ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ໄດ້ຮັບ ໄຊຊະນະ ຄັ້ງໃຫຍ່ ໃນການເລືອກຕັ້ງ ຂັ້ນຕົ້ນ ທີ່ 5 ລັດ


Trump and Clinton Score Major Victories in Tuesday Primaries
please wait

No media source currently available

0:00 0:02:12 0:00

ທ່ານ Donald Trump ຈາກພັກຣີພັບບລີກັນ ກັບ ທ່ານນາງ Hillary Clinton ຈາກພັກ ເດໂມແຄຣັດ ໄດ້ຮັບໄຊຊະນະຄັ້ງໃຫຍ່ອີກຄັ້ງໜຶ່ງ ໃນການເລືອກຕັ້ງຂັ້ນຕົ້ນເອົາຕຳແໜ່ງ ປະທານາທິບໍດີ ສະຫະລັດ ຮອບຫຼ້າສຸດໃນວັນອັງຄານວານນີ້. ທ່ານ Trump ໄດ້ຮັບໄຊ ຊະນະໃນການແຂ່ງຂັນທັງໝົດໃນ 5 ລັດ ຄື ລັດ Connecticut, ລັດ Delaware, ລັດ Maryland, ລັດ Pennsylvania ແລະ ລັດ Rhode Island. ທ່ານນາງ Clinton ໄດ້ຮັບ ໄຊຊະນະໃນ 4 ລັດຈາກທັງໝົດ 5 ລັດ, ແຕ່ໄດ້ເສຍໄຊໃນລັດ Rhode Island ໃຫ້ຂູ່ແຂ່ງ ທ່ານ Bernie Sanders. ນັກຂ່າວແຫ່ງຊາດຂອງ VOA Jim Malone ມີຂໍ້ມູນເພີ່ມເຕີມ ຈາກນະຄອນຫຼວງ ວໍຊິງຕັນ ຊຶ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ທ່ານ Donald Trump ໄດ້ຫຍັບໃກ້ເຂົ້າອີກບາດກ້າວໜຶ່ງ ໃນການທີ່ຈະໄດ້ເປັນຜູ້ຖືກສະ ເໜີຊື່ ເປັນຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີກັນ ໂດຍ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນຂາວສະອາດ ໃນການເລືອກຕັ້ງຂັ້ນຕົ້ນໃນ 5 ລັດໃນວັນ ອັງຄານວານນີ້, ໂດຍໄດ້ຮັບຈຳນວນຜູ້ແທນພັກຣີພັບບລີກັນ ສ່ວນໃຫຍ່ 172 ຄົນ.

ທ່ານ Donald Trump ຈາກພັກຣີພັບບລີກັນ ກ່າວວ່າ “ພວກເຮົາຈະໄດ້ປະເທດຂອງ ພວກເຮົາກັບຄືນມາ, ພວກເຮົາຈະເຮັດໃຫ້ ອາເມຣິກາ ຍິ່ງໃຫຍ່ອີກຄັ້ງໜຶ່ງ, ແລະ ຂ້າ ພະເຈົ້າພຽງແຕ່ຢາກບອກພວກທ່ານໃນ 5 ລັດນີ້ວ່າ, ຂ້າພະເຈົ້າຮູ້ສຶກເປັນກຽດ. ນີ້ ແມ່ນຄໍ່າຄືນທີ່ຍິ່ງໃຫຍ່ທີ່ສຸດສຳລັບພວກເຮົາ ເພາະວ່າມັນໄດ້ສະແດງໃຫ້ພວກເຮົາ ເຫັນເຖິງຄວາມ ແຕກຕ່າງຫຼາກຫຼາຍ.”

ທ່ານ Trump ກ່າວວ່າ ຕອນນີ້ທ່ານຖືໄດ້ແລ້ວວ່າ ໂຕເອງໄດ້ຖືກສະເໜີຊື່ ໃຫ້ເປັນຕົວ ຂອງພັກແລ້ວ, ແລະ ທ່ານໄດ້ກ່າວວ່າ ຂູ່ແຂ່ງ ຄືທ່ານ Ted Cruz ແລະ ທ່ານ John Kasic ຄວນອອກຈາກເວທີແຂ່ງຂັນໄດ້ແລ້ວ.

ທ່ານ Cruz ໄດ້ໄປໂຄສະນາຫາສຽງໃນລັດ Indiana ກ່ອນການເລືອກຕັ້ງຄັ້ງຕໍ່ໄປໃນວັນ ອັງຄານໜ້າ, ບາງເທື່ອອາດຈະເປັນໂອກາດສຸດທ້າຍຂອງທ່ານ ທີ່ຈະຖ່ວງຄວາມໄວຂອງ ທ່ານ Trump ໄປສູ່ການເປັນຜູ້ໄດ້ຮັບສະເໜີຊື່.

ທ່ານ Cruz ໄດ້ເອີ້ນທ່ານ Trump ວ່າໄວ້ໃຈບໍ່ໄດ້.

ທ່ານ Ted Cruz ຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນ ກ່າວວ່າ “ທ່ານ Trump ກ່າວວ່າ ມື້ອື່ນລາວສາມາດເປັນຄົນທີ່ແຕກຕ່າງຈາກຄົນທີ່ລາວເປັນຢູ່ໃນທຸກມື້ນີ້. ເອົາລະ, ໃຫ້ ຂ້າພະເຈົ້າບອກໃຫ້ພວກທ່ານຮູ້ວ່າ ມື້ນີ້ຂ້າພະເຈົ້າເປັນຄົນແນວໃດ ມື້ວານນີ້ຂ້າພະ ເຈົ້າກໍເປັນແນວນັ້ນ ແລະ ມື້ອື່ນເວລາຂ້າພະເຈົ້າເປັນປະທານາທິບໍດີ ຂ້າພະເຈົ້າກໍຈະ ເປັນແນວນັ້ນ.”

ໃນການແຂ່ງຂັນຂອງພັກເດໂມແຄຣັດ, ຜູ້ນຳໜ້າໃນການແຂ່ງຂັນ ທ່ານນາງ Hillary Clinton ໄດ້ຮັບໄຊຊະນະຄັ້ງໃຫຍ່ໃນລັດ Pennsylvania, Maryland, Connecticut ແລະ ລັດ Delaware, ເປັນອີກບາດກ້າວໜຶ່ງທີ່ຈະນຳທ່ານນາງໄປສູ່ຄວາມສຳເລັດໃນ ການໄດ້ຮັບສະເໜີຊື່ ເປັນຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກດັ່ງກ່າວ.

ທ່ານ Hillary Clinton ຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ ກ່າວວ່າ “ພວກເຮົາຈະຈິນຕະ ນາການເຖິງມື້ອື່ນ ເປັນວັນທີ່ການເຮັດວຽກຢ່າງໜັກໄດ້ຮັບກຽດ, ຄອບຄົວໃຫ້ການສະ ໜັບສະໜູນ, ຖະໜົນຫົນທາງມີຄວາມປອດໄພ ແລະ ສັງຄົມມີຄວາມເຂັ້ມແຂງ ແລະ ບ່ອນທີ່ມີຄວາມຮັກເຊິ່ງທ່ານ Trump ຊັງມັນນັ້ນ.”

ໄຊຊະນະຂອງທ່ານນາງ Clinton ຈະສ້າງຄວາມກົດດັນອີກຄັ້ງໜຶ່ງໃຫ້ຜູ້ທ້າຊິງ ຄືທ່ານ Bernie Sanders ໃນການພິຈາລະນາເຖິງບາດກ້າວຕໍ່ໄປ, ເຖິງແມ່ນວ່າທ່ານຈະໄດ້ຮັບ ໄຊຊະນະຢູ່ໃນລັດ Rhode Island ກໍຕາມ.

ທ່ານ Sanders ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນໃນລັດ West Virginia ວ່າເພິ່ນຈະ ເປັນຜູ້ລົງແຂ່ງຂັນທີ່ເຂັ້ມແຂງກວ່າເກົ່າໃນການເລືອກຕັ້ງທົ່ວໄປ.

ທ່ານ Bernie Sanders ຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ ກ່າວວ່າ “ສິ່ງທີ່ພວກເຮົາ ກຳລັງເຫັນຢູ່ ແມ່ນການຢັ່ງຫາງສຽງແຫ່ງຊາດ ທີ່ສະແດງໃຫ້ເຫັນວ່າພວກເຮົາມີຄະ ແນນນຳໜ້າທ່ານ Donald Trump 15, ຫາ 20 ຄະແນນ, ເຊິ່ງແມ່ນຫຼາຍກວ່າລັດຖະ ມົນຕີ Clinton.”

ຜົນຂອງການແຂ່ງຂັນໃນວັນອັງຄານວານນີ້ ໄດ້ເຮັດໃຫ້ຖານະການເປັນຜູ້ນຳໃນການ ແຂ່ງຂັນຂອງທ່ານນາງ Clinton ກັບ ທ່ານ Trump ມີຄວາມເຂັ້ມແຂງ, ແລະ ຊີ້ໄປຫາ ການເປັນຄູ່ແຂ່ງຂັນກັນ ໃນການເລືອກຕັ້ງທົ່ວໄປໃນເດືອນພະຈິກທ້າຍປີນີ້.

Republican Donald Trump and Democrat Hillary Clinton scored major victories Tuesday in the latest round of U.S. presidential primaries.Trump won all five contests - in Connecticut, Delaware, Maryland, Pennsylvania and Rhode Island.Clinton won victories in four of the five states, but lost in Rhode Island to rival Bernie Sanders.VOA National correspondent Jim Malone has more from Washington.]]

((NARRATOR))
Donald Trump moved another step closer to the Republican Party's presidential nomination with a clean sweep of the five primaries on Tuesday, capturing the lion's share of the 172 Republican delegates at stake.

((DONALD TRUMP, REPUBLICAN CANDIDATE))
"We are going to have our country back, we are going to make America great again, and I just want to tell you for the five states, I am so honored.This was to me our biggest night because it shows such diversity."

((NARRATOR))
Trump said he now considers himself the presumptive Republican nominee, and he said rivals Ted Cruz and John Kasich should get out of the race.

Cruz campaigned in Indiana ahead of next Tuesday's primary, perhaps his last chance to slow Trump's march to the nomination.

Cruz called Trump untrustworthy.

((TED CRUZ, REPUBLICAN CANDIDATE))
"He (Trump) says he can be a different person tomorrow than he is today.Well, let me tell you what.I am the same person today that I was yesterday and that I will be tomorrow as president!"

((NARRATOR))
In the Democratic race, front-runner Hillary Clinton scored major victories in Pennsylvania, Maryland, Connecticut and Delaware, another step toward nailing down her party's presidential nomination.

((HILLARY CLINTON, DEMOCRATIC CANDIDATE))
"We are going to imagine a tomorrow where hard work is honored, families are supported, streets are safe and communities are strong and where love trumps hate!"

((NARRATOR))
Clinton's victories will put additional pressure on challenger Bernie Sanders to consider his next step, even though he won in Rhode Island.

Sanders told supporters in West Virginia that he would be the stronger general election candidate.

((BERNIE SANDERS, DEMOCRATIC CANDIDATE))
"What we are seeing are national polls that have us 15, 20 points ahead of Donald Trump, far more than Secretary Clinton!"

((NARRATOR))
Tuesday's results solidify front-runner status for both Clinton and Trump, and point to a likely general election matchup in November.

XS
SM
MD
LG