ບັນດາເຈົ້າໜ້າທີ່ການຄ້າລະດັບສູງ ໄດ້ລາຍງານເຖິງຄວາມຄືບ
ໜ້າ ແຕ່ຍັງບໍ່ມີການຕົກລົງຂັ້ນສຸດທ້າຍເທື່ອ ຫຼັງຈາກການເຈລະ
ຈາກັນເມື່ອກາງເດືອນຜ່ານມານີ້ ທີ່ສິງຄະໂປ ກ່ຽວກັບການຈັດ
ຕັ້ງກຸ່ມການຄ້າ ທີ່ຊື່ວ່າ ພາຄີຂ້າມແປຊິຟິກ ຫຼື Trans Pacific
Partnership ເອີ້ນຫຍໍ້ວ່າ TPP ທີ່ຖືກສະເໜີຂຶ້ນມານັ້ນ. ພວກ
ທີ່ສະໜັບສະໜຸນໃຫ້ຈັດຕັ້ງກຸ່ມການຄ້ານີ້ ເວົ້າວ່າ TPP ຈະປັບ
ປຸງການຄ້າໃຫ້ທັນສະໄໝຍິ່ງຂຶ້ນ ກະຕຸກຊຸກຍູ້ເສດຖະກິດແລະ
ສ້າງໜ້າວຽກ ໂດຍການປະສານກົດລະບຽບດ້ານການຄ້າ ແລະ
ລົບລ້າງສິ່ງກີດຂວາງຕ່າງໆທີ່ບໍ່ກ່ຽວກັບພາສີ ສໍາລັບ 12 ປະ
ເທດພາຄີໃນຂົງເຂດແປຊິຟິກ ຈາກຕັ້ງແຕ່ອາເມ ຣິກາ ໄປຈົນ
ເຖິງຫວຽດນາມນັ້ນ. ຜູ້ສື່ຂ່າວວີໂອເອ Jim Randle ມີລາຍ
ງານກ່ຽວກັບເລຶ່ອງນີ້ ຊຶ່ງທອງປານ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ
12 ປະເທດ ທີ່ກໍາລັງຖົກຖຽງກັນກ່ຽວກັບໂຄງການ ພາຄີຂ້າມປາຊິຟິກ ຫຼື TPP ມີໂຮມທັງບາງປະເທດເສດຖະກິດຍັກໃຫຍ່ທີ່ແຂງແຮງທີ່ສຸດຂອງໂລກ ຊຶ່ງປະກອບເປັນປະ ມານນຶ່ງສ່ວນສາມຂອງປະລິມານການຄ້າທັງໝົດ ຂອງໂລກ.
ສະມາຊິກສະພາຕໍ່າສະຫະລັດ Charles Boustany ເວົ້າວ່າ ດຽວນີ້ມີຫຼາຍໜ້າວຽກທີ່ເພິ່ງພາການຄ້າ ໃນລະຫວ່າງບັນດາປະເທດສະມາຊິກຂອງ TPP ຢູ່ແລ້ວ ສະນັ້ນເມື່ອມີການຄ້າເພີ່ມຂຶ້ນ ກໍສະແດງວ່າຈະມີໜ້າວຽກເພີ່ມຂຶ້ນ.
ທ່ານ Boustany ເວົ້າວ່າ: “ໃນປີ 2011 ສິນຄ້າສົ່ງອອກແລະນໍາເຂົ້າ ແລະການ ບໍລິການຕ່າງໆດ້ານການຄ້າ ກັບກຸ່ມປະເທດ TPP ແມ່ນສະໜັບ ສະໜຸນໜ້າວຽກ ໃຫ້ຊາວອາເມຣິກັນ ປະມານ 14 ລ້ານ 9 ແສນວຽກ.”
ບັນດາປະເທດຂົງເຂດແປຊິຟິກ ທີ່ມີກໍາໜົດຈະທໍາການເຈລະຈາດ້ານການຄ້າກັນຄືນໃໝ່ໃນເດືອນມັງກອນນີ້ ມີໂຮມທັງ ອອສເຕຣເລຍ, ນີວຊີແລນດ໌ ບຣູໄນ, ຊີເລ, ຍີ່ປຸ່ນ ມາເລເຊຍ ແມັກຊິໂກ ເປຣີ(ປະເທດໄໝ່ວະ?) ສິງຄະໂປ ຫວຽດນາມ ການາດາ ແລະ ສະຫະລັດ.
ການຜິດຖຽງກັນແມ່ນໂຮມທັງ ເລື້ອງການເຂົ້າຫາຕະຫຼາດຍີ່ປຸ່ນ ສໍາລັບລົດຍົນແລະຜະລິດຕະພັນການກະເສດຂອງສະຫະລັດ ແລະການຖົກຖຽງກັນຢູ່ພາຍໃນປະເທດພາຄີອື່ນໆ ກ່ຽວກັບການພິທັກປົກປ້ອງຊັບສິນທາງປັນຍາ.
ທ່ານ Michael Froman ຜູ້ແທນການຄ້າສະຫະລັດ ຫວັງວ່າ ການເຈລະ ຈາຕໍ່ຮອງກັນຕໍ່ໄປອີກນັ້ນ ແມ່ນຈະນໍາເອົາຄວາມກ້າວໜ້າມາສູ່ເລຶ່ອງນີ້ໄດ້.
ທ່ານ Froman ເວົ້າວ່າ: “ພວກເຮົາຈະສືບຕໍ່ເຮັດວຽກກ່ຽວກັບເລື້ອງນີ້ ດ້ວຍທ່າທີທີ່ຜ່ອນສັ້ນຜ່ອນຍາວ ເພື່ອແກ້ໄຂບັນຫາກ່ຽວກັບຂໍ້ຄວາມໃນສັນຍາໃຫ້ໄດ້ ພ້ອມທັງບັນຫາການເຂົ້າຫາຕະຫຼາດ ນັ້ນນໍາ.”
ບັນດາຊ່ຽວຊານເວົ້າວ່າ ຂໍ້ຕົກລົງດ້ານການຄ້າຄັ້ງຜ່ານໆມາ ໄດ້ສຸມໃສ່ການ ຕັດອັດຕາພາສີລົງ ຊຶ່ງເຮັດໃຫ້ການເຄຶ່ອນຍ້າຍສິນຄ້າຈາກປະເທດນຶ່ງໄປຍັງອີກປະເທດນຶ່ງ ຖືກລົງ ແລະຄ່າໃຊ້ຈ່າຍທີ່ຕໍ່າລົງ ກໍຊຸກຍູ້ໃຫ້ມີການຄ້າຂາຍເພີ່ມຂຶ້ນ.
ພາຄີ TPP ແມ່ນຄວາມພະຍາຍາມ ເພື່ອເພີ່ມທະວີການຄ້າຂຶ້ນໄປອີກ ໂດຍການເຮັດໃຫ້ກົດລະບຽບຄວບຄຸມຕ່າງໆ ສອດຄ່ອງກັນຈາກປະເທດນຶ່ງໄປຫາປະເທດນຶ່ງ ແລະ ກໍາຈັດອຸບປະສັກດ້ານເຈ້ຍສໍລະບຽບການຕ່າງໆ ທີ່ເຮັດໃຫ້ເສຍເວລາເສຍເງິນ ແລະ ຖ່ວງດຶງການຄ້າ ໃຫ້ຊັກຊ້າລົງ ອິງຕາມ ທ່ານ Jay Eizenstat ທະນາຍຄວາມທີ່ວໍຊິງຕັນ ແລະອະດີດຜູ້ເຈລະຈາກການຄ້າ ຂອງສະຫະລັດ.
ທ່ານ ໄອເຊັນສະຕັດ ອະທິບາຍວ່າ: “ກໍຄືພວກອຸບປະສັກຕ່າງໆ ທີ່ບໍ່ກ່ຽວກັບພາສີ ທີ່ກີດຂວາງຢູ່ເບື້ອງຫຼັງຊາຍແດນ ແລະທີ່ສໍາຄັນທີ່ສຸດ ກໍຄືອຸບປະສັກດ້ານກົດລະບຽບຕ່າງໆ ກໍຄືດັ່ງທີ່ຂ້າະເຈົ້າໄດ້ເວົ້າມາແລ້ວນັ້ນ ແມ່ນສ້າງສິ່ງກີດຂວາງຕໍ່ການຄ້າ ຢ່າງໜ້ອຍກໍເທົ່າໆກັບ ຫຼືໃນຫຼາຍໆກໍລະນີ ແມ່ນສ້າງສິ່ງກີດຂວາງ ຕໍ່ການຄ້າຂາຍສິນຄ້າແລະການບໍລິການ ຫຼາຍກວ່າອັດຕາພາສີຕົວຈິງ ເສຍອີກ.”
ແຕ່ທ່ານນາງ Lori Wallach ປະຈໍາກຸ່ມສະໜັບສະໜຸນ Public Citizen ເວົ້າວ່າ ກົດລະບຽບເຫຼົ່ານັ້ນ ພິທັກປົກປ້ອງພວກອຸບປະໂພກບໍລິໂພກ ລະບົບການເງິນ ສິ່ງແວດລ້ອມ ຄົນເຈັບ ຄົນງານ ແລະຄົນອື່ນໆໄວ້ຈາກ ການໄດ້ຮັບຄວາມເສຍຫາຍ.(protect others from harm -not from other forms of harm ໄພອັນຕະລາຍໃນຮູບແບບອື່ນໆ).
ທ່ານນາງ Wallach ເວົ້າວ່າ ພາຄີ TPP ແມ່ນກ່ຽວກັບເລື້ອງການເມືອງຫຼາຍກວ່າການຄ້າ.
ທ່ານນາງ Wallach ເວົ້າວ່າ: “ຫຼາຍບໍລິສັດໃຫຍ່ໆ ໄດ້ພາກັນສວຍໃຊ້ຂໍ້ຕົກລົງ ການຄ້າແບບນີ້ ເພື່ອພະຍາຍາມໃຫ້ສິ່ງທີ່ພວກເຂົາເຈົ້າບໍ່ສາມາດຊຸກຍູ້ຜ່ານສະພາຄອງແກຣສນັ້ນ ສໍາເລັດລຸລ່ວງໄປໄດ້ ໂດຍຜ່ານປະຕູຫຼັງຂອງການເຈ ລະຈາລັບໆເຫຼົ່ານີ້.”
ສຽງຄັດຄ້ານຈາກບາງກຸ່ມ ຜູ້ອຸບປະໂພກບໍລິໂພກ ແລະແຮງງານ ແລະຫຼາຍໆພັນທະມິດຈາກພັກເດໂມແຄຼັດ ຂອງປະທານາທິບໍດີໂອບາມານັ້ນ ໝາຍເຖິງອະນາຄົດທີ່ບໍ່ແນ່ນອນ ໃນວໍຊິງຕັນ ຂອງພາຄີການຄ້າ TPP.
ຂໍ້ຕົກລົງດັ່ງກ່າວຈະຕ້ອງໄດ້ຮັບສັດຕະຍາບັນ ຈາກສະພາແຫ່ງຊາດຂອງປະເທດພາຄີທັງຫຼາຍ ໂຮມທັງສະພາແຄງແກຣສ ຂອງສະຫະລັດນັ້ນນໍາ.
ພວກທີ່ສະໜັບສະໜຸນ TPP ໃນສະຫະລັດ ຫວັງວ່າ ຈະຫາທາງຕົກລົງກັນ ດ້ານນິຕິ ບັນຢັດໄດ້ ເພື່ອປ້ອງກັນການປ່ຽນແປງໃນນາທີສຸດທ້າຍ ໂດຍສະພາຄອງແກຣສ ຕໍ່ຂໍ້ຕົກລົງໃດໆກໍຕາມ ທີ່ໄດ້ເຮັດຂຶ້ນກັບປະເທດອື່ນໆ ໃນກຸ່ມ TPP ແລ້ວນັ້ນ.