ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານທ່ານທຣຳ ຕົກລົງທີ່ຈະເລື່ອນ ການພິຈາລະນາ ກ່ຽວກັບ ກົດລະບຽບ ຂອງປະກັນສຸຂະພາບ


ພວກປະທ້ວງທັງຫຼາຍ ຖືປ້າຍ ທີ່ເຫັນດີ ໃຫ້ການເຮັດແທ້ງລູກ ຖືກຕ້ອງຕາມກົດໝາຍ ແລະປະທ້ວງຕໍ່ການຫ້າມ ການເຮັດແທ້ງລູກ ຢູ່ນອກສານ ໃນນະຄອນຫຼວງ ວໍຊິງຕັນ.
ພວກປະທ້ວງທັງຫຼາຍ ຖືປ້າຍ ທີ່ເຫັນດີ ໃຫ້ການເຮັດແທ້ງລູກ ຖືກຕ້ອງຕາມກົດໝາຍ ແລະປະທ້ວງຕໍ່ການຫ້າມ ການເຮັດແທ້ງລູກ ຢູ່ນອກສານ ໃນນະຄອນຫຼວງ ວໍຊິງຕັນ.

ຄະນະລັດຖະບານທ່ານທຣຳ ໄດ້ຕົກລົງເຫັນດີ ທີ່ຈະເລື່ອນ ການຈັດຕັ້ງປະຕິບັດກົດ
ລະບຽບນຶ່ງ ທີ່ຈະອະນຸຍາດໃຫ້ພວກພະນັກງານແພດ ປະຕິເສດຕໍ່ການທຳແທ້ງລູກ
ໃດໆ ຫຼື ການຮັກສາປິນປົວອື່ນໆໃດ ບົນພື້ນຖານຂອງສິນທຳ ຫຼື ສາສະໜາ ໃນຂະນະ
ທີ່ ອັນທີ່ເອີ້ນວ່າ ກົດລະບຽບຂອງ “ຈິດສຳນຶກ” ນັ້ນ ກຳລັງຖືກທ້າທາຍ ຢູ່ໃນສານຂອງ
ລັດຄາລີຟໍເນຍ.

ກົດລະບຽບດັ່ງກ່າວ ເຊື່ອກັນວ່າ ຈະມີຜົນບັງຄັບໃຊ້ໃນວັນທີ 22 ກໍລະກົດ ແຕ່ ກະຊວງ
ສາທາລະນະສຸກແລະສະຫວັດດີການສັງຄົມ ສະຫະລັດ ແລະບັນດາກຸ່ມຝ່າຍຄຄ້ານ
ຕໍ່ກົດລະບຽບ ທີ່ເປັນຄູ່ກໍລະນີ ໃນການຍື່ນຄຳຟ້ອງຕໍ່ກະຊວງ ຢູ່ໃນລັດຄາລີຟໍເນຍ ນັ້ນ
ຊຶ່ງທັງສອງອົງການ ຕ່າງກໍເຫັນດີນຳກັນ ໃນວັນສຸກນີ້ ທີ່ຈະເລື່ອນການຕັດສິນເທື່ອ
ສຸດທ້າຍ ໃນເລື້ອງບັນຫາດັ່ງກ່າວນັ້ນ ອອກໄປຈົນເຖິງວັນທີ 22 ພະຈິກ.

ອົງການດັ່ງກ່າວ ໄດ້ເອີ້ນ ການເລື່ອນວັນເວລາທີ່ກ່າວມານັ້ນວ່າ “ເປັນວິທີທີ່ມີປະສິດ
ທິພາບ ທີ່ສຸດ ທີ່ຈະພິຈາລະນາໄຕ່ສວນ” ກົດລະບຽບນັ້ນ.

ສ່ວນຜູ້ພິພາກສາສານລັດຖະບານກາງ ໃນນະຄອນ ແຊນແຟຣນສິດໂກ ກໍໄດ້ອະນຸຍາດ
ໃຫ້ປຽນມື້ ໄປເປັນວັນເສົາ.

ສຳນວນຄຳຟ້ອງໃນລັດຄາລີຟໍເນຍ ອ້າງວ່າ ກະຊວງດັ່ງກ່າວ ໃຊ້ອຳນາດຂອງຕົນເກີນ
ຂອບເຂດ ໂດຍອອກກົດລະບຽບດັ່ງກ່າວ ຊຶ່ງປະທານາທິບໍດີ ທຣຳ ໄດ້ປະກາດໄປ ໃນ
ເດືອນພຶດສະພາ ຜ່ານມານີ້.

ມາດຕະການດັ່ງກ່າວ ທີ່ຮູ້ຈັກກັນຄື ການປົກປ້ອງສິດດ້ານຈິດສຳນຶກທີ່ບັນຍັດໄວ້ໃນ
ກົດໝາຍ ການຮັກສາສຸກຂະພາບ ຊຶ່ງຄະນະອຳນາດການປົກຄອງ ຈະຕ້ອງ ໃຫ້
ອົງການຈັດຕັ້ງໃດໆ ທີ່ໄດ້ຮັບເງິນຈາກໂຄງການລັດຖະບານກາງ ຮັບຮອງເປັນຫຼັກຖານ
ທີ່ວ່າ ພວກເຂົາ ປະຕິບັດຕາມກົດໝາຍລັດຖະບານກາງ ຈຳນວນ 25 ສະບັບ ທີ່ປົກ
ປ້ອງສິດບົນພື້ນຖານຈິດສຳນຶກ ແລະສາສະໜາ. ຊຶ່ງກົດໝາຍພວກນີ້ ສ່ວນໃຫຍ່ ແມ່ນ
ກ່ຽວຂ້ອງກັບວິທີການຮັກສາປິ່ນປົວທາງການແພດ ເຊັ່ນວ່າ ການທຳແທ້ງລູກ ການ
ເຮັດໝັນ ແລະການຂ້າໂຕຕາຍທີ່ໄດ້ຮັບການຊ່ອຍເຫຼືອ ເປັນຕົ້ນ.

ກະຊວງດັ່ງກ່າວ ກ່ອນໜ້ານີ້ ໄດ້ກ່າວວ່າ ລັດຖະບານຊຸດກ່ອນ ບໍ່ໄດ້ແກ້ໄຂພຽງພໍ ເພື່ອ
ປົກປ້ອງສິດທັງຫຼາຍເຫຼົ່ານັ້ນ ໃນດ້ານທາງການແພດ.

ກົດລະບຽບນັ້ນ ເປັນບູລິມະສິດ ສຳລັບພວກອະນຸລັກນິຍົມສາສະໜາ ແຕ່ພວກວິຈານ
ຢ້ານວ່າ ມັນຈະການມາເປັນ ຂໍ້ອ້າງສຳລັບການປະຕິເສດຕໍ່ການທີ່ຈະໄດ້ຮັບການຮັກສາ
ປິ່ນປົວ ຂອງພວກປະຊາຄົມ ພວກຍິງມັກຍິງ ພວກກະເທີຍ ພວກມັກທັງຍິງແລະຊາຍ ພວກປ່ຽນເພດ ແລະພວກຢາກເປັນເພດກົງກັນຂ້າມ ທີ່ເອີ້ນຫຍໍ້ວ່າ LGBTQ ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG