ໂດຍມີ ດຳລັດຝ່າຍບໍລິຫານ ໃນວັນພຸດມື້ນີ້ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ
ທຣຳ ມີກຳນົດຈະຮຽກຮ້ອງ ໃຫ້ທົບທວນຄືນການເຄື່ອນໄຫວຕ່າງໆ ໂດຍລັດຖະບານ
ຊຸດກ່ອນ ທີ່ປະກາດ ໃຫ້ດິນລັດຖະບານກາງ ບາງຕອນເປັນເຂດສະຫງວນແຫ່ງຊາດ
ແລະ ຂໍ້ຈຳກັດໃນການນຳໃຊ້ດິນນີ້.
ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ທ່ານ Ryan Zinke ຜູ້ທີ່ຈະຮັບ
ໜ້າທີ່ນຳພາການທົບທວນຄືນດັ່ງກ່າວ ໄດ້ບອກບັນດານັກຂ່າວ ໃນວັນອັງຄານ
ວານນີ້ ວ່າ ຫ້ອງການຂອງທ່ານ ຈະນຳສະເໜີບົດລາຍງານຂັ້ນຕົ້ນ ພາຍໃນ 45 ມື້
ແລະ ບົດລາຍງານຄົບຖ້ວນ ພາຍໃນ 120 ມື້.
ທ່ານ Zinke ໄດ້ກ່າວວ່າ “ຂ້າພະເຈົ້າ ຈະບໍ່ໃຫ້ຂໍ້ຈູງໃຈລ່ວງໜ້າ ຂອງຜົນທີ່ຈະ
ອອກມາແນວໃດ” ນັ້ນ.
ຂອບເຂດຂອງການທົບທວນຄືນຈະກວມປະມານ 30 ເຂດສະຫງວນແຫ່ງຊາດ
ທີ່ໄດ້ຖືກກຳນົດໄປແລ້ວ ນັບຕັ້ງແຕ່ປີ 1996 ແລະ ມີເນື້ອທີ່ ຢ່າງໜ້ອຍ 40,000
ເຮັກຕາ.
ອັນນັ້ນ ປະກອບດ້ວຍ ເຂດສະຫງວນແຫ່ງຊາດ Bears Ears ຢູ່ພາກຕາເວັນຕົກ
ຂອງລັດ Utah ຊຶ່ງປະທານາທິບໍດີ ບາຣັກ ໂອບາມາ ໄດ້ສ້າງຕັ້ງຂຶ້ນເມື່ອປີກາຍນີ້.
ບັນດາສະມາຊິກພັກຣີພັບບລີກັນຂອງລັດ ໄດ້ຄັດຄ້ານການ ເຄື່ອນໄຫວນີ້ ໂດຍ
ກ່າວວ່າ ພວກຄົນໃນທ້ອງຖິ່ນ ເຫັນດີໃຫ້ພື້ນທີ່ ເປີດກວ້າງສຳລັບການພັດທະນາ.
ທ່ານ Zinke ໄດ້ກ່າວໃນວັນອັງຄານວານນີ້ວ່າ ເປົ້າໝາຍຂອງການທົບທວນ ຄືນ
ກໍເພື່ອ “ໃຫ້ລັດຕ່າງໆ ແລະ ປະຊາຄົມ ໃນທ້ອງຖິ່ນຕ່າງໆ ມີປາກມີສຽງຢ່າງມີ
ຄວາມໝາຍ ໃນຂະບວນການ” ແລະ ວ່າ ທ່ານໄດ້ຖືກສອບຖາມ ເພື່ອໃຫ້ນຳ
ສະເໜີຮ່າງກົດໝາຍ ປ່ຽນແປງ ຫຼື ດັດແກ້ ຕໍ່ເຂດສະຫງວນຕ່າງໆ.
ກົດໝາຍທີ່ໃຫ້ປະທານາທິບໍດີ ມີອຳນາດຈະປະກາດເຂດສະຫງວນ ບໍ່ໄດ້ເຈາະຈົງ
ໃຫ້ພວກເພິ່ນ ມີອຳນາດ ຕ່າວປີ້ນການປະກາດກ່ອນໜ້ານີ້ ແລະ ບໍ່ມີປະທານາທິບໍດີ
ຄົນໃດ ເຮັດເຊັ່ນນັ້ນ.
ກ່ອນໜ້າການລົງນາມໃນດຳລັດ ຂອງທ່ານທຣຳ ກຸ່ມອະນຸລັກຕ່າງໆ ແລະພວກຜູ້
ຕາງໜ້າຊົນເຜົ່າ ໄດ້ສະແດງການຄັດຄ້ານຢ່າງໜັກ ຕໍ່ການເຄື່ອນໄຫວນັ້ນ.
With an executive order Wednesday, U.S. President Donald Trump
is set to call for a review of moves by previous administrations to
declare certain pieces of federal lands as national monuments and
restrict how they can be used.
Interior Secretary Ryan Zinke, who will be tasked with leading the
review, told reporters Tuesday his office will deliver an interim report
within 45 days and a final report in 120 days.
"I'm not going to predispose what the outcome is going to be,"
Zinke said.
The scope of the review will extend to about 30 national monuments
that have been designated since 1996 and are at least 40,000
hectares in size.
That includes the Bears Ears National Monument in the western
state of Utah, which President Barack Obama created last year.
The state's Republican officials opposed the move, saying locals
favored keeping the area open for development.
Zinke said Tuesday the aim of the review is to "give states and local
communities a meaningful voice in the process," and that he is being
asked to suggest legislative changes or modifications to the monuments.
The law that gives presidents the ability to declare monuments does
not explicitly give them the power to reverse a previous designation,
and no prior president has done so.
Ahead of Trump signing the order, conservation groups and tribal representatives expressed sharp opposition to the move.