າວວ່າ “ມັນບໍ່ໄດ້ມີການກ່າວ
ກ່ຽວກັບ ສິດທິມະນຸດ, ບໍ່ໄດ້ມີການກ່າວ ກ່ຽວກັບ ການຂ້າຄົນໂດຍປະສະຈາກຂະ
ບວນການຍຸຕິທຳ, ມັນມີແຕ່ພຽງການປຶກສາຫາລືທີ່ຍາວນານ ກ່ຽວກັບ ສົງຄາມຂອງ
ຟີລິບປິນ ເລື່ອງຢາເສບຕິດ ໂດຍທີ່ປະທານາທິບໍດີ ດູເຕີເຕ ເປັນຜູ້ທຳການອະທິບາຍ
ເປັນສ່ວນໃຫຍ່.”

ເມື່ອນັກຂ່າວຄົນນຶ່ງຖາມຂຶ້ນ ໃນລະຫວ່າງພິທີຖ່າຍຮູບນັ້ນ, ລາວກໍໄດ້ຖືກຂັດຈັງຫວະ
ຢ່າງກະທັນຫັນ.

ລາວຖາມວ່າ “ທ່ານຈະຍົກບັນຫາ ກ່ຽວກັບ ສິດທິມະນຸດຂຶ້ນມາເວົ້າບໍ່?”

ນະໂຍບາຍຂອງທ່ານ ທຣຳ ກ່ຽວກັບ ການຫຼີກລ່ຽງຫົວຂໍ້ທີ່ອຶດອັດໃນສາທາລະນະ,
ເຊັ່ນບັນຫາສິດທິມະນຸດນັ້ນ, ໄດ້ກະຕຸ້ນໃຫ້ເກີດຜົນສະທ້ອນຈາກສື່ສັງຄົມຢ່າງຮຸນແຮງ,
ລວມທັງຈາກຄູ່ແຄ້ນຂອງທ່ານຈາກພັກຣີພັບບລີກັນ ສະມາຊິກສະພາສູງທ່ານ ຈອນ
ແມັກເຄນ, ຜູ້ທີ່ໄດ້ຂຽນຂໍ້ຄວາມໃນ Twitter ວ່າ:

“ແລະ ບັນຫາສິດທິມະນຸດເຫັນໄດ້ຊັດວ່າ ບໍ່ແມ່ນບູລິມະສິດສູງສຸດໃນກອງປະຊຸມຂອງ
ປະທານາທິບໍດີ ສະຫະລັດ ກັບທ່ານ ດູເຕີເຕ ອີກຄັ້ງນຶ່ງ, ນີ້ເປັນເລື່ອງເສົ້າໃຈ.”

ທ່ານ ຈອນ ຊິຟຕັນ ຈາກອົງການສິ້ງຊອມສິດທິມະນຸດ ກ່າວວ່າ “ການບໍ່ສາມາດທີ່ຈະ
ຍົກບັນຫາສິດທິມະນຸດຂຶ້ນມາເວົ້າ ຈະເຮັດໃຫ້ຜູ້ນຳທີ່ກະທຳຜິດ ບໍ່ເກງໃຈຫຼາຍຂຶ້ນ. ດັ່ງ
ທີ່ເຫັນໄດ້ກໍຄື, ລັດຖະບານຕ່າງໆເຊັ່ນ ຫວຽດນາມ ແລະ ກຳປູເຈຍ, ເຂົາເຈົ້າໄດ້ແນມ
ເຫັນການເມີນເສີຍຂອງໂລກ ກ່ຽວກັບ ການຂົ່ມເຫັງປະຊາຊົນຂອງເຂົາເຈົ້າທີ່ເພີ່ມຂຶ້ນ
ແລະ ສິ່ງອື່ນໆ, ແລະ ເຂົາເຈົ້າຍິ່ງມີແຮງກະຕຸ້ນໃຫ້ກະທຳ ສິ່ງດັ່ງກ່າວ ເຮັດໃຫ້ເຂົາເຈົ້າ
ໃຊ້ຄວາມຮຸນແຮງຫຼາຍຂຶ້ນໃນການປາບປາມ.”

ຫຼັງຈາກ 12 ວັນຂອງການສະແດງ ແລະ ພິທີການ, ກອງກຽດຕິຍົດ, ງານຮັບປະທານອາ
ຫານຂອງລັດຖະບານ ແລະ ການຕຳຈອກເຫຼົ້າ ເພື່ອອະນາຄົດທີ່ສົດໃສ່ກວ່າເກົ່າແລ້ວ,
ທ່ານ ທຣຳ ກໍໄດ້ມຸ່ງໜ້າກັບຄືນບ້ານ, ຍົກຍ້ອງຄວາມກ້າວໜ້າ ກ່ຽວກັບບັນຫາ ເກົາຫຼີ
ເໜືອ ແລະ ການຄ້າ, ແຕ່ໄດ້ເຮັດໃຫ້ບັນດານັກວິຈານ ກ່ຽວກັບ ສິດທິມະນຸດໃນລັດຖະ
ບານຂອງທ່ານໄດ້ຮັບຄວາມບໍ່ພໍໃຈ.

XS
SM
MD
LG