ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະລົງຄະແນນສຽງ ຄັດຄ້ານ ຍັດຕິ ກ່າວປະນາມ ການປິດລ້ອມ ທາງເສດຖະກິດ ຕໍ່ຄິວບາ


ຄະແນນສຽງສະແດງຢູ່ກະດານ ລຸນຫຼັງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ລົງຄະແນນສຽງເພື່ອແກ້ໄຂ ການປິດລ້ອມທາງເສດຖະກິດ, ການຄ້າ ແລະ ການເງິນ ທີ່ ສະຫະລັດ ໄດ້ວາງຕໍ່ ຄິວບາ ໃນສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ຢູ່ນະຄອນ ນິວຢອກ. 27 ຕຸລາ, 2015
ຄະແນນສຽງສະແດງຢູ່ກະດານ ລຸນຫຼັງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ລົງຄະແນນສຽງເພື່ອແກ້ໄຂ ການປິດລ້ອມທາງເສດຖະກິດ, ການຄ້າ ແລະ ການເງິນ ທີ່ ສະຫະລັດ ໄດ້ວາງຕໍ່ ຄິວບາ ໃນສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ຢູ່ນະຄອນ ນິວຢອກ. 27 ຕຸລາ, 2015

ສະຫະລັດ ແມ່ນຄາດວ່າຈະລົງຄະແນນສຽງ “ບໍ່” ເມື່ອສະມັດຊາໃຫຍ່ອົງການສະຫະ
ປະຊາຊາດ ພິຈາລະນາຍັດຕິສະບັບນຶ່ງ ໃນວັນພຸດມື້ນີ້ ທີ່ຮຽກຮ້ອງໃຫ້ຍຸຕິການປິດ
ລ້ອມທາງເສດຖະກິດຂອງ ສະຫະລັດ ຕໍ່ປະເທດ ຄິວບາ.

ໃນການລົງຄະແນນສຽງທີ່ຄ້າຍຄືກັນເມື່ອປີກາຍນີ້, ສະຫະລັດ ບໍ່ໄດ້ອອກສຽງເປັນ
ຄັ້ງທຳອິດ ໃນເວລາທີ່ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ພະຍາຍາມທີ່ຈະ
ປັບປຸງໃຫ້ ສາຍພົວພັນກັບລັດຖະບານ ຮາວານາ ເປັນປົກກະຕິ. ໃນຂະນະທີ່ລັດຖະ
ບານຂອງທ່ານທຣຳ ຍັງວາງແຜນທີ່ຈະພົວພັນກັບ ຄິວບາ ຢູ່ຄືເກົ່າແລະປົກປ້ອຜົນ
ປະໂຫຍດຂອງ ສະຫະລັດ ໄວ້ນັ້ນ, ແຕ່ລັດຖະບານທ່ານ ທຣຳ ກໍໄດ້ຫຼຸດຜ່ອນຄວາມ
ກ້າວໜ້າບາງຢ່າງທີ່ໄດ້ຮັບມາ ພາຍໃຕ້ລັດຖະບານທ່ານ ໂອບາມາ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເຮເຕີ ນາວເອີດ ໄດ້ກ່າວໃນວັນອັງຄານ
ວານນີ້ວ່າ “ເປັນເວລາດົນນານຫຼາຍແລ້ວ, ຄິວບາ ໄດ້ພົວພັນໃນການລະເມີດສິດທິ
ມະນຸດທີ່ບາງເທື່ອລັດຖະບານຊຸດກ່ອນໄດ້ເຫັນ ແລະ ເບິ່ງໜີໄປທາງອື່ນ. ມັນຍັງບໍ່ມີ
ຄຳເຫັນໃດໆຈາກຄິວບາ ເທື່ອ ກ່ຽວກັບການລົງຄະແນນສຽງ ທີ່ຈະມີຂຶ້ນໃນວັນພຸດ
ມື້ນີ້.

ຍັດຕິສະມັດຊາໃຫຍ່ອົງການສະຫະປະຊາຊາດສະບັບນີ້ ແມ່ນບໍ່ມີຂໍ້ຜູກມັດ. ແຕ່ບັນ
ດາຜູ້ແທນຂອງປະເທດຕ່າງໆໄດ້ລົງຄະແນນສຽງຢ່າງຖ້ວມລົ້ນໃນທຸກໆປີ ເຫັນພ້ອມ
ໃນການຮຽກຮ້ອງໃຫ້ລັດຖະສະພາ ສະຫະລັດ ຍົກເລີກການປິດລ້ອມທາງເສດຖະ
ກິດຕໍ່ ຄິວບາທີ່ມີມາໄດ້ 57 ປີແລ້ວນັ້ນ. ຍັດຕິດັ່ງກ່າວໄດ້ຖືກຮັບຜ່ານດ້ວຍຄະແນນ
191 ຕໍ່ 0 ໃນປີກາຍນີ້, ມີແຕ່ສະຫະລັດ ແລະ ອິສຣາແອລ ເທົ່ານັ້ນບໍ່ໄດ້ອອກສຽງ.

ປະທານາທິບໍດີ ທຣຳ ໄດ້ຖິ້ມໂທດໃສ່ ຄິວບາ ຕໍ່ການໂຈມຕີດ້ວຍຄື້ນສຽງລຶກລັບ ທີ່
ໄດ້ເຮັດໃຫ້ນັກການທູດ ສະຫະລັດ ແລະຄົນອື່ນໆ 24 ຄົນບາດເຈັບໃນນະຄອນຫຼວງ
ຮາວານາ ຕົ້ນປີນີ້. ຊາວ ອາເມຣິກັນ ໄດ້ປະສົບກັບການສູນເສຍຄວາມສາມາດໃນ
ການໄດ້ຍິນສຽງ, ເຈັບຫົວ ແລະ ວິນຫົວ. ນັກການທູດ ຄິວບາ 15 ຄົນ ໄດ້ຖືກຂັບໄລ່
ອອກຈາກນະຄອນຫຼວງ ວໍຊິງຕັນ ໃນການຕອບໂຕ້ຄືນ. ທ່ານ ທຣຳ ບໍ່ໄດ້ກ່າວໂດຍ
ສະເພາະເຈາະຈົງ ກ່ຽວກັບ ຜູ້ທີ່ທ່ານຄິດວ່າ ເປັນຜູ້ຮັບຜິດຊອບ ແລະ ບັນດານັກສືບ
ສວນສອບສວນ ສະຫະລັດ ກ່າວວ່າ ການກ່າວຫາວ່າ ບາງຄົນໄດ້ວາງອຸປະກອນຄື້ນ
ສຽງ ຢູ່ນອກເຮືອນພັກຂອງນັກການທູດໃນນະຄອນຫຼວງ ຮາວານາ ນັ້ນແມ່ນ “ເລື່ອງ
ນະວະນິຍາຍ ວິທະຍາສາດ.”

The United States is expected to vote "no" when the U.N. General Assembly considers a resolution later Wednesday calling for an end to the U.S. economic embargo against Cuba.

In a similar vote last year, the U.S. abstained for the first time as former President Barack Obama soughtto normalize ties with Havana.While the Trump administration still plans to remain engaged with Cuba and champion U.S. interests, it has rolled back some of the progress made under Obama.

"For far too long, Cuba has engaged in human rights abuses that perhaps past administrations have turned and looked the other way," State Department spokeswoman Heather Nauert said Tuesday.There has been no comment yet from Cuba on Wednesday's pending vote.

U.N. General Assembly resolutions are nonbinding. But the delegates overwhelmingly vote every year in favor of urging the U.S. Congress to lift the 57 year-old embargo against Cuba.The resolution passed 191 to nothing last year, with the U.S. and Israel abstaining.

President Donald Trump has blamed Cuba for the mysterious sonic attacks that injured 24 U.S. diplomats and others in Havana earlier this year. The Americans suffered hearing loss, headaches, and dizziness.Fifteen Cuban diplomats were expelled from Washington in retaliation.Trump did not specifically say who he thinks is responsible and U.S. investigators still do not know exactly who and what caused the injuries.Cuban investigators say allegations that someone placed a sonic device outside the diplomats' homes in Havana are "science fiction."

XS
SM
MD
LG