ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ ທຳນຽບຂາວ ກ່າວວ່າ ປ. ທຣຳ ຈະອະນຸຍາດ ໃຫ້ເປີດເຜີຍ ບັນທຶກລັບ


ປະທານາທິບໍດີ ດໍໂນລ ທຣຳ ຈັບມືກັບພວກແຂກ ເວລາທ່ານ ເດີນທາງໄປເຖິງ ສະໜາມບິນ Greenbrier Vally ທີ່ລັດແວສທ໌ເວີຈີເນຍ. (1 ກຸມພາ 2018)
ປະທານາທິບໍດີ ດໍໂນລ ທຣຳ ຈັບມືກັບພວກແຂກ ເວລາທ່ານ ເດີນທາງໄປເຖິງ ສະໜາມບິນ Greenbrier Vally ທີ່ລັດແວສທ໌ເວີຈີເນຍ. (1 ກຸມພາ 2018)

ເຈົ້າໜ້າທີ່ທຳນຽບຂາວທ່ານນຶ່ງ ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ມີແຜນການທີ່
ຈະໃຫ້ການອະນຸມັດ ຕໍ່ການເປີດເຜີຍ ບັນທຶກລັບ ທີ່ກ່າວຫາວ່າ ພວກເຈົ້າໜ້າທີ່ປະຕິ
ບັດກົດໝາຍຂັ້ນສູງມີຄວາມລຳອຽງ ຕໍ່ປະທານາທິບໍດີທຣຳ.

ເຈົ້າໜ້າທີ່ທ່ານນີ້ກ່າວວ່າ ປະທານາທິບໍດີ “ພ້ອມແລ້ວ” ແລະມີທ່າທາງວ່າຈະແຈ້ງໃຫ້
ລັດຖະສະພາຊາບກ່ຽວກັບການຕັດສິນໃຈຂອງທ່ານໃນວັນສຸກມື້ນີ້. ເຈົ້າໜ້າທີ່ເວົ້າວ່າ ເບິ່ງຄືວ່າຈະມີການເປີດເຜີຍແບບທີ່ວ່າບໍ່ມີການກວດແກ້ໃດໆ.

ປະທານາທິບໍດີທຣຳ ໄດ້ເກີດການຂັດແຍ້ງກັບທັງອົງການສັນຕິບານກາງຫຼື FBI ແລະ
ກະຊວງຍຸຕິທຳ ກ່ຽວກັບວ່າຈະເປີດເຜີຍບັນທຶກດັ່ງກ່າວນີ້ຫຼືບໍ່.

ໃນຕອນເຊົ້າວັນສຸກມື້ນີ້ ທ່ານທຣຳໄດ້ຂຽນລົງໃນທວິດເຕີ້ວ່າ “ພວກຜູ້ນຳແລະເຈົ້າໜ້າ
ທີ່ຂັ້ນສູງຂອງອົງການ FBI ແລະກະຊວງຍຸຕິທຳໄດ້ເຮັດໃຫ້ກາຍເປັນເລື່ອງການເມືອງ ຂັ້ນຕອນການສືບສວນທີ່ສັກສິດ ໂດຍເຫັນພ້ອມກັບພັກເດໂມແຄຣັດ​ແລະຕໍ່ຕ້ານພັກຣີ
ພັບບລີກັນຊຶ່ງເປັນສິ່ງທີ່ບໍ່ຄາດຄິດກັນເມື່ອບໍ່ດົນມານີ້. ສະມາຊິກໃນຖັນແຖວແມ່ນຜູ້ທີ່
ຍິ່ງໃຫຍ່!”

ມີພຽງບໍ່ເທົ່າໃດຄົນທໍ່ນັ້ນ ຢູ່ນອກລັດຖະສະພາທີ່ໄດ້ອ່ານ “ບັນທຶກທ່າງນູເນສ”​ ຊຶ່ງຖືກ
ຕັ້ງຊື່ໃຫ້ ຕາມຊື່ຂອງສະມາຊິກສະພາພັກຣີພັບບລີກັນ ທີ່ເປັນຜູ້ຮ່າງບັນທຶກສະບັບນີ້. ມີການກ່າວວ່າ ບັນທຶກນີ້ ແມ່ນຮວມທັງ ລາຍລະອຽດ ໃນການດຳເນີນຄວາມພະຍາ
ຍາມຂອງກະຊວງຍຸຕິທຳ ກ່ອນການເລືອກຕັ້ງປະທານາທິບໍດີໃນປີ 2016 ເພື່ອຂໍສິດ
ອຳນາດ ຈາກສານຄຸ້ມຄອງກວດກາການສືບລັບຂອງລັດຖະບານກາງ ເພື່ອຕິດຕາມ
ເບິ່ງຄວາມເປັນໄປໄດ້ທີ່ຄະນະໂຄສະນາຫາສຽງຂອງທ່ານທຣຳອາດມີການຕິດຕໍ່ກັບ ພວກສາຍລັບຣັດເຊຍ.

