ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ເລັ່ງ​ຂັ້ນ​ຕອນ ການ​ກວດ​ສອບ ຜູ້​ຂໍ​ລີ້​ໄພ


ພວກ​ຄົນ​ເຂົ້າ​ເມືອງ ເດີນ​ທາງ​ໄປ​ເຂດ​ຊາຍ​ແດນ ເມັກ​ຊິ​ໂກ ເພື່ອ​ຂໍ​ລີ້​ໄພ.
ພວກ​ຄົນ​ເຂົ້າ​ເມືອງ ເດີນ​ທາງ​ໄປ​ເຂດ​ຊາຍ​ແດນ ເມັກ​ຊິ​ໂກ ເພື່ອ​ຂໍ​ລີ້​ໄພ.

ລັດ​ຖະ​ບາ​ນ​ທ່ານ ທ​ຣຳ ແມ່ນ​ກຳ​ລັງ​ກຽມ​ພ້ອມ ​ທີ່​ຈະ​ເລັ່ງ​ການກວດ​ສອບພວກ​ຄົນ​ເຂົ້າ
ເມືອງຂໍລີ້ໄພໃນຂັ້ນຕົ້ນ ແລະ ດຳເນີນການສຳພາດຜູ້ຍົກຍ້າຍຖິ່ນຖານພາຍໃນມື້ດຽວ.

ບັນ​ດາ​ເຈົ້າ​ໜ້າ​ຂໍ​ລີ້​ໄພ ປົກ​ກະ​ຕິ​ຈະ​ຖ້າ​ປະ​ມານ 48 ຊົ່ວ​ໂມງເພື່ອ​ສຳ​ພາດ ແລະ ຟັງ​ກໍ​
ລະນີພວກຄົນເຂົ້າເມືອງ ຜູ້ທີ່ຖືກຄວບຄຸມຕົວ ຫຼັງຈາກໄດ້ເຂົ້າມາໃນ ສະຫະລັດ.

ແນວ​ໃດ​ກໍ​ຕາມ, ​ຮັກ​ສາ​ການຜູ້​ອຳ​ນວຍ​ການ​ ພະ​ແນກ​ສັນ​ຊາດ ແລະ ກວດຄົນ​ເຂົ້າ​
ເມືອງສະຫະລັດ ທ່ານ ເຄັນ ຄຸດຊີແນລລີ (Ken Cuccinelli) ໄດ້ສັ່ງໃຫ້ບັນດາເຈົ້າໜ້າ
ທີ່ ສຳພາດພວກຄົນເຂົ້າເມືອງ ທີ່ຖືກກັກຂັງພາຍໃນມື້ດຽວ. ເວັບໄຊ້ຂ່າວ Buzzfeed
ເຊິ່ງໄດ້ກ່າວວ່າ ເຂົາເຈົ້າໄດ້ຮັບສຳເນົາເອກະສານ ກ່ຽວກັບຄຳສັ່ງທີ່ໄດ້ອອກໃຫ້ບັນດາ
ພະນັກງານ CIS ນັ້ນທຳອິດໄດ້ລາຍ ກ່ຽວກັບ ການປ່ຽນແປງນະໂຍບາຍໃນວັນຈັນທີ່
ຜ່ານມາ.

ວີ​ໂອ​ເອ​ໄດ້​ຢືນ​ຢັນ​ລາຍ​ງານ​ດັ່ງ​ກ່າວ​ໃນ​ຄືນ​ວັນ​ຈັນ​ແລ້ວ.

ໂຄ​ສົກ​ພະ​ແນກ​ສັນ​ຊາດ​ ແລະ ຄົນ​ເຂົ້າ​ເມືອງ ສະ​ຫະ​ລັດ ຫຼື USCIS ທ່ານ​ນາງ ເຈັ​ສ​ຊິ​
ຄາ ຄອລລິນສ໌ ໄດ້ກ່າວຕໍ່ວີໂອເອວ່າ “ໃນສ່ວນຂອງຄວາມພະຍາຍາມຂອງພວກເຮົາ
ທີ່ຈະເລັ່ງຂັ້ນຕອນການຍົກຍ້າຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນນັ້ນ, ທາງພະ
ແນກ USCIS ແມ່ນກຳລັງແກ້ໄຂໄລຍະການປຶກສາຫາລື ເພື່ອໃຫ້ສອດຄ່ອງກັບຄວາມ
ເປັນຈິງໃນການປະຕິບັດການຂອງປັດຈຸບັນ.”

ເຖິງ​ແມ່ນ​ວ່າ​ທ່ານ​ນາງ ຄອ​ລ​ລີ​ນ​ສ໌ ບໍ່​ໄດ້​ເວົ້າ​ວ່າ ຄຳ​ສັ່ງ​ຊຸດ​ໃໝ່ ​ຈະ​ເລີ່ມ​ໃຊ້ເມື່ອ​ໃດ​ກໍ​
ຕາມນັ້ນ, ທ່ານນາງໄດ້ເວົ້າວ່າ “ມັນຈະຊ່ວຍເຮັດໃຫ້ການເລັ່ງຂັ້ນຕອນການຍົກຍ້າຍ
ໄວຂຶ້ນຫຼາຍ ແລະ ຊ່ວຍປ້ອງກັນການຊັກຊ້າໃນລະບົບ.”

ລາຍ​ງານ​ຂອງ​ເວັບ​ໄຊ້ Buzzfeed ໄດ້​ກ່າວ​ວ່າ ບັນ​ດາ​ທະ​ນາຍ​ຄວາມ​ເຊື່ອ​ວ່າ ການ
ເຄື່ອນໄຫວດັ່ງກ່າວແມ່ນຄາດວ່າຈະເຮັດໃຫ້ “ພວກຄົນເຂົ້າເມືອງ ມີເວລາກະກຽມ
ໜ້ອຍ ສຳລັບການສຳພາດຂອງເຂົາເຈົ້າ ຫຼື ຟື້ນຕົວຈາກການເດີນທາງທີ່ອັນຕະລາຍ.”

ການ​ສຳ​ພາດ ກ່ຽວ​ກັບ ຄວາມ​ຢ້ານ​ກົວ​ທີ່​ເຊື່ອ​ຖື​ໄດ້ ແມ່ນ​ການ​ສຳ​ພາດ​ຂັ້ນ​ຕົ້ນ ເຊິ່ງ​ຜູ້​
ຍົກຍ້າຍຖິ່ນຖານ ຕ້ອງສະແດງໃຫ້ເຫັນວ່າ ມັນມີໂອກາດທີ່ເຊື່ອຖືໄດ້ວ່າ ເຂົາເຈົ້າຈະ
ຖືກປະຫັດປະຫານ ຫຼື ສາມາດສະແດງໃຫ້ເຫັນເຫດຜົນຂອງຄວາມຢ້ານກົວ ໃນການ
ຖືກກົດຂີ່ຂູດຮີດຢູ່ປະເທດຂອງເຂົາເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG