ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸ​ປະ​ກອນ ແປ​ພາ​ສາ ​ນ້ອຍ ທັນສະ​ໄໝ​ ຊ່ວຍ ໃຫ້ຄົນ ​ເດີນທາງ ​ໄປ​ຕ່າງ ​ປະ​ເທດ ສື່​ສານ ໄດ້ງ່າຍ ຂຶ້ນ


ການ​ແປພາ​ສາແບບ​ຂຽນ ​ຂອງ Google Translate ຈາກ​ອັງ​ກິດ ເປັນ​ພາ​ສາ​ຈີນ
ການ​ແປພາ​ສາແບບ​ຂຽນ ​ຂອງ Google Translate ຈາກ​ອັງ​ກິດ ເປັນ​ພາ​ສາ​ຈີນ

ການ​ຕິດຕໍ່​ສື່​ສານ​ກັບ​ໃຜ​ຜູ້​ນຶ່ງ ​ທີ່​ເວົ້າ​ພາ​ສາ​ທີ່​ຕ່າງກັບ​ໂຕ​ນັ້ນ ຄວນ​ເຮັດ​ແນວ​ໃດ? ນັ້ນ
​ແມ່ນເປັນ​ບັນ​ຫາ​ຂອງ​ຍຸກ​ສະ​ໄໝ​ທີ່ມີມາຍາວນານ. ແຕ່​ວ່າ ດຽວນີ້ ໂດຍ​ມີ​ການແຜ່
ຂະຫຍາຍ​ອອກຢ່າ​ງ​ຫລວງ​ຫລາຍຂອງ​ແອັປ ແລະ​ເຄື່ອງ​ແປ​ພາ​ສາຊະໜິດຕ່າງໆ
ນາງມີ​ແຊ​ລ ຄວີນ​, ນັກ​ຂ່າວ​ວີ​ໂອ​ເອ ຈຶ່ງໄດ້ມີລາຍ​ງານ​ວ່າ ບັນ​ຫາ​ກີດ​ກັນທາງດ້ານ
​ພາ​ສາ ແມ່ນ​ສາ​ມາດ​ຜ່ານ​ຜ່າ​ໄດ້ງ່າຍ​ຂຶ້ນ ຊຶ່ງບົວສະຫວັນ ຈະມີລາຍລະອຽດກ່ຽວກັບ
ເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພວກ​ນັກ​ເດີນ​ທາງ​ທົ່ວ​ໂລກຮູ້​ດີ​ວ່າ ​ການ​ທີ່​ຈະ​ເຮັດ​ໃຫ້​ຄົນ​ເຂົ້າ​ໃຈ​ວ່າ​ ໂຕ​ເອງເວົ້າ​ຫຍັງ​ຢູ່​
ຕ່າງ​ປະ​ເທດນັ້ນ ແມ່ນ​ເປັນ​ບັນ​ຫາ​ຫຍຸ້ງ​ຍາກຫລາຍ ດັ່ງ​ທີ່​ທ້າວ ດິ​ເອ​ໂກ ມາ​ຕິນ​ເນ, ນັກ
ເດີນ​ທາງຄົນ​ນຶ່ງ​ເວົ້າ​ວ່າ “ມັນ​ເປັນ​ເລື້ອງ​ທີ່ໜ້າ​ຢ້ານ ເພາະ​ວ່າ​ເຈົ້າ​ຮູ້​ສຶກງົງ. ຮູ້​ສຶກ​ງົງ​ຫລາຍ
​ອີ່ຫລີ​ໄດ໋.”

ສ່ວນທ້າວ ຟໍ​ແຣັ​ສ​ທ໌ ໂຣ​ສ​ເຊັນ​ບ​ລຳ ນັ​ກ​ທ່ອງ​ທ່ຽວ​ອີກ​ຄົນ​ນຶ່ງກໍ​ເວົ້າ​ວ່າ “ເຈົ້າ​ຮູ້​ສຶກ​ໂດດ
​ດ່ຽວ ​ເພາະ​ເຈົ້າ​ພົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ພົວ​ພັນ​ກັບ​ຄົນ. ເຈົ້າ​ຂ້ອນ​ຂ້າ​ງຈະມີ
ຄວາມຮູ້​ສຶກບໍ່​ດີ ທີ່​ເວົ້າ​ພາ​ສາ​ຂອງ​ພວກ​ເຂົາ​ເຈົ້າ​ບໍ່​ໄດ້.”

ແຕ່​ວ່າ ​ສຳ​ລັບ​ພວກ​ຊົ​ມ​ໃຊ້​ສິນ​ຄ້າ​ແລ້ວ ນີ້​ແມ່ນ​ຍຸກ​ທອງຄຳ ສຳລັບ​ການ​ແປ​ພາ​ສາ. ບໍ​ລິ​
ສັດ​ຕ່າງໆ ເຊັ່ນ​ກູ​ເກິ​ລ (Google) ກຳ​ລັງ​ໃຊ້​ປັນ​ຍ​າ​ປະ​ດິດ ລຸ້ນ​ຫລ້າ​ສຸດໃສ່​ແອັປ​ແປ​ພາ
​ສາຕ່າງໆ ແມ່ນ​ແຕ່​ແອັປບາງ​ອັນ​ທີ່ບໍ່​ໃຊ້ອິນ​ເຕີ​ແນັດ ເພື່ອ​ວ່າ ພວກ​ນັກ​ເດີນ​ທາງຈະ​ສາ
​ມາດ​ໃຊ້​ມັນ​ໄດ້​ຢູ່​ທຸກ​ຫົນ ທຸກ​ແຫ່ງ.

ຢູ່​ໃນ​ຮ້ານ​ຂາຍ​ສິນ​ຄ້າ​ທາງ​ເທັກ​ໂນ​ໂລ​ຈີ​ແຫ່ງນີ້ ຢູ່​ເມືອງ​ແຊນ ແຟຣນຊິ​ສ​ໂກ, ລັດຄາລິ
ຟໍເນຍ ເຄື່ອງ​ທີ່​ຂາຍ​ດິບ​ຂາຍ​ດີ​ທີ່​ສຸດ​ກໍ​ຄື ອຸ​ປະ​ກອນມື​ຖື​ໜ່ວຍ​ນ້ອຍໆ ທີ່​ໃຊ້​ເຄື່ອງ​ຈື່ສຽງ
ເພື່ອ​ແປ​ພາ​ສາ​ແບບ​ທາງ​ດຽວ​ຈາກ ອັງ​ກິດ, ສະ​ເປນ, ຍີ່​ປຸ່ນ ແລະ​ຈາກພາສາຈີນ​ກາງ
ໃຫ້​ເປັນ​ພາ​ສາ​ອື່ນ​. ອຸ​ປະ​ກອນນີ້​ເອີ້ນ​ວ່າ ອີ່​ລີ.

ທ່ານ​ນິກ ໂຣ​ເມ​ໂຣ, ຜູ້​ຈັດ​ການ​ທົ່ວ​ໄປ​ຂອງ​ຮ້ານ​ຄ້າ​ດັ່ງ​ກ່າວ​ເວົ້າຜ່ານ​ເຄື່ອງ​ແປ​ພາ​ສາ
​ອີ່​ລີ​ວ່າ “ສະ​ບາຍ​ດີ ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ມາ​ໃນຮ້ານ​ຂອງ​ພວກ​ເຮົາ.”

ລາວບອກພວກ​ລູກ​ຄ້າວ່າ “ມັນ​ກຳ​ລັງ​ແປ​ເປັນ​ພາ​ສາ​ຍີ່​ປຸ່ນ​ຢູ່​ດຽວນີ້.”

ໃນ​ລາ​ຄາຕ່ຳ​ກວ່າ 200 ໂດ​ລາ ເຄື່ອງ​ແປ​ພາ​ສາອີ່​ລີ ແມ່ນ​ມີຜູ້​ຄົນ​ທີ່​ຢາ​ກ​ໃຫ້ຄົນ​ອື່ນເຂົ້າ​ໃຈເຂົາເຈົ້າວ່າໂຕເອງ​ເວົ້າຫຍັງ ຈະພາກັນຊື້ໄປຢ່າງ​ຫລວງ​ຫລາຍ​.

ນຶ່ງ​ໃນ​ນັ້ນ​ກໍ​ຄື ທ່ານ ເກ​ຣັກ ແມັກ​ດໍ​ໂນ​ລ (Greg McDonald) ທີ່​ເດີນ​ທາງໄປ​ຍີ່​ປຸ່ນຫລາຍ
ໆ​ ຄັ້ງ ໃນ​ປີ​ນຶ່ງໆ ຊຶ່ງ​ທ່ານ​ເວົ້າ​ວ່າ “ຂ້ອຍ​ມາ​ຈາກ​ແຊນ ແຟ​ຣນ​ຊິ​ສ​ໂກ, ເຈົ້າ​ຢູ່ເມືອງ​ໃດ?

​ທ່ານແມັກ​ດໍ​ໂນ​ລ​ເວົ້າອີກ​ວ່າ “ຂ້ອຍ​ຮູ້​ສຶກວ່າ ຂ້ອຍ​ສາ​ມາດ​ທີ່​ຈະ​ເດີນ​ທາງ​ໄປ​ຍີ່​ປຸ່ນໂດຍ
ຖື​ເອົາ​ອັນ​ນີ້​ໄປ​ນຳ ແລະຈະ​ສາ​ມາດຖາມ​ອັນ​ໃດ ຢູ່​ໃສ​ກໍ​ໄດ້.”

ນາງ ໄມ ອາ​ກິ​ໂຢ​ຊິ ທີ່ເຮັດ​ວຽກ​ກັບ​ບໍ​ລິ​ສັດ​ຍີ່​ປຸ່ນທີ່​ຜະ​ລິດ​ເຄື່ອງ​ແປ​ພາ​ສາ​ອີ່​ລີ ກຳ​ລັງ​ຍ່າງ
​ໄປ​ຫາ​ບ່ອນ​ເຊົ່າ​ລົດ​ຖີບ ເພື່ອ​ທົດ​ລອງ​ໃຊ້​ເຄື່ອງ​ແປ​ພາ​ສານັ້ນ ຢູ່​ໃນເມືອງແຊນ ແຟຣນ
ຊິ​ສ​ໂກ ໃນ​ລັດ​ຄາ​ລິ​ຟໍ​ເນຍນັ້ນ.

ຄົນ​ຢູ່​ຮ້ານ​ເຊົ່າ​ລົດ​ຖີບນັ້ນ​ເວົ້າ​ວ່າ “ສະ​ບາຍ​ດີ, ເຈົ້າ​ຢາກ​ເຊົ່າ​ລົດ​ຖີບບໍ່?

ນາງ​ໄມ ອາ​ກິ​ໂຢ​ຊິ ຍື່ນ​ເຄື່ອງ​ແປ​ພາ​ສາອີ່​ລີ ໃຫ້​ຄົນນັ້ນ​ຟັງ ຊຶ່ງ​ມັນບອກວ່າ “ຂ້ອຍ​ເວົ້າ​
ພາ​ສາ​ອັງ​ກິດບໍ່​ໄດ້.”

ໂດຍ​ໃຊ້​ເຄື່ອງ​ອີ່​ລີນາງເວົ້າ​ວ່າ “ຂ້ອຍຢາກ​ເຊົ່າ​ລົດ​ຖີບ​ຄັນ​ນຶ່ງ ​ລາ​ຄາມັນ​ຫລາຍ​ປານ
​ໃດ?”

ຄົນ​ຢູ່​ຮ້ານ​ເຊົ່າ​ລົດ​ຖີບນັ້ນ​ຕອບ​ວ່າ “ລາ​ຄາ​ຂອງ​ພວກ​ເຮົາ​ແມ່ນ​ເລີ້ມ​ແຕ່ 8 ໂດ​ລາ ຕໍ່​
ຊົ່ວ​ໂມງ ຫລື 32 ໂດ​ລາ​ຕໍ່​ມື້ ຂຶ້ນ​ໄປ.”

ແຕ່​ວ່າ ​ເຄື່ອງ​ແປ​ພາ​ສາ​ອີ່​ລີ ຮູ້​ສຶກບໍ່​ເຂົ້າ​ໃຈ​ປານ​ໃດ ແລ້ວ​ຢຸດ​ຢູ່​ໜ້ອຍ​ນຶ່ງ.

ໂດຍ​ຜ່ານ​ເຄື່ອງ​ແປ​ພາ​ສານັ້ນ ນາງ​ໄມ​ເວົ້າ​ວ່າ “ຂ້ອຍ​ສາ​ມາດ​ເຊົ່າ​ລົດ​ຖີບ​ປະ​ເພດ​ໃດໄດ້?”

ຄົນ​ຢູ່​ຮ້ານ​ເຊົ່າ​ລົດ​ຖີບຄົນນັ້ນຕອບ​ວ່າ “ຂໍ​ໂທດ ບໍ່​ເຂົ້າ​ໃຈ.”

​ນາງໄມ ເວົ້າ​ຜ່ານ​ເຄື່ອງ​ແປ​ພາ​ສາວ່າ “​ລົດ​ຖີບ​ປະ​ເພດ​ໃດ?”

ຈາກນັ້ນ​ນາງ​ໄມ ກໍ​ຍ່າງ​ໄປ​ຫາ​ຜົວ​ເມຍ​ຄູ່​ນຶ່ງ ແລ້ວ​ເວົ້າ​ຜ່ານ​ເຄື່ອງ​ແປ​ພາ​ສາ​ອີ່​ລີ​ວ່າ
“ບ່ອນຈອດ​ ລົດ​ເມ​ທີ່​ໃກ້​ທີ່​ສຸດ​ໃນ​ແຖວນີ້ ຢູ່​ໃສ?”

​ແລ້ວນາງ​ໄມກໍ​ເວົ້າ​ວ່າ “ຂອບ​ໃຈ.”

ສຳ​ລັບ​ການສົນ​ທະ​ນາ​ທີ່​ຍືດ​ຍາວ​ແລ້ວ ແມ່ນອາດຈະ​ຍັງ​ໄກ​ຢູ່ ທີ່​ເຄື່ອງ​ແປ​ພາ​ສາ​ອີ່​ລີ ຫລື​
ແ​ອັ​ປຈະ​ແປ​ໄດ້ ໃນ​ເວ​ລາ​ຖື​ມັນເດີນ​ທາງ​ໄປ​ນຳ​. ແຕ່​ວ່າ ຄຳ​ຖາມ​ດັ່ງ​ຕໍ່​ໄປນີ້ ທີ່​ຖາມຢູ່​ໃນ
​ຕ່າງ​ປະ​ເທດ ກໍແມ່ນຈະພໍ​ໃຊ້​ໄດ້ ເຊັ່ນ​ນາງ​ໄມ ໂດຍ​ເຄື່ອງ​ແປ​ພາ​ສາ ຈະຖາມ​ຊາຍຄົນ
ນຶ່​ງວ່າ“ຢູ່​ແຖວນີ້​ມີ​ຫ້ອງ​ນ້ຳ​ບໍ່?”

ຊາຍ​ຄົນ​ນັ້ນ​ຈະຕອບ​ວ່າ “ມີ​ ມີ​ບ່ອນ​ນຶ່ງ ຢູ່​ທາງນັ້ນ.”

ສະ​ນັ້ນ​ມັ​ນ​ຈະສາ​ມາດ​ຊ່ວຍ​ໃຫ້​ຄົນ​ໄດ້​ຮັບ​ຄຳ​ຕອບ ແລະ​ຈະເຮັດ​ໃຫ້​ມີ​ຄວາມ​ຕ່າງ​ກັນ
​ຫລາຍກັບ​ການ​ທີ່ບໍ່​ມີ​ເຄື່ອງ​ແປ​ພາ​ສາ​ເຊັ່ນນັ້ນ.

ເບິ່ງ​ວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ

XS
SM
MD
LG