ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ສະ​ເໜີ​ໃຫ້​ຕັດ ງົບ​ປະ​ມານ ກາ​ນ​ຊ່ອຍ​ເຫຼືອ​ຕ່າງ​ປະ​ເທດ ຂະ​ໜາດ​ໃຫຍ່


ການ​ນຳ​ສະ​ເໜີ​ງົບ​ປະ​ມານ​ປະ​ຈຳ​ປີ 2021 ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສົ່ງ​ໄປຮອດ​ຄະ​ນະ​ກຳ​ມະ​ການ​ດ້ານ​ງົບ​ປະ​ມານ ຂອງ​ສະ​ພາ​ຕ່ຳແລ້ວ, ​ເມື່ອວ​ັນ​ທີ 10 ກຸມ​ພາ 2020.
ການ​ນຳ​ສະ​ເໜີ​ງົບ​ປະ​ມານ​ປະ​ຈຳ​ປີ 2021 ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສົ່ງ​ໄປຮອດ​ຄະ​ນະ​ກຳ​ມະ​ການ​ດ້ານ​ງົບ​ປະ​ມານ ຂອງ​ສະ​ພາ​ຕ່ຳແລ້ວ, ​ເມື່ອວ​ັນ​ທີ 10 ກຸມ​ພາ 2020.

ລັດ​ຖະ​ບານ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພວມ​ນຳ​ສະ​ເໜີ​ ໃຫ້ຕັດການ​ຊ່ອຍ​ເຫຼື​ອ​ລົງ 21 ເປີ​ເຊັນ ທີ່​ສະ​ຫະ​ລັດໃຫ້​ແກ່​ຕ່າງ​ປະ​ເທດ​ໂດຍ​ຂໍທຶນງົບ​ປະ​ມານໃນ​ມູນ​ຄ່າ 44,100 ​ລ້ານໂດ​ລາ ສຳ​ລັບ​ໂຄງ​ການ​ຕ່າງໆ ເມື່ອ​ປຽບ​ທຽບ​ກັບ​ງົບ​ປະ​ມານໃນ​ປີ 2020 ທີ່​ມີມູນ​ຄ່າ 55,700 ​ລ້ານ​ໂດ​ລາ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ແລະເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ ຄາດ​ວ່າ ແຜນ​ການ​ຕັດ​ການ​ຊ່ອຍ​ເຫຼືອຕ່າງ​ປະ​ເທດ​ລົງ ນຶ່ງ​ສ່​ວນ​ຫ້າ ​ຈາກ​ລະ​ດັບ​ໃນ​ປັດ​ຈຸ​ບັນນັ້ນ ຈະ​ບໍ່ລອດ​ໃນ​ການກວດ​ສອບ ຢູ່​ທີ່​ລັດ​ຖະ​ສະ​ພາໄດ້ ໂດຍ​ສະ​ເພາະ ​ໃນ​ປີ​ຂອງ​ການ​ເລືອກ​ຕັ້ງ.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ດ້ານ​ການ​ຕ່າງ​ປ​ະ​ເທດ​ຂອງ​ສະ​ພາ​ຕ່ຳ ທ່ານ​ແອ​ລີ​ອັອດ ເອັນ​ໂຈ​ລ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ວ່າ “…ທຳ​ນຽບ​ຂາວ ຄວນ​ຊ່ອຍ​ຮັກ​ສາ​ພວກ​ຕົ້ນ​ໄມ້​ໄວ້ ແທນ​ທີ່​ຈະ​ສົ່ງ​ງົບ​ປະ​ມານ ​ມາ​ໃຫ້​ພວກ​ເຮົາ​ໂດຍ​ກົງເລີຍ” ​ຕິດ​ຂັດ​ມາ​ພ້ອມ​ກັບ​ຂໍ້​ຄວາມນີ້ ​ແມ່ນ​ພາບ​ຂອງຖັງ​ຂີ້​ເຫຍື້ອ​ຢາງ ​ສີ​ຟ້າ ທີ່​ເອີ້ນ​ວ່າ “ສະ​ມາ​ຊິກ​ສະ​ພາ​ຕ່ຳ”.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ຄະ​ນະ​ລັດ​ຖະ​ບານ ເອີ້ນແຜນ​ການ​ຕັດ​ງົບ​ປະ​ມານ​ການ​ຊ່ອຍ​ເຫຼືອ​ແກ່​ຕ່າງ​ປະ​ເທດນັ້ນ ວ່າ ບໍ່​ສອດ​ຄ້ອງ.

ຮັກ​ສາ​ການ​ຜູ້​ອຳ​ນວຍ​ການ ​ກົມ​ຄຸ້ມ​ຄອງ​ແລະ​ງົບ​ປະ​ມານ ຫຼື OMB ທ່ານ​ຣັ​ສ ວຸດ​ຕ໌ ໄດ້​ກ່າວ​ໄປ​ວ່າ “ພວກ​ເຮົາ​ພຽງ​ແຕ່ບໍ່​ເຫັນ​ດີ​ນຳ” ໃນ​ການ​ຕອບ​ຄຳ​ຖາມ​ຂອງວີ​ໂອ​ເອ ທີ່ກອງ​ປະ​ຊຸມ​ແຈ້ງ​ໃຫ້​ຊາບ ​ຢູ່ທຳ​ນຽບ​ຂາວ ໃນ​ວັນ​ຈັນ​ວານນີ້. ທ່ານ​ຣັ​ສ ກ່າວ​ຕື່ມ​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບໍ່​ເຫັນ​ດີ​ນຳ​ແນວ​ຄິດ ທີ່​ວ່າ ​ພວກ​ເຮົາຄວນ​ສືບ​ຕໍ່​ຮັກ​ສາ​ລະ​ດັບ​ຂອງ​ທຶນຊ່ອຍ​ເຫຼືອທີ່​ເຂັ້ມ​ແຂງ​ແບບນີ້.”

ທ່ານວຸດ​ຕ໌ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ພາຍ​ໃຕ້​ແຜນ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ມີ​ທຶນ​ມູນ​ຄ່າທັງ​ໝົດ 4,800 ຕື້​ໂດ​ລາ ສຳ​ລັບ​ລັດ​ຖະ​ບານ​ກາງ​ທັງ​ໝົດ ແລ້ວ​ກໍ​ຍັງ​ຈະ​ມີ​ປະ​ມານ 40,000 ​ລ້ານ​ໂດ​ລາ ສຳ​ລັບ​ການ​ຊ່ອຍ​ເຫຼືອ​ຕ່າງ​ປະ​ເທດ.

“ສະ​ນັ້ນ ມັນ​ກໍ​ຍັງເປັນ​ຈຳ​ນວນຫຼາຍ​ສົມ​ຄວນ” ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ວຸດ​ຕ໌​ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ຍັງ​ຈະ​ຢູ່​ໃນ​ລະ​ດັບ​ທີ່​ສູງຫຼາຍ ເມື່ອ​ປຽບ​ທຽບ​ໃສ່​ປະ​ເທດ​ອື່ນໆ​ໃນ​ທົ່ວ​ໂລກ ໃນ​ແງ່​ຂອງ​ສິ່ງ​ທີ່​ພວກ​ເຮົາ​ສະ​ໜອງ​ໃຫ້. ການ​ຊ່ອຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ກໍ​ຍັງ​ແມ່ນ​ຢູ່​ພາຍ​ໃຕ້​ງົບ​ປະ​ມານນີ້ ໂດຍ​ເປັນ​ທຶນ​ສ່ວນ​ເຫຼືອ ຊຶ່ງ​ຈະ​ເປັນ​ລະ​ດັບ​ສູງ​ສຸດ​ອັນ​ດັບ​ສອງ ທີ່​ສະ​ຫະ​ລັດ ໄດ້​ສະ​ໜອງ​ແກ່ໂລກ.”

ສະ​ພາ​ຕ່ຳ ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັ​ດ ທີ່​ເປັນ​ຝ່າຍ​ຄ້ານ ເມື່ອ​ປີ​ກາຍນີ້ ຍັງ​ໄດ້​ປະ​ຕິ​ເສດ​ຕໍ່ ຂໍ້​ສະ​ເໜີ​ທີ່​ຈະ​ຕັດ​ການ​ຊ່ອຍ​ເຫຼືອ​ຕ່າງ​ປະ​ເທດ​ຂອງ​ທ່ານ​ທ​ຣຳ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG