ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ພາຄີ ມະຫາສະມຸດ ປາຊີຟິກ ໄດ້ຍືດເຍຶ້ອຍາວນານມາ


ລັດຖະມົນຕີການຄ້າ ຍີ່ປຸ່ນ ທ່ານ Akira Amari ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການພັກຜ່ອນ ເຈລະຈາ ພາຄີມະຫາສະໝຸດປາຊີຟິກໃນນະຄອນ Atlanta, 3 ຕຸລາ, 2015.
ລັດຖະມົນຕີການຄ້າ ຍີ່ປຸ່ນ ທ່ານ Akira Amari ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການພັກຜ່ອນ ເຈລະຈາ ພາຄີມະຫາສະໝຸດປາຊີຟິກໃນນະຄອນ Atlanta, 3 ຕຸລາ, 2015.

​ເຈົ້າ​ໜ້າ​ທີ່​ການຄ້າ​ລະດັບ​ສູງ​ຈາກ 12 ປະ​ເທດ​ແຄມ​ຝັ່ງ​ມະຫາ​ສະໝຸດ​ປາຊີຟິກ ​ໄດ້​ສືບ​ຕໍ່​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຕໍ່ລອງເລື້ອງ​ກົດ​ລະບຽບ​ການຄ້າຂາຍ​ຢາ​ປົວ​ພະຍາດ, ລົດ​, ​ແລະ​ຜະ​ລິດ​ຕະພັນ​ນົມ​ໃນ​ສັບປະດາ​ນີ້ ​ໃນ​ຂະນະ​ທີ່​ພວກ​ເຂົາເຈົ້າພະຍາຍາມແກ້ໄຂ ລາຍ​ລະອຽດ​ຂັ້ນ​ສຸດ​ທ້າຍ​ກ່ຽວ​ກັບ​ຂໍ້​ຕົກລົງ​ທີ່​ສາມາດ​ກວມ​ເອົາ​ປະມານ 40 ​ເປີ​ເຊັນ​ຂອງ​ເສດຖະກິດ​ໂລກ.

ສະຫະລັດ, ຍີ​ປຸ່ນ, ກາ​ນາ​ດາ, ຫວຽດນາມ ​ແລະ ແປດ​ປະ​ເທດ ອື່ນໆ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ພາ​ຄີ​ຂ້າມ​ມະຫາ​ສະໝຸດ​ປາຊີ​ຟິກ ຫຼື TPP ມາ​ຫຼາຍ​ປີ​ແລ້ວ, ​ແລະ ຫວັງ​ວ່າ​ຈະ​ສະຫຼຸບ​ຂໍ້​ຕົກລົງ​ໃນ​ລະຫວ່າງ​ການ​ເຈລະຈາ​ສັບ​ປະດາ​ນີ້​ໃນ​ນະຄອນ Atlanta.

ການ​ປຶ​ກສາ​ຫາລື​ໄດ້​ຖືກ​ກຳນົດໃຫ້​ສິ້ນ​ສຸດ​ລົງ​ໃນ​ຕົ້ນ​ຂອງ​ສັບປະດາ​ນີ້, ​ແຕ່​ຜູ້​ສື່​ຂ່າວ Doug Palmer ຈາກ​ໂທລະພາບ Politico ກ່າວ​ວ່າ ບໍ​ມີ​ຂໍ້​ຕົກລົງໃດ​ໆ​ໄດ້​ຖືກ​ປະກາດ​ໃນ​ຕອນ​ແລງ​ຂອງ​ວັນ​ເສົາ​ວານ​ນີ້.

ບັນຫາ​ດັ່ງກ່າວ​ລວມມີ ການ​ຜັກດັນ​ໃຫ້​ຍືດການ​ປົກ​ປ້ອງ​ສິດທິ​ບັດ​ກ່ຽວ​ກັບ​ຢາ​ຊະນິດໃໝ່​ທີ່​ສະ​ແດງສັນຍານ​ແຫ່ງ​ຄວາມ​ສຳ​ເລັດ​ໃນ​ອະນາ​ຄົດ​ໃຫ້​ດົນ​ກວ່າ​ປະ​ເທດ​ອື່ນ​ຕ້ອງການ. ຂໍ້​ຂັດ​ແຍ້​ງອື່ນໆ​ລວມມີ​ຜູ້​ສົ່ງ​ອອກ​ຜະລິດ​ຕະພັນ​ນົມ ຊຶ່ງປະ​ເທດ ນິວຊີ​ແລນ ສືບຕໍ່​ຊອກ​ຫາ​ການ​ເຂົ້າ​ເຖິງ​ຕະຫຼາດຜະລິດ​ຕະພັນ​ນົມ​ຂອງ ກາ​ນາ​ດາ ທີ່​ໃຫຍ່​ກວ່າ, ​ແລະ ການ​ໂຕ້​ຖຽງ​ກັນ ​ແມ່ນ​ລະຫວ່າງສະຫະລັດ ​ແລະ ຍີ​ປຸ່ນ ກ່ຽວ​ກັບ​ການ​ຄ້າທາງດ້ານອຸດ​ສາ​ຫະກຳ​ລົດ.

ຜູ້​ທີ່​ສະໜັບ​ສະ​ໜູນ TPP ກ່າວ​ວ່າຂໍ້ຕົກລົງນີ້​ຈະສົ່​ເສີມ​ການ​ຄ້າ​ເພີ່ມ​ຂຶ້ນ ​ແລະ ການ​ເຕີບ​ໂຕ​ທາງ​ດ້ານ​ເສ​ດ​ຖະກິດ​ກຳລັງ​ຜູ້​ເຂົ້າ​ຮ່ວມ​. ສະຫະລັດ ວິຈານ​ກ່ຽວ​ກັບ ການ​ສະ​ເໜີ​ຂໍ້​ຕົກລົງ​ທີ່​ເປັນ​ບັນຫາ​ນີ້ ວ່າ ​ພວກ​ເຂົາ​ເຈົ້າ​ປົກ​ປ້ອງ​ວຽກ​ງານ​ຂອງ​ປະ​ຊາຊົນ ​ອາ​ເມ​ຣິກາ ຫຼືສິ່ງ​ແວດ​ລ້ອມໜ້ອຍ​ໂພດ. ພວກ​ເ​ຂົາ​ເຈົ້າ​ກໍ​ຍັງ​ໄດ້ໂຕ້​ຖຽງ​ວ່າ​ມັນ​ຈະ​ເຮັດ​ໃຫ້​ລາຄາ​ຂອງ​ຢາ​ບາງ​ຊະນິດສູງ​ຂຶ້ນ.

XS
SM
MD
LG