ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທຣໍາ ຢາກສະເໜີ ງົບປະມານ 2 ພັນຕື້ໂດລາ ເພື່ອສ້າງພື້ນຖານໂຄງຫລ່າງ ຫລັງການລະບາດ ໂຄວິດ-19 ໝົດໄປ


ປະທານາທິບໍດີ ທຣໍາກ່າວຢູ່ໃນກອງປະຊຸມລາຍງານ ຂອງໜ່ວຍສະເພາະກິດຕ້ານໄວຣັສໂຄໂຣນາ ຢູ່ສວນກຸຫລາບຂອງທໍານຽບຂາວ ໃນວັນທີ 29 ມີນາ, 2020 (ພາບຖ່າຍໂຍ AP Photo/Patrick Semansky)
ປະທານາທິບໍດີ ທຣໍາກ່າວຢູ່ໃນກອງປະຊຸມລາຍງານ ຂອງໜ່ວຍສະເພາະກິດຕ້ານໄວຣັສໂຄໂຣນາ ຢູ່ສວນກຸຫລາບຂອງທໍານຽບຂາວ ໃນວັນທີ 29 ມີນາ, 2020 (ພາບຖ່າຍໂຍ AP Photo/Patrick Semansky)

ບໍ່ພໍເທົ່າໃດມື້ ຫລັງຈາກໄດ້ເຊັນອະນຸມັດຊຸດມາດຕະການເງິນຊ່ວຍເຫລືອບັນ ເທົາ ຜົນກະທົບຂອງໄວຣັສໂຄໂຣນາ 2 ພັນຕື້ໂດລາແລ້ວ, ປະທານາທິບໍດີ ດໍໂນລ ທຣໍາ ກໍໄດ້ນໍາເອົາຄວາມຄິດ ມາລົມເປັນລອຍໆວ່າ ຈະເອົາເງິນໃນ ຈໍານວນເທົ່າກັນມາສ້ອມແປງພື້ນຖານໂຄງຫລ່າງຂອງປະເທດຂະໜາດໃຫຍ່.

“ໂດຍທີ່ມີອັດຕາດອກເບ້ຍສໍາລັບສະຫະລັດຢູ່ໃນລະດັບສູນ (0) ຕອນນີ້ ເປັນ ໂອກາດດີ ທີ່ຈະເຮັດຮ່າງກົດໝາຍກ່ຽວກັບພື້ນຖານໂຄງຫລ່າງທີ່ໄດ້ລໍຖ້າ ມາ ເປັນເວລາຫລາຍທົດສະວັດແລ້ວ,” ນັ້ນຄືຄໍາເວົ້າຂອງທ່ານ ທຣໍາທີ່ຂຽນລົງໃນ ທວີດເຕີ. ທ່ານຂຽນຕໍ່ໄປວ່າ “ມັນຄວນຈະເປັນສິ່ງທີ່ໃຫຍ່ & ກ້າຫານຫລາຍ, ເງິນ 2 ພັນຕື້ໂດລາແລະຕ້ອງສຸມໃສ່ພຽງແຕ່ການສ້າງວຽກເຮັດງານທໍາ ແລະ ສ້າງສາພື້ນຖານໂຄງຫລ່າງທີ່ຄັ້ງນຶ່ງເຄີຍດີເລີດຂອງປະເທດເຮົາ ເທົ່ານັ້ນ.”

ຢູ່ໃນຫລາຍໆໂອກາດ ຂະນະທີ່ທ່ານດໍາລົງດໍາແໜ່ງຢູ່ໃນທໍານຽບຂາວມາເປັນ ເວລາໄດ້ສາມປີກວ່າຢູ່ນີ້ ທ່ານທຣໍາໄດ້ສະເໜີ ໃຫ້ດໍາເນີນການສ້າງຫົນທາງ ແລະຂົວທີ່ເກົ່າ ແລະຊຸດໂຊມຂອງປະເທດຄືນໃນຂະໜາດໃຫຍ່ ແລະປັບປຸງ ສະໜາມບິນ ແລະຕຶກຂອງສ່ວນລວມໃຫ້ທັນສະໄໝ.

ການດໍາເນີນຄວາມພະຍາຍາມດັ່ງກ່າວ ມັນຈະຖືກຂະໜານນາມວ່າເປັນອາທິດ ແຫ່ງພື້ນຖານໂຄງຫລ່າງເພື່ອສຸມໃສ່ຄວາມຕ້ອງການໃນການກໍ່ສ້າງຄືນໃໝ່; ແຕ່
ວ່າ ກໍບໍ່ມີການຕົກລົງກັນໄດ້ ລະຫວ່າງລັດຖະບານທ່ານທຣໍາ ກັບລັດຖະສະພາ ກ່ຽວກັບເລື້ອງທີ່ວ່າ ແມ່ນອັນໃດແທ້ໆ ທີ່ຕ້ອງໄດ້ຖືກສ້ອມແປງ, ຖ້າມີການເອີ່ຍ ເຖິງອາທິດແຫ່ງພື້ນຖານໂຄງຫລ່າງຍາມໃດ ກໍກັບກາຍມາເປັນເລື້ອງເວົ້າຕະ ຫລົກກັນຕະຫລອດ ຢູ່ໃນນະຄອນວໍຊິງຕັນ ໂດຍເປັນຫລັກຖານສໍ່ສະແດງ ໃຫ້ເຫັນເຖິງການຂາດຄວາມສາມາດຂອງລັດຖະບານ.

ການຖີບຕົວສູງຂຶ້ນຂອງຈໍານວນຄົນຫວ່າງງານທີ່ມີສາເຫດມາຈາກການລະບາດ ໃນລະດັບໂລກຂອງໄວຣັສໂຄໂຣນາ ໂດຍທີ່ທຸລະກິດຕ່າງໆ ໄດ້ປິດປະຕູໄວ້ນັ້ນ ອາດຈະເປັນແຮງຜັກດັນໃໝ່ໃຫ້ແກ່ລັດຖະບານໃນການແກ້ໄຂບັນຫາ ພື້ນຖານ ໂຄງຫລ່າງຂອງສະຫະລັດ ໂດຍເປັນຊ່ອງທາງນຶ່ງ ໃນການຊ່ວຍເອົາຊາວອາເມ ຣິກັນຈໍານວນນຶ່ງກັບຄືນໄປເຮັດວຽກເຮັດການອີກ ເມື່ອໃດໄພຂົ່ມຂູ່ຂອງໄວຣັສນີ້ ຫາກສິ້ນສຸດລົງ.

ຊຸດມາດຕະການເງິນຊ່ວຍເຫລືອບັນເທົາຜົນກະທົບຂອງໄວຣັສໂຄໂຣນາ ຊຸດທໍາ ອິດ ແມ່ນລວມມີເງິນຫລາຍຮ້ອຍຕື້ໂດລາ ເພື່ອເປັນເງິນກູ້ ແລະຊ່ວຍບັນດາບໍລິ ສັດຕ່າງໆ ແລະຊ່ວຍໜູນໃຫ້ຊາວອາເມຣິກັນເກືອບໝົດທຸກຄົນສາມາດ ຮັກສາ ທຸລະກິດຂອງຕົນ ແລະການເງິນຂອງຄອບຄົວຕົນໄວ້ໄດ້.

ບັນດາຜູ້ນໍາໃນລັດຖະສະພາ ໄດ້ເລີ້ມສົນທະນາກັນກ່ຽວກັບຊຸດມາດຕະການເງິນ ຊ່ວຍເຫລືອບັນເທົາຜົນກະທົບຂອງໄວຣັສໂຄໂຣນາ ອີກຊຸດນຶ່ງແລ້ວ ເຖິງແມ່ນ ວ່າ ມັນຈະບໍ່ໄດ້ຖືກຮ່າງຂຶ້ນມາ ແລະຖືກນໍາໄປລົງຄະແນນສຽງນໍາກັນໃນເວລາ ໃດນຶ່ງ ຢູ່ໃນໄລຍະໃກ້ໆນີ້ ຍ້ອນວ່າ ບັນດາສະມາຊິກລັດຖະສະພາໄດ້ພາກັນ ອອກຈາກນະຄອນຫລວງວໍຊິງຕັນໄປ ເພື່ອຮັບມືກັບໄວຣັສໂຄໂຣນາ ຢູ່ໃນໝູ່ ປະຊາຄົມຂອງພວກເພິ່ນຢູ່ກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸມນີ້

Just days after signing a $2 trillion U.S. coronavirus rescue package, President Donald Trump on Tuesday floated the idea of spending the same amount on vast repairs of the country’s infrastructure.

“With interest rates for the United States being at ZERO, this is the time to do our decades long awaited Infrastructure Bill,” Trump said on Twitter. “It should be VERY BIG & BOLD, Two Trillion Dollars, and be focused solely on jobs and rebuilding the once great infrastructure of our Country!”

https://twitter.com/realDonaldTrump/status/1245000074167541761

On several occasions during his three-plus years in the White House, Trump has suggested undertaking a massive rebuild of the country’s aging and crumbling roads and bridges, as well as expanding and updating airports and other public buildings.

The efforts were often labeled as Infrastructure Week to focus on the reconstruction needs; however, with no subsequent agreement between the Trump administration and Congress on exactly what would be repaired, any new mention of an Infrastructure Week became a bit of a running joke in Washington as evidence of government ineptitude.

The sharp increase in U.S. unemployment caused by the coronavirus pandemic, with thousands of businesses shutting their doors, could give new impetus to fixes in the U.S. infrastructure as a way to help put some Americans back to work once the threat of the virus has ended.

The initial coronavirus rescue aid package included hundreds of billions of dollars in loans and payouts to corporations and most Americans to shore up their business and family finances.

Congressional leaders have already started talking about another rescue package, although it is not likely to be drafted and voted on anytime soon, since lawmakers have left Washington to cope with the coronavirus in their communities.

Speaker Nancy Pelosi, leader of the Democratic-controlled House of Representatives, says she is open to talks on infrastructure spending.

“The president said during the campaign — and since — infrastructure was a priority for him. So that’s why we believe that in terms of recovery, that’s probably the most bipartisan path that we can take,” Pelosi said Monday.

Pelosi said she also would want to include “more direct payments” to Americans in a new spending bill, more money for state and local governments, increased protections for workers, more assistance for hospitals and nursing homes and “more opportunity for family and medical leave.”

XS
SM
MD
LG