ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນນັກຮົບ ຕ່າງຊາດ ທີ່ເດີນທາງກັບ ປະເທດ ອາດສ້າງ ຄວາມອຶດອັດ ໃນບັນດາປະເທດ ຕາເວັນຕົກ


ຕຳຫຼວດພິເສດຂອງ ເຢຍຣະມັນ ຍ່າງອອກຈາກເຮືອນຫລັງນຶ່ງ
ໃນນະຄອນຫຼວງ ເບີລິນ. 15 ພະຈິກ, 2016.
ຕຳຫຼວດພິເສດຂອງ ເຢຍຣະມັນ ຍ່າງອອກຈາກເຮືອນຫລັງນຶ່ງ ໃນນະຄອນຫຼວງ ເບີລິນ. 15 ພະຈິກ, 2016.

ປະຊາຊົນຫຼາຍຄົນໄດ້ໜີອອກຈາກບ້ານເຮືອນຂອງເຂົາເຈົ້າຈຳນວນຫຼາຍພັນຫຼັງ, ຄື້ນ
ຜູ້ສະໜັບສະໜູນຈຳນວນຫຼາຍຄົນ ແລະ ຜູ້ທີ່ອາດຈະເປັນນັກຮົບຕ່າງປະເທດ ເຊິ່ງ
ໄດ້ປະຖິ້ມຊີວິດຂອງພີ່ນ້ອງທີ່ອົບອຸ່ນຂອງເຂົາເຈົ້າໃນປະເທດຕາເວັນຕົກ ເພື່ອໄປຕໍ່ສູ້
ໃນປະເທດ ອີຣັກ ແລະ ຊີເຣຍ, ສ່ວນໃຫຍ່ນັ້ນແມ່ນພັນທະມິດຂອງກຸ່ມກໍ່ການຮ້າຍລັດ
ອິສລາມ.

ຕອນນີ້, ດ້ວຍນະຄອນຫຼວງທີ່ປະກາດຂຶ້ນມາເອງຂອງພວກລັດອິສລາມໄດ້ແຕກສະ
ຫຼາຍນັ້ນ, ການສຶກສາຄັ້ງໃໝ່ໄດ້ວາດພາບທີ່ສັບສົນ ກ່ຽວກັບ ໄພຂົ່ມຂູ່ຂອງພວກມີ
ຊີວິດລອດ ທີ່ຈະມີຕໍ່ປະເທດບ້ານເກີດຂອງພວກເຂົາ. ແລະ ມັນກໍເປັນໄປ ໃນທາງກົງ
ກັນຂ້າມ ກັບສິ່ງທີ່ບັນດາເຈົ້າໜ້າທີ່ສືບລັບປະເທດຕາເວັນຕົກໄດ້ຢ້ານກົວກັນໃນຕອນ
ທຳອິດ.

ລາຍງານທີ່ຖືກເປີດເຜີຍໃນເດືອນນີ້ໂດຍສະຖາບັນ ເອກມັອນ "Egmont," ເຊິ່ງແມ່ນ
ສະຖາບັນນັກວິໄຈທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ
ທີ່ໄດ້ສັງເກດເບິ່ງອັນຕະລາຍຈາກພວກນັກຮົບ 500 ຄົນຈາກປະເທດ ແບລຈຽມ,
ເຢຍຣະມັນ ແລະ ໂຮນລັງ ຜູ້ທີ່ໄດ້ເດີນທາງກັບປະເທດແລ້ວ ໄດ້ສະຫຼຸບວ່າ, ມັນບໍ່ປະ
ກົດເຫັນວ່າ ພວກນັກຮົບຕ່າງປະເທດທີ່ໄດ້ເດີນທາງກັບຄືນປະເທດນັ້ນ ຈະເປັນໄພ
ຂົ່ມຢ່າງກວ້າງຂວາງຕໍ່ ຢູໂຣບ ຕາມໄດ້ຈິນຕານາການໄວ້ກ່ອນໜ້ານີ້.”

ລາຍງານໄດ້ກ່າວວ່າ “ພວກເຂົາເບິ່ງຄືວ່າຈະບໍ່ແມ່ນພວກນັກຮົບຕ່າງປະເທດຈຳນວນ
ຫຼວງຫຼາຍ ຜູ້ທີ່ຈະເປີດການໂຈມຕີຄັ້ງໃຫຍ່ຕ່າງໆ. ຖ້າມັນຈະມີແທ້, ພວກຜູ້ທີ່ໄດ້ເດີນ
ທາງກັບຈາກປະເທດ ຊີເຣຍ ຫຼາຍຮ້ອຍຄົນຄົງໄດ້ພະຍາຍາມທຳການໂຈມຕີແລ້ວ.”

ການສຶກສາຄັ້ງໃໝ່ຈາກ ສະຫະລັດ, ໂດຍໂຄງການ ກ່ຽວກັບ ລັດທິຫົວຮຸນແຮງຂອງ
ມະຫາວິທະຍາໄລ ຈໍຈ໌ ວໍຊິງຕັນ "George Washington" ກໍໄດ້ບັນລຸຂໍ້ສະຫຼຸບທີ່ຄ້າຍ
ຄືກັນ.

ຜູ້ຂຽນຂອງການສຶກສາດັ່ງກ່າວນັ້ນ ເວົ້າວ່າ “ຄວາມສ່ຽງຂອງພວກເດີນທາງກັບປະ
ເທດ ເຊິ່ງໄດ້ພົວພັນກັບການໂຈມຕີກໍ່ການຮ້າຍຕ່າງໆ, ປັດຈຸບັນນີ້ແມ່ນໄດ້ຖືກຈຳກັດ
ຂອບເຂດໄວ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG