ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ປ. ທ​ຣຳ ສ້າງ​ຕັ້ງ ອົງ​ການ ​ດ້ານ​ການ​ເງິນ ເພື່ອ​ການ ​ພັດ​ທະ​ນາສາ​ກົນ ​ຂອງ​ ສ​ຫ​ລ ເພື່ອ​ຮັບ​ມື​ ກັບ​ ຈີນ


ພະ​ນັກ​ງານ​ຄົນ​ນຶ່ງ​ເຮັດ​ວຽກ​ໃນ​ສະ​ຖາ​ນີ​ລົດ​ໄຟ​ເບົາ ທັນ​ສະ​ໄໝ (Light-rail) ຢູ່ນອກ​ນະ​ຄອນຫລວງ Addis Ababa, ໃນ​ເອທິ​ໂອ​ເປຍ (ພາບ​ຖ່າຍ​ໃນ​ວັນ​ທີ 16 ທັນ​ວາ, 2014.
ພະ​ນັກ​ງານ​ຄົນ​ນຶ່ງ​ເຮັດ​ວຽກ​ໃນ​ສະ​ຖາ​ນີ​ລົດ​ໄຟ​ເບົາ ທັນ​ສະ​ໄໝ (Light-rail) ຢູ່ນອກ​ນະ​ຄອນຫລວງ Addis Ababa, ໃນ​ເອທິ​ໂອ​ເປຍ (ພາບ​ຖ່າຍ​ໃນ​ວັນ​ທີ 16 ທັນ​ວາ, 2014.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ລົງ​ນາມ​ໃນ​ຮ່າງ​ກົດ​ ໝາຍເພື່ອ​ສ້າງ​ຕັ້ງ
ອົງ​ການ​ລົງ​ທຶນ​ໃໝ່ ທີ່​ແນ​ໃສ່ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໃຫ້​ເງິນ​ກູ້ຈາກ​ພາກ
ເອກ​ກະ​ຊົນ ຈຳ​ນວນເງິນ 60 ພັນ​ລ້ານ​ໂດ​ລາ ເຂົ້າ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານໂຄງ​ລ່າງ
ໃນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ທັງ​ຫຼາຍ. ບາງຄົນ​ກໍເຫັນ​ວ່າ​ການ​ເອົາ​ບາດ​ກ້າວດັ່ງ​ກ່າວນີ້
ເປັນ​ການ​ປີ້ນ​ກັບ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີຜູ້ທີ່​ທຳ​ການ​ໂຄ​ສະ​ນາ​ຫາ​ສຽງວ່າ “ອາ​ເມ​ຣິ​ກາ
ກ່ອນໝູ່​ໝົດ ຫຼື America First”
ທີ່​ໄດ້​ສະ​ເໜີໃຫ້​ຕັດ​ທຶນ​ຊ່ອຍ​ເຫຼືອ​ນາໆ​ຊາດ. ດັ່ງ​ທີ່
​ນັກ​ຂ່າວປະ​ຈຳ​ທຳ​ນຽບ​ຂາວ Patsy Widakuswara ​ລາຍ​ງານມາ​ວ່າ ການ​ເອົາ​ບາດ​
ກ້າວ​ດັ່ງ​ກ່າວ ກໍແມ່ນ​ເພື່ອຕ້ານຄືນ​ກັບ​ການຂະ​ຫຍາຍ​ອິດ​ທິ​ພົນ​ຂອງຈີນ ໃນ​ອາ​ຟ​ຣິ​ກາ,
ເອ​ເຊຍ ແລະ​ອາ​ເມ​ຣິ​ກາລາ​ຕິນ ຊຶ່ງວັນ​ນະ​ສອນ ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ
​ດັບ​ຕໍ່​ໄປ.

ສະ​ຖາ​ນີ Furi-Lebu ທີ່​ຢູ່ນອກ​ນະ​ຄອນຫລວງ Addis Ababa, ໃນ​ເອທິ​ໂອ​ເປຍ
ເປັນ​ສະ​ຖາ​ນີລົດ​ໄຟ​ຫຼັກຂອງ​ລະ​ບົບ​ລົດ​ໄຟ​ເບົາທັນ​ສະ​ໄໝ (Light-rail) ຂອງ​ປະ​ເທດ
ທີ່​ຕັ້ງ​ຢູ່​ໃນເຂດໃຕ້​ທະ​ເລ​ຊາຍ​ຊາ​ຮາ​ຣາແຫ່ງນັ້ນ. ມັນ​ຊ່ວຍ​ເຊື່ອມ​ຕໍ່​ປະ​ເທດ​ທີ່​ບໍ່​ມີ​ທາງ
​ອອກ​ສູ່​ທະ​ເລນັ້ນ ໃສ່​ກັບທ່າ​ເຮືອ​ຕ່າງໆ ໃນ​ເຂດ​ອ່າວ​ເອ​ເດັນ ແລະ​ທະ​ເລ​ແດງ.

ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງອັນໃຫຍ່​ມະ​ຫາ​ສານ​ນີ້ ແມ່ນ​ໄດ້​ສ້າງ​ຂຶ້ນ​ໂດຍໃຊ້​ທຶນ​ຂອງ​ຈີນ.

ທ່ານ​ແດນ​ນຽລ ຣັນ​ເດ ຈາກ​ສູນ​ກາງ​ສຶກ​ສາ​ດ້ານຍຸດ​ທະ​ສາດ ແລະ​ສາ​ກົນກ່າວ​ວ່າ
“ເມື່ອຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ, ເຈົ້າ​ໜ້າ​ທີ່​ໃນ​ລະ​ດັບ​ສູງໆ ​ຂອງ​ລັດ​ຖະ​ບານ
​ທ່ານ​ທ​ຣຳເດີນ​ທາງ​ໄປ​ຍັງ​ເອ​ເຊຍ, ໃນ​ເວ​ລາ​ທີ່​ພວກ​ເພິ່ນ​ເດີນ​ທາງ​ໄປ​ຍັງ​ພາກ​ອື່ນໆ
ຂອງ​ໂລກ ແລະ​ເຫັນວ່າ​ຈີນ ​ກິນ​ອາ​ຫານ​ທ່ຽງ​ຂອງ​ພວກ​ເຮົາ ໝາຍ​ຄວາມ​ວ່າເອົາ​ສ່ວນ​ແບ່ງຂອງ​ພວກ​ເຮົາ ໄປນັ້ນ, ພວກ​ເພິ່ນ​ກໍ​ຄິດ​ໄວ້​ໃນ​ໃຈ​ວ່າ ພວກ​ເຮົາຈະຕ້ອງ​ເຮັດ​ສິ່ງໃດ
ສິ່ງ​ນຶ່ງ​ແລ້ວ​ຫລະ.”

ແລະ​ພວກ​ເພິ່ນ​ກໍໄດ້ກະ​ທຳ​ການດັ່ງ​ວ່ານັ້ນ.

ໃນ​ເດືອນ​ແລ້ວ​ນີ້ ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ໄດ້​ສ້າງ​ອົງ​ການ​ຊ່ວຍ​ເຫຼືອດ້ານ​ການ
​ພັດ​ທະ​ນາ​ໃໝ່​ຂຶ້ນ​ຢ່າງ​ງຽບໆ ຊຶ່ງ​ເອີ້ນ​ວ່າ ອົງ​ການ​ດ້ານ​ການ​ເງິນເພື່ອ​ການ​ພັດ​ທະ​ນາ
ສາ​ກົນ​ຂອງ​ສະ​ຫະ​ລັດ ຫລື IDFC ໂດຍ​ອີງ​ໃສ່ນິ​ຕິ​ກຳຂອງສອງ​ພັກ​ທີ່​ເອີ້ນ​ວ່າ ກົດ​ໝາຍ​
ໃນ​ການ​ສ້າງ​ສາ ຫລື BUILD Act ນັ້ນ.

ທ່ານ ຈອ​ຈ ອິງກ​ຣາມ (George Ingram) ຈາກ​ສະ​ຖາ​ບັນ​ບ​ຣຸກ​ຄິງ ກ່າວ​ວ່າ “ການທີ່​
ທັງ​ລັດ​ຖະ​ສະ​ພາແລະ​ລັດ​ຖະ​ບານ ທີ່​ມີ​ລັກ​ສະ​ນະເຫັນ​ພ້ອມ​ນຳ​ກັນ​ຈາກ​ສອງພັກ
ໄດ້​ຫລິງເຫັນ​ຄວາມ​ສຳ​ຄັນ​ຂອງ​ການ​ໃຫ້​ເງິນ​ທຶນດ້ານການ​ພັດ​ທະ​ນາແກ່​ສະ​ຫະ​ລັດ
ເພື່ອສົ່ງ​ເສີມ​ການ​ພັດ​ທະ​ນາ​ຢູ່​ໃນ​ທົ່ວ​ໂລກນັ້ນ ແມ່ນ​ເລື້ອງ​ສຳ​ຄັນຫລາຍສົມ​ຄວນ.”


ມັນ​ເປັນ​ການ​ປີ້ນ​ພໍ​ສົມ​ຄວນ ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ​ຢາກ​ຈະ​ຕັດ​ການ​ຊ່ອຍ​ເຫຼືອ​ຕ່າງ
​ປະ​ເທດ​ລົງ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນ​ການ​ທີ່​ກວ້າງກວ່າ ໃນ​ການ​ຫັນ​ປ່ຽນວິ​ທີ​ການ​ທີ່
ວໍ​ຊິງ​ຕັນ ພົວ​ພັນກັບ​ໂລກ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້ຖະ​ແຫຼງ ຢູ່ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ຂອງ​ອົງ​ການ
​ສະ​ຫະ​ປະ​ຊາ​ຊາດວ່າ “ພວກ​ເຮົາ​ປະ​ຕິ​ເສດ​ບໍ່​ຮັບ​ຮູ້ອຸ​ດົມ​ການເລື້ອງໂລກາ​ພິ​ວັດ.”

ອົງ​ການ​ໃໝ່​ນີ້ຈະສ້າງ​ຂຶ້ນ​ມາ​ແທນ​ໂອ​ປິກ (OPIC) ຫລື Overseas Private
Investment Corporation ໂດຍເຮັດ​ໃຫ້​ອົງ​ການ​ດັ່ງ​ກ່າວ​ສາ​ມາ​ດມີ​ອຳ​ນາດ​ຫຼາຍ
ກວ່າ ແລະ​ມີ​ເງິນທຶນເພີ້ມຂຶ້ນ. ທ່ານ​ທ​ຣຳ ແລະ​ສະ​ມາ​ຊິກພັກ​ຣີ​ພັບ​ບ​ລິ​ກັນ ບາງ​ທ່ານ
ໃນ​ເມື່ອ​ກ່ອນ​ຢາກ​ຈະເຮັດໃຫ້ OPIC ໝົດ​ໄປ ໂດຍ​ບໍ່​ເຊື່ອ​ວ່າ ການອຳ​ນວຍ​ໃຫ້​ມີ​
ເງິນ​ກູ້ແກ່​ບໍ​ລິ​ສັດຕ່າງໆ​ທີ່​ເຮັດ​ທຸ​ລະ​ກິດຢູ່​ໃນ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ນັ້ນ
ແມ່ນ​ເປັນວິ​ທີ​ການ​ໃຊ້ແຫຼ່ງເງິນ​ທຶນ​ຂອງລັດ​ຖະ​ບານ ທີ່​ດີ.

ແຕ່​ພວກ​ເຂົາ​ເຈົ້າ​ແມ່ນ​ປະ​ເຊີນ​ກັບ​ໂຄງ​ການ “ນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ
ຫຼື One Belt On Road”
ຊຶ່ງ​ເປັນ​ການ​ລົງ​ທຶນ​ຂອງ​ຈີນຫຼາຍກວ່າ ນຶ່ງ​ພັ​ນ​ຕື້ໂດ​ລາ
ເຂົ້າ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ຢູ່​ໃນ​ທົ່ວ​ໂລກ.

ມັນ​ໄດ້​ເພີ້ມ​ຄວາມ​ເຂັ້ມ​ແຂງໃຫ້​ຈີນ ໃນ​ທາງ​ພູມ​ສາດ​ການ​ເມືອງ, ແຕ່​ວ່າ ​ມີ​ສັນ​ຍານ
ເຕືອນ​ໃຫ້​ຮູ້​ວ່າ ​ມັນ​ຈະ​ເປັນບັນ​ຫາ ໃຫ້ແກ່​ພວກ​ທີ່​ໄດ້ຮັບ​ທຶນກູ້​ຢືມນັ້ນ.

ທ່ານ​ ຣັນ​ເດ ກ່າວເພີ້ມ​ວ່າ “ຈີນ ແມ່ນ​ກຳ​ລັງກ້າວ​ໄປ​ສູ່​ການ​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ​
ດ້ານການ​ເງິນ ໃນ​ທົ່ວ​ໂລກ. ​ມີ​ການ​ໂອ້​ລົມ​ສົນ​ທະ​ນາກັນ​ໃນ​ລະ​ດັບ​ໂລກທີ່ກວ້າງ
​ຂຶ້ນ ໃນ​ທຸກ​ມື້​ນີ້ ກ່ຽວ​ກັບຄວາມ​ຍືນ​ຍົງ​ຂອງ​ໜີ້​ສິນ, ຍ້ອນ​ວ່າ​ພວກ​ເຂົາ​ເຈົ້າ​ໃຫ້​
ເງິນ​ກູ້​ແບບ​ງ່າຍໆ ໃນເງື່ອນ​ໄຂ​ທີ່​ເປັນ​ຕາ​ຫົວ ທີ່​ບໍ່ຈຳ​ເປັນ​ຕ້ອງ​ມີຄວາມ​ໂປ່ງ​ໃສ
ຫຼື​ ປະ​ຕິ​ບັດຕາມກົດສາ​ກົນ​ອັ​ນໃດເລີຍ.”

ປັກ​ກິ່ງໄດ້​ປະ​ຕິ​ເສດຕໍ່ການ​ກ່າວ​ຫາ​ທີ່​ວ່າ ການໃຫ້​ກູ້​ເງິນ​ຂອງ​ປະ​ເທດ​ດັ່ງ​ກ່າວໃນ​ທີ່​ສຸດ
ກໍ​ຄືສ້າງກັບ​ດັກ​ທາງ​ໜີ້​ສິນໃຫ້​ແກ່​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາທັງ​ຫລາຍ.

ດ້ວຍ​ເງິນພຽງ 60 ຕື້​ໂດ​ລາ, ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ຈະ​ບໍ່ພຽງ​ພໍທີ່​ຈະ​ຊ່ວຍ​ໃຫ້ IDFC
ໃໝ່​ນີ້ ປະ​ເຊີນ​ໜ້າ​ກັນ​ກັບ​ການ​ລົງ​ທຶນ​ຂອງ​ຈີນໃນ​ທົ່​ວໂລກ, ແຕ່​ວ່າ ​ມີ​ອິດ​ທິ​ພົນ​ຂອງ
ກອງ​ທຶນດັ່ງ​ກ່າວ​ນີ້ ສາ​ມາດ​ທີ່ຈະ​ຂະ​ຫຍາຍຂຶ້ນ ​ໂດຍ​ການເປັນ​ພາ​ຄີກັບອົງ​ການໃຫ້​ການ​
ກູ້​ຢືມ​ນາໆ​ຊາດ ອື່ນໆອີກ.

ທ່ານອິງກ​ຣາມ ກ່າວມ້ວນ​ທ້າຍວ່າ “ຝ​ຣັ່ງ, ອັງ​ກິດ, ບັນ​ດາ​ປະ​ເທດ​ແຖບສ​ະແກນ​ດິ
​ເນ​ເວຍ, ພວກ​ເຂົາ​ເຈົ້າລ້ວນ​ແຕ່​ມີອົງ​ການ​ທີ່​ຄ້າຍ​ຄື​ກັນ​ນີ້. ແລະ​ປັດ​ຈຸ​ບັນ​ນີ້ອົງ​ການ
IDFC ແມ່ນ​ມີ​ສິດ​ໃນ​ການ​ໃຫ້​ເງິນ​ກູ້​ຢືມ, ໜ່ວຍງານ​ໃໝ່ ດັ່ງ​ກ່າວນີ້ ​ຈະ​ສາ​ມາດ
ເປັນ​ຄູ່​ພາ​ຄີຂອງ​ອົງ​ການອື່ນໆ ຢ່າງ​ມີ​ປະ​ສິດ​ທິ​ຜົນ ຫຼາຍກວ່າອົງ​ການ OPIC
ສາ​ມາດ​ເຮັດ​ໄດ້ນັ້ນ ​ຫລາຍ.”

ແລະ​ສຳ​ລັບ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ນ​ທັງ​ຫຼາຍ ໃນທະ​ວີບ​ອາ​ຟ​ຣິ​ກາ, ເອ​ເຊຍ
ແລະ​ອາ​ເມ​ຣິ​ກາລາ​ຕິນ ທີ່​ສາ​ມາດໄດ້​ຮັບ​ເປັນ​ຜົນ​ປະ​ໂຫຍດ ຈາກ​ການ​ລົງ​ທຶນ​ຂອງ​
ສະ​ຫະລັດ​ເພີ້ມ​ຂຶ້ນ, ແມ່ນ​ເປັນ​ບາດ​ກ້າວທີ່​ດຳ​ເນີນ​ໄປ​ໃນ​ທິດທາງ​ທີ່​ຖືກ​ຕ້ອງ​ແລ້ວ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ

President Trump has signed a bill establishing a new foreign investment agency that aims to facilitate $60 billion of private lending for infrastructure projects in developing nations. Some see this as a reversal for a president who campaigned on an "America First" strategy that proposed slashing funding for international assistance. As White House Correspondent Patsy Widakuswara reports, the move was done to counter China's growing influence in Africa, Asia and Latin America.

The Furi-Lebu station outside of Addis Ababa, Ethiopia, is a main stop in the first modern light-rail system of sub-Saharan Africa. It connects the landlocked country to maritime ports in the Gulf of Aden and the Red Sea.

The massive infrastructure project was built with Chinese funding.

DANIEL RUNDE, CENTER FOR STRATEGIC AND INTERNATIONAL STUDIES
"When the Trump administration, very senior people in the Trump administration travel to Asia, when they travel to other parts of the world and saw that China was eating our lunch (taking our share), they thought to themselves, we have to do something."

And they did.

Last month the Trump administration quietly created a new development assistance entity, the U.S. International Development Finance Corporation, or IDFC, based on bipartisan legislation called the BUILD Act.

GEORGE INGRAM, BROOKINGS INSTITUTION
"It's quite significant that the Congress and the administration in a bipartisan manner have recognized the importance of development finance to U.S. promoting development around the world."

It's quite a reversal for a president who wanted to slash foreign aid as part of a broader plan to change how Washington engages with the world.

PRESIDENT DONALD TRUMP
"We reject the ideology of globalism."

The new agency will replace OPIC, the Overseas Private Investment Corporation, giving it bigger authority and more funds. Trump and some Republicans had previously wanted to end OPIC, skeptical that facilitating loans for companies doing business in developing countries is a good use of government resources.

But they are faced with "One Belt One Road"; over a trillion dollars of Chinese investment in infrastructure projects around the world.

It has strengthened Beijing geopolitically, but there are also signs of trouble for the recipients.

DANIEL RUNDE, CENTER FOR STRATEGIC AND INTERNATIONAL STUDIES
"China is on its way to being the drug dealer of international finance. // There's a much larger global conversation today about debt sustainability, because they are offering easy money on funny terms that aren't really necessarily transparent or follow a kind of international norms."

Beijing has rejected accusations that its loans end up creating a debt trap for developing countries.

With only 60 billion dollars, analysts say the new IDFC will not be enough to counter Chinese investments around the world, but its influence can be magnified by partnering with other international lending organizations.

GEORGE INGRAM, BROOKINGS INSTITUTION
"The French, the British, the Scandinavians, they all have similar organizations. And now that the IDFC has equity authority, this new entity will be able to be a much more effective partner than OPIC could be."

And for developing countries in Africa, Asia and Latin America that can benefit from more American investments, it's a step in the right direction.

XS
SM
MD
LG