ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງການຄ້າຊາຍແດນ ຈະຫລຸດລົງ ແຕ່ລາວກໍຍັງຂາດດຸນການຄ້າ ຫລາຍກວ່າ 287 ລ້ານໂດລາ ໃນເດືອນ 4 ຕົ້ນປີນີ້


ລົດຍົນທີ່ນໍາເຂົ້າຈາກຕ່າງປະເທດມາຂາຍໃນລາວ
ລົດຍົນທີ່ນໍາເຂົ້າຈາກຕ່າງປະເທດມາຂາຍໃນລາວ

ລາວປະເຊີນກັບການຂາດດຸນການຄ້າຕ່າງປະເທດກວ່າ 287 ລ້ານໂດລາ ໃນເດືອນ 4 ຕົ້ນປີ 2020 ໂດຍທີ່ລາວຂາດດູນການຄ້າຕໍ່ໄທຫລາຍທີ່ສຸດ ແຕ່ການລະບາດຂອງໂຄວິດ-19 ກໍເຮັດໃຫ້ການຄ້າຫລຸດລົງ, ຊົງລິດ ໂພນເງິນມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ກະຊວງອຸດສາຫະກໍາ ແລະການຄ້າລາຍງານວ່າ ການຄ້າຕ່າງປະເທດຂອງລາວໃນໄລຍະແຕ່ເດືອນ ມັງກອນຫາເດືອນເມສາ 2020 ມີມູນຄ່າລວມເຖິງ 2,994 ລ້ານໂດລາ ໂດຍໃນນີ້ແບ່ງເປັນການສົ່ງສິນຄ້າອອກໄປຕ່າງປະເທດ 1,353.22 ລ້ານໂດລາ ແລະການນໍາເຂົ້າສິນຄ້າຈາກຕ່າງປະເທດ 1,640.78 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າລວມ 287.56 ລ້ານໂດລາ ໂດຍທີ່ລາວຂາດດຸນການຄ້າຫລາຍທີ່ສຸດ ແລະຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ ກໍຄືປະເທດໄທ ໂດຍສະເພາະແມ່ນການຄ້າຊາຍແດນນັ້ນ ຖືເປັນການຄ້າລະຫວ່າງລາວກັບໄທ ຫາກແຕ່ວ່າ ດ້ວຍບັນຫາການລະບາດຂອງໄວຣັສ Covid-19 ໃນປັດຈຸບັນຍັງໄດ້ສົ່ງຜົນກະທົບໃຫ້ການຄ້າຊາຍແດນ ລະຫວ່າງ ລາວ-ໄທ ມີມູນຄ່າຫລຸດລົງໃນໄລຍະ 4 ເດືອນຕົ້ນປີ 2020 ອີກດ້ວຍ.

ທັງນີ້ ທ່ານ ກີຣະຕິ ຣັຊໂນ, ອະທິບໍດີກົມການຄ້າຕ່າງປະເທດ, ກະຊວງການຄ້າຂອງໄທ ຖະແຫລງວ່າ ການຄ້າຊາຍແດນລະຫວ່າງ ລາວ-ໄທ ໃນຊ່ວງເດືອນມັງກອນຫາເດືອນເມສາ 2020 ມີມູນຄ່າລວມ 1,339 ລ້ານໂດລາ ໃນນີ້ກໍເປັນການນໍາເຂົ້າສິນຄ້າຈາກລາວ 383 ລ້ານໂດລາ ແລະສົ່ງສິນຄ້າ ອອກ ໄປລາວ 956 ລ້ານໂດລາຊຶ່ງເຮັດໃຫ້ລາວຂາດດຸນການຄ້າຕໍ່ໄທໃນມູນຄ່າ 573 ລ້ານໂດລາ ແຕ່ວ່າ ກໍຫລຸດລົງຈາກຊ່ວງເດືອນດຽວກັນ ໃນປີ 2019 ຄິດເປັນອັດຕາສະເລ່ຍກວ່າ 12 ເປີເຊັນ ໂດຍມີສາເຫດ ມາຈາກການລະບາດຂອງໄວຣັສ Covid-19 ທັງຍັງຄາດໝາຍວ່າ ສະພາບການດັ່ງກ່າວນີ້ ຍັງຈະດໍາເນີນຕໍ່ໄປຈົນກວ່າວ່າ ຈະສາມາດຄວບຄຸມການລະບາດຂອງ Covid-19 ໄດ້ຢ່າງຄັກແນ່ແລ້ວເທົ່ານັ້ນ.

ໝາກກ້ວຍທີ່ປູກຢູ່ລາວ ເພື່ອສົ່ງອອກໄປຈີນ
ໝາກກ້ວຍທີ່ປູກຢູ່ລາວ ເພື່ອສົ່ງອອກໄປຈີນ

ໂດຍທີ່ສິນຄ້າທີ່ລາວນໍາເຂົ້າຈາກໄທກໍຄືນໍ້າມັນເຊື້ອໄຟລົດຍົນ, ອະໄຫລ່ລົດຍົນ, ອຸປະກອນດ້ານການ ຜະລິດກະສິກໍາ ແລະອຸປະກອນດ້ານການລ້ຽງສັດ. ສ່ວນສິນຄ້າທີ່ລາວສົ່ງອອກໄປໄທ ກໍຄື ພະລັງງານໄຟຟ້າ, ຜະລິດຕະພັນຈາກທອງແດງ ແລະເຄື່ອງຮັບສົ່ງ-ສັນຍານອຸປະກອນສື່ສານຕ່າງໆ ແຕ່ການລະບາດຂອງໄວຣັສ Covid-19 ກໍເຮັດໃຫ້ມີທ່າອ່ຽງທີ່ໄທຈະນໍາເຂົ້າໄຟຟ້າຈາກລາວ ຫລຸດລົງ ອັນຈະສົ່ງຜົນກະທົບເຮັດໃຫ້ການຂະຫຍາຍຕົວທາງເສດຖະກິດ ຫລື GDP ຂອງລາວໃນປີ 2020 ນີ້ ຫລຸດລົງອີກດ້ວຍ ດັ່ງທີ່ທ່ານກິແກ້ວ ຈັນທະບູລີ, ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຢືນຢັນວ່າ:
GDP ຂອງເຮົາ 2020 ນີ້ ຄືສິຢູ່ໃນລະດັບ 4.1 ອັນນີ້ ແມ່ນສູນສະຖິຕິແຫ່ງຊາດຕີລາຄາ ແຕ່ວ່າ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດນີ້ ຕີລາຄາວ່າ ພວກເຮົາຊິຫລຸດຫລາຍກວ່າຫັ້ນ ໂດຍໄດ້ ອ້າງເຫດຜົນຂອງຫລາຍປະເທດ ຊຶ່ງວ່າ ສະຫລຸບແລ້ວວ່າ 2020 ນີ້ ພວກເຮົາຈະໄດ້ແຕ່ພຽງ 3.3 ອັນນີ້ ກະຍັງເປັນການຄົ້ນຄວ້າ ເກັບກໍາຂໍ້ມູນ ຊຶ່ງວ່າໂຄວິດນີ້ ມັນກໍຍັງສືບຕໍ່ ໂຕເລກນີ້ ຄືຊິຍັງບໍ່ທັນຢຸດຢູ່ ຫລັງຈາກໂຄວິດສະຫງົບລົງນີ້ນະ ພວກເຮົາເປີດ Lockdown ອອກໄປນີ້ນະ ມັນກະບໍ່ແມ່ນວ່າ ເສດຖະກິດມັນສິ Run ໄດ້ແທ້ໂລດເດະ, ມັນຍັງຊິ Impact ຍາວໄປຢູ່ເລື້ອງແຮງງານ ເລື້ອງການ ຜະລິດອີ່ຫຍັງຕ່າງໆ ທັງຫລາຍແຫລ່.”

ທັງນີ້ ກອງທຶນການເງິນສາກົນ ຫລື IMF ໄດ້ປັບຫລຸດຄາດໝາຍການເຕີບໂຕທາງເສດຖະກິດ ຫຼື GDP ຂອງລາວລົງຈາກເດີມເຖິງ 5.5 ເປີເຊັນ ກໍຄືຈາກລະດັບ 6.2 ເປີເຊັນ ລົງມາເປັນພຽງ 0.7 ເປີເຊັນເທົ່ານັ້ນໃນປີ​ 2020 ທັງຍັງຖືວ່າເປັນຄາດໝາຍທີ່ຕໍ່າກວ່າທະນາຄານພັດທະນາເອເຊຍ (ADB) ທີ່ໄດ້ປັບຫຼຸດ ການເຕີບໂຕທາງເສດຖະກິດຂອງລາວ ລົງຈາກລະດັບ 6.2 ເປີເຊັນ ເປັນ 3.5 ເປີເຊັນ ໂດຍພາກບໍລິການ ແລະ ທ່ອງທ່ຽວຈະຖືກກະທົບໜັກທີ່ສຸດ ຊຶ່ງຄາດວ່າຈະຂະຫຍາຍຕົວໃນອັດຕາສະເລ່ຍພຽງ 1.3 ເປີເຊັນເທົ່ານັ້ນ. ສ່ວນພາກກະສິກຳ ແລະ ພາກອຸດສາຫະກຳນັ້ນຈະຂະຫຍາຍຕົວເພີ່ມຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນ ຕາມລຳດັບ.

ສ່ວນທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວກໍມີມູນຄ່າຕໍ່າກວ່າ 1,000 ລ້ານໂດລາ ໂດຍທຽບໄດ້ກັບການນໍາສິນຄ້າຈາກຕ່າງປະເທດບໍ່ເຖິງ 2​ ເດືອນ. ພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ລັດຖະບານລາວ ປະເຊີນການເປັນໜີ້ສິນເພີ້ມຂຶ້ນອີກດ້ວຍ ເພາະວ່າ ຈະຕ້ອງກູ້ຢືມຈາກຕ່າງປະເທດ ເພື່ອດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ໂດຍໃນປີ 2019 ລັດຖະບານລາວມີໜີ້ສິນເຖິງ 13,491 ລ້ານໂດລາ ຄິດເປັນ 68 ເປີເຊັນຂອງ GDP ແລະຄາດວ່າ ຈະເພີ້ມຂຶ້ນເປັນເກີນກວ່າ 70 ເປີເຊັນ ໃນປີ 2020 ນີ້.

XS
SM
MD
LG