ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທ​ຣຳ ຮຽກ​ຮ້ອງ​ໃຫ້ ອົງ​ການການ​ຄ້າ​ໂລກ ຢຸດເຊົາ ​ການ​ໃຫ້ຖາ​ນະ​ ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ຕໍ່ຈີນ


ປະ​ທາ​ນາ​ທິບ​ໍ​ດີ​ດໍ​ໂນ​ລ ທ​ຣຳ ກຳ​ລັງ​ອອກ​ເດີນ​ທາງ ຫຼັງ​ຖະ​ແຫຼງ​​​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ທຳ​ນຽບຂາວ ນະ​ຄອນ​ຫຼ​ວງ​ ວໍ​ຊິງ​ຕັນ ວັນ​ທີ 17 ກໍ​ລະ​ກົດ 2019.
ປະ​ທາ​ນາ​ທິບ​ໍ​ດີ​ດໍ​ໂນ​ລ ທ​ຣຳ ກຳ​ລັງ​ອອກ​ເດີນ​ທາງ ຫຼັງ​ຖະ​ແຫຼງ​​​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ທຳ​ນຽບຂາວ ນະ​ຄອນ​ຫຼ​ວງ​ ວໍ​ຊິງ​ຕັນ ວັນ​ທີ 17 ກໍ​ລະ​ກົດ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກຳ​ລັງ​ກົດ​ດັນ​ໃຫ້​ອົງ​ການ ການ​ຄ້າ​ໂລກ
ຫຼື WTO ຢຸດເຊົາ​ລະ​ບຸ​ວ່າຈີນ ແລະ​ປະ​ເທດ​ອື່ນໆ ເປັນ “ປະ​ເທດທີ່​ກຳ​ລັງ​ພັດ​ທະ​ນາ”
ຊຶ່ງ​ເປັນ​ການ​ຕິດ​ປ້າຍ​ອະ​ນຸ​ຍາດ​ໃຫ້ພວກ​ເ​ຂົາ​ເຈົ້າໄດ້​ຮັບ​ການ​ຜ່ອນ​ຜັນ​ເປັນ​ພິ​ເສດ ພາຍ
​ໃຕ້​ກົດ​ລະ​ບຽບ​ການ​ຄ້າ​ຂອງ​ໂລກ.

ຢູ່​ໃນ​ບັນ​ທຶກ​ສະ​ບັບ​ນຶ່ງ ໃນ​ວັນ​ສຸກວານ​ນີ້ ປະ​ທາ​ນາ​ທິບໍດີ​ທ​ຣຳ ໄດ້ສັ່ງ​ໃຫ້​ຜູ້​ຕາງ​ໜ້າ
ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທ່ານໂຣ​ເບີດ ໄລໄທ​ເຊີ​ “ໃຊ້​ວິ​ທີ​ການ​ທັງ​ໝົດ” ເພື່ອ​
ເຮັດ​ໃຫ້ອົງ​ການ WTO ຢຸດ​ການກ່າວ​ເຖິງບັນ​ດາ​ປະ​ເທດ​ຕ່າງໆ​ວ່າ ເປັນ “ປະ​ເທດ​ທີ່
​ກຳ​ລັງ​ພັດ​ທະ​ນາ” ຖ້າ​ຫາກ​ວ່າ​ເສດ​ຖະ​ກິດ​ເຂົາ​ເຈົ້າ​ເຂັ້ມ​ແຂງ.

ທ່ານ​ກ່າວ​ວ່າ ​ອົງ​ການ WTO ໄດ້ໃຊ້ “ການ​ແບ່ງ​ແຍກລະ​ຫວ່າງ​ບັນ​ດາ​ປະ​ເທດ​ພັດ​
ທະ​ນາ​ແລ້ວ ແລະ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ທີ່​ລ້າ​ສະ​ໄໝ ຊຶ່ງ​ໄດ້​ອະ​ນຸ​ຍາດ​ໃຫ້​ສະ
​ມາ​ຊິກອົງ​ການ WTO ຈຳ​ນວນ​ນຶ່ງ​ ໄດ້​ປຽບ​ແບບບໍ່​ຍຸ​ຕິ​ທຳ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ວ່າ ຖ້າ​ຫາກ​ສະ​ຫະ​ລັດ ​ຕັດ​ສິນ​ໃຈ​ວ່າ ອົງ​ການ WTO ຍັງ​
ບໍ່​ໄດ້​ເຮັດ “ຄວາມ​ກ້າວ​ໜ້າ​ທີ່​ສົມ​ຄວນ” ຫຼັງ​ຈາກ 90 ມື້ແລ້ວຕົນກໍ​ຈະ​ດຳ​ເນີນການ​ຕາມ
​ລຳ​ພັງ ​ຢຸດ​ເຊົາ​ປະ​ຕິ​ບັດ​ຕໍ່​ປະ​ເທດ​ເຫລົ່າ​ນັ້ນ​ວ່າ ເປັນ​ປະ​ເທດ​ທີ່​ກຳ​ລັງ ພັດ​ທ​ະ​ນາ.

ຖະ​ແຫຼງ​ການ​ໃຫ້​ຂໍ້​ສັງ​ເກດວ່າ ​ເຈັດ​ໃນ​ຈຳ​ນວນ 10 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດຮັ່ງ​ມີທີ່​ສຸດ​
ໃນ​ໂລກ ຮວມ​ທັງ​ຈີນ ອ້າງ​ເອົາຖາ​ນະເປັນປະ​ເທດ​ທີ່​ກຳ​ລັງ​ພັ​ດ​ທະ​ນາ​ຢູ່ໃນ​ອົງ​ການ
WTO.

​ຖາ​ນະ​ດັ່ງ​ກ່າວ​ອະ​ນຸ​ຍາດ​ໃຫ້​ບັ​ນ​ດາ​ລັດ​ຖະ​ບານ​ເຫລົ່າ​ນີ້​ສາ​ມາດ​ປົກ​ປ້ອງອຸດ​ສະ​ຫະ​
ກຳ​ພ​າຍ​ໃນຈຳ​ນວນ​ນຶ່ງ ແລະ​ສືບ​ຕໍ່​ໃຫ້​ເງິນ​ຊ່ວຍ​ເຫຼືອ​ເກື້ອກູນ ພ້ອມ​ທັງ​ທີ່​ຈ​ະໄດ້​ຮັບ
​ເວ​ລາ​ຈຳ​ກັດ​ທີ່ຍາວ​ອອກ​ໄປ ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຄວາມ​ໝັ້ນ​ໝາຍ​ທາງ​ດ້ານ
ການ​ຄ້າ.

ໃນ​ການ​ສົ່ງ​ຂໍ້ຄວາມທາງ​ທວິດ​ເຕີ​ໃນ​ວັນ​ສຸກວານ​ນີ້ ທ່ານ​ທ​ຣຳກ່າວ​ວ່າ “ອົງ​ການ
WTO ບໍ່​ປະ​ຕິ​ບັດ​ຕາມ​ໜ້າ​ທີ່ ເວ​ລາ​ບັນ​ດາ​ປະ​ເທດ​ທີ່​ຮັ່ງ​ມີ​ທີ່​ສຸດໃນ​ໂລກ​ອ້າງວ່າຕົນ
ເປັນປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ເພື່ອ​ຫຼີກ​ລ່ຽງ​ກົດ​ລະ​ບຽບ​ຂອງ​ອົງ​ການ WTO ແລະ​
ໄດ້​ຮັບ​ການ​ເບິ່ງ​ແຍງ​ເປັນ​ພິ​ເສດ. ບໍ່​ມີ​ອີກ​ແລ້ວ!!!. ມື້​ນີ້ ຂ້າ​ພະ​ຈົ້າສັ່ງ​ໃຫ້​ຜູ້ຕາງ​ໜ້າ
ທາງ​ດ້​ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ເອົາ​ບາດ​ກ້າວ​ເພື່ອ​ວ່າ​ບັນ​ດາ​ປະ​ເທດ​ຕ່າງໆ​ຢຸດ​
ເຊົາ​ຂີ້​ຕົວະຕໍ່​ລະ​ບົບ​ທີ່​ເອົາ​ປຽບສະ​ຫະ​ລັດ.”

ຢູ່​ໃນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ຄ້າ ອີກອັນນຶ່ງ ໃນ​ວັນ​ສຸກວານ​ນີ້ ທ່ານ​ທ​ຣຳ​ໄດ້
​ປະ​ກາດ​ທີ່​ຈະ​ຕອບ​ໂຕ້ຕໍ່​ຝ​ຣັ່ງ ທີ່ວ​າງ​ມາດ​ຕະ​ການ​ເກັບ​ພາ​ສີ​ຕໍ່​ບໍ​ລິ​ສັດ​ຍັກ​ໃຫຍ່ ເທັກ
​ໂນ​ໂລ​ຈີຂອງສະ​ຫະ​ລັດ ​ໂດຍ​ໃຫ້​ຮອງ​ຮອຍ​ວ່າ​ ສະ​ຫະ​ລັດ​ອາດຈະ​ເກັບ​ພາ​ສີ​ເຫລົ້າ​
ແ​ວັງຂອງຝ​ຣັ່ງ.


U.S. President Donald Trump is pressing the World Trade Organization to stop designating China and other countries as "developing" nations, a label that allows them to receive lenient treatment under global trade rules.

In a memo Friday, Trump directed U.S. Trade Representative Robert Lighthizer to "use all available means'' to get the WTO to stop describing countries as "developing" if their economies are strong.

He said the WTO uses "an outdated dichotomy between developed and developing countries that has allowed some WTO members to gain unfair advantages."

Trump said that if the United States decides the WTO has not made "substantial progress" after 90 days, it will unilaterally stop treating those nations as developing countries.

The statement notes that seven of the 10 wealthiest economies in the world, including China, claim developing country status with the WTO. The status allows governments the ability to protect some domestic industries and maintain subsidies, as well as to receive longer time limits to implement trade commitments.

In a tweet Friday, Trump said the "WTO is BROKEN when the world's RICHEST countries claim to be developing countries to avoid WTO rules and get special treatment. NO more!!! Today I directed the U.S. Trade Representative to take action so that countries stop CHEATING the system at the expense of the USA!''

In another trade development Friday, Trump vowed to retaliate against France for imposing a tax against U.S. tech giants, hinting that the United States could adopt tariffs on French wine.

"France just put a digital tax on our great American technology companies," Trump tweeted, referring to France's announcement that it will tax tech giants, including Google, Amazon, Facebook and Apple.

"If anybody taxes them, it should be their home Country, the USA. We will announce a substantial reciprocal action on Macron's foolishness shortly," Trump tweeted, referring to French President Emmanuel Macron.

"I've always said American wine is better than French wine!" he added.

The French tax targets companies that use consumer data to sell online advertising. Britain has announced plans for a similar tax.

Deputy White House spokesman Judd Deere said Friday Washington was "extremely disappointed by France's decision to adopt a digital services tax at the expense of US companies and workers."

XS
SM
MD
LG