ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຫາລືທາງດ້ານການຄ້າໃນນະຄອນດີທຣອຍ ສົ່ງຜົນໃຫ້ມີການຕົກລົງເຫັນດີ ໃນການຮ່ວມມືດ້ານຕ່ອງໂສ້ອຸປະທານ


ການຫາລືຢູ່ໃນນະຄອນດິທຣອຍ ສົ່ງຜົນໃຫ້ມີການລົງນາມຮ່ວມມື ໃນດ້ານການສະໜອງຕ່ອງໂສ້

ນຶ່ງປີ ລຸນຫຼັງທີ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້​ລິ​ເລີ້ມໃນສິ່ງທີ່ຮ້ອງວ່າ ​ຂອບເສດຖະກິດ ອິນໂດ-ປາຊີຟິກ ຫຼື IPEF, ​ເຊິ່ງການເຈ ລະຈາ ໄດ້ຮັບຜົນ ໃນອັນທີ່ວໍຊິງຕັນຮ້ອງວ່າ ເປັນຂໍ້ຕົກລົງທີ່ສໍາຄັນປະ​ຫວັດ​ສາດ. ຄຣິສ ຄາສກູໂຈ (Chris Casquejo) ນັກຂ່າວ VOA ມີລາຍງານ ກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະ​ນຳ​ເອົາລາຍລະອຽດມາສະເໜີທ່ານ ໃນ ອັນດັບຕໍ່ໄປ.

ໂດຍ​ທຳ​ນຽບ​ຂາວໄດ້ສ້າງຕັ້ງຂຶ້ນ​ ໃນເວລານຶ່ງປີທີ່ຜ່ານມາ, ​ຂອບເສດຖະກິດອິນໂດປາຊີຟິກ ໄດ້ຮັບການຈັດສັນ ເພື່ອຂະ​ຫຍາຍໂອກາດທາງທຸລະກິດ ສໍາລັບບັນດາ 14 ປະເທດ ​ໃນ​ເຂດ​ແຄມ​ຝັ່ງ​ມະ​ຫາ​ສະ​ໝຸດປາຊີຟິກ ທີ່ໄດ້ເຊັນລົງນາມມາຈົນເຖິງປັດຈຸບັນນີ້.

ໃນອາທິດທີ່ຜ່ານມາ, ບັນ​ດາ​ຜູ້​ຕາງ​ໜ້າຂອງອົງການດັ່ງກ່າວ ໄດ້ພົບປະກັນຢູ່ໃນສະຫະລັດ ແລະໄດ້ມີການປຶກສາຫາລືກ່ຽວກັບສິ່ງທີ່ພວກເຂົາເຈົ້າຮ້ອງວ່າ ເປັນແຜນການເພື່ອເຮັດໃຫ້ຕ່ອງໂສ້ອຸບ​ປະ​ທານຢູ່ໃນພູມິພາກ ມີຄວາມປອດໄພຫຼາຍຂຶ້ນ.

ລັດຖະມົນຕີກະຊວງການຄ້າຂອງສະຫະລັດ ທ່ານນາງຈີນາ ໄຣມອນໂດ (Gina Raimondo) ກໍໄດ້ປະກາດແຜນການ, ເຊິ່ງລວມມີ ການສ້າງ​ຕັ້ງເຄືອຂ່າຍ​ຮັບ​ມື​ກັບວິກິດການທີ່ກໍາລັງເກີດຂຶ້ນ ເພື່ອເຮັດໃຫ້ມີການແຈ້ງເຕືອນໃນທັນ ທີກ່ຽວກັບການລົບ​ກວນຕໍ່ຕ່ອງໂສ້ອຸປະທານ, ພ້ອມກັບ​ສະພາເພື່ອປະ​ສານ​ງານ ສໍາລັບວຽກການຕ່າງໆກ່ຽວ​ກັບຕ່ອງໂສ້​ອຸບ​ປະ​ທານ.

ທ່ານມາກຄ໌ ມີລລີ (Marc Mealy) ຈາກສະພາທຸລະກິດ ສະຫະລັດ-ອາຊຽນ ໄດ້ອະທິບາຍໃຫ້ຟັງເປັນຕົວຢ່າງ ກ່ຽວກັບສິ່ງທີ່ຈະເປັນໄປໄດ້ແນວໃດນັ້ນວ່າ:

“ສົມມຸດວ່າ, ລັດຖະບານຈະເຫັນດີ, ເຮົາຈະບໍ່ຫ້າມການສົ່ງອອກຖົງມືຢາງ ເພື່ອຕອບສະໜອງຕໍ່ການລະບາດໃຫຍ່ໃນອະນາຄົດ. ພວກເຮົາຈະຕົກລົງເຫັນດີ ເພື່ອໃຫ້ແນ່ໃຈວ່າ ພວກເຮົາ​ປະ​ສານ​ງານກັນ ຖ້າພວກເຮົາຈະມີກົດຂໍ້ຈໍາກັດ ກ່ຽວກັບວິທີການເດີນທາງ ທາງອາກາດແນວໃດ.”

ຈີນ ບໍ່ແມ່ນສ່ວນນຶ່ງ ຂອງອົງການ IPEF, ແຕ່ ​ຫົວ​ໜ້າທາງດ້ານການຄ້າຂອງຈີນ ​ໄດ້​ເຂົ້າ​ຮ່ວມກອງປະຊຸມ ເພື່ອການຮ່ວມມື​ທາງ​ດ້ານເສດຖະກິດ ຢູ່ຂົງເຂດເອເຊຍປາຊີຟິກ ທີ່ນະຄອນດີທຣອຍ. ລັດຖະມົນຕີກະຊວງການຄ້າຂອງຈີນ ທ່ານຫວັງ ເຫວິນຕາວ ໄດ້ພົບປະກັບລັດຖະມົນຕີກະຊວງການຄ້າຂອງສະຫະ ລັດ ທ່ານນາງ ໄຣມອນໂດ, ຫຼັງຈາກນັ້ນ ທ່ານໄດ້​ກໍພົບປະກັບຜູ້ຕາງ​ໜ້າທາງການຄ້າຂອງສະຫະລັດ ທ່ານນາງແຄັດເທີຣີນ ​ຕ່າຍ ຢູ່ນອກກອງປະຊຸມຂອງກຸ່ມ APEC, ເຊິ່ງທ່ານນາງແຄັດເທີຣິນ ຕ່າຍ ກ່າວວ່າ:

“ຄວາມສໍາພັນທາງດ້ານການຄ້າ ແລະເສດຖະກິດ ລະຫວ່າງສະຫະລັດ ແລະ ຈີນ ເປັນຜົນອັນເລິກເຊິ່ງສໍາລັບພວກເຮົາ ໃນຖະນະສະຫະລັດ, ສໍາລັບ ຈີນ ໃນຖານະປະເທດທີສອງ​ທີ່​ມີເສດຖະກິດໃຫຍ່ສຸດຂອງໂລກ ​ການ​ມີຄວາມສໍາພັນລະຫວ່າງກັນ​ຂອງ​ພວກ​ເຮົາ ມີຄວາມແຝງ​ຢູ່ແນວໃດ. ບໍ່ພຽງແຕ່ສໍາລັບ ເສດຖະກິດຂອງພວກເຮົາ, ບໍ່ພຽງແຕ່ບັນດາ​ຄົນງານຂອງພວກເຮົາ, ບໍ່ພຽງແຕ່ທຸລະກິດຕ່າງໆຂອງພວກເຮົາ, ແລະຊົນຊັ້ນກາງຂອງພວກເຮົາເທົ່ານັ້ນ, ແຕ່ຕໍ່​ໝົດ​ທັງໂລກ.”

ສໍາລັບເຈົ້າຂອງທຸລະກິດ ຄື ທ່ານເບັນ ຊາງ (Ben Zhang), ຊຶ່ງ​ບໍ​ລິ​ສັດ​ຂອງ​ທ່ານ​ໃນ​ນະ​ຄອນ​ຊີ​ອາ​ໂຕ ທີ່​ສະ​ໜອງ​ຜະ​ລິດ​ຕະ​ພັນ​ການ​ຕະ​ຫລາດ​ໃຫ້​ແກ່​ບໍ​ລິ​ສັດ​ຕ່າງໆ ປະ​ເທດ​ອື່ນໆ​ຢູ່​ໃນ​ຂົງ​ເຂດ ຍັງ​ບໍ່​ສາ​ມາດ​ແຂ່ງ​ຂັນ​ກັບ​ຄວາມອາດ​ສາ​ມາດ​ໃນ​ການ​ຜະ​ລິດ​ຂອງ​ຈີນ​ໄດ້.

ທ່ານ​ເບັນ ຊາງ ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ Greater Pacific Industries ກ່າວວ່າ:

“ມັນໃຊ້ເວລາຕະຫຼອດຊີວິດເລີຍ ເພື່ອໃຫ້ໂຄງການດັ່ງກ່າວບັນລຸຜົນ. ຈີນ ມີ​ທ່າ​ທາງວ່າ, ເອົາລະ ເຈົ້າໄດ້ໂຄງການ. ບູມ ບູມ ບູມ. ພວກເຂົາເຮັດວຽກຕ່າງໆແລ້ວໝົດ.”

ຄວາມເຄັ່ງຕຶງລະຫວ່າງສະຫະລັດ ແລະຈີນ ໄດ້ກົດດັນຕໍ່ທຸລະກິດຕ່າງໆ ເຊັ່ນບໍ​ລິ​ສັດ​ຂອງ​ທ່ານ​ຊາງ ຕ້ອງ​ໄດ້​ນຳ​ໃຊ້ຍຸດທະສາດການຈ້າງງານ ຈີນ-ບວກ ແລະຊອກ​ຫາທາງເລືອກ ເພື່ອຈັດຫາແຫຼ່ງສະໜອງການຜະລິດຢູ່ໃນປະເທດຈີນ. ແຕ່ຂໍ້ຈໍາກັດຕ່າງໆກ່ຽວກັບ COVID ໄດ້ຂັດຂວາງທ່ານບໍ່​ໃຫ້ເດີນທາງໄປຕ່າງປະ ເທດ ເພື່ອດໍາເນີນການເຊື່ອມຕໍ່ໃໝ່ໆ ແລະມັນກໍເປັນການຍາກຫຼາຍ ທີ່ຈະຍ້າຍໄປຫາຜູ້ຜະລິດ ທີ່ບໍ່ມີສູນກາງຢູ່ໃນປະເທດຈີນ.

ທ່ານເບັນ ຊາງ ກ່າວວ່າ:

“ທຸກໆຢ່າງທີ່ພວກເຮົາດໍາເນີນການທັງໝົດແມ່ນການປະຊຸມຜ່ານ Zoom ແລະ ການປະຊຸມຜ່ານທາງວີດີໂອ, ແຕ່ ນັ້ນມັນແຕກຕ່າງຈາກການຈັບມືກັນ, ການຮັບປະທານອາຫານຮ່ວມກັນ, ແບ່ງປັນເຂົ້າຈີ່ໃຫ້ກັນ, ເຈົ້າຮູ້ບໍ ມັນເປັນການຮຽນຮູ້ເຖິງຄວາມເລິກເຊິ່ງເທື່ອລະໜ້ອຍ ກ່ຽວກັບປັດຊະຍາຊີວິດຂອງພວກເຂົາ, ຄຸນ ຄ່າຂອງພວກເຂົາ, ຄຸນຄ່າໃນການປະຕິບັດວຽກງານຂອງພວກເຂົາ. ດັ່ງນັ້ນ, ມັນຈຶ່ງມີຄວາມຍາກຫຼາຍ. ໃນສ່ວນຂອງຄວາມໜ້າເຊື່ອຖື, ໂດຍພື້ນຖານແລ້ວ ເຈົ້າຮູ້ບໍ ພວກເຮົາກໍາລັງສ່ຽງໂຊກຢູ່.”

ໃນສ່ວນຂອງເຫດຜົນນັ້ນ ເປັນຫຍັງການແຍກໂຕອອກຈາກ ຈີນ ຈຶ່ງບໍ່ແມ່ນທາງເລືອກສໍາລັບທຸລະກິດຫຼາຍ​ຢ່າງ. ແຕ່ກໍຍັງຫວັງວ່າ​ອົງານ IPEF ອາດຈະເຮັດໃຫ້ການສ່ຽງໂຊກນັ້ນ ມີຄວາມສ່ຽງໜ້ອຍ​ລົງ.

A year after U.S. President Joe Biden first launched the so-called Indo-Pacific Economic Framework – or IPEF, negotiations have yielded what Washington is calling a landmark agreement. VOA’s Chris Casquejo has more.

Created a year ago by the White House, the Indo-Pacific Economic Framework was set up to enhance business opportunities for the 14 Pacific Rim countries that have signed up so far.

Last week, representatives met in the U.S. and came away with what they are calling a plan to make supply chains in the region more secure.

U.S. Commerce Secretary Gina Raimondo announced the plan, that includes forming a crisis response network to give early warnings about supply chain disruptions, along with a council to coordinate supply chain activities.

Marc Mealy with the U.S.-ASEAN Business Council gave this example of how that would work.

Marc Mealy, US-ASEAN Business Council

“A government, let's say, will agree, we won't slap a ban on the export of rubber gloves in response to a future health pandemic. We'll agree to make sure that we coordinate if we are going to have some restrictions on how air travel can occur.”

China is not part of IPEF, but its top trade representatives took part in the Asia-Pacific Economic Cooperation talks in Detroit. China’s Commerce Minister Wang Wentao met with Commerce Secretary Raimondo, then met U.S. Trade Representative Katherine Tai on the sidelines of APEC.

Katherine Tai, US Trade Representative
“The U.S.-China trade and economic relationship, is profoundly consequential for us as the United States, for China, as the two largest economies in the world, how we relate to each other has implications. Not only for our economies, our workers, our businesses, our middle classes, but for the entire world we know.”

For business owners like Ben Zhang, whose Seattle company supplies corporations with promotional marketing products, other countries in the region still can’t compete with China’s manufacturing capabilities.

Ben Zhang, Greater Pacific Industries CEO

“It takes forever to fulfill a project. China is like, okay, you get a project. Boom boom boom. They get done.”

U.S.-China tensions are forcing businesses like Zhang’s to employ a China-plus strategy and find alternatives to sourcing products in China. But COVID restrictions prevented him from traveling overseas to make new connections and that makes it hard to move to producers that aren’t China based.

Ben Zhang, Greater Pacific Industries CEO

“Everything we've done has been based on Zoom and in a video conference. But that's different from a handshake, have a meal, break a piece of bread, you know, really learn a little bit deeper about their philosophies, values, operating values. So it's pretty hard. In terms of reliability, we basically, you know, take a gamble.”

That’s part of the reason why decoupling from China is not an option for many businesses. But the hope is that IPEF might make that gamble less risky.

XS
SM
MD
LG