ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ແລະ ທ່ານ ໄບດັນ ເຕົ້າໂຮມ ຜູ້ສະໜັບສະໜູນ, ຕາມຫາຜູ້ລົງຄະແນນສຽງ ທີ່ຍັງຕັດສິນໃຈບໍ່ໄດ້


ປະທານາທິບໍດີ ດໍໂນລ ທຣຳ ກັບ ທ່ານ ໂຈ ໄບເດັນ ໃຫ້ຄຳເຫັນໃນການໂຕ້ວາທີຄັ້ງທຳອິດ. ມະຫາວິທະຍາໄລ Case Western ແລະ Cleveland Clinic, ນະຄອນ ຄລີຟແລນ, ລັດ ໂອໄຮໂອ. 29 ກັນຍາ, 2020.
ປະທານາທິບໍດີ ດໍໂນລ ທຣຳ ກັບ ທ່ານ ໂຈ ໄບເດັນ ໃຫ້ຄຳເຫັນໃນການໂຕ້ວາທີຄັ້ງທຳອິດ. ມະຫາວິທະຍາໄລ Case Western ແລະ Cleveland Clinic, ນະຄອນ ຄລີຟແລນ, ລັດ ໂອໄຮໂອ. 29 ກັນຍາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ, ຜູ້ທ້າຊິງຂອງທ່ານຈາກພັກເດໂມແຄຣັດ,​ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ແລະ ຄູ່ຮ່ວມແຂ່ງຂັນຂອງພວກເພິ່ນ ໄດ້ໃຊ້ເວລາໃນວັນອາທິດວານນີ້ເພື່ອສ້າງຄວາມຕື່ນເຕັ້ນຕໍ່ຜູ້ສະໜັບສະໜູນຂອງເຂົາເຈົ້າ ແລະ ດຶງ ດູດເອົາຜູ້ລົງຄະແນນສຽງທີ່ຍັງຕັດສິນໃຈບໍ່ໄດ້ທີ່ຍັງເຫຼືອຢູ່ຈຳນວນສຸດທ້າຍ, 9 ວັນກ່ອນການເລືອກຕັ້ງແຫ່ງຊາດໃນວັນທີ 3 ພະຈິກນີ້.

ທ່ານ ທຣຳ ໄດ້ມຸ່ງໜ້າໄປຈັດການຊຸມນຸມໃນລັດ ນິວ ແຮມເຊີ ແລະ ເມນ ທາງພາກຕາເວັນອອກສຽງເໜືອຂອງປະເທດ, ເຊິ່ງຄະແນນສຽງຈຳນວນນ້ອຍຂອງຜູ້ແທນການເລືອກຕັ້ງປະທານາທິບໍດີ ອາດພິສູດໃຫ້ເຫັນວ່າມີຄວາມສຳຄັນ ໃນການເລືອກຕັ້ງທີ່ສູສີກັນນີ້. ທ່ານ ແລະ ທ່ານ ໄບເດັນ ໄດ້ສືບຕໍ່ການຄົ້ນຫາຂອງພວກເພິ່ນ ສຳລັບຄະແນນສຽງສ່ວນຫຼາຍ 270 ຄະແນນໃນກຸ່ມຂອງຜູ້ເລືອກ ຕັ້ງປະທານາທິບໍດີຂອງປະເທດທີ່ມີສະມາຊິກທັງໝົດ 538 ຄົນ, ເຊິ່ງຜົນ ທີ່ອອກມາແມ່ນຈະຖືກພິ ຈາລະນາໂດຍຜູ້ຊະນະເລີດໃນລັດຕໍ່ລັດ, ບໍ່ແມ່ນການລົງຄະແນນສຽງຂອງປະຊາຊົນທົ່ວປະເທດ.

ທ່ານ ທຣຳ ໄດ້ຜ່າຍແພ້ໃນລັດ ນິວ ແຮມເຊີ ຢ່າງຫວຸດວິດ ແລະ ສີ່ຄະແນນ ສຽງຈາກຜູ້ແທນຂອງເຂົາເຈົ້າໃຫ້ທ່ານນາງ ຮິລລາຣີ ຄລິນຕັນ ສັງກັດພັກເດໂມແຄຣັດ ໃນປີ 2016 ແລະ ອີງຕາມການຢັ່ງຫາງສຽງທົ່ວລັດນັ້ນ, ທ່ານນຳຫຼັງທ່ານ ໄບເດັນ ຫຼາຍກວ່າ 11 ເປີເຊັນ.

ແຕ່ທ່ານ ທຣຳ ໄດ້ຊະນະນຶ່ງໃນສີ່ຄະແນນສຽງຈາກຜູ້ແທນຂອງລັດ ເມນ ໃນສະພາເຂດຊົນນະບົດຂອງພາກເໜືອເມື່ອສີ່ປີທີ່ຜ່ານມາ ແລະ ໄດ້ຕົກຢູ່ໃນ ການແຂ່ງຂັນທີ່ຮັດແໜ້ນກັບທ່ານ ໄບເດັນ ໃນຄັ້ງນີ້ ສຳລັບຄະແນນສຽງຜູ້ແທນຄົນດຽວ. ແຕ່ທ່ານປະທານາທິບໍດີຕາມຫຼັງດ້ວຍຄະແນນທີ່ຫ່າງ ໄກໃນການຢັ່ງຫາງສຽງທົ່ວປະເທດ ສຳລັບຄະແນນສຽງຈາກຜູ້ແທນສອງຄົນທີ່ຖືກໃຫ້ຜູ້ຊະນະ ເລີດໂດຍລວມໃນລັດ ແລະ ສຳລັບຜູ້ແທນສະພາປະຈຳເຂດອື່ນໆໃນລັດ ເມນ, ເຊິ່ງຕັ້ງຢູ່ຕາມຊາຍຝັ່ງມະຫາສະໝຸດ ແອັດແລນຕິກ ທາງພາກເໜືອຂອງປະເທດ.

ໃນຂະນະດຽວກັນ, ທ່ານ ໄບເດັນ ໄດ້ກ່າວຄຳປາໄສທາງອອນໄລນ໌ໃນຄືນວັນອາທິດວານນີ້ ໃນງານຄອນເສີດທີ່ເອີ້ນວ່າ “ຂ້ອຍຈະໄປລົງຄະແນນສຽງ.” ໃນຂະນະທີ່ທ່ານ ທຣຳ ໄດ້ສືບຕໍ່ຈັດການຊຸມນຸມໃນກາງແຈ້ງກັບຜູ້ສະໜັບສະໜູນ, ເຊິ່ງມັກຈາກຈັດຂຶ້ນຢູ່ໂຮງເກັບເຮືອບິນ, ຍ້ອນກໍລະນີທີ່ເພີ່ມຂຶ້ນໃນໂຣກລະບາດໄວຣັສໂຄໂຣນາໃນ ສະຫະລັດ, ເຊິ່ງທ່ານ ໄບເດັນ ໄດ້ຮັບເອົາວິທີທີ່ ເປັນມາດຕະການລະມັດລະວັງຫຼາຍກວ່າເພື່ອໂຄສະນາຫາສຽງ. ທ່ານໄດ້ປາກົດຕົວໃນການເຕົ້າໂຮມກັນຂະໜາດນ້ອຍ ຫຼື ມັກຈະເປັນທາງອອນໄລນ໌ ຄືກັບທີ່ ທ່ານໄດ້ເຮັດໃນວັນອາທິດວານນີ້.

ຄູ່ຮ່ວມແຂ່ງຂັນຂອງທ່ານ ທຣຳ, ຮອງປະທານາທິບໍດີ ໄມຄ໌ ເພັນສ໌, ກໍໄດ້ປາ ກົດຕົວໃນການຊຸມນຸມຕ່າງໆ ແລະ ມີແຜນປາກົດຕົວໃນເມືອງ ຄິນສຕັນ ລັດ ຄາໂຣໄລນາເໜືອ ໃນວັນອາທິດວານນີ້, ເຊິ່ງແມ່ນລັດທີ່ມີການແຂ່ງຂັນຢ່າງດຸເດືອດອີກລັດນຶ່ງ. ທ່ານ ທຣຳ ໄດ້ຊະນະໃນລັດດັ່ງກ່າວໃນປີ 2016 ແຕ່ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າທ່ານ ໄບເດັນ ມີຄະແນນນຳໜ້າໜ້ອຍນຶ່ງ ໃນຄັ້ງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG