ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະ​ເທດ​ຊາດ ຢຸດ​ພັກ ໄວ້​ອາ​ໄລ ​ໃຫ້ແກ່​ອະ​ດີດ ປ​ະທາ​ນາ​ທິ​ບໍດີ ສ​ຫລ ທ່ານ​ຈອຣ​໌ຈ ​ເອ​ຈ ດັບ​ເບິນ​ຢູ ບຸຊ​


ໝາ​ຊື່​ວ່າ ຊູ​ລ​ລີ ທີ່​ໄດ້​ຮັບໃຊ້ ອະ​ດີດ​ປະ​ທາ​ນາ​ທິບ​ໍ​ດີ ຈອຣ​໌ຈ ​ເອ​ຈ ດັບ​ເບິນ​ຢູ ບຸຊ​ ນັ່ງ​ຢູ່ຄຽງ​ຂ້າງ​ຫີບ​ສ​ົບ ທີ່​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ວັນ​ທີ 4 ທັນ​ວາ 2018.
ໝາ​ຊື່​ວ່າ ຊູ​ລ​ລີ ທີ່​ໄດ້​ຮັບໃຊ້ ອະ​ດີດ​ປະ​ທາ​ນາ​ທິບ​ໍ​ດີ ຈອຣ​໌ຈ ​ເອ​ຈ ດັບ​ເບິນ​ຢູ ບຸຊ​ ນັ່ງ​ຢູ່ຄຽງ​ຂ້າງ​ຫີບ​ສ​ົບ ທີ່​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ວັນ​ທີ 4 ທັນ​ວາ 2018.

ບັນ​ດາ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ຫ້າ​ຄົນ ທີ່​ຍັງ​ມີ​ຊີ​ວິດ​ຢູ່​ຈະ​ພາ​ກັນ​ມາ​ຮວມ​ກັນ​ໃນ​ວັນ​
ພຸດ​ມື້​ນີ້ ເພື່ອ​ໄວ້​ອາ​ໄລ​ເທື່ອ​ສຸດ​ທ້າຍ​ ແກ່ມື້​ລາງ​ປະ​ທ​າ​ນາ​ທິບໍ​ດີ ຈອຣ​໌ຈ ​ເອ​ຈ ດັບ​ເບິນ​ຢູ
ບຸຊ​ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 41 ຂອງ​ປະ​ເທດ ຜູ້​ທີ່​ໄດ້​ເສຍຊີ​ວິດ ວັນ​ສຸກ​ທີ່ຜ່ານ​ມາ ມີອາ
​ຍຸ​ໄດ້ 94 ປີ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຈິມ​ມີ ຄາ​ເຕີ​ຣ ບິ​ລ ຄ​ລິນ​ຕັນ ແລະ​ບາ​ຣັກ ໂອ​ບາ​ມາ ຈະ​ຮ່ວມມີ
ໜ້າຢູ່ກັບ​ຜູ້​ບັນ​ຊາ​ການ​ສູງ​ສຸດ ທ່ານ​ດໍ​ໂນ​ລ ທ​ຣຳ ຢູ່​ໃນ​ພິ​ທີ​ສົ່ງ​ສະ​ການ​ທ່ານ​ບຸ​ຊ ທີ່ໂບດ​
ແຫ່ງ​ຊາດ ບ່ອນ​ທີ່​ພວກເພິ່ນ ​ຈະ​ໄດ້​ຍິນ​ຄຳ​ສະ​ດຸ​ດີ​ຈາກ ທ່ານ​ຈອຣ​໌ຈ ​ດັບ​ເບິນຢູ ບຸ​ຊ​
ຜູ້ເປັນລູກ​ຊາຍ​ ທັງເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 43 ນຳ.

ຢູ່​ໃນ​ລາຍ​ການ​ທີ່​ຈະ​ກ່າວ​ໃນ​ພິ​ທີ​ສົ່ງ​ສະ​ການ​ ຈະ​ແມ່ນອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ ທ່ານ
ບ​ຣາຍ​ອັນ ມັ​ລ​ໂຣ​ນີ ຂອງ​ກາ​ນາ​ດາ ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ​ອາ​ລັນ ຊິມ​ສັນ
ແລະ​ນັກ​ປະ​ຫວັດ​ສາດ ທ່ານ​ຈອນ ມີ​ຈາມ ລູກ​ຊາຍ​ກົກ​ຂອງ​ນັກ​ຂຽນ​ປະ​ວັດ​ປະ​ທາ​ນາ​
ທິ​ບໍ​ດີ​ບຸ​ຊ. ຮວມ​ຢູ່​ໃນ​ບັນ​ດາ​ແຂກ​ຜູ້​ມີ​ກຽດ​ທີ່​ຈະ​ເຂົ້າ​ຮ່ວມ ແມ່ນມີ​ທັງ​ເຈົ້າ​ຊາຍ​ຊາ​ຣ​ສ໌
ແຫ່ງ​ປະ​ເທດ​ອັງ​ກິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢ​ຣະ​ມັນ ທ່ານ​ນາງ​ແອນ​ເຈີ​ລາ ເມີກ​ເກີ​ລ
ແລະ​ທ່ານ​ເລັກ​ຮ໌ ວາແວລ​ຊາ ອະ​ດີ​ດ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ໂປ​ແລນ.

ພິ​ທີ​ໃນວັນພຸດ​ມື້​ນີ້​ຈະ​ເລີ້ມຂຶ້ນ ເວ​ລາ​ຂະ​ບວນ​ລົດນຳ​ເອົາ​ຫີບ​ສົບ​ຂອງ​ ອະ​ດີດ​ປະ​ທາ​
ນາ​ທິ​ບໍ​ດີ​ທີ່​ປົກ​ຄຸມ​ດ້ວຍ​ທຸງໄປ​ສູ່​ໂບດ ​ຈາກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ບ່ອນ​ທີ່​ທ່ານ​ຖືກ
​ດອຍ​ໄວ້​ ໃນ​ວັນ​ອັງ​ຄານ​ວານ​ນີ້ ໃນ​ຂະ​ນະ​ທີ່​ພວກ​ໄວ້​ທຸກ​ຫຼາຍ​ພັນ​ຄົນ​ໄດ້​ລ່ຽນ​ແຖວ
​ເຂົ້າ​ໄປ​ຄຳ​ນັບ​ສົບເປັນ​ເທື່ອ​ສຸດ​ທ້າຍ​ຂອງ​ເຂົາ​ເຈົ້າຢູ່​ໃນ​ທ້ອງ​ສະ​ພາ. ມີ​ເຫດ​ການ​ໂສກ​
ເສົ້າຢ້ຽມ​ສົບໂດຍມະຫາຊົນ ເວ​ລາ​ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ບັອບ​ໂດ​ລ ອາ​ຍຸ
95 ປີ ໄດ້​ຖືກ​ຊ່ວຍ​ລຸກ​ຂຶ້ນ​ຈາ​ກ​ລໍ້​ນັ່ງ ແລະ​ຄຳ​ນັ​ບ​ເພື່ອນ​ຮ່ວມ​ງານ​ພັກ​ຣີ​ພັບ​ບ​ລ​ບິ​ກັນ
ແລະ​ທະ​ຫານນັກ​ລົບ​ເກົ່າສົງ​ຄາມ​ໂລກ.

ຫຼັງ​ຈາກ​ພິ​ທີ​ສົ່ງ​ສະ​ການ ຫີ​ບ​ສົບ​ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ​ບຸ​ຊ ຈະ​ນຳ​ໄປ​ຖານ​ທັບ​ອາ​
ກາດ​ແອ​ລດ​ຣູ​ສ໌ ແລະ​ບິນ​ກັບ​ຄືນໄປ​ຍັງນະ​ຄອນ​ຮິວ​ສ​ຕັນ ລັດ​ເທັກ​ຊັ​ສ ເພື່ອ​ປະ​ກອບ
ພິ​ທີ​ເທື່ອ​ທີ​ສອງ ແລະເທື່ອ​ສຸດ​ທ້າຍ​ໃນ​ວັນ​ພະ​ຫັດ​ມື້​ອື່ນ​ນີ້. ທ່ານ​ຈະ​ຖືກຝັງ​ໄວ້​ຢູ່​ຫໍ​ສະ​
ມຸດ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຫໍ​ພິ​ພິດ​ທະ​ພັນຂອງ​ທ່ານຢູ່ ມະ​ຫາ​ວິ​ທະ​ຍາ​ໄລ Texas
A&M ຢູ່​ໃກ້​ໆກັບ​ສະ​ຖາ​ນີ College ຄຽງ​ຂ້າງ​ກັບ​ພັນ​ລະ​ຍາເປັນ​ເວ​ລາ 73 ປີ ທ່ານ​
ນາງບາ​ຣ​ບາ​ຣາ ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ ແລະ​ລູກ​ສາວ ນາງ​
ໂຣ​ບິນ ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ມະ​ເລງ​ໃນເລືອດ​ໃນ​ປີ 1953 ເວ​ລາ​ນາງ​ມີ​
ອາ​ຍຸ​ໄດ້​ພຽງ​ສາ​ມ​ປີ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຈັດໃຫ້​ວັນ​ພຸດ​ມື້​ນີ້​ເປັນ​ມື້​ໄວ້​ອາ​ໄລ​ແຫ່ງ​ຊາດ ເພື່ອ​ໃຫ້​ກຽດ
​ແກ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ບຸຊ.

ຕະ​ຫຼາດ​ຮຸ້ນ​ນິວຢອກ ຈະ​ປິດໃນ​ຄະ​ນະ​ທີ່ສ່ວນ​ໃຫຍ່​ຂອງ​ຫ້ອງ​ການ​ລັດ​ຖະ​ບານກໍ
ປິດ​ລົງເຊັ່ນ​ກັນ.

Five living American presidents will come together Wednesday to pay final tribute to George Herbert Walker Bush, the nation's 41st president, who died last Friday at the age of 94.

Former presidents Jimmy Carter, Bill Clinton and Barack Obama will join the current commander-in-chief, Donald Trump, for Bush's funeral services at the Washington National Cathedral, where they will hear a eulogy from George W. Bush, the late president's son and the 43rd president.

Also scheduled to speak at the state funeral will be former Prime Minister Brian Mulroney of Canada, former U.S. Senator Alan Simpson, and historian Jon Meacham, the elder Bush's biographer. Among the dignitaries who will be in attendance include Britain's Prince Charles, German Chancellor Angela Merkel, and Lech Walesa, Poland's former president.

WATCH: Mourners give their condolences

Thousands of Visitors Pay Respects to Former President Before Funeral in Washington
please wait

No media source currently available

0:00 0:01:57 0:00

​Wednesday's services will begin when a motorcade will deliver the ex-president's flag-draped casket to the cathedral from the U.S. Capitol, where it lay in state Tuesday as thousands of mourners filed through the Rotunda to pay their final respects. An emotional moment during the public viewing occurred when 95-year-old former Senator Bob Dole was helped from his wheelchair and saluted his fellow Republican and World War Two veteran.

After the funeral, former President Bush's casket will be taken to Andrews Air Force Base and flown back to Houston, Texas for a second and final service on Thursday. He will be laid to rest at his presidential library and museum at Texas A&M University in nearby College Station, next to his wife of 73 years, Barbara, who passed away in April, and their daughter Robin, who died of leukemia in 1953 when she was only three years old.

President Trump has designated Wednesday as a national day of mourning in Bush's honor. The New York Stock Exchange will be closed, as are most

XS
SM
MD
LG