ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ປ. Trump ຈະຂາຍ ເຮືອບິນລົບ F-16 ໃຫ້ Bahrain


ເຮືອບິນລົບ F-16 ສະຫະລັດ ສະແດງການບິນ ອິນເດຍປີ 2017 ທີ່ລັດ Bangalore, ປະເທດອິນເດຍ, 16 ກຸມພາ, 2017.
ເຮືອບິນລົບ F-16 ສະຫະລັດ ສະແດງການບິນ ອິນເດຍປີ 2017 ທີ່ລັດ Bangalore, ປະເທດອິນເດຍ, 16 ກຸມພາ, 2017.

ລັດຖະບານສະຫະລັດຂອງປະທານາທິບໍດີ Donald Trump ໄດ້​ແຈ້ງໃຫ້ທາງລັດຖະ
ສະພາຊາບ ໃນວັນພຸດວານນີ້ວ່າ ຕົນມີ​ແຜນທີ່ຈະດຳ​ເນີນ​ການ​ຕໍ່ໄປ​ໃນ​ການຂາຍເຮືອ ບິນລົບອາຍພົ່ນ ໃຫ້ປະເທດ Bahrain ທີ່ໄດ້ຖືກໂຈະໄວ້ໃນປີກາຍນີ້ ຍ້ອນຄວາມເປັນ
ຫ່ວງດ້ານສິດທິມະນຸດ.

ການຕົກລົງທີ່ວ່ານີ້ຈະອະນຸຍາດໃຫ້ Bahrain ສາມາດຊື້ເຮືອບິນລົບ F-16 ຈຳນວນ
19 ລຳ ຈາກບໍລິສັດ Lockheed Martin ໃນລາຄາ 4 ພັນລ້ານໂດລ່າ.

​ແຈ້ງ​ການຕໍ່ລັດຖະສະພາ​ໃນວັນພຸດວານນີ້ແມ່ນອຳນວຍ​ໃຫ້​ມີ​ການ​ລິ​ເລີ່​ມຂັ້ນຕອນ​
ໃນການ​ທົບ​ທວນ ຊຶ່ງ​ໃນ​ລະຫວ່າງ​ນີ້ ທາງລັດຖະສະພາສາມາດສອບຖາມກ່ຽວ​ກັບ
ຂໍ້ມູນເພີ່ມຕື່ມ ຫຼືສະ​ແດງຄວາມເປັນຫ່ວງຕ່າງໆ. ໃນຂະນະນີ້ ພັກ Republic ຂອງ​
ທ່ານ Trump ແມ່ນຄວບຄຸມທັງສອງສະພາຂອງ​ສະຫະລັດ.

ລັດຖະບານຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ຢຸດການຂາຍທີ່ວ່ານີ້
ໂດຍກ່າວວ່າ ກ່ອນອື່ນ ປະເທດ Bahrain ແມ່ນຈຳເປັນຕ້ອງ​ໄດ້​ແກ້​ໄຂ​ບັນຫາ​ກ່ຽວ
ກັບຄວາມ​ເປັນ​ຫ່ວງ​ດ້ານສິດທິມະນຸດ ເຊັ່ນການປາບ​ປາມກຸ່ມຝ່າຍຄ້ານ.

ທ່ານ Bob Corker ປະທານຄະນະກຳມະການຄວາມສຳພັນກັບຕ່າງປະເທດຂອງ
ສະພາສູງ ໄດ້ກ່າວໃນວັນພຸດວານນີ້ວ່າ ເງື່ອນໄຂດັ່ງກ່າວນີ້ “ແມ່ນບໍ່ເຄີຍມີມາກ່ອນ
ແລະມີ​ຜົນ​ໃນ​ທາງ​ກົງກັນຂ້າມ” ໃນຂະນະທີ່ທ່ານໄດ້ກ່າວຍົກຍ້ອງ ການຕັດສິນໃຈ
ໃນການເອົາບາດກ້າວ ທີ່​ຈະ​ດຳ​ເນີນ​ການ​ຕໍ່​ໄປໃນການຂາຍເຮືອບິນດັ່ງກ່າວ.

ທ່ານ Corker ກ່າວໃນຖະແຫຼງການສະບັບນຶ່ງວ່າ “ມັນຍັງມີຫຼາຍວິທີທາງ ທີ່ມີປະ
ສິດທິຜົນ ​ເພື່ອຈະຊອກຫາຊ່ອງ​ທາງ ​ໃຫ້​ມີ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ຕ່າງໆ​ຂອງ​
ປະເທດພາຄີ ຫຼາຍກວ່າການຕັ້ງເງື່ອນໄຂຢ່າງ​ເປັນ​ການ​ເປີດ​ເຜີຍ ກ່ຽວກັບການ​
ໂອນອາວຸດແບບນີ້.”

ອົງການນິລະໂທດກຳສາກົນ ຄັດຄ້ານຕໍ່ການຂາຍ​ເຮືອບິນ​ດັ່ງກ່າວ ໂດຍກ່າວອ້າງ
ເຖິງຄວາມເປັນຫ່ວງ ຈຳນວນ​ນຶ່ງ ກ່ຽວກັບການເອົາບາດກ້າວ ຂອງ Bahrain ຊຶ່ງ
ຮວມທັງ ການປະກອບສ່ວນເຂົ້າຮ່ວມໃນແນວໂຮມທີ່ນຳພາໂດຍ Saudi Arabia ທີ່ທຳການໂຈມຕີທາງອາກາດໃນບັນຫາ​ຂັດ​ແຍ້​ງຢູ່ເຢເມນ. ກຸ່ມດັ່ງກ່າວຍັງໄດ້ກ່າວ
ອ້າງເຖິງດຳລັດຝ່າຍບໍລິຫານ ຂອງທ່ານ Trump ທີ່ໂຈະການ​ເດີນທາງ ເຂົ້າມາຍັງ
ສະຫະລັດຂອງພວກອົບພະຍົບ ນຳອີກ.

“ແມ່ນ​ເປັນ​ເລື່ອງ​ລົບ​ກວນ​ເປັນ​ພິ​ເສດ ທີ່ຈະປະກອບອາວຸດໃຫ້ພວກລັດຖະບານ
ເຫຼົ່ານີ້ ໃນຂະນະທີ່ມີ​ການ​ຂັດຂວາງ​ບໍ່​ໃຫ້ພວກທີ່ຫລົບໜີຈາກຄວາມຮຸນແຮງເຂົ້າ
ມາ​ໃນສະຫະລັດ,”
ນັ້ນຄື​ຄຳ​ເວົ້າຂອງທ່ານ Sunjeev Bery ຜູ້ອຳນວຍການ ອົງ
ການນິລະໂທດກຳສາກົນສະຫະລັດຮັບຜິດຊອບ​ກ່ຽວກັບພາກຕາເວັນອອກກາງໄດ້
ກ່າວໄປ ແລະທ່ານຍັງກ່າວອີກວ່າ “ຂໍ້ຕົກລົງທີ່ວ່ານີ້ ​ເຮັດໃຫ້ສະຫະລັດ ຕົກ​ຢູ່​ໃນ
ຄວາມສ່ຽງ ຕໍ່ການເຂົ້າ​ໄປ​ກ່ຽວຂ້ອງ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມແລະກີ​ດກັນ
ປະເທດອື່ນໆ ເຊັ່ນ Saudi Arabia ບໍ່ໃຫ້​ແກ້​ໄຂ​ປະຫວັດການເຄົາລົບນັບຖືສິດ
ທິມະນຸດຂອງຕົນ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG