ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານ ທ່ານທຣຳ ກ່າວວ່າ ອີຣ່ານ ປະຕິບັດຕາມ ຂໍ້ຕົກລົງນິວເຄລຍ


ສະຖານທີ່ນິວເຄລຍ ຂອງອີຣ່ານ ທີ່ມີພູຜາຢູ່ດ້ານຫຼັງ ໃນເມືອງ Arak ໃນພາກກາງຂອງປະເທດ.
ສະຖານທີ່ນິວເຄລຍ ຂອງອີຣ່ານ ທີ່ມີພູຜາຢູ່ດ້ານຫຼັງ ໃນເມືອງ Arak ໃນພາກກາງຂອງປະເທດ.

ລັດຖະບານ​ສະຫະລັດ ​ໄດ້ໃຫ້ການ​ຮັບຮອງ​ອີກ​ຄັ້ງ​ນຶ່ງ ​ໃນ​ວັນ​ຈັນ​ວານ​ນີ້ ​ວ່າ ອີຣ່ານ ​
ໄດ້ປະຕິ​ບັດ​ຕາມ​ລະບຽບ​ ຂອງ​ຂໍ້​ຕົກລົງນິວ​ເຄລຍນາໆ​ຊາດ ສະບັບ​ປີ 2015 ຊຶ່ງ​ເປັນ
ຂໍ້​ຕົກລົງ ​ທີ່​ ປະທານາທິບໍດີດໍ​ໂນ​ລ ທຣຳ ເອີ້ນວ່າ “​ເປັນ​ຂໍ້​ຕົກລົງ​ທີ່​ຂີ້ຮ້າຍ​ສຸດ​ທີ່​ໄດ້
ມີ​ການ​ເຈລະຈາ​ກັນ​.”

ພາຍ​ໃຕ້​ກົດໝາຍ​ຂອງ​ສະຫະລັດ​ແລ້ວ ກະຊວງ​ການ​ຕ່າງປະ​ເທດ ​ຕ້ອງ​ໄດ້​ແຈ້ງ​ໃຫ້​ລັດຖະສະພາຮູ້ ກ່ຽວ​ກັບ​ການ​ປະຕິບັດ​ຕາມ​ກົດ​ລະບຽບ​ຂອງ​ອີຣ່ານ ​ໃນ​ທຸກໆ 90 ມື້.

​ເຈົ້າ​ໜ້າ​ທີ່ອະ​ວຸ​ໂສຂອງ​ລັດຖະບານ​ທ່ານ​ນຶ່ງ​ໄດ້​ກ່າວ​ວ່າ ​ໃນ​ຂະນະ​ທີ່​ອີຣ່ານ​ ​ໃນ​ທາງ
​ເທັກ​ນິກ ​ແລ້ວ ໄດ້​ປະຕິບັດ​ຕາມເງື່ອນ​ໄຂ​ຕ່າງໆ​ຂອງ​ຂໍ້​ຕົກລົງ ມັນ​ຈຶ່ງ “ຈະ​ບໍ່ມີ​ຄຳ​ຖາມ​
ໃດໆ ຕໍ່​ການເຮັດ​ຜິດ​ຕໍ່​ເນື້ອ​ໄນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ,”
​ໂດຍ​ກ່າວ​ເພີ່ມ​ຕື່ມ​ວ່າ ລັດຖະ
ບານ​ຂອງ​ທ່ານ​ທຣຳ ​ແມ່ນ​ເຮັດ​ວຽກ​ຢ່າງ​ແຂງ​ຂັນ​ກັບ​ກຸ່​ມປະເທດ​ພັນທະ​ມິດ ​ໃນ​ການ
ເພີ່ມການກວດ​ຂັນຢ່າງເຂັ້ມ​ງວດ ກ່ຽວ​ກັບ​ການ​ປະຕິບັດຕໍ່ໜ້າ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ທຳນຽບຂາວ ​ເຊື່ອ​ວ່າ ອີຣ່ານຍັງ
​ເປັນນຶ່ງໃນ​ບັນດາ​ລັດຖະບານ​ທີ່​ເປັນ​ອັນຕະລາຍ​ທີ່​ສຸດ​ ​ໂດຍອ້າ​ງຫລັກ​ຖານ​ກ່ຽວ​ກັບ​
ການ​ໃຫ້​ຄວາມສະໜັບສະໜູນ​ກຸ່ມ​ກໍ່​ການ​ຮ້າຍ​ຂອງ​ Tehran ການ​ສືບ​ຕໍ່​ເປັນ​ປໍ​ລະ​ປັກ​
ກັບ Israel ທຳ​ການ​ໂຈມ​ຕີ​ທາງ​ໄຊ​ເບີ​ຕໍ່​ສະຫະລັດ ​ແລະ​ລະ​ເມີດສິດທິມະນຸດ​ຫຼາຍໆ
​ຢ່າງ.​ເຈົ້າໜ້າ​ທີ່​ກ່າວວ່າ “ກິດຈະກຳເຫຼົ່ານີ້ ແມ່ນບ່ອນ​ທຳລາຍ​ຢ່າງ​ຮ້າຍ​ແຮງຕໍ່​ຄວາມ​
ຕັ້ງ​ໃຈຂອງຂໍ້​ຕົກລົງນີ້.”

ເຈົ້າ​ໜ້າ​ທີ່​ຂັ້ນ​ອະ​ວຸ​ໂສ ອີກ​ທ່ານ​ນຶ່ງ ​ໄດ້​ກ່າວ​ວ່າ ລັດຖະບານ​ຂອງທ່ານ​ທຣຳ ​ແມ່ນ​ກຳລັງ​
ເຮັດ​ວຽກ ເພື່ອແກ້​ໄຂ​ຂໍ້​ຂາດ​ຕົກບົກ​ຜ່ອງ​ຂອງ​ຂໍ້​ຕົກລົງ “ຊຶ່ງ​ມັນ​ມີ​ຫຼາຍ​ຢ່າງ​ດ້ວຍ​ກັນ,”
ແລະ​ຕຳ​ໜິຕິຕຽນ ການ​ປະຕິບັດ​ຂໍ້​ຕົກລົງ ຂອງ​ລັດຖະບານ​ອະດີດ​ປະທານາທິບໍດີ
​ຄົນ​ກ່ອນ ກໍ​ຄື​ທ່ານ​ບາຣັກ ​ໂອ​ບາ​ມາ.

​ເຈົ້າໜ້າ​ທີ່​ທຳນຽບຂາວ​ໄດ້ກ່າວ​ຢ້ຳ​ວ່າ ທ່າ​ທີ​ຂອງລັດຖະບານ​ສະຫະລັດ ​ຕໍ່​ຂໍ້​ຕົກລົງ
ນິວ​ເຄລຍ ດັ່ງກ່າວກໍ​ແມ່ນ​ວ່າ ຍັງ​ມີ​ການ​ທົບ​ທວນຄືນ​ຢູ່.

“ປະທານາທິບໍດີ ​ແມ່ນ​ໄດ້​ສະ​ແດງໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ​ເຖິງ​ຄວາມ​ຕ້ອງການ​ຂອງ​ທ່ານ​
ທີ່​ຈະແກ້​ໄຂ​ຂໍ້ຂາດ​ຕົກ​ບົກ​ຜ່ອງ​ຕ່າງໆ​ຂອງ​ຂໍ້​ຕົກລົງ...ຄວາມ​ໝັ້ນໝາຍຂອງ​ທ່ານ ທີ່​ຈະ
​ແກ້​ໄຂ​ຂໍ້ຂາດ​ຕົກບົກ​ຜ່ອງ​ເຫຼົ່ານັ້ນ ​ແມ່ນ​ຍັງ​ມີ​ຢູ່​ຢ່າງ​ແນ່​ວ​ແນ່,”
ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ
ເຈົ້າ​ໜ້າ​ທີ່ອະ​ວຸ​ໂສທ່ານ​ນຶ່ງ ທີ່​ໄດ້​ກ່າວ​ໄວ້.

ຂໍ້​ຕົກລົງ​ນິວ​ເຄລຍ ທີ່​ຮູ້​ກັນ​ດີ​ຢ່າງ​ເປັນ​ທາງ​ການໃນ​ນາມ ​ແຜນ​ປະຕິບັດ​ງານ​ຮ່ວມຮອບ
​ດ້ານ ຫຼື Join Comprehensive Plan of Action ທີ່​ໄດ້​ຕົກລົງ​ກັນ​ໃນ​ປີ 2015
ຫລັງ​ຈາກ​ໄດ້​ມີການ​ເຈລະຈາ​ລະຫວ່າງອີຣ່ານ ​ແລະ​ກຸ່ມ ທີ່​ຮວມມີ ສະຫະລັດ ອັງກິດ
ຝຣັ່ງ ຈີນ ຣັດ​ເຊຍ ​ແລະ​ເຢຍຣະມັນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG