ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວໂຈມຕີ ສື່ມວນຊົນ ກ່ຽວກັບ ລາຍງານ ຄວາມວຸ້ນວາຍຂອງ ທຳນຽບຂາວ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະສະຕີໝາຍ
ເລກໜຶ່ງທ່ານນາງ ເມລາເນຍ ທຣຳ ເດີນທາງຮອດຖານທັບ
ຮ່ວມໃນລັດ ແມຣີແລນຈາກການເດີນທາງໄປຕ່າງປະເທດເປັນ
ຄັ້ງທຳອິດໃນຖານະ ປະທານາທິບໍດີ. 27 ພຶດສະພາ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະສະຕີໝາຍ ເລກໜຶ່ງທ່ານນາງ ເມລາເນຍ ທຣຳ ເດີນທາງຮອດຖານທັບ ຮ່ວມໃນລັດ ແມຣີແລນຈາກການເດີນທາງໄປຕ່າງປະເທດເປັນ ຄັ້ງທຳອິດໃນຖານະ ປະທານາທິບໍດີ. 27 ພຶດສະພາ, 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກັບຄືນສູ່ຊີວິດທີ່ທ່ານລຶ້ງເຄີຍມາແລ້ວໃນນະຄອນຫຼວງ
ວໍຊິງຕັນ ເມື່ອວັນອາທິດວານນີ້, ດ້ວຍການກ່າວໂຈມຕີການລາຍງານຂອງສື່ມວນຊົນ
ກ່ຽວກັບ ຄວາມວຸ້ນວາຍຂອງທຳນຽບຂາວ ທີ່ເຊື່ອມໂຍງກັບການສືບສວນສອບສວນຜູ້
ຊ່ວຍເຫຼືອຂອງທ່ານ ແລະ ສາຍພົວພັນຂອງພວກເຂົາເຈົ້າກັບ ຣັດເຊຍ.

ໃນຕອນເຊົ້າມື້ທຳອິດຂອງທ່ານ ຫຼັງຈາກການເດີນທາງໄປຕາເວັນອອກກາງ ແລະ ຢູໂຣບ
9 ມື້ນັ້ນ, ທ່ານ ທຣຳ ໄດ້ປະກາດໃນ Twitter ຂອງທ່ານວ່າ “ການເດີນທາງຂອງທ່ານ
ແມ່ນຄວາມສຳເລັດອັນຍິ່ງໃຫຍ່ສຳລັບ ອາເມຣິກາ. ວຽກໜັກ ແຕ່ຜົນທີ່ໄດ້ຮັບແມ່ນຍິ່ງ
ໃຫຍ່.”

ຫຼັງຈາກນັ້ນ, ທ່ານໄດ້ຫັນໄປສະແດງຄວາມບໍ່ພໍໃຈຕໍ່ສື່ມວນຊົນທີ່ມີມາດົນນານຢ່າງວ່ອງ
ໄວ.

ທ່ານ ທຣຳ ໄດ້ກ່າວວ່າ “ມັນແມ່ນຄວາມຄິດເຫັນຂອງຂ້າພະເຈົ້າທີ່ ການລັກປ່ອຍຂໍ້ມູນ ອອກມາຈາກທຳນຽບຂາວຫຼາຍຄັ້ງ ແມ່ນຄວາມຂີ້ຕົວະທີ່ຖືກເສກສັນປັ້ນແຕ່ງຂຶ້ນມາ
ເອງ ໂດຍສື່ມວນຊົນທີ່ລາຍງານຂ່າວປອມ.” “ເມື່ອໃດກໍຕາມທີ່ທ່ານເຫັນຄຳເວົ້າຂອງ
ແຫຼ່ງຂ່າວ ໃນສື່ມວນຊົນທີ່ລາຍງານຂ່າວຂີ້ຕົວະນັ້ນ, ແລະ ພວກເຂົາເຈົ້າຈະບໍ່ກ່າວ
ເຖິງຊື່, ມັນມີຄວາມເປັນໄປໄດ້ສູງ ວ່າແຫຼ່ງຂ່າວພວກນັ້ນ ແມ່ນບໍ່ມີຢູ່ໃນໂລກ, ແຕ່ຖືກ
ປັ້ນແຕ່ງຂຶ້ນມາເອງໂດຍພວກນັກຂຽນຂ່າວປອມ. ຂ່າວປອມແມ່ນສັດຕູຂອງພວກ
ເຮົາ.”

ຕໍ່ຈາກນັ້ນທ່ານກໍໄດ້ກ່າວປ້ອງກັນການໃຊ້ Twitter ຂອງທ່ານ, ໂດຍກ່າວວ່າ ພວກສື່
ມວນຊົນ “ເຮັດວຽກໜັກໃນດ້ານການໃສ່ຮ້າຍປ້າຍສີ ແລະ ເຮັດໃຫ້ການໃຊ້ສື່ສັງຄົມ
ຂອງຂ້າພະເຈົ້າເປັນຄວາມບໍ່ດີ ເພາະວ່າພວກເຂົາເຈົ້າບໍ່ຢາກໃຫ້ ອາເມຣິກາ ໄດ້ຍິນ ເລື່ອງທີ່ເປັນຄວາມຈິງ.”

ທ່ານ ທຣຳ ແລະ ພວກຜູ້ຊ່ວຍເຫຼືອທຳນຽບຂາວ ຈະປະເຊີນໜ້າກັບການສືບສວນສອບ ສວນຫຼາຍເດືອນ ກ່ຽວກັບ ການກ່າວຫາວ່າ ພວກເຂົາເຈົ້າມີສາຍພົວພັນກັບເຈົ້າໜ້າທີ່
ຣັດເຊຍ ໃນລະຫວ່າງການໂຄສະນາຫາສຽງປະທານາທິບໍດີ ແລະ ຕໍ່ມາຫຼັງຈາກນັ້ນ.
ນອກນັ້ນ ມັນຍັງມີການກ່າວຫາຈາກຝ່າຍຄ້ານ ພັກເດໂມແຄຣັດ ວ່າ ທ່ານ ທຣຳ ໄດ້ພະ
ຍາຍາມທີ່ຈະຂັດຂວາງຜູ້ພິພາກສາ ແລະ ກຳຈັດການສືບສວນ ນຳ.

ໄອຍະການພິເສດ ແມ່ນກຳລັງສືບສວນສອບສວນວ່າ ຜູ້ຊ່ວຍຂອງທ່ານ ທຣຳ ໄດ້ສົມຮູ້
ຮ່ວມຄິດຢ່າງບໍ່ຖືກຕ້ອງຕາມກົດໝາຍ ກັບພວກເຈົ້າໜ້າທີ່ ຣັດເຊຍ ເພື່ອເຮັດໃຫ້ທ່ານ
ໄດ້ຊະນະການເລືອກຕັ້ງໃນເດືອນພະຈິກປີກາຍນີ້ຫຼືບໍ່, ໃນຂະນະທີ່ຄະນະກຳມະທິການ
ລັດຖະສະພາ ໄດ້ຮຽກຮ້ອງໃຫ້ຜູ້ຊ່ວຍໃນອະດີດ ແລະ ປັດຈຸບັນຂອງທ່ານ ທຣຳ ໄປໃຫ້
ປາກຄຳຈຳນວນຫຼາຍຄັ້ງ.

ທຳນຽບຂາວ ກຳລັງກຽມພ້ອມ ສຳລັບການໃຫ້ປາກຄຳ ຕໍ່ລັດຖະສະພາໃນໝໍ່ໆນີ້ ກ່ຽວ
ກັບ ອະດີດຫົວໜ້າອົງການ FBI ທ່ານ ເຈມສ ໂຄມີ. ທ່ານ ທຣຳ ໄດ້ປົດທ່ານ ໂຄມີ ອອກ
ຈາກຕຳແໜ່ງ ຫຼັງຈາກຖືກກ່າວຫາວ່າໄດ້ຂໍໃຫ້ທ່ານ ໂຄມີ ຍົກເລີກການສືບສວນ ກ່ຽວ
ກັບ ອະດີດຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດທ່ານ ໄມເຄິລ ຟລິນ ແລະ ການມີສາຍ
ພົວພັນອັນໃກ້ຊິດຂອງທ່ານກັບວັງ ເຄຣັມລິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Sunday
please wait
Embed

No media source currently available

0:00 0:01:14 0:00

Back from Major Trip, Trump Confronts Intensified Russia Probe
please wait

No media source currently available

0:00 0:02:35 0:00
XS
SM
MD
LG