ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄຳຖະແຫຼງ ຂອງທ່ານ Trump ທີ່ຈະຖອນ ກຳລັງ ສຫລ ຈາກເອເຊຍ ພາໃຫ້ ມີຄວາມກັງວົນ


ຜູ້ຖືກ​ສະ​ເໜີ​ໃຫ້ເປັນ​ຜູ້ສະໝັກປະທານາທິບໍດີ​ສະຫະ​ລັດພັກຣີພັບ
ລິ​ກັນ ທ່ານ ​ Donald Trump.
ຜູ້ຖືກ​ສະ​ເໜີ​ໃຫ້ເປັນ​ຜູ້ສະໝັກປະທານາທິບໍດີ​ສະຫະ​ລັດພັກຣີພັບ ລິ​ກັນ ທ່ານ ​ Donald Trump.

ໄດ້​ມີ​ການສະ​ແດງ​ຄວາມຕື່ນ​ຕົກ​ໃຈ ​ຫລັງ​ຈາກການ​ໃຫ້​ຄວາມ​ເຫັນ​ເທື່ອ​ຫລ້າ​ສຸດ ຂອງ​ຜູ້ ຖືກ​ສະ​ເໜີ​ໃຫ້ເປັນ​ຜູ້ສະໝັກປະທານາທິບໍດີ​ສະຫະ​ລັດຂອງພັກຣີພັບລິ​ກັນ ທີ່​ໄດ້​ຕັ້ງຄຳ ຖາມ ​ກ່ຽວກັບຄວາມ​ຈຳເປັນ ທີ່​ຈະ​ຮັກສາ​ກຳລັງທະຫານ​ສະຫະລັດ​ເກືອບ 80,000 ​ຄົນ ຢູ່​ຕາ​ເວັນ​ອອກສຽງ​ເໜືອ​ເອ​ເຊຍ.

​ໃນ​ການໃຫ້​ສຳພາດ​ແກ່ໜັງ​ສື​ພິມ New York Times ນັ້ນ ທ່ານ Donald Trump ກ່າວ​ວ່າ ການ​ມີໜ້າ​ຂອງ​ກຳລັງ​ທະຫານ​ສະຫະລັດ​ໃນ​ເກົາຫລີ​ໃຕ້ “ບໍ່​ໄດ້ຄໍ້າ​ປະ​ກັນ​ວ່າ​ ພວກ​ເຮົາ​ຈະ​ມີ​ສັນຕິພາບ” ຢູ່ໃນ​ແຫຼມ​ເກົາຫລີ ​ແລະ​ທ່ານ​ໄດ້​ຕັ້ງຄຳຖາມວ່າ “​ແມ່ນ​ຫຍັງ​ທີ່​ພວກ​ເຮົາ ຈະ​ໄດ້​ຮັບ ເພື່ອເປັນການຕອບແທນ” ​ຈາກການມີ​ກອງ​ທະຫານ ​ເຮືອບິນ ​ກຳ​ປັ່ນ ​ແລະ​ຖານ​ທັບ​ຕ່າງໆ​ຢູ່​ໃນ​ຍີ່ປຸ່ນ.

ສະຫະລັດເປັນພັນ​ທະ​ມິດ​ມາເປັນເວລາດົນ​ນານ​ກັບ ຍີ່ປຸ່ນ ​ແລະ​ເກົາຫລີ​ໃຕ້​ໃນ​ການ​ປ້ອງ​ກັນເຂົາ​ເຈົ້າ ​ຖ້າ​ຫາກ​ເຂົາ​ເຈົ້າຖືກ​ໂຈມ​ຕີ ​ແລະອົງປະກອບ​ທີ່​ສຳຄັນ​ໃນ​ນະ​ໂຍບາຍຕ່າງປະ​ເທດຂອງ​ລັດຖະບານ​ Obama ແມ່ນຍຸດທະສາດໃນການຫັນໄປສູ່ເຂດ​ເອ​ເຊຍ ທີ່​ທ່ານ Trump ຊຶ່ງປາກົດວ່າ ມີ​ຄວາມຕ້ອງການຢາກຈະ ຕ່າວປີ້ນນັ້ນ.

“ມັນ​ເປັນ​ການ​ຕື່ນ​ຕົກໃຈທີ່​ສຸດ​ສຳລັບທ່ານ” ທີ່​ໄດ້ຍິນ​ຜູ້​ສະ​ເໜີຊື່ໃຫ້ເປັນຜູ້ສະໝັກປະທາ ນາທິບໍດີ​ຢູ່ໃນ​ພັກ​ການ​ເມືອງສຳຄັນກ່າວ​ໃນ​ສິ່ງ​ເຫລົ່າ​ນີ້ ນັ້ນຄືຄຳເວົ້າຂອງ ອະດີດ​ຮອງ​ປະ​ທາ​ນາ​ທິບໍດີ Walter Mondale ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ ຜູ້​ທີ່​ເຄີຍຮັບໜ້າທີ່​ເປັນເອກ
ອັກ ຄະ​ລັດຖະທູດ​ສະຫະລັດປະຈຳ​ຍີ່ປຸ່ນ​ແຕ່​ປີ 1993 ຫາ​ປີ 1996 ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ. “​ມັນ​ເປັນເວລາ​ໃນການຕື່ນ​ຕົກ​ໃຈ​ທີ່​ສຸດ​ໃນປະຫວັດສາດ​ອາ​ເມຣິກັນ.”

ທະຫານສະຫະລັດ ແລະເກົາຫລີໃຕ້ ຖ່າຍຮູບຮ່ວມກັນຢູ່ເທິງຂົວລອຍ ຂ້າມແມ່ນໍ້າ Hantan ລະຫວ່າງການຊ້ອມລົບຮ່ວມ.
ທະຫານສະຫະລັດ ແລະເກົາຫລີໃຕ້ ຖ່າຍຮູບຮ່ວມກັນຢູ່ເທິງຂົວລອຍ ຂ້າມແມ່ນໍ້າ Hantan ລະຫວ່າງການຊ້ອມລົບຮ່ວມ.

ທ່ານ Trump ​ໃນ​ການໃຫ້​ສຳ​ພາດແກ່​ໜັງສືພິມ New York Times ຍັງ​ກ່າວ​ອີກ​ວ່າ “ບາງ​ທີ່​ທ່ານ​ອາດ​ຈະ​ມີ ​ການ​ທ້ອນໂຮມ​ເກົາຫລີ” ຖ້າ​ຫາກ​ກຳລັງ​ທະຫານ ສະຫະລັດ ​ໄດ້​ຖອນ​ອອກ​ຈາກ​ແຫລມ​ເກົາຫລີ​ ຫລັງ​ຈາກ​ປີ 1953 ຊຶ່ງ​ໄດ້​ມີ​ການ​ສະຫງົບ​ເສິກ​ຢຸດ​ການ​ນອງ​ເລືອດ ​ແລະ​ຄວາມເສຍ​ຫາຍ​ຮ້າຍ​ແຮງຈາກ​ສົງຄາມ​ເປັນ​ເວລາ​ສາມ​ປີ.

ການທົດລອງຍິງ ລະບົບປ້ອງກັນລູກສອນໄຟ THAAD ຂອງສະຫະລັດ
ການທົດລອງຍິງ ລະບົບປ້ອງກັນລູກສອນໄຟ THAAD ຂອງສະຫະລັດ

“ມັນ​ເປັນ​ການ​ໂງ່ເງົ່າທີ່​ໄດ້​ຄິດ​ວ່າ ພວກ​ເຮົາ​ຄວນ​ອອກ​ຈາກ​ທີ່​ນັ້ນ ​ແລະ​ປະ​ເທດ​ດັ່ງກ່າວ ອາດ​ທ້ອນ​ໂຮມ​ເຂົ້າ​ກັນ​.” ນາຍພົນ​ເບ້ຍ​ບຳນານ John Wickham Jr. ​ທີ່​ໄດ້​ບັງຄັບ​ບັນຊາ​ກຳລັງ​ທະຫານສະຫະລັດ​ໃນ​ເກົາຫຼີແຕ່​ປີ 1979 ຫາ​ປີ 1982 ກ່າວ​ວ່າ “ມັນ​ອາດ​ໄດ້​ທ້ອນ​ໂຮມກັນ​ໂດຍ​ສົງຄາມ ​ແລະ​ມັນ​ອາດ​ເປັນລັດ​ບໍລິ​ວານ​ຂອງ​ຈີນ”

ນາຍ​ພົນ Wickham ​ກ່າວ​ຕໍ່ ວີ​ໂອເອວ່າ ​ໃນ​ຂະນະ​ທີ່​ທ່ານ​ເປັນ​ຜູ້​ບັງຄັບ​ບັນ ຊາຢູ່​ແຫລມ​ເກົາຫລີ ​ໃນ​ເວ​ລາ​ທີ່ມີ​ການ​ລອບ​ສັງຫານ​ ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ Park Chung-hee “​ເກົາຫລີ​ເໜືອ​ໄດ້​ວາງ​ແຜນໂຈ​ມຕີ​ເກົາຫລີ​ໃຕ້​ອີກ. ​ໂຊກ​ດີ​ທີ່​ພວກ​ເຮົາ​ສາມາດ​ສະກັດ​ກັ້ນການ​ໂຈ​ມຕີ​ດັ່ງກ່າວ​ ທີ່ເຮັດ​ໃຫ້​ເກົາ​ຫລີຍັງ ​ເປັນ​ປະ​ເທດ​ທີ່​ເສລີ​ຢູ່.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG