ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງດ້ານການຄ້າຂ້າມມະຫາສະໝຸດ ແອັດແລນຕິກ ທະວີຂຶ້ນ ຫຼັງຈາກການປະກາດ ເກັບພາສີ ຕໍ່ບໍລິສັດໂບອິງ


ລົດແລ່ນຢູ່ເສັ້ນທາງກາຍໂຮງງານຜະລິດເຮືອບິນ ໂບອິງ, ເມືອງ ເອເວີເຣັດ, ລັດ ວໍຊິງຕັນ. 1 ຕຸລາ 2020.
ລົດແລ່ນຢູ່ເສັ້ນທາງກາຍໂຮງງານຜະລິດເຮືອບິນ ໂບອິງ, ເມືອງ ເອເວີເຣັດ, ລັດ ວໍຊິງຕັນ. 1 ຕຸລາ 2020.

ສະຫະພາບ ຢູໂຣບ ແມ່ນມີທ່າທີທີ່ຈະກຳນົດພາສີເພີ່ມຂຶ້ນຕໍ່ສິນຄ້າ ແລະ ການບໍລິການ ສະຫະລັດ ເຖິງ 4 ພັນລ້ານໂດລາ ໃນການຂັດແຍ້ງ ກ່ຽວກັບ ການຊ່ວຍເຫຼືອບໍລິສັດຜະລິດເຮືອບິນ ໂບອິງ ຂອງ ສະຫະລັດ. ແຕ່ດັ່ງທີ່ນັກຂ່າວວີໂອເອ ນິໂຄລາສ ປີໂນ ລາຍງານຈາກນະຄອນຫຼວງ ປາຣີ ນັ້ນ, ມັນມີສັນຍານຕ່າງໆ ກ່ຽວກັບ ການປະນີປະນອມກັນໃນບໍ່ເທົ່າໃດອາທິດຂ້າງໜ້ານີ້. ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ບັນດາເຈົ້າໜ້າທີ່ສະຫະພາບ ຢູໂຣບ ໃນວັນຈັນທີ່ຜ່ານມາໄດ້ປະກາດວ່າເຂົາເຈົ້າຈະດຳເນີນແຜນ ການ ທີ່ຈະກຳນົດພາສີ ຕໍ່ຜະລິດຕະພັນ ສະຫະລັດ ຈຳນວນນຶ່ງ, ທີ່ອາດລວມມີໝາກໄມ້ແຫ້ງ, ຢາສູບ, ເຫຼົ້າຣຳ, ອາໄຫຼ່ລົດຈັກ ແລະ ລົດຕັກເຕີ.

ການປະກາດດັ່ງກ່າວໄດ້ເກີດຂຶ້ນຫຼັງຈາກອົງການການຄ້າໂລກໄດ້ຕັດສິນວ່າບໍລິສັດ ໂບອິງ ມີຄວາມໄດ້ປຽບທີ່ບໍ່ຍຸຕິທຳຕໍ່ບໍລິສັດຜະລິດເຮືອບິນ ແອບັສ ຂອງ ຢູໂຣບ ດ້ວຍການໄດ້ຮັບການຫຼຸດພາສີຈາກລັດ ວໍຊິງຕັນ ຂອງ ສະຫະ ລັດ, ບ່ອນທີ່ບໍລິສັດ ໂບອິງ ເຄີຍມີສຳນັກໃຫຍ່ຂອງເຂົາເຈົ້າຕັ້ງຢູ່.

ທູດການຄ້າ ສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ ໄດ້ກ່າວວ່າ ສະຫະລັດ ແມ່ນຜິດຫວັງກັບການກະ ທຳຂອງສະຫະພາບ ຢູໂຣບ, ເຊິ່ງທ່ານໄດ້ກ່າວລຸນຫຼັງການຮັບຮອງຂອງອົງການການຄ້າໂລກ ໃນປີກາຍນີ້ ກ່ຽວກັບ ສະຫະລັດ ຂຶ້ນພາສີເຖິງ 7 ພັນ 5 ຮ້ອຍລ້ານໂດລາໃນສິນຄ້າຂອງ ຢູໂຣບ ເພື່ອລົງ ໂທດ ຢູໂຣບ ສຳລັບການຊ່ວຍເຫຼືອບໍລິສັດ ແອບັສ ທີ່ເປັນຄູ່ແຂ່ງຂອງ ໂບອິງ.

ຄວາມເປັນປໍລະປັກກັນຂ້າມະຫາສະໝຸດ ແອັດແລນຕິກ ໄດ້ສືບຕໍ່ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ, ເວລາທີ່ ວໍຊິງຕັນ ໄດ້ປະກາດວ່າຂໍ້ຕົກລົງລະຫວ່າງ ສະຫະລັດ ແລະ ສະຫະພາບ ຢູໂຣບ ປີ 1992 ທີ່ຄວບຄຸມການຊ່ວຍເຫຼືອໃນອຸດສາຫະກຳເຮືອບິນ ແມ່ນໄດ້ສາບສູນໄປແລ້ວ.

ທ່ານ ຮາເວຍ ທີແທລແມນ ແມ່ນທີ່ປຶກສາ ກ່ຽວກັບ ການບິນ.

ທ່ານ ຮາເວຍ ທີແທລແມນ ກ່າວວ່າ “ບັນຫາແມ່ນສັບສົນຫຼາຍ ແລະ ມັນບໍ່ແມ່ນບັນຫາການຊ່ວຍ ເຫຼືອໂດຍກົງພຽງເທົ່ານັ້ນ ຫຼື ການຫຼຸດພາສີຕໍ່ຜູ້ສ້າງເຮືອບິນນຶ່ງ ຫຼື ອີກຜູ້ນຶ່ງ. ທ່ານເວົ້າວ່າ ແຕ່ລະຝ່າຍອາດຍັງຖືກພິຈາກລະນາວ່າຜິດກົດໝາຍ, ຕົວຢ່າງເຊັ່ນ, ຂະໜາດຂອງການຂະຫຍາຍທາງແລ່ນຂອງເຮືອບິນ, ຫຼືການກໍ່ສ້າງວົງວຽນ. ຢູໂຣບ ແລະ ອາເມຣິກາ ໄດ້ສະຫຼຸບການສືບສວນສອບ ສວນຢ່າງລະອຽດຫຼາຍ ເພື່ອພິຈາລະນາວ່າຂໍ້ຕົກລົງປີ 1992 ຖືກເຄົາລົບ.

ແຕ່ບາງຄົນໄດ້ເຫັນຄວາມຫວັງບາງອັນສຳລັບການປະນີປະນອມກັນລະຫວ່າງ ລັດຖະບານ ວໍຊິງ ຕັນ ແລະ ບຣັສໂຊລສ໌ ຂອງ ແບລຈຽມ. ລັດຖະມົນຕີເສດ ຖະກິດຂອງ ຝຣັ່ງ ທ່ານ ບຣູໂນ ເລີ ແມຣ໌ ໄດ້ກ່າວຕໍ່ໂທລະພາບ CNN ເມື່ອ ບໍ່ດົນມານີ້.

ທ່ານ ບຣູໂນ ເລີ ແມຣ ກ່າວໃນການສຳພາດວ່າ ທ່ານຄິດວ່າ ການປະນີປະນອມກັນສາມາດບັນລຸໄດ້ ໃນບໍ່ເທົ່າໃດອາທິດຈະມາເຖິງນີ້ ແລະ ທ່ານເຫັນ ຄວາມເປັນໄປໄດ້ ກ່ຽວກັບ ການສ້າງຂໍ້ຕົກ ລົງ ລະຫວ່າງ ສະຫະລັດ ກັບ ຢູ ໂຣບ. ທ່ານລັດຖະມົນຕີຍັງໄດ້ກ່າວຕໍ່ໂທລະພາບ CNN ວ່າ ທ່ານບໍ່ຢາກປະໝາດ ກ່ຽວກັບ ຄວາມຫຍຸ້ງຍາກໃນການເຊື່ອມຕໍ່ຊ່ອງຫວ່າງລະຫວ່າງສອງຕໍາແໜ່ງນັ້ນ ແຕ່ທ່ານເວົ້າວ່າ ຝຣັ່ງ ຈະບໍ່ລົດລະຄວາມພະຍາຍາມທີ່ບັນລຸການປະນີປະນອມກັນ ໃນກໍລະນີຂອງບໍລິສັດ ໂບອິງ ກັບ ແອບັສ ເພື່ອຜົນປະໂຫຍດຂອງ ສະຫະລັດ ແລະ ຢູໂຣບ.

ຢູ່ທັງສອງຟາກຂອງມະຫາສະໝຸດແອັດແລນຕິກ, ຜູ້ສັງເກດການຫຼາຍຄົນໄດ້ຮຽກຮ້ອງໃຫ້ຍຸຕິຄວາມຂົມຂື່ນນີ້, ເຊິ່ງແມ່ນການຕໍ່ສູ້ທາງການຄ້າ 16 ປີ ໃນ ອຸດສາຫະກຳເຮືອບິນ. ໃນຂະນະທີ່ ແອບັສ ແລະ ໂບອິງ ໄດ້ສ້າງເຮືອບິນຂອງເຂົາເຈົ້າໃນທົ່ວໂລກໃນປັດຈຸບັນນີ້, ສັນຍາຈ້າງ ແລະ ທຸກໜ່ວຍງານທີ່ເຮັດວຽກ ກ່ຽວກັບ ເຮືອບິນແມ່ນຖືກມາດຕະການລົງໂທດ. ທ່ານໄດ້ກ່າວວ່າ ຄົນຈະພົບເຫັນຜະລິດຕະພັນຂອງບໍລິສັດ Honeywell ຂອງ ອາເມຣິກາ ໃນເຮືອບິນ ແອບັສ ຫຼື ອົງປະກອບອື່ນໆຈາກບໍລິສັດ Safran ຂອງ ຝຣັ່ງ ໃນຊິ້ນສ່ວນຕ່າງໆຂອງ ໂບອິງ. ໂດຍລວມແລ້ວທ່ານ ທີແທລແມນ ກ່າວວ່າທ່ານເສຍໃຈ ທີ່ທຸກຄົນຖືກລົງໂທດ ໂດຍສິ່ງທີ່ທ່ານອະທິບາຍວ່າ ເປັນສົງ ຄາມການຄ້າທີ່ໄຮ້ສາລະ. ທ່ານຍັງໄດ້ອະທິບາຍຕື່ມວ່າ ບັນດນຜູ້ຜະລິດທັງຫຼາຍທີ່ບໍ່ມີສ່ວນກ່ຽວ ຂ້ອງກັບອຸດສາຫະກຳເຮືອບິນ, ເຊັ່ນເຫຼົ້າໄວນ໌ ແລະ ເນີຍແຂງ, ກໍຍັງຖືກມາດ ຕະການລົງໂທດ ຍ້ອນສົງຄາມການຄ້ານັ້ນ.

ຜູ້ສັງເກດການບາງຄົນໄດ້ຊີ້ແຈງວ່າ ຢູໂຣບ ອາດເລື່ອນການປະຕິບັດການຂອງພາສີໃໝ່ ໃນຖານະ ເປັນເຄື່ອງຕໍ່ລອງ ເພື່ອເຈລະຈາກັບລັດຖະບານໃໝ່ຂອງ ສະຫະລັດ ໃນເດືອນມັງກອນນີ້.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG