ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣອຍ ໄຊຍະກຸມມານ ນັກອອກແບບຕົກແຕ່ງອາຄານບ້ານເຮືອນ ມີແຜນສ້າງບ້ານສະມາທິລາວ


ທ່ານທຣອຍ ພອນເພັດ ໄຊຍະກຸມມານ ນັກອອກແບບຕົກແຕ່ງບ້ານເຮືອນ (Interior Designer) ມີແຜນຈະສ້າງບ້ານສະມາທິ.
ທ່ານທຣອຍ ພອນເພັດ ໄຊຍະກຸມມານ ນັກອອກແບບຕົກແຕ່ງບ້ານເຮືອນ (Interior Designer) ມີແຜນຈະສ້າງບ້ານສະມາທິ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ
ແລງວັນພະຫັດມື້ນີ້ ເຮົາຈະພາທ່ານໄປພົບກັບທ່ານທຣອຍ (ພອນເພັດ ໄຊຍະກຸມມານ)
ນັກວິສະວະກອນອອກແບບຕົກແຕ່ງພາຍໃນບ້ານເຮືອນ ຊຶ່ງໃນປັດຈຸບັນນີ້ ເຮັດວຽກຢູ່
ນະຄອນລອສແອນເຈີລິສ ລັດຄາລິຟໍເນຍ. ນອກຈາກວຽກງານ ປະຈຳວັນທຳມະດາ
ແລ້ວ ທ່ານກຳລັງວາງແຜນທີ່ຈະຕັ້ງ “ບ້ານ ສະມາທິລາວ” ຢູ່ດິນຕອນນຶ່ງ ທີ່ໂດດດ່ຽວ
ຫ່າງໄກສົມຄວນຈາກນະຄອນລອສ ແອນເຈີລິສ. ອັນດັບຕໍ່ໄປ ກິ່ງສະຫວັນ ຈະນໍາເອົາ
ການໂອ້ລົມກັບທ່ານທຣອຍມາສະເໜີທ່ານ.

ທ່ານພອນເພັດ ໄຊຍະກຸມມານ ມີຊື່ເປັນພາສາອັງກິດວ່າ ທຣອຍ ເກີດ ຢູ່ສູນອົບພະຍົບ
ປະເທດໄທ ໃນປີ 1976 ຫຼັງຈາກນັ້ນ ຄອບຄົວໄດ້ພາເຂົ້າມາ ຕັ້ງຖິ່ນຖານ ຢູ່ເມືອງອາມາຣິລໂລ (Amarillo) ລັດເທັກຊັສ ໃນພາກໃຕ້ຂອງ ສະຫະລັດ. ທ່ານທຣອຍມີຄວາມເພິງ
ພໍໃຈທີ່ໄດ້ໃຫຍ່ ຢູ່ໃນປະຊາຄົມລາວອາ ເມຣີກັນໃນເຂດນີ້. ທ່ານສຳເລັດການສຶກສາ
ປະລິນຍາຕີ ຝ່າຍໂຄສະນາຈາກ ມະຫາວິທະຍາໄລອອສຕິນ (Austin University) ລັດ
ເທັກຊັສ ຫຼັງຈາກນັ້ນ ໄດ້ເຮັດວຽກຢູ່ ນະຄອນແຊນ ແຟຣນຊິສໂກ ແລະນິວຢອກ ເປັນເວ
ລາສິບປີ ກ່ອນທີ່ໄດ້ກັບຄືນໄປຮຽນເອົາວິຊາອອກແບບຕົກແຕ່ງ ພາຍໃນບ້ານເຮືອນ ຫຼື
Interior Designer ຈາກສະຖານບັນພາສັນ (Parsons.)

ທ່ານທຣອຍໄດ້ເລີ້ມເຮັດວຽກກັບບັນດານັກວິຊາການອອກແບບ ແລະວິສະວະກອນ ໃຫ້
ຫຼາຍບໍລິສັດທີ່ມີຊື່ສຽງຢູ່ນະຄອນນິວຢອກ ແລະນະຄອນລອສແອນ ເຈີລິສ ຈົນເຖິງເທົ້າ
ປັດຈຸບັນ.

