ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Musharraf ຖືກຟ້ອງຮ້ອງ ໃນຂໍ້ຫາ ທໍລະຍົດຕໍ່ຊາດ (ວີດີໂອ)


PAKSITAN MUSHARRAF VO
please wait
Embed

No media source currently available

0:00 0:00:55 0:00

ວີດີໂອ ກ່ຽວກັບຂ່າວນີ້.

ສານພິ​ເສດ​ແຫ່ງ​ນຶ່ງ​ທີ່​ຕັ້ງ​ຂຶ້ນມາ ​ເພື່ອ​ດຳ​ເນີນ​ຄະດີ​ອະດີດ​
ນາຍ​ທະຫານ​ທີ່​ປົກ ຄອງປາ​ກິ​ສຖານ ທ່ານ Pervez Mu-
sharraf ​ໄດ້​ຟ້ອງ​ຮ້ອງ​ທ່ານ​ຢ່າງ​ເປັນ​ທາງ​ການ​ ໃນຂໍ້​ຫາທໍ
ລະ​ຍົດ​ຕໍ່​ຊາດ 5 ກະ​ໂທ​ງ.

ທ່ານ Musharraf ​ໃຫ້ການ​ວ່າ ບໍ່​ຜິດ ​ຕໍ່​ຂໍ້​ກ່າວ​ຫາ​ທຸກໆກະ​
ໂທ​ງ ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ສານ ​ໃນນະຄອນຫລວງອິສລາມາ​ບັດ.

​ໃນຄຳ​ໃຫ້​ການ​ຕໍ່​ສານ ທ່ານ Musharraf ກ່າວ​ວ່າ “ຂ້າພະ​
ເຈົ້າ​ບໍ່​ໄດ້​ເປັນຄົນ ​ທໍລະ​ຍົດ​ຕໍ່​ຊາດ”
​ແລະໄດ້​ເນັ້ນ​ເຖິງ​
ຄວາມ​ສຳ​ເລັດ​ຕ່າງໆ​ຂອງ​ປາ​ກິ​ສຖານ​ ພາຍ​ໃຕ້​ການ​ປົກຄອງ​ຂອງ​ທ່ານ​ນັ້ນ.

ຂໍ້​ຫາ​ຖານ​ທໍລະ​ຍົດ​ຕໍ່​ຊາດ​ເຫຼົ່າ​ນີ້ ​ແມ່ນ​ສືບ​ເນື່ອງມາ​ຈາກ​ການ​ຕັດສິນ​ໃຈ​ຂອງ​ທ່ານໃນ
​ປີ 2007 ທີ່​ງົດ​ໃຊ້​ກົດໝາຍ​ລັດຖະທຳ​ມະນູນ ​ແລະ​ປະກາດ​ພາວະ​ສຸກ​ເສິນ ​ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ​ ເພື່ອ​ຕໍ່​ອາຍຸການ​ດຳລົງ​ຕຳ​ແໜ່​ງປະທານາ ທິບໍດີຂອງທ່ານ​ ທີ່
​ກາຍ​ມາ​ເປັນເລື້ອງ​ຂັດ​ແຍ້​ງຖົກ​ຖຽງກັນ​ເພີ້​ມຂຶ້ນ​ເລື້ອຍໆ​ນັ້ນ.

ອະດີດ​ຜູ້ນຳ​ປະ​ເທດ ​ໄວ 70 ປີ ສາມາດ​ປະ​ເຊີນ​ກັບໂທດ​ປະຫານ​ຊີວິດ​ ຫຼືຈຳ​ຄຸກ
​ຕະຫຼອດ​ຊີວິດ​ໄດ້ ຖ້າ​ສານ​ຕັດສິນ​ວ່າ ​ທ່ານ​ມີ​ຄວາມ​ຜິດ​ແທ້​.

ທ່ານ Musharraf ​ໄດ້​ຂຶ້ນ​ຍຶດອຳນາດ​ ດ້ວຍ​ການ​ກໍ່​ລັດຖະປະຫານ​ຂຶ້ນ​ໃນ​ປີ 1999
​ໂດຍ​ຂັບ​ໄລ່​ອະດີດ​ນາຍົກລັດຖະມົນຕີ Nawaz Sharif ອອກ​ຈາກ​ອຳນາດ ​ແລະ
​ຕໍ່​ມາ ບັງຄັບ​ໃຫ້​ທ່ານ​ໄປ​ລີ້​ໄພ​ໃນ​ຕ່າງປະ​ເທດ.

ທ່ານ Musharraf ອອກ​ຈາກ​ອຳນາດ​ໃນ​ປີ 2008 ​ແລະໜີ​ໄປ​ອາ​ໄສ​ຢູ່​ໃນຕ່າງປະເທດ
ດ້ວຍ​ຄວາມ​ສະມັກ​ໃຈຂອງ​ທ່ານ​ເອງ ​ເປັນ​ເວລາ​ຫຼາຍ​ເດືອນ​ຕໍ່​ມາ. ​ທ່ານ​ໄດ້​ກັບ​ຄືນ​ມາ
​ປະ​ເທດ​ໃນ​ປີ​ແລ້ວ​ນີ້ ​ເພື່ອຈະ​ເຂົ້າ​ປະກອບສ່ວນ​ໃນ​ການ​ເລືອກ​ຕັ້ງ​ທົ່ວໄປ​ ໃນເດືອນ
​ພຶດສະພາ ​ແຕ່​ກໍໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວ​ມ​ໃນ​ການ​ເລືອກ​ຕັ້ງ ຍ້ອນທ່ານ​ປະ​ເຊີນ​ກັບ
​ການ​ທ້າ​ທາຍຫລາຍ​ຢ່າງ ​ທາງ​ດ້ານ​ກົດໝາຍ.
XS
SM
MD
LG