ສະມາຊິກສະພາຕ່ຳ ເດວິນ ນູເນສ (ພັກຣີພັບບລີກັນ ຈາກລັດຄາລີຟໍເນຍ) ພວມຟັງ ປ. ທຣຳ ກ່າວຄຳປາໄສ ຕໍ່ສະມາຊິກສະພາ ພັກຣີພັບບລີກັນ ທີ່ບ່ອນຕາກອາກາດ Greenbrier ເມືອງ White Sulphur Springs ລັດ West Virginia. (1 ກຸມພາ 2018)
ສະມາຊິກສະພາຕ່ຳ ເດວິນ ນູເນສ (ພັກຣີພັບບລີກັນ ຈາກລັດຄາລີຟໍເນຍ) ພວມຟັງ ປ. ທຣຳ ກ່າວຄຳປາໄສ ຕໍ່ສະມາຊິກສະພາ ພັກຣີພັບບລີກັນ ທີ່ບ່ອນຕາກອາກາດ Greenbrier ເມືອງ White Sulphur Springs ລັດ West Virginia. (1 ກຸມພາ 2018)

ສະມາຊິກພັກເດໂມແຄຣັດແລະພວກຕ້ອງຕິອື່ນໆກ່ຽວກັບບັນທຶກນີ້ເວົ້າວ່າ ການຄັດ
ເລືອກໃນການນຳໃຊ້ ເອກກະສານລັບ ຕໍ່ການກ່າວຫາ ກ່ຽວກັບການສືບສວນເລື້ອງ
ຣັດເຊຍນັ້ນແມ່ນເປັນຜົນກະທົບມາຈາກຄວາມລຳອຽງທາງການເມືອງ.

ສະມາຊິກພັກເດໂມແຄຣັດໄດ້ກະກຽມບັນທຶກຂອງຕົນ ເພື່ອຕອບໂຕ້ຕໍ່ການກ່າວອ້າງ
ຂອງພັກຣີພັບບລີກັນ. ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ບັນທຶກດັ່ງກ່າວຈະຖືກເປີດເຜີຍຫຼື
ບໍ່ກໍຍັງບໍ່ຮູ້.

ຜູ້ນຳສຽງສ່ວນໜ້ອຍ ໃນສະພາຕ່ຳ ທ່ານນາງ Nancy Pelosi (ຊ້າຍ) ແລະຜູ້ນຳສຽງສ່ວນໜ້ອຍ ໃນສະພາສູງ ທ່ານ Chuck Schumer
ຜູ້ນຳສຽງສ່ວນໜ້ອຍ ໃນສະພາຕ່ຳ ທ່ານນາງ Nancy Pelosi (ຊ້າຍ) ແລະຜູ້ນຳສຽງສ່ວນໜ້ອຍ ໃນສະພາສູງ ທ່ານ Chuck Schumer

ຜູ້ນຳຂອງພັກເດໂມແຄຣັດ 2 ທ່ານ ຢູ່ໃນສະພາ ຄື ຜູ້ນຳສຽງສ່ວນໜ້ອຍໃນສະພາສູງ
ທ່ານຊາລສ໌ ຊູເມີ ແລະຜູ້ນຳສຽງສ່ວນໜ້ອຍ ໃນສະພາຕ່ຳ ທ່ານນາງແນນຊີ ເປໂລຊີ ໄດ້ກ່າວປະນາມບັນທຶກໃນວັນພະຫັດວານນີ້ແລະໄດ້ຕ້ອງຕິພວກຜູ້ນຳຂອງພັກຣີພັບ
ບລີກັນ ທີ່ຖືກກ່າວຫາວ່າ ເຫັນແກ່ພັກຂອງຕົນ ຫຼາຍກວ່າ ການປົກຄອງດ້ວຍຕົວບົດ
ກົດໝາຍ. ສະມາຊິກພັກເດໂມແຄຣັດຮຽກຮ້ອງໃຫ້ປົດປະທານຄະນະກຳມະການສືບ
ລັບຂອງສະພາຕ່ຳ​ ທ່ານເດວິນ ນູເນສ ກ່ຽວກັບ ບົດບາດຂອງທ່ານ ໃນການເຮັດບັນ
ທຶກສະບັບນີ້.

ການຜິດຂ້ອງຕ້ອງຖຽງກ່ຽວກັບເລື່ອງພັກ ຍັງມີຂຶ້ນຢູ່ທີ່ອົງການ FBI ຊຶ່ງອົງການດັ່ງ
ກ່າວ ໄດ້ອອກຖະແຫລງການສະບັບນຶ່ງ ທີ່ບໍ່ຄ່ອຍໄດ້ເຫັນກັນ ໂດຍກ່າວວ່າ ຕົນມີ “ຄວາມກັງວົນເປັນຢ່າງຍິ່ງ” ກ່ຽວກັບຄວາມຖືກຕ້ອງແມ່ນຍຳຂອງບັນທຶກສະບັບນີ້.

ອະດີເຈົ້າໜ້າທີ່ອົງການ FBI ທ່ານນຶ່ງ ທີ່ຍັງຕິດຕໍ່ກັບພວກເພື່ອນຮ່ວມງານເກົ່າຢູ່ທີ່
ອົງການ FBI ທີ່ໄດ້ກ່າວກັບວີໂອເອແບບຂໍສະຫງວນຊື່ ເວົ້າວ່າ ຊື່ສຽງຂອງອົງການ
FBI ແມ່ນຖືກວາງເປັນເດີມພັນ ໃນການໂຕ້ຖຽງ ກ່ຽວກັບການເປີດເຜີຍ ບັນທຶກດັ່ງ
ກ່າວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG