ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານສູງສຸດ ຂອງ ສຫລ ຈະພິຈາລະນາ ຄວາມຖືກຕ້ອງ ຂອງ ຄໍາສັ່ງຫ້າມ ການເດີນທາງ ຂອງ ປ. ທຣໍາ


ສານສູງສຸດຂອງສະຫະລັດ ໃນນະຄອນຫລວງ ວໍຊິງຕັນ
ສານສູງສຸດຂອງສະຫະລັດ ໃນນະຄອນຫລວງ ວໍຊິງຕັນ

ສານສູງສຸດຂອງສະຫະລັດ ໄດ້ໃຫ້ສັນຍານສະແດງໃຫ້ຮູ້ວ່າ ຕົນຈະພິຈາລະນາ
ຄວາມຖືກ ຕ້ອງຕາມກົດໝາຍຂອງຄໍາສັ່ງຈໍາກັດການເດີນທາງຂອງປະທານາທິບໍດີ
ດໍໂນລ ທຣໍາ.

ສິ່ງທີ່ເອີ້ນວ່າການຫ້າມການເດີນທາງ ແມ່ນໄດ້ຈໍາກັດການເດີນທາງຢູ່ໃນຫລາຍລະດັບ
ແຕກຕ່າງກັນຂອງຄົນມາຈາກ 8 ປະເທດ ຊຶ່ງໃນນັ້ນ 6 ປະເທດ ແມ່ນເປັນປະເທດທີ່ມີ
ຄົນມຸສລິມ ເປັນຄົນກຸ່ມໃຫຍ່.

ອົງການຂ່າວເອພີ ລາຍງານວ່າ ບັນດາເຈົ້າໜ້າທີ່ຍຸຕິທໍາ ມີແຜນທີ່ຈະເປີດໃຫ້ມີການ
ຮັບຟັງການອ້າງເຫດຜົນຕ່າງໆໃນເດືອນເມສາ ທີ່ຈະມາເຖິງນີ້ ແລະຈະອອກຄຳຕັດສິນ
ໃນທ້າຍເດືອນມິຖຸນາ.

ສານສູງສຸດຂອງປະເທດໄດ້ຕັດສິນໃນຕົ້ນເດືອນທັນວາທີ່ຜ່ານມາໂດຍປ່ອຍໃຫ້ຄໍາສັ່ງ
ດັ່ງກ່າວ ມີຜົນບັງຄັບໃຊ້ຢ່າງເຕັມສ່ວນ ໃນຂະນະທີ່ມັນຍັງຢູ່ໃນຂັ້ນຕອນຜ່ານສານ
ອຸທອນສອງແຫ່ງ.

ສານອຸທອນເຂດ 9 ໃນນະຄອນແຊນແຟຣນຊິສໂກ (San Francisco) ລັດຄາລິຟໍເນຍ ໄດ້ວາງລະບຽບການດັ່ງກ່າວອອກມາໃນເດືອນທັນວາຜ່ານມາ ໂດຍໄດ້ໃຫ້ເຫດຜົນວ່າ ຄໍາສັ່ງຫ້າມເດີນທາງແມ່ນເກີນຂອບເຂດອໍານາດຂອງປະທານາທິບໍດີ. ສະນັ້ນ ສານໄດ້
ຍຸຕິຄໍາສັ່ງດັ່ງກ່າວໄວ້ ຊຶ່ງເປັນການດໍາເນີນການທີ່ແຕກຕ່າງໄປຈາກສານສູງສຸດ.

ສານອຸທອນເຂດ 4 ໃນນະຄອນຮິສມອນດ໌ (Richmond) ຂອງລັດເວີຈີເນຍ ຍັງບໍ່ທັນ
ໄດ້ຕັດສິນເທື່ອ ພາຍຫລັງທີ່ມີການຮັບຟັງການພິຈາລະນາຄໍາສັ່ງດັ່ງກ່າວແລ້ວ ໃນເດືອນ
ທັນວາ ທີ່ຜ່ານມາ.

ບັນຫາຂອງມັນກໍຄື ຄວາມມຸ້ງຫວັງຂອງລັດຖະບານທ່ານທຣໍາ ທີ່ໄດ້ກ່າວໄວ້ວ່າ ຢາກຮັບ
ປະກັນຄວາມໝັ້ນຄົງຂອງຊາດ. ກຸ່ມສະໜັບສະໜຸນດ້ານຄົນເຂົ້າເມືອງທີ່ໄດ້ຟ້ອງຮ້ອງ ເພື່ອຍຸຕິຄໍາສັ່ງດັ່ງກ່າວເວົ້າວ່າ ມັນເປັນການຈໍາແນກ ແລະແນໃສ່ເພື່ອຫ້າມພວກມຸສລິມ
ບໍ່ໃຫ້ເດີນທາງເຂົ້າມາສະຫະລັດ.

ການຫ້າມເດີນທາງແມ່ນແນເປົ້າໝາຍໃສ່ຄົນຢູ່ໃນປະເທດ ຊາດ (Chad), ອີຣ່ານ (Iran),
ລີເບຍ (Libya), ໂຊມາເລຍ (Somalia), ຊີເຣຍ (Syria) ແລະເຢເມນ (Yemen)
ທີ່ຢາກເດີນທາງເຂົ້າມາສະຫະລັດ. ນອກນັ້ນ ມັນຍັງໄດ້ວາງຂໍ້ຈໍາກັດ ຕໍ່ພວກທີ່ເດີນທາງ
ມາຈາກ ເວເນຊູເອລາ ແລະເກົາຫລີເໜືອອີກດ້ວຍ.

ຄໍາສັ່ງການເດີນທາງນີ້ ແມ່ນຄໍາສັ່ງສະບັບທີ 3 ທີ່ວາງອອກມາໂດຍລັດຖະບານທ່ານ
ທຣໍາ. ຄໍາສັ່ງສອງອັນທໍາອິດ ແມ່ນບໍ່ໄດ້ຮັບການເຫັນດີຈາກສານຕ່າງໆ ແລະກໍເກືອບ
ວາງອອກມາບໍ່ໄດ້ ເມື່ອມັນຖືກຕ້ານໄວ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG