ລາຍງານປະຈໍາປີ 2023 ກ່ຽວກັບການຄ້າມະນຸດ ຢູ່ໃນທົ່ວໂລກຂອງກະຊວງ ການຕ່າງປະເທດສະຫະລັດ ທີ່ພິມເຜີຍແຜ່ອອກມາວັນພະຫັດວານນີ້ ໄດ້ເວົ້າກ່ຽວກັບລາວວ່າ ເໝືອນກັນກັບ 3 ປີຜ່ານມາ ປະເທດນີ້ຍັງສືບຕໍ່ຖືກຈັດເຂົ້າໃນ ກຸ່ມທີ 2 ຫຼື Tiers 2 ຂອງທັງໝົດທີ່ມີ 3 ກຸ່ມ. ກຸ່ມທີ 2 ນີ້ໝາຍເຖິງພວກປະເທດ ທີ່ຍັງຈະຕ້ອງຖືກຕິດຕາມສິ້ງຊອມເບິ່ງຢູ່. ທັງນີ້ກໍເພາະວ່າ ສປປ ລາວ ບໍ່ໄດ້ປະຕິບັດຢ່າງຄົບຖ້ວນຕາມມາດຕະຖານຕ່ຳສຸດໃນການຕ້ານການຄ້າມະນຸດ ແຕ່ວ່າ ລັດຖະບານລາວ ໂດຍລວມແລ້ວ ໄດ້ດໍາເນີນຄວາມພະຍາມຫລາຍ ຂຶ້ນເພື່ອປັບ ປຸງຫລາຍດ້ານຊຶ່ງລວມມີ ການເພີ້ມການສືບສວນກໍລະນີຄ້າມະນຸດທີ່ກຳເນີດຂຶ້ນຢູ່ໃນເຂດເສດຖະກິດພິເສດຫລື SEZ, ເປີດຫ້ອງການຂອງກົມຕ້ານການຄ້າມະນຸດ (ATD) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊຶ່ງໄດ້ ດໍາເນີນການກວດກາ ໂດຍບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ ຕໍ່ 306 ບໍລິສັດໃນ SEZ ແຫ່ງນັ້ນ ແລະເປີດການດຳເນີນຄະດີການຄ້າມະນຸດ 6 ຄະດີ ແລະ ເຈລະຈາບົດບັນທຶກຄວາມເຂົ້າໃຈ ຫລື MOU ເພື່ອຮັບປະກັນໃຫ້ຕົວແທນສະຫະພັນ ກຳມະບານລາວເຂົ້າໄປເຂດເສດຖະກິດພິເສດໄດ້.
ແຕ່ຢ່າງໃດກໍ່ຕາມ, ລັດຖະບານບໍ່ໄດ້ບັນລຸມາດຕະຖານຂັ້ນຕ່ໍາໃນຫຼາຍຂົງເຂດ ທີ່ສໍາຄັນ. ເຈົ້າໜ້າທີ່ຍັງໄດ້ສືບຕໍ່ ດຳເນີນຄະດີຕໍ່ພວກຄ້າມະນຸດ 9 ຄົນ ໃນສອງຄະດີທີ່ໄດ້ເລີ້ມຂຶ້ນໃນຊຸມປີຜ່ານມາແຕ່ສານບໍ່ໄດ້ຕັດສິນໂທດພວກຄ້າມະນຸດຄົນໃດເລີຍໃນປີ 202, ເມື່ອທຽບໃສ່ກັບການຕັດສິນໂທດຜູ້ຄ້າມະນຸດ 10 ຄົນໃນປີ 2021. ເຈົ້າໜ້າທີ່ໄດ້ລະບຸຕົວຜູ້ເຄາະຮ້າຍໜ້ອຍລົງ, ແລະບໍລິການປົກປ້ອງຜູ້ເຄາະຮ້າຍແມ່ນບໍ່ໄວ້ໃຫ້ຢ່າງສົມເຫດສົມຜົນແກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດທີ່ເປັນເພດຊາຍ ແລະພວກຮັກຮ່ວມເພດ ຫລື LGBTQI+. ຄວາມຮັບຮູ້ກ່ຽວກັບການຕ້ານການ ຄ້າມະນຸດ ແລະຄວາມອາດສາມາດ ຂອງເຈົ້າໜ້າທີ່ຊາຍແດນທີ່ເປັນຈຸດຜ່ານ ນັ້ນຍັງຕໍ່າ ເຖິງແມ່ນວ່າ ຈະມີການລິເລີ່ມການຝຶກອົບຮົມຂອງລັດຖະບານຢູ່ກໍຕາມ.
ດັ່ງທີ່ໄດ້ລາຍງານໃນໄລຍະ 5 ປີຜ່ານມາ, ພວກຄ້າມະນຸດຂູດຮີດຜູ້ເຄາະຮ້າຍ ທັງຄົນພາຍໃນ ແລະຄົນຕ່າງປະເທດ ຢູ່ໃນລາວ, ແລະຂູດຮີດຜູ້ເຄາະຮ້າຍທີ່ໄປຈາກລາວຢູ່ຕ່າງປະເທດ; ພວກເຂົາຍັງໃຊ້ດິນແດນລາວເປັນທາງຜ່ານ ເພື່ອຂົນ ສົ່ງຜູ້ເຄາະຮ້າຍ ທີ່ເປັນຄົນຕ່າງປະເທດ ໄປປະເທດອື່ນໆ ຢູ່ໃນຂົງເຂດນັ້ນອີກດ້ວຍ.
ອ່ານສະຫລຸບໂດຍຫຍໍ້ກ່ຽວກັບຂ່າວນີ້ເພີ້ມຢູ່ລຸ່ມນີ້:
The Government of Laos does not fully meet the minimum standards for the elimination of trafficking but is making significant efforts to do so. The government demonstrated overall increasing efforts compared to the previous reporting period, considering the impact of the COVID-19 pandemic, if any, on its anti-trafficking capacity; therefore Laos remained on Tier 2. These efforts included increasing investigations into trafficking cases originating in special economic zones (SEZs), opening an office of the Anti-Trafficking Department (ATD) inside one SEZ, initiating inspections of companies within SEZs, and negotiating an MOU to ensure Lao Federation of Trade Unions (LFTU) representatives had access to SEZs. The government also significantly increased the number of potential victims it removed from SEZs, identified more male victims, and significantly increased the number of victims it referred to services. However, the government did not meet the minimum standards in several key areas. Courts did not convict any traffickers. Authorities identified fewer victims, and victim protection services were disproportionately unavailable to male victims of trafficking and members of LGBTQI+ communities. Anti-trafficking awareness and capacity among border officials in key transit areas remained low despite ongoing government training initiatives.