ທ່ານທຣອຍ ມີອ້າຍນ້ອງຮ່ວມກັນທັງໝົດຫ້າຄົນ ແລະສຳເລັດການສືຶກສາຂັ້ນ ປະລິນຍາ
ຕີ ແລະປະລິນຍາໂທ. ບັນດາອ້າຍເອື້ອຍເຫລົ່ານີ້ໄດ້ຮັບການຊ່ວຍ ເຫຼືອດ້ານການເງິນຄ່າ
ຮໍ່າຮຽນ ສ່ວນນຶ່ງຈາກພໍ່ແມ່ ອີກສ່ວນນຶ່ງແມ່ນຊ່ວຍຕົນເອງ ແລະຢືມເງິນຮຽນ ເພາະສະ
ນັ້ນ ທ່ານທຣອຍ ຕ້ອງໄດ້ຊ່ວຍຕົນເອງໃຫ້ ຫຼາຍເທົ່າທີ່ຈະຫຼາຍໄດ້ ດັງທີ່ທ່ານໄດ້ກ່າວສູ່ວີ
ໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຮູບພາບໂຕຢ່າງການອອກແບບໝູ່ບ້ານສະມາທິລາວ
ຮູບພາບໂຕຢ່າງການອອກແບບໝູ່ບ້ານສະມາທິລາວ

“ຂ້າພະເຈົ້າໄດ້ຢືມເງິນຄ່າຮຽນ 30,000 ໂດລາ ເວລາຮຽນເອົາປະລິນຍາຕີ ຢູ່ມະຫາວິ
ທະຍາໄລ. ຂ້າພະເຈົ້າເປັນລູກຫຼ້າຜູ້ທີຫ້າຊຶ່ງພໍ່ແມ່ໄດ້ໃຊ້ເງິນຊ່ວຍ ຄ່າຮຽນໃຫ້ແກ່ພວກ
ອ້າຍເອື້ອຍ ກ່ອນທີ່ຈະມາຮອດທີ່ຂ້າພະເຈົ້າ ຜູ້ສຸດທ້າຍ ແລະພໍ່ແມ່ໄດ້ຊ່ວຍເທົ່າທີ່ຊ່ວຍ
ໄດ້. ພວກອ້າຍເອື້ອຍທີ່ຮຽນຈົບກ່ອນໄດ້ເຮັດ ລ້າເຮັດການ ກໍໄດ້ຊ່ວຍເຫຼືອແດ່ເລັກນ້ອຍ
ແລະຂ້າພະເຈົ້າ ກໍຕ້ອງໄດ້ເຮັດ ວຽກໄປນຳໃນເວລາຍັງເຂົ້າຢູ່ມະຫາວິທະຍາໄລ. ເວລາ
ຂ້າພະເຈົ້າຮຽນວິຊາ ອອກແບບຕົກແຕ່ງພາຍໃນຢູ່ນະຄອນນິວຢອກ ຕ້ອງໄດ້ຈ່າຍ
40,000 ໂດ ລາຕໍ່ປີ ຊຶ່ງຂ້າພະເຈົ້າໄດ້ຮຽນແຕ່ປີດຽວ ແລະຖ້າຫາກຂ້າພະເຈົ້າຮຽນເອົາ
ປະລິນຍາໂທຕໍ່ຈະໃຊ້ເວລາຢູ່ສາມປີ. ແຕ່ເນື່ອງຈາກຂາດເງິນຮຽນຂ້າພະເຈົ້າ ຕ້ອງໄດ້
ຢຸດການຮຽນ ແລະໄປເຮັດວຽກໃນວິຊາທີ່ໄດ້ຮຽນມາ.

ນອກຈາກນັ້ນແລ້ວ ການຢູູ່ກິນ ຄ່າໃຊ້ຈ່າຍຢູ່ໃນນະຄອນນິວຢອກແພງຫຼາຍ. ຂ້າພະ
ເຈົ້າໄດ້ໂອ້ລົມ ກັບບັນດາໝູ່ເພື່ອນທີ່ຮຽນເອົາປະລິນຍາໂທ ເຂົາເຈົ້າ ກໍມີບັນຫາ ດ້ານ
ການເງິນເຊັ່ນດຽວກັນ ຫຼັງຈາກຮຽນຈົບໄດ້ວຽກການແລ້ວກໍ ຕ້ອງໄດ້ຈ່າຍເງິນຄືນ.”

ທ່ານທຣອຍ ເຕີບໃຫຍ່ຢູ່ໃນປະຊາຄົມລາວອາເມຣິກັນ ຢູ່ໃນລັດເທັກຊັສ ຊຶ່ງເປັນລັດ
ໃຫຍ່ ແລະເປັນລັດ ທີ່ມີຊາວອາເມຣິກັນເຊື້ອສາຍລາວພາກັນຕັ້ງຖິ່ນ ຖານຢູ່ທີ່ນີ້ຢ່າງ
ຫຼວງຫຼາຍ. ສິ່ງແວດລ້ອມເຫລົ່ານີ້ ໄດ້ເຮັດໃຫ້ທ່ານທຣອຍ ມີແນວຄິດວ່າ ທ່ານມາແຕ່
ໃສ ເປັນດ້ວຍເຫດໃດຈຶ່ງມາຕົກຢູ່ທີ່ນີ້. ເພາະສະນັ້ນ ເຮັດໃຫ້ທ່ານເກີດມີແນວຄິດຢາກ
ເປັນຜູ້ອອກແບບການປຸກສ້າງຕົກແຕ່ງພາຍໃນ ທີ່ຮ້ອງວ່າ interior designer ດັ່ງທີ່
ທ່ານເຫລົ່າຕໍ່ໄປອີກວ່າ:

ລິງໂດຍກົງ

ການອອກແບບ ບ່ອນພັກຜ່ອ່ນ ບ້ານສະມາທິລາວ
ການອອກແບບ ບ່ອນພັກຜ່ອ່ນ ບ້ານສະມາທິລາວ

“ຂ້າພະເຈົ້າມີຄວາມຮູ້ສຶກວ່າ ເຮັດວຽກກ່່ຽວກັບຄົນເປັນທິດທາງທີ່ດີໃນນາມຜູ້ ເຂົ້າມາຢູ່
ປະເທດນີ້ ເພື່ອໃຫ້ຄອບຄົວພູມໃຈນຳ ແຕ່ວ່າຂ້າພະເຈົ້າຍັງບໍ່ພໍໃຈ ແລະຢາກອອກຫົວ
ຄິດປະດິດສ້າງ. ຢາກຮຽນກ່ຽວກັບການອອກແບບພາຍໃນບ້ານເຮືອນ ໂດຍສະເພາະ
ຢູ່ນະຄອນນິວຢອກ ເຂົາເຈົ້າເຮັດວຽກຮວມເຂົ້າຫາກັນ ຊຶ່ງໝາຍຄວາມວ່າສິ່ງໃດທີ່ປຸກ
ສ້າງຢູ່ຂ້າງນອກເປັນເລື້ອງວິສະວະກອນກໍ່ສ້າງ ແຕ່ວ່າຢູ່ຝາຂ້າງໃນຕຶກແລ້ວແມ່ນ
ວຽກຂອງຜູ້ອອກແບບຕົກແຕ່ງພາຍໃນ. ຂ້າພະເຈົ້າໄດ້ຊ່ວຍອອກແບບພາຍໃນ ໃຫ້ແກ່
ໂຮງແຮມຟໍຊີສັນ (Four Seasons) ໃນນະຄອນນິວຢອກ ອັນເປັນຄວາມຝັນຂອງ
ຂ້າພເຈົ້າ. ໂຄງການ ສ່ວນໃຫຍ່ຂອງຂ້າພະເຈົ້າ ແມ່ນເຮັດວຽກ ປະສານງານກັບນັກວິ
ສະວະກອນ ອອກແບບເລີ້ມຈາກຂັ້ນຕົ້ນຂຶ້ນໄປ ເຊັ່ນວ່າບ່ອນອາບນໍ້າ ບ່ອນຮັບແຂກ
ໂດຍ ສະເພາະບ່ອນໃດທີ່ເປົ່າຫວ່າງ ຕ້ອງອອກຫົວຄິດເຮັດບ່ອນນັ້ນໃຫ້ມີຊີວິດຊີວາ
ແລະເປັນທີ່ໜ້າສົນໃຈ. ການອອກແບບໃຫ້ແກ່ໂຮງແຮມຟໍຊີສັນນີ້ ຂ້າພະເຈົ້າ ໄດ້ເຮັດ
ວຽກຮ່ວມກັບບັນດານັກວິສະວະກອນທີ່ມີພອນສະຫວັນ ແລະທີມຂອງ ພວກເຮົາໄດ້ຮັບ
ລາງວັນອອກແບບປະຈຳປີ 2016.”

ຫຼັງຈາກໄດ້ເຮັດວຽກ ໃຫ້ແກ່ຫຼາຍບໍລິສັດອອກແບບ ແລະວິສະວະກອນ ມາຫຼາຍແຫ່ງ
ແລະມີລາຍໄດ້ປະຈຳປີບໍ່ຫລຸດ 100,000 ໂດລາຕໍ່ປີ ບັດນີ້ທ່ານ ທອຣຍ ໄດ້ຮັບເໝົາ
ເປັນນາຍຕົນເອງ ອອກແບບບ້ານເຮືອນ ຢູ່ໃນລັດຄາລິຟໍເນຍ. ໃນຂະນະດຽວກັນການ
ລະບາດຂອງ ໂຄວິດ-19 ໄດ້ເຮັດໃຫ້ທ່ານ ທຣອຍ ມີແນວຄິດ ສະທ້ອນເຖິງປະຊາຄົມ
ລາວ ຫຼາຍຢ່າງ ແລະຢາກສ້າງ “ບ້ານສະມາທິລາວ” ຊຶ່ງທ່ານທຣອຍ ອະທິບາຍຕໍ່ໄປວ່າ:

ລິງໂດຍກົງ

ການອອກແບບ ບ່ອນພັກຜ່ອ່ນ ບ້ານສະມາທິລາວ
ການອອກແບບ ບ່ອນພັກຜ່ອ່ນ ບ້ານສະມາທິລາວ

ປັດຈຸບັນນີ້ ຂ້າພະເຈົ້າເຮັດວຽກຮັບເໝົາ ໃຫ້ແກ່ບໍລິສັດ WHGG ຢູ່ລັດຄາລິຟໍເນຍ ຊຶ່ງ
ເປັນບໍລິສັດວິສະວະກອນອອກແບບ ໂຄງຮ່າງເຮືອນພັກຢູ່ແຄມທະເລ. ໃນໄລຍະທີ່ມີ
ການລະບາດໂຄວິດ-19 ຢູ່ນີ້ ຂ້າພະເຈົ້າໄດ້ເກີດມີຄວາມຄິດ ສະທ້ອນເຖິງປະຊາຄົມ
ລາວອາເມຣິກັນ ທີ່ມາຂອງຄົນລາວ ແລະໝູ່ບ້ານລາວ ຄຶືກັບຢູ່ປະເທດລາວ ທີ່ຂ້າພະ
ເຈົ້າໄດ້ໄປເຫັນ. ຂ້າພະເຈົ້າຢາກໃຊ້ພອນສະຫວັນ ຂອງຕົນອອກແບບ “ບ້ານສະມາທິ
ລາວ” ຢູ່ດິນຕອນນຶ່ງຮ້ອງວ່າ ພາຍອອນເນຍ (Pioneer) ຕັ້ງຢູ່ທີ່ີຮາບສູງມີເນື້ອທີ່ 20
ເຮັກຕາ ຊຶ່ງເປັນດິນຂອງຊາວອິນເດຍແດງ ເປັນບ່ອນແຫ້ງແລ້ງ ທາງພາກໃຕ້ລັດຄາ
ລິຟໍເນຍ.

ຂ້າພະເຈົ້າກຳລັງວາງແຜນ ອອກແບບສະຖານທີ່ແຫ່ງນີ້ໃຫ້ເປັນບ່ອນສະມາທິພັກຜ່ອນ
ພົບປະກັນແບບງຽບໆ ທີ່ຢູ່ຫ່າງໄກຈາກໂຕເມືອງໃຫຍ່ ທີ່ບໍ່ຖືກລົບ ກວນຈາກສຽງນອງ
ນັນ ແລະບໍ່ມີຝູງຊົນທີ່ໜາແໜ້ນ. ສະຖານທີ່ແຫ່ງນີ້ອ້ອມ ລ້ອມໄປດ້ວຍທຳມະຊາດ ບໍ່ມີ
ລົດລາ ບໍ່ມີເຮືອນຊານ ບໍ່ມີແສງໄຟ ແລະໃນ ຕອນຄ່ຳມືດຈະເຫັນແຕ່ທ້ອງຟ້າເຕັມໄປ
ດ້ວຍດວງດາວ.

ຂ້າພະເຈົ້າຄິດວ່າ ເຮົາໃນນາມອົບພະຍົບຢູ່ໃນຕ່າງແດນ ທີ່ໄດ້ຮັບຜົນສະທ້ອນຈາກ
ບາດແຜສົງຄາມ ແລະຄິດວ່າ ພວກເຮົາຕ້ອງການສະຖານທີ່ແຫ່ງນີ້ເປັນ ບ່ອນປິ່ນ
ປົວດ້ານຈິດໃຈ ເປັນບ່ອນສະແດງໃຫ້ເຫັນມໍລະດົກລາວ ແລະການ ຢູ່ກິນແບບງ່າຍໆ
ຊຶ່ງຂ້າພະເຈົ້າ ຢາກໃຫ້ເປັນປະຊາຄົມ ແບບຮັກແພງກັນ. ຫຼາຍໆຄົນຈະບໍ່ຮູ້ເຂດດັ່ງ
ກ່າວນີ້ເພາະຕັ້ງຢູ່ທີ່ຮາບສູງແລະແປນເປົ່າເບິ່ງແລ້ວ ຄືຈະມີຄວາມລໍາບາກ ແຕ່ເຮົາ
ຈະເຮັດໃຫ້ດີທີ່ສຸດ. ສະຖານທີ່ແຫ່ງນີ້ ໃກ້ກັບໂຕເມືອງສຳຄັນຕ່າງໆເຊັ່ນວ່າ ສອງຊົ່ວ
ໂມງຫ່າງຈາກນະຄອນລອສ ແອນເຈີລິສ ປະມານສອງຊົ່ວໂມງຈາກລັສເວກັສແລະ
ຕໍ່ມາກໍແມ່ນລັດອາຣີໂຊນາ.

ສະຖານທີ່ແຫ່ງນີ້ ຈະເປັນບ່ອນທີ່ທ່ານ ໜີໄກຈາກບ້ານ ເປັນບ່ອນພັກຜ່ອນຕ້ອນຮັບ
ທ່ານພ້ອມດ້້ວຍອາຄານທີ່ເປັນສັນຍາລັກຍໍມືນົບເຖິງຄວາມຮັກແພງກັນ. ໂຄງການນີ້
ມີການປະສານງານ ກັບອົງການຈັດຕັ້ງ ລາວອາເມຣິກັນ ຕ່່າງໆ ມີອາຫານພື້ນເມືອງ
ລາວບັນຍາກາດລາວ ໂດຍສະເພາະເປັນບ່ອນ ສະມາທິ.”

ປັດຈຸບັນນີ້ ທ່ານທຣອຍ ກຳລັງປະກອບຄະນະກຳມະການ ນັກລົງທຶນ ອົງ ການຈັດຕັ້ງ
ຕ່າງໆ ແລະທີປຶກສາດ້ານວັດທະນາທຳ ເພື່ອປະສານງານ ໃຫ້ເປັນຜົນສຳເລັດໃນປີ
2025. ທ່ານທຣອຍກ່າວວ່າ ໂຄງການນີ້ຈະໃຊ້ເງິນຢູ່ ຢ່າງໜ້ອຍສອງລ້ານໂດລາ.

XS
SM
MD
LG