ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຂດຮ້ອນ ແບຣີ ໄດ້ນຳເອົານ້ຳຝົນ ຕົກລົງຢ່າງໜັກ ໃສ່ເມືອງແຄມຝັ່ງ ຂອງລັດລູອີຊີແອນນາ


ທ້າວ ແບຣຣີ ວີລລຽມ ລົມກັບເພື່ອນຂອງລາວ ໃນໂທລະສັບມືຖື ໃນຂະນະທີ່ ລຸຍນ້ຳທີ່ຖ້ວມລົ້ນຝັ່ງມາຈາກທະເລສາບ Pontchartrain ໃນເມືອງ Mandeville, ຂອງລັດລູອີຊີແອນນາ, ຂະນະທີ່ພາຍຸເຮີຣິເຄນ ແບຣີ ເຄື່ອນເຂົ້າມາ, ວັນທີ 13 ກໍລະກົດ 2019.
ທ້າວ ແບຣຣີ ວີລລຽມ ລົມກັບເພື່ອນຂອງລາວ ໃນໂທລະສັບມືຖື ໃນຂະນະທີ່ ລຸຍນ້ຳທີ່ຖ້ວມລົ້ນຝັ່ງມາຈາກທະເລສາບ Pontchartrain ໃນເມືອງ Mandeville, ຂອງລັດລູອີຊີແອນນາ, ຂະນະທີ່ພາຍຸເຮີຣິເຄນ ແບຣີ ເຄື່ອນເຂົ້າມາ, ວັນທີ 13 ກໍລະກົດ 2019.

ພາຍຸເຮີຣີເຄນແບຣີ ຊຶ່ງໄດ້ພັດຂຶ້ນຝັ່ງ ໃນຕອນເຊົ້າວັນເສົາວານນີ້ ຢູ່ເຫຼາະແຄມຝັ່ງຂອງ
ອ່າວລູອີຊີແອນນາ ກໍໄດ້ຫລຸດກຳລັງລົງຢ່າງວ່ອງໄວ ກາຍເປັນພາຍຸເຂດຮ້ອນ.

ລົມພາຍຸດັ່ງກ່າວ ໄດ້ພັດຂຶ້ນຝັ່ງ ຂອງລັດລູອີຊີແອນນາ ໃກ້ກັບເມືອງຕ່າງໆຢູ່ເຫຼາະແຄມ
ຝັ່ງ ອີງຕາມສູູນກາງເຮີຣິເຄນແຫ່ງຊາດ ຊຶ່ງໄດ້ເຕືອນວ່າ ລົມພາຍຸແບຣີ ເປັນໄປໄດ້ສູງ
ທີ່ຈະນຳເອົາຄື້ນຟອງທະເລທີ່ເປັນອັນຕະລາຍ ບວກ​ໃສ່​ກັບ​ລົມ​ແຮງ ແລະ​ຝົນ​ຕົກ​ໜັກ ທີ່ອາດຈະກໍ່ໃຫ້ເກີດ “ໄພນ້ຳຖ້ວມທີ່ເປັນອັນຕະລາຍຕໍ່ຊີວິດ” ຢູ່ໃນຫຼາຍເຂດຂອງແຄມ
ຝັ່ງອ່າວດັ່ງກ່າວ ແລະເຂດລຸ່ມຮ່ອມພູຂອງລັດມິສສິດສິບປີ.

ຄາດກັນວ່າ ພາຍຸແບຣີ ຈະນຳເອົາຝົນຕົກລົງມາຫຼາຍເຖິງ 50 ສັງຕີແມັດ ໃນທົ່ວງລັດ
ດັ່ງກ່າວ ພາຍໃນວັນອາທິດມື້ນີ້. ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ຈາກ​ລົມ​ພາ​ຍຸ​ດັ່ງ​ກ່າວ ແມ່ນ​ຄາດ​ວ່າ​
ຈະ​ມາ​ຈາກ​ນ້ຳ​ຖ້ວມ ຫຼາຍກວ່າ​ລົມ​ແຮງ.

ຜູ້ປົກຄອງລັດລູອີຊີແອນນາ ທ່ານຈອນ ແບລ ແອດໂວດສ໌ ໄດ້ກ່າວວ່າ “ອັນນີ້ ເປັນພຽງ
ການເລີ້ມຕົ້ນເທົ່ານັ້ນ. ມັນຈະຢູ່ໃນລັດຂອງພວກເຮົາ ເປັນເວລາຫຼາຍມື້.”

ພາຍຸແບຣີ ຊຶ່ງເປັນລົມພາຍຸເຮີີຣິເຄນຫົວທຳອິດຂອງລະດູການ ໃນມະຫາສະໝຸດ
ແອັດແລນຕິກ ຊຶ່ງມັນບັນຈຸລົມແຮງສູງສຸດເຖິງ 120 ກິໂລແມັດຕໍ່ຊົ່ວໂມງ ແລະໄດ້ເຄື່ອນ
ຍ້າຍດ້ວຍຄວາມໄວ 9 ກິໂລແມັດຕໍ່ຊົ່ວໂມງ.

ຜູ້ອຳນວຍການສູນກາງເຮີຣິເຄນແຫ່ງຊາດ ທ່ານ ເຄັນ ແກຣມ ໄດ້ກ່າວວ່າ ພາຍຸແບຣີ
“ໄດ້ສະສົມຄວາມຊຸ່ມຊື້ນຢ່າງຫລວງຫລາຍ” ແລະຄາດກັນວ່າ ຈະນຳເອົາຝົນຕົກລົງໃສ່
ທົ່ວຂົງເຂດ ໃນທ້າຍສັບປະດານີ້.

ບັນດາພົນລະເມືອງທັງຫຼາຍ ໃນນະຄອນນິວອໍລີນ ພາກັນເສີມການປ້ອງກັນຕໍ່ເຮືອນຊານ
ຂອງພວກເຂົາເຈົ້າ ແລະໄດ້ສະສົມເຄື່ອງຢູ່ເຄື່ອງກິ່ນ ໃນຂະນະທີີ່ພາຍຸແບຣີ ເລີ້ມເຄື່ອນ
ເຂົ້າ ມາໃນລັດ ຈາກອ່າວເມັກຊິໂກ. ເຖິງຢ່າງໃດກໍຕາມ ມາເຖິງຕອນເດິກຂອງວັນເສົາ
ວານນີ້ ເມືອງນິວອໍລີນ ກໍໄດ້ພົ້ນໄພອັນຕະລາຍຈາກພາຍຸດັ່ງກ່າວ ພຽງແຕ່ໄດ້ຮັບຝົນຕົກ ລົງມາເລັກນ້ອຍ ແລະມີລົມພັດແຮງເປັນໄລຍະໆ.

Barry, which had made landfall earlier Saturday along the Louisiana Gulf Coast, quickly weakened to a tropical storm.

The storm made landfall in Louisiana near Intercoastal City, according to the National Hurricane Center, which warned that Barry is likely to bring dangerous storm surges, plus strong wind and heavy rain that could cause "life threatening flooding" in parts of the Gulf Coast and the Lower Mississippi Valley.

The storm is expected to dump up to 50 centimeters throughout the state by Sunday. The main threat from the storm is expected to be its flood potential rather than its high winds.

"This is just the beginning," Louisiana Gov. John Bel Edwards said. "It's going to be a long several days for our state."

The storm, which was the first Atlantic hurricane of the season, is packing maximum sustained winds of 120 kilometers per hour and was moving at 9 kilometers per hour.

National Hurricane Center Director Ken Graham said Barry has collected "a big slug of moisture" and is expected to rain on the region throughout the weekend.

Residents in New Orleans fortified their homes and stocked up on supplies as Barry begins to roll in from the Gulf of Mexico. However, by late Saturday night, the city had been spared the worst of the storm, receiving only light showers and gusting winds.

XS
SM
MD
LG