ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຮັບ​ຮອງ ກົດ​ໝາຍ ໜູນຫຼັງ​ຜູ້​ປະ​ທ້ວງ ຮົງ​ກົງ


​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ໃນ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ. ເມ​ືອງ ຊັນ​ໄຣ​ສ໌, ລັດ ຟ​ລໍ​ຣິ​ດາ. 26 ພະ​ຈິກ, 2019. (AP Photo/Susan Walsh)
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ໃນ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ. ເມ​ືອງ ຊັນ​ໄຣ​ສ໌, ລັດ ຟ​ລໍ​ຣິ​ດາ. 26 ພະ​ຈິກ, 2019. (AP Photo/Susan Walsh)

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເຊັນ​ຮ່າງ​ກົດ​ໝາຍ​ສອງ​ສະ​ບັບ​ຕ່າ​ງ​ກັນ ທີ່ ໜູນຫຼັງ​ການ​ປະ​ທ້ວງສະ​ໜັບ​ສະ​ໜູນປະ​ທິ​ປະ​ໄຕ, ເຖິງ​ແມ່ນ​ຈະ​ມີ​ຂໍ້​ຕົກ​ລົງ​ການ​ຄ້າທີ່​ຍັງ​ຕັດ​ສິນບໍ່​ໄດ້ ແລະ ການ​ຂົ່ມ​ຂູ່​ຕ່າງໆ​ຈາກ ປັກ​ກິ່ງ ກໍ​ຕາມ.

ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ​ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ທັງ​ສອງ​ເກືອບ​ເປັນ​ເອ​ກະ​ສັນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ກົດ​ໝາຍ​ສະ​ບັບ​ນຶ່ງ​ຕ້ອງ​ການ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຮອງ​ໃນ​ແຕ່​ລະ​ປີ​ວ່າ ຈີນ ຈະ​ອະ​ນຸ​ຍາດ​ໃຫ້​ ຮົງ​ກົງ ໄດ້​ຮັບ​ການ​ປົກ​ຄອງ​ຕົນ​ເອງ​ພຽງ​ພໍ ເພື່ອ​ຮັບ​ປະ​ກັນສະ​ຖາ​ນະ​ພາບ​ການ​ຄ້າ​ທີ່​ອຳ​ນວຍ​ຜົນປະ​ໂຫຍດ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈະ​ຂົ່ມ​ຂູ່​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່​ບັນ​ດາ​ເຈົ້າ​ໜ້າ​ທີ ຈີນ ຜູ້​ທີ່ບໍ່ໃຫ້​ການ​ອະ​ນຸຍາດ​.

ກົດ​ໝາຍ​ສະ​ບັບ​ທີ​ສອງ​ຈະ​ຫ້າມ​ການ​ສົ່ງ​ອອກ​ແກັ​ສ​ນ້ຳ​ຕາ, ສະ​ເປ​ໝາກ​ເຜັດ, ລູກ​ປືນ​ຢາງ ແລະ ລູກ​ປືນ​ທີ່​ບໍ່​ຮ້າຍ​ແຮງ​ເຖິງ​ຊີ​ວິດ​ອື່ນໆ​ໃຫ້​ຕຳຫຼວດ ຮົງ​ກົງ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ເວົ້າ​ວ່າ ເຂົາ​ເຈົ້າ​ຈະ “ເອົາ​ມາດ​ຕະ​ການ​ຕອບ​ໂຕ້​ທີ່​ເດັດ​ຂາດ” ຖ້າ ສະ​ຫະ​ລັດ ຍັງ​ແຊກ​ແຊງ​ໃນ​ບັນ​ຫາ​ຂອງ ຈີນ ຢູ່.

ລັດ​ຖະ​ບານ ຮົງ​ກົງ ໄດ້​ສະ​ແດງ “ຄວາມ​ຜິດ​ຫວັດ​ຢ່າງ​ຍິງ”, ໂດຍ​ເວົ້າ​ວ່າ ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ລັດ ຈະ​ສົ່ງ “ຂໍ້​ຄວາມ​ທີ່​ຜິດ” ໃຫ້​ຜູ້​ປະ​ທ້ວງ.

ແຕ່​ທ່ານ ທ​ຣຳ, ໃນ​ການ​ປາ​ກົດ​ຕົວ​ຢູ່ລາຍ​ການຂ່າວ Fox News ໃນ​ແລງວັນ​ອັງ​ຄານ​ທີ່​ຜ່ານ​ມາ, ໄດ້​ເອີ້ນ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ວ່າ “ເປັນ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ. ລາວ​ແມ່ນ​ຄົນ​ທີ່ໜ້າ​ພາກ​ພູ​ມ​ໃຈຫຼາຍ.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ເວ​ລາ​ຕໍ່​ມາ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ເຊັນ​ຮ່າງ​ກົດ​ໝາຍ​ພວກນີ້ ຍ້ອນ​ຄວາມ​ນັບ​ຖື​ສຳ​ລັບ​ປະ​ທານ ສີ, ຈີນ ແລະ ປະ​ຊາ​ຊົນ ຮົງ​ກົງ. ມັນ​ໄດ້​ຖືກ​ປະ​ກາດ​ໃຊ້​ດ້ວຍ​ຄວາມ​ຫວັງ​ວ່າ ບັນ​ດາ​ຜູ້​ນຳ ແລະ ຜູ້​ແທນ​ຂອງ ຈີນ ແລະ ຮົງ​ກົງ ຈະ​ສາ​ມາດ​ຕົກ​ລົງ​ກັນ​ດ້ວຍ​ດີ ກ່ຽວ​ກັບ ຄວາມ​ຂັດ​ແຍ້ງ​ຂອງ​ເຂົາ​ເຈົ້າ, ຊຶ່ງ​ຈະ​ນຳ​ໄປ​ສູ່​ສັນ​ຕິ​ພາບ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ໄລ​ຍະ​ຍາວ​ສຳ​ລັບ​ທຸກ​ຄົນ.”

ທ່ານ ທ​ຣຳ ໄດ້​ເອີ້ນ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່ຢູ່​ຕາມ​ຖະ​ໜົນໃນ​ ຮົງ​ກົງ ສອງ​ຄັ້ງ​ວ່າ “ການ​ຈະ​ລາ​ຈົນ” ເປັນ​ຄຳ​ເວົ້າ​ທີ່​ຜູ້​ປະ​ທ້ວງ​ເວົ້າ​ວ່າ ໃຫ້​ຄວາມ​ໄດ້​ປຽບ​ແກ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ.

ແຕ່​ທ່ານ ທ​ຣຳ ໄດ້​ອ້າງ​ເອົາ​ຜົນ​ງານ ສຳ​ລັບ​ການ​ຂັດ​ຂວາງ​ການ​ຂົ່ມ​ຂູ່​ຂອງ ປັກ​ກິ່ງ ທີ່​ຈະ​ສົ່ງ​ທະ​ຫານ 1 ລ້ານ​ຄົນ​ໄປ​ປາບ​ປາມ​ການ​ເດີນ​ຂະ​ບວນ​ ໂດຍ​ເວົ້າ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຈະ​ “ສົ່ງ​ຜົນ​ກະ​ທົບ​ໃນ​ດ້ານ​ລົບ​ຢ່າງຫຼວງຫຼາຍ” ຕໍ່​ການ​ເຈ​ລະ​ຈາ​ການ​ຄ້າ.

ການ​ປະ​ທ້ວງ​ໄດ້​ປະ​ທຸ​ຂຶ້ນ​ໃນ ຮົງ​ກົງ ເມື່ອ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ ຍ້ອນ​ແຜນ​ການ​ຂອງ​ລັດ​ຖະ​ບານ​ໃນ​ທ້ອງ​ຖິ່ນ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ຕ້ອງ​ສົງ​ໄສ​ເປັນ​ອາ​ຊະ​ຍະ​ກອນ ຖືກ​ສົ່ງ​ໄປ​ດຳ​ເນີນ​ຄະ​ດີ​ໃນ​ ຈີນ ແຜ່ນ​ດິນ​ໃຫຍ່.

ອ່ານ​ຂ​່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG