ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜົນເບື້ອງຕົ້ນ ໃນການທົດລອງ ຢາວັກຊີນ ຕ້ານອີໂບລາ ຢູ່ Kenya


ພະນັກງານສາທາລະນະສຸກ ສັກຢາຕ້ານ ອີໂບລາ ໃຫ້ຜູ້ເຂົ້າຮ່ວມການທົດລອງ.
ພະນັກງານສາທາລະນະສຸກ ສັກຢາຕ້ານ ອີໂບລາ ໃຫ້ຜູ້ເຂົ້າຮ່ວມການທົດລອງ.

ຜົນເບື້ອງຕົ້ນຈາກການທົດລອງໄລຍະທີໜຶ່ງຂອງຢາ ວັກຊີນຕ້ານ
ອີໂບລາ ທີ່ຮູ້ຈັກກັນໃນນາມຢາ rVSV ZEBOV ໄດ້ສະແດງໃຫ້
ເຫັນວ່າ ຢາດັ່ງກ່າວ ມີຄວາມປອດໄພ ແລະສາມາດຜະລິດ ພູມຄຸ້ມ ກັນຕອບສະໜອງຕໍ່ເຊື້ອໄວຣັສຮ້າຍແຮງຊະນິດນີ້ໄດ້.
Lenny Ruvaga ມີລາຍງານເພີ່ມເຕີມ ຈາກເມືອງ Kilifi ເຊິ່ງ
ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ທ່ານ Munga Mwachiro ອາຍຸ 30 ປີທຸກໆມື້ແມ່ນລາວຈະ
ຕ້ອງໄດ້ເຮັດໜ້າທີ່ ໃນການປິ່ນປົວພະຍາບານ ແລະໄດ້ເຮັດ
ວຽກກັບໂຄງການຄົ້ນຄວ້າ Kemri Welcome Trust ໃນ
ເມືອງ Kilifi ດົນມາແລ້ວ 2 ປີ.

ວຽກຂອງລາວລວມມີ ຄວາມພ້ອມດ້ານຄວາມປອດໄພ ແລະ ໄປຢ້ຽມຢາມຄົນໄຂ້ຢູ່ບ້ານຕ່າງໆ ທີ່ຢູ່ໃກ້ຄຽງ. ແລະ ລາວກໍ່ເປັນໜຶ່ງໃນບັນດາອາສາສະໝັກ 40 ຄົນ ທີ່ເຂົ້າຮ່ວມການທົດລອງ ໄລຍະທີໜຶ່ງຂອງການວິໄຈຢາວັກຊີນຕ້ານໂຣກ ອີໂບລາ.

ມື້ນີ້ Mwachiro ແມ່ນກຳລັງແຕ້ມແຜນເພື່ອໄປຢ້ຽມຢາມແຕ່ລະໝູ່ບ້ານ. 5 ເດືອນທີ່ຜ່ານມາ ລາວໄດ້ຖືກທົດລອງຢາຕ້ານເຊື້ອອີໂບລາ ເຊິ່ງເປັນສ່ວນໜຶ່ງຂອງການດຳເນີນການເພື່ອຕຽມ ພ້ອມນຳໃຊ້ຢາຊະນິດນີ້ໃນປະເທດ Kenya ເມື່ອມີຄວາມຈຳເປັນ. ລາວໄດ້ ກ່າວວ່າ ລາວເຂົ້າ ຮ່ວມໃນການທົດລອງກໍເພື່ອຊ່ວຍເຫຼືອມວນມະນຸດ ຫາຢາຮັກສາ ໂຣກດັ່ງກ່າວ.

ທ່ານ Munga Mwachiro ເວົ້າວ່າ “ເນື່ອງຈາກຄວາມຢ້ານກົວຂອງໂຣກ ອີໂບລາ, ຄວາມ ເຂົ້າໃຈຜິດ ກ່ຽວກັບມັນ ແລະ ຂ້າພະເຈົ້າເປັນຜູ້ຝຶກຫັດການຮັກສາໂຣກ. ຂ້າພະເຈົ້າຄິດ ວ່າມັນເປັນສິ່ງທີ່ດີຫຼາຍ ເພື່ອຊ່ວຍເຫຼືອໃນການຊອກຫາວິທີແກ້ໄຂ ໂຣກລະບາດນີ້.”

ການທົດລອງຢາ rVSV ZEBOV ໄດ້ເລີ່ມຂຶ້ນໃນເດືອນທັນວາ ທີ່ຜ່ານມາໃນເມືອງ Kilifi ແລະ ສະຖານທີ່ອື່ນອີກສາມແຫ່ງໃນປະເທດ ສະວິດເຊີແລນ, ເຢຍຣະມັນ ແລະ ກາບ໋ອງ.

ນັກວິທະຍາສາດໃນຫ້ອງທົດລອງຈຸລະຊີວະວິທະຍາແຫ່ງຊາດ Canada ໄດ້ພັດທະນາ ການທົດລອງຢາຕ້ານເຊື້ອ ອີໂບລາ ເຊິ່ງໄດ້ຮັບອະນຸຍາດເພື່ອການທົດລອງປິ່ນປົວ ປີກາຍນີ້ ໂດອົງການ ອະນາໄມໂລກ.

ດຣ. Patricia Njuguna, ນັກຄົ້ນຄວ້າການປິ່ນປົວ ແລະ ຜູ້ຊ່ຽວຊານພະຍາດຂອງ ເດັກນ້ອຍ, ເປັນຜູ້ນຳພາວຽກງານນັກວິທະຍາສາດ ດ້ວຍການພັດທະນາໄລຍະທີໜຶ່ງໃນ ປະເທດ Kenya. ໃນໄລຍະເວລາ 8 ປີທີ່ຜ່ານມາລາວໄດ້ເຂົ້າຮ່ວມໃນການທົດລອງຢາ ປິ່ນປົວນາໆຊະນິດ ເພື່ອພະຍາດອື່ນໆ ລວມທັງ ໄຂ້ Malaria.

ການແຜ່ລະບາດຂອງໂຣກອີໂບລາໃນປະເທດ Guinea ເລີ້ມຂຶ້ນເມື່ອໜຶ່ງປີທີ່ຜ່ານມາ, ແລະໄດ້ລາມໄປຮອດປະເທດ Liberia ແລະ Sierra Leone ໄດ້ເຮັດໃຫ້ມີຄົນເສຍຊີວິດ ຫຼາຍກວ່າ 11,000​ ຄົນ. ດຣ. Njuguna ໄດ້ກ່າວວ່າ ຜົນໃນດ້ານບວກຈາກຜູ້ເຂົ້າຮ່ວມ ໂຄງການໃນ Kenya ອາດຈະສາມາດສົ່ງຂ່າວໃຫ້ເຫັນຄວາມເຂົ້າໃຈອັນໃໝ່ ໃນການຄົ້ນ ຫາຢາປິ່ນປົວ.

ດຣ. Njuguna ໄດ້ເວົ້າວ່າ “ຜູ້ເຂົ້າຮ່ວມການທົດລອງແມ່ນໄດ້ ຮັບການສັກຢາ, ແລະ ລະບົບພູມຄຸ້ມກັນໂຣກກໍເຮັດວຽກກັບຢາດັ່ງກັບອົງປະກອບອັນໃໝ່ຢູ່ໃນຮ່າງກາຍ. ເຮັດໃຫ້ມັນແຕກລົງ​ເປັນເມັດນ້ອຍໆຫຼາຍເມັດ, ແລະ ລະບົບພູມຄຸ້ມກັນກໍ ພັດທະນາ ໂປຼທີນຕ້ານເຊື້ອໃນຮ່າງກາຍຕໍ່ຢາປ້ອງກັນ. ແລະນີ້ກໍແມ່ນສິ່ງທີ່ເຮົາວັດແທກເພື່ອ ສັງເກດ ເບິ່ງວ່າທ່ານກຳລັງຕອບສະໜອງຕໍ່ຢາ.”

ເມື່ອບໍ່ດົນມານີ້ Liberia ໄດ້ຖືກປະກາດວ່າ ເປັນປະເທດທີ່ປອດອີໂບລາແລ້ວ, ແຕ່ວ່າ ການເພີ່ມຂື້ນໃນກໍລະນີໃໝ່ໆໃນປະເທດ Guinea ໄດ້ພາໃຫ້ມີຄວາມຢ້ານກົວວ່າ ເຊື້ອ ໄວຣັສດັ່ງກ່າວອາດກັບຄືນມາອີກ.

ຜູ້ນຳຂອງໂລກຈາກບັນດາປະເທດ ທີ່ມີຄວາມຈະເລີນທາງດ້ານອຸດສາຫະກຳ ຫລື G7 ໄດ້ປະຊຸມກັນໃນປະເທດ ເຢຍຣະມັນ ໃນວັນເສົາ ແລະ ອາທິດແລ້ວນີ້ ແລະ ກໍຄາດຫວັງວ່າ ບັນຫາໂຣກ ອີໂບລາ ແມ່ນຈະຢູ່ໃນວາລະຂອງກອງປະຊຸມດ້ວຍ.

ພຸດທະສອນ ດວງພູມີ ວີໂອເອ.

Initial results from Phase One trials of an experimental Ebola vaccine known as rVSV ZEBOV ((r-v-s-v ZEE-bov)) have shown that the vaccine is safe and generates an immune response against the deadly Ebola virus. Lenny Ruvaga has more from the town of Kilifi.]]

((NARRATOR))
Thirty year old Munga Mwachiro goes about his daily duties in a matter-of-fact manner. He's an occupational health nurse and has been working at the Kemri Welcome Trust Research Program in Kilifi for the last two years.

His job includes safety preparedness and visiting patients in nearby villages.And he's one of forty volunteers participating in the Phase One Ebola vaccine trials.

Today, Mwachiro is drawing up plans to visit the villages.
Five months ago he was given the experimental Ebola vaccine as part of a process to prepare for its use in Kenya when necessary. He says he's participating in the trials to help humanity find a cure.

((MUNGA MWACHIRO, HEALTH NURSE ))
"Due to the fear of Ebola, misconceptions about it and I being a health care practitioner, I thought it was a great thing to assist in finding a solution to this epidemic ."

((NARRATOR))
Trials ofrVSV ZEBOV, began last December in Kilifi and three other sites in Switzerland, Germany and Gabon.
Scientists at the Canadian National Microbiology Laboratory developed the experimental Ebola vaccine which was cleared for clinical trials last year by the World Health Organization.

Dr. Patricia Njuguna, a clinical researcher and pediatrician, is the lead scientist tasked with developing the phase one trials in Kenya. For the last eight years she has been involved in various vaccine trials, for other diseases including Malaria.

The Ebola epidemic broke out in Guinea more than a year ago, and spread to Liberia and Sierra Leone, killing more than 11,000 people. Dr. Njuguna says the positive results from the participants in Kenya could herald new insights into the search for a cure.

((DR.PATRICIA NJUGUNA, CLINICAL RESEARCHER (in English) ))
"The participant is vaccinated, and the immune system picks up the vaccine as a foreign component in the body. It breaks it down into little pieces, and the immune system develops antibodies to the vaccine, and this is what we measure to see that you are responding to the vaccine."

((NARRATOR))
Liberia was recently declared Ebola-free, but a rise in new cases in Guinea has led to fears that the virus could re-emerge.

XS
SM
MD
LG