ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຂດຮ້ອນເຊິນຕິງ ເຮັດໃຫ້ເກີດນໍ້າຖ້ວມ ຢ່າງກວ້າງຂວາງ ໃນ ສປປ ລາວ


ຫຼາຍໆ ໝູ່ບ້ານໃນແຂວງອັດຕະປື ໄດ້ຮັບຜົນກະທົບ ຈາກ ເຂື່ອນເຊປຽນ ເຊນໍ້ານ້ອຍແຕກ.
ຫຼາຍໆ ໝູ່ບ້ານໃນແຂວງອັດຕະປື ໄດ້ຮັບຜົນກະທົບ ຈາກ ເຂື່ອນເຊປຽນ ເຊນໍ້ານ້ອຍແຕກ.

ພາຍຸເຂດ​ຮ້ອນ​ເຊິນ​ຕິງ ​ເຮັດ​ໃຫ້​ເກີດ​ໄພ​ນໍ້າ​ຖ້ວມ​ຢ່າງ​ກວ້າງ​ຂວາງ ​ແລະ​ເກີດ​ການ​ເສຍ​
ຫາຍ​ຢ່າງ​ໜັກ​ໜ່ວງ ທັງ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ແຜນການ​ຜະລິດ​ກະສິກຳ ​ແລະ​ສະບຽງ​
ອາຫານ​ໃນ​ລາວ​ອີກ​ດ້ວຍ.

ທ່ານ​ຄຳແພງ ໄຊ​ສົມ​ແພງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ​ສະ​ວັດ​ດີກາ​ນ
ສັງຄົມ ຖະ​ແຫຼ​ງວ່າ​ພາຍຸ​ເຂດ​ຮ້ອນ​ເຊິນ​ຕິງ ທີ່​ພັດ​ເຂົ້າ​ມາລາ​ວ​ໃນ​ຊ່ວງ​ວັນ​ທີ 15 ຫາ 23
ກໍລະ​ກົດ 2018 ທີ່​ຜ່ານ​ມາ ນອກຈາກ​ຈະ​ເຮັດ​ໃຫ້​ເຂື່ອນເຊ​ປຽນ ​ເຊນໍ້າ​ນ້ອຍ​ແຕກ ​ແລະ​
ໄດ້ສົ່​ງຜົນ​ກະທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ປະຊາຊົນ​ລາວ ​ໃນ​ແຂວງ​ອັດ​ຕະປື​ແລ້ວ ຍັງ​ໄດ້ເຮັດ​
ໃຫ້ເກີດ​ໄພ​ນໍ້າ​ຖ້ວມ​ຢ່າງ​ກວ້າງຂວາງ ​ແລະ​ໜັກ​ໜ່ວງ​ຢູ່​ໃນ​ເຂດ 49 ​ເມືອງ ​ໃນ​ແຂວງ​ອຸ
ດົມ​ໄຊ ບໍ່​ແກ້ວ ຫຼວງ​ພະ​ບາງ ຫົວພັນ ຊຽງ​ຂວາງ ຄຳ​ມ່ວນ ສະຫວັນ​ນະ​ເຂດ ​ໄຊ​ຍະ​ບູລີ
ບໍລິ​ຄຳ​ໄຊ ແລະ​ເຊ​ກອງ.

ທັງ​ນີ້​ໂດຍ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ພາກ​ສະໜາມ​ພົບ​ວ່າ​ ໃນ​ເຂດ 49 ​ເມືອງ​ດັ່ງກ່າວ ​ມີ
ປະຊາຊົນ​ລາວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າຖ້ວມຈຳນວນ​ຢ່າງ​ໜ້ອຍ 16,256 ຄົນ
​ຫຼື 3,864 ຄອບຄົວ​ ຢູ່​ໃນ​ເຂດ 373 ບ້າ​ນ ​ແລະ​ເຮື​ອນ​ປະຊາຊົນ​ເສຍ​ຫາຍໄປ​ຢ່າງ
​ສິ້ນ​ເຊີງ 288 ຫຼັງ ທັງ​ຍັງ​ມີ​ຜູ້​ເສຍ​ຊີວິດ 9 ຄົນ ​ໂດຍ​ບໍ່​ຮວມ​ເຖິງຜູ້​ເສຍ​ຊີວິດ ​ແລະ​ການ
​ເສຍ​ຫາຍທີ່ເກີດຈາກເຂື່ອນ​ເຊ​ປຽນ ​ເຊນໍ້າ​ນ້ອຍ​ ໃນ​ແຂວງ​ອັດ​ຕະປື ​ແຕກ ແຕ່​ຢາງ​ໃດ​
ສ່ວນ​ຢູ່​ໃນເຂດ​ ເມືອງ​ສັງທອງ ​ແລະ​ເມືອງ​ນາ​ຊາຍ​ທອງ ນະຄອນ​ວຽງ​ຈັນ ​ແລະແຂວງ​
ໄຊ​ສົມ​ບູນ ກໍ​ໄດ້​ຮັບ​ຜົນ​ກະທົບຈາກ​ພາຍຸ​ເຂດ​ຮ້ອນ​ເຊິນ​ຕິງ​ດ້ວຍ​ເຊັ່ນ​ກັນ ດັ່ງ​ທີ່ ​ທ່ານ
​ບູນ​ເຕີມ ສີ​ສຸພັນທະ​ວົງ ຫົວໜ້າ​ກອງ​ພະຍາກອນ​ອາກາດ ກົມ​ອຸຕຸນິຍົມ​ວິທະຍາ ​ແລະ​
ອຸທົກກະ​ສາດ ໄດ້​ໃຫ້ການຢືນຢັນ​ວ່າ:

“ຜົນ​ກະທົບ​ຂອງ​ມັນ​ກະ​ມີ​ຫຼາຍແຂວງ​ເນາະ ທີ່​ເຮັດ​ໃຫ້​ຝົນຕົກ​ໜັກ ລົມ​ແຮງ ກໍ​ຄື​ຢູ່
ແຂວງບໍລິຄໍາ​ໄຊ ​ໄຊ​ສົ​ມບູນ ຊຽງ​ຂວາງ ນະຄອນຫຼວງ​ວຽງ​ຈັນ ກະ​ໄດ້​ຮັບ​ຝົນຕົກ​
ໜັກ ນີ້​ກະ​ໄດ້​ຮັບສ່ວນ​ນຶ່ງ​ເນາະ ຢູ່​ທີ່​ເຂດ ​ເມືອງສັງ​ທອງ ​ເມືອງ​ນາ​ຊາ​ຍທອງ ທີ່​
ມີຝົນ​ຕົກ
ໜັກ​ຫຼາຍ ນີ້​ກະ​ຢູ່​ເຂດ​ທ່າ​ໂທມ ​ເມືອ​ງວຽງ​ທອງ ​ໄຊ​ຍະ​ບູລີເນາະ ​ເຂດ
​ປາກ​ລາຍ ​ເຂ​ດ​ເມືອງ
ແກ່ນ​ທ້າວ​ນີ້​ໄດ້​ຮັບຝົນ​ຕົກ​ໜັກໆ​ຫຼາຍ​ແລ້​ວນີ້.”

ເຮືອນຊານບ້ານຊ່ອງ ຂອງປະຊາຊົນ ຢູ່ຫຼາຍໆໝູ່ບ້ານ ໃນເມືອງ ສະໜາມໄຊ ແຂວງອັດຕະປື ຖືກນ້ຳຈຳນວນມະຫາສານ ທີ່ທະລັກອອກມາຈາກເຂື່ອນເຊປຽນ ເຊນ້ຳນ້ອຍ ພັດຈົນເພພັງ.
ເຮືອນຊານບ້ານຊ່ອງ ຂອງປະຊາຊົນ ຢູ່ຫຼາຍໆໝູ່ບ້ານ ໃນເມືອງ ສະໜາມໄຊ ແຂວງອັດຕະປື ຖືກນ້ຳຈຳນວນມະຫາສານ ທີ່ທະລັກອອກມາຈາກເຂື່ອນເຊປຽນ ເຊນ້ຳນ້ອຍ ພັດຈົນເພພັງ.

ໄພ​ນໍ້າ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢ່າງ​ກວ້າງ​ຂວາງ​ດັ່ງກ່າວ​ນີ້ ຍ່ອມ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ແຜນການ
​ຜະລິດ​ກະສິກໍາ ​ແລະ​ສະບຽງອາຫານ​ໃນ​ລາວ​ຢ່າງ​ຫລີກ​ລ່ຽງບໍ່​ໄດ້ ​ໂດຍສະເພາະແມ່ນ
ແຜນການ​ຜະລິດ​ເຂົ້າ​ສົ່ງ​ອອກ​ໄປຕ່າງປະ​ເທດ​ໃຫ້​ໄດ້​ເຖິງ 4 ​ແສນ​ຕັນ​ ໃນ​ປີ 2018 ນີ້
ຊຶ່ງລັດຖະບານ​ລາວ​ໄດ້​ວາງ​ແຜນການ​ຈະຂະຫຍາຍ​ເນື້ອ​ທີ່​ປູກ​ເຂົ້າ​ໃຫ້​ໄດ້​ກວ້າງ​ກວ່າ
1 ລ້າ​ນ​ເຮັກຕາ ແລະ​ມີສະມັດ​ຖະພາບ​ສ​ະເລ່ຍ 4.2 ໂຕນ ຕໍ່​ເຮັກ​ຕາ ຊຶ່ງ​ຈະເຮັດ​ໃຫ້​ມີ​ຜົນ
​ຜະລິດເຂົ້າ​ຮວມ 4.22 ລ້ານ​ໂຕນ​ໃນ​ທົ່ວ​ປະ​ເທດ ​ໃນ​ນີ້​ແບ່ງ​ເປັນ​ຜົນ​ຜະລິດ​ເຂົາ​ນາ​ແຊງ 475,600 ໂຕນ ​ເຂົ້ານາ​ປີ 3,553,000 ໂຕນ ​ແລະ​ເຂົ້າ​ໄຮ່ 2 ​ແສນໂ​ຕນ​ຕາມ​ລຳ​ດັບ.

ທັງ​ນີ້​ໂດຍ​ຄາດໝາຍ​ວ່າ​ໃນ​ຕະຫຼອດ​ປີ 2018 ປະຊາຊົນ​ລາວ​ຈະ​ຕ້ອງການ​ບໍລິ​ໂພ​ກ
​ເຂົ້າ​ໃນ​ປະລິມານ​ຮວມບໍ່​ໜ້ອຍ​ກວ່າ 2.7 ລ້າ​ນໂຕນ ​ແລະ​ເກັບ​ໄວ້​ໃນ​ຄັງ​ແຮ່ສຸກ​ເສີນ 4
​ແສນ​ໂຕນ ນອກຈາກ​ນັ້ນ​ກໍ​ຈະ​ຕອບ​ສະໜອງ​ໃຫ້​ກັບ​ອຸດສາຫະກໍາ​ການ​ແປ​ຮູບ​ພາຍ​ໃນ
ລະຫວ່າງ 5 ຫາ 6 ​ແສນ​ໂຕນ ​ແລະ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ທັງ​ເປັນທາງ​ການ ​ແລະ
​ບໍ່​ເປັນ​ທາງ​ການ ໃນ​ປະລິມານ​ຮວມ 4 ​ແສ​ນຕັນ​ດັ່ງກ່າວ.

ນອກຈາກ​ນັ້ນການ​ປູກ​ເຂົ້າ​ຢູ່​ນອກ​ເຂດ​ຊົນ​ລະ​ປະທານຍັງ​ມີ​ຄວາມ​ສ່ຽງ​ສູງຕໍ່​ການ​ປ່ຽນ​
ແປງ​ຂອງ​ສະພາບດິນ​ຟ້າ​ອາກາດ ທັງ​ໄພ​ແຫ້ງ​ແລ້ງ ​ແລະ​ນໍ້າຖ້ວມ​ອີກ​ດ້ວຍ​ດັ່ງ​ຈະ​ເຫັນ
​ໄດ້ຈາກ​ລະດູ​ແລ້ງປີ 2017 ທີ່​ກະ​ເສດຕະກອນ​ລາວ​ໃນ​ທົ່ວ​ປະ​ເທດ ປູກ​ເຂົ້ານາ​ແຊງໄດ້
ໃນ​ເນື້ອ​ທີ່ຮວມພຽງ 94, 700 ກວ່າ​ເຮັກຕາ​ ຄິ​ດ​ເປັນ 75 ​ເປີ​ເຊັນ​ຂອງ​ແຜນການ ​ແລະ​
ໃນ​ຫລາຍ​ເຂດ​ກໍສາມາດ​ປະຕິບັດ​ໄດ້ພຽງ 35 ​ເປີ​ເຊັນ​ຂອງ​ແຜນການ​ເທົ່າ​ນັ້ນ​.

ສ່ວນ​ອົງການ​ອາຫານ ​ແລະ​ການ​ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ (FAO) ລະບຸ​ວ່າ​ພາຍຸ
ເຊີນກາ​ເມື່ອ​ປີ 2017 ​ເຮັດ​ໃຫ້​ນາ​ໃນ​ລາວ​ເສຍ​ຫາຍ​ໄປ 37,800 ກວ່າ​ເຮັກຕາ ສັດລ້ຽງ​
ປະ​ເພດ​ງົວ​ ຄວາຍ ໝູ ​ແບ້ ​ແລະ​ສັດ​ປີກອີກ​ກວ່າ 23,500 ​ໂຕ​ທີ່​ສູນຫາຍ​ໄປ​ກັບ​ກະແສ​
ນໍ້າ ​ແລະ​ອື່ນໆ​ທີ່​ຄິ​ດ​ເປັນຄວາມ​ເສຍ​ຫາຍ​ຫຼາຍ​ກວ່າ 55 ຕື້​ກີບ ຫາກ​ແຕ່​ສຳລັບ​ຜົນ​ເສຍ
​ຫາຍ​ຈາກ​ພາຍຸ​ເຊິ​ນຕິງໃນ​ປີ 2018 ນີ້ກໍ​ເຊື່ອ​ວ່າ​ຈະ​ເສຍ​ຫາຍ​ຫຼາຍ​ກວ່າ​ຜົນ​ກະທົບ​ຈາກ​
ພາຍຸ​ເຊີນ​ກາ​ໃນ​ປີ 2017 ຢ່າ​ງ​ແນ່ນອນ.

XS
SM
MD
LG