ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 02 ກຸມພາ 2023

ການຂາດດຸນການຄ້າ ແລະການປະຕິຮູບທີ່ຊັກຊ້າ ຂອງລັດຖະະບານລາວ ຄື ສາເຫດຕົ້ນຕໍ ພາໃຫ້ບໍ່ສາມາດຢັບຢັ້ງ ໄພເງິນເຟີ້ ທີ່ເພີ້ມຂຶ້ນໄດ້


ຕະຫຼາດຂາຍໄຂ່ໄກ່ ແລະເຂົ້າສານ ແຫ່ງນຶ່ງໃນນະຄອນວຽງຈັນ, ສປປ ລາວ.

ໄພເງິນເຟີ້ທີ່ຖີບຕົວຂຶ້ນຢ່າງບໍ່ຢຸດຢັ້ງ ສືບເນື່ອງມາຈາກການຂາດດຸນການຄ້າ ໄດ້ສົ່ງຜົນກະທົບອັນໜັກໜ່ວງຕໍ່ເສດຖະກິດ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ ແຕ່ວ່າ ທາງລັດຖະບານລາວຍັງບໍ່ທັນມີວິທີຢັບຢັ້ງທ່າອຽງທີ່ເພີ້ມຂຶ້ນ ນີ້ໄດ້ເທື່ອ ເນື່ອງມາຈາກການປະຕິຮູບພາຍໃນລັດຖະບານຊັກຊ້າ, ອີງຕາມທະ ນາຄານໂລກ ແລະການສັງເກດຂອງນັກເສດຖະກິດລາວທ່ານນຶ່ງ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄພເງິນເຟີ້ຂອງລາວ ມີທ່າອ່ຽງເພີ້ມຂຶ້ນ​ຢ່າງ​ບໍ່ຢຸດຢັ້ງນັ້ນ ເປັນສັນຍານເຕືອນວ່າ ຄື້ນຟອງພາຍຸທາງການເງິນຂອງລາວ ຍັງເປັນບັນຫາທີ່ສືບຕໍ່ກະທົບໃສ່ເສດຖະ ກິດ ແລະຊີວິດການເປັນຢູ່ຂອງປະຊາຊົນ. ໃນຂະນະທີ່ມີຫລາຍສາເຫດ ທີ່ພາ ໃຫ້ເປັນເຊັ່ນນັ້ນ ການຂາດດຸນການຄ້າທີ່ເຮັດໃຫ້ເງິນກີບຂອງລາວອ່ອນຄ່າລົງນັບມື້ ຄືປັດໄຈອັນຕົ້ນຕໍ ດັ່ງທີ່ອະດີດພະນັກງານອາວຸໂສຂອງທະນາຄານ ສປປ ລາວ ທ່ານນຶ່ງ ອະທິບາຍເຖິງສະພາບເງິນເຟີ້ນີ້ວ່າ:

“ເກືອບສີ່ສິບແລ້ວໄດ໋. ຫລັກມັນແທ້ຕາມສູດຂອງທະນະຄານແມ່ນເງິນເຮົາມັນຫລາຍກວ່າສິນຄ້າ. ສອງມາລະແມ່ນເງິນຕາຕ່າງປະເທດຂາດແຄນທີ່ສຸດເລີຍ. ເຮົາຕ້ອງການສູງແລ້ວບັດນີ້ ບໍ່ມີຜູ້ສະໜອງມັນ ຕ້ອງເບັ່ງຂຶ້ນ ເຂົາເອີ້ນວ່າສູດ, ກົດເກນມູນຄ່າຫັ້ນຫລະ. ແປວ່າຄວາມຕ້ອງການ ແລະການຕອບສະໜອງເດ່ ອັນນີ້ສໍາຄັນທີ່ສຸດ. ເຮົາເປັນໝົດເລີຍໄດ໋ ມັນກະທົບໝົດເພາະວ່າ ຄັນການນໍາເຂົ້າເກືອບ 80 ເປີເຊັນການສົ່ງອອກ 20 ເປີເຊັນ. ຂາດດູນການຄ້າ ຂາດດູນ ງົບປະມານອີກ ເພາະວ່າ ຕາມເຮົາໄດ້ຕິດຕາມຫັ້ນຫົກສິບພັນຕື້ໜະ ລາຍຈ່າຍ ລາຍຮັບມີແຕ່ສີ່ສິບພັນຕື້ນ ະມັນຂາດດູນກັນ ຊາວພັນຕື້ໄດ໋ ປະເທດລາວໜະ. ອັນນັ້ນເປັນຈຸດນຶ່ງ.”

ນອກຈາກນັ້ນທ່ານອະທິບາຍອີກວ່າ ລັດຖະບານຍັງຂາດວິທີບັງຄັບໃຊ້ກົດໝາຍ ຫລື ລະບຽບດ້ານການທະນາຄານຢ່າງເຄັ່ງຄັດ ມັນເປັນໄປໄດ້ຍາກທີ່ຈະຢັບຢັ້ງ ທ່າອ່ຽງເພີ້ມຂຶ້ນ ຂອງບັນຫານີ້ໄດ້ ຊຶ່ງທ່ານຍົກໃຫ້ເຫັນວ່າ:

“ອັນຈຸດສໍາຄັນແລ້ວ ແມ່ນເວົ້າເລື້ອງກົດໝາຍໜີ້ແຫລະ. ດຽວນີ້ໃຊ້ໝົດ 4-5 ສະກຸນປະເທດລາວໜີ້ນະ. ໃຊ້ໂດລາ ໃຊ້ເງິນບາດ ໃຊ້ເງິນຢວນ ໃຊ້ເງິນດົ້ງ ໃຊ້ເງິນກີບໄປນໍາກັນນະ. ຖ້າວ່າເຮົາເອົາເງິນກີບມັດ ເປັນເງິນກີບ ຫົວໜ່ວຍເປັນເງິນກີບ ປະເທດລາວນີ້ໜະ. ເງິນໂດລາ ກະໃຊ້ໄດ້, ເງິນຢວນກະໃຊ້ໄດ້ ເງິນດົ້ງກະໃຊ້ໄດ້ ແຕ່ຕ້ອງໄດ້ຜ່ານທະນະຄານໝົດ. ອັນນີ້ ປະຊາຊົນຊື້-ຂາຍຈ່າຍກັນເລີຍໜະ ດຽວນີ້ນະ, ມັນຜິດ. ມັນຜິດໃນຄວາມສາມາດຊື້ຂອງເງິນມັນຕົກຕໍ່າແລ້ວເງິນເຟີ້. ນິຍາມ ເງິນເຟີ້ແມ່ນຫຍັງ? ເງິນເຟີ້ແມ່ນຄວາມສາມາດຊື້ຂອງເງິນຕົກຄ່າ ຍ້ອນເງິນເຟີ້ ເງິນຫລາຍກວ່າສິນຄ້າ. ບັດນີ້ເງິນເຟີ້ ເຂົາບໍ່ຕ້ອງການເງິນກີບ ເຂົາຕ້ອງການເງິນຕາຕ່າງປະເທດຫັ້ນສູງກວ່າ ມັນຫລາຍຮູບແບບແນວນັ້ນ. ແຕ່ສໍາຄັນທີ່ສຸດ ແມ່ນການສົ່ງອອກທຸກເມັດເງິນຕ້ອງຜ່ານລະບົບທະນະຄານໝົດ ຕ້ອງໄດ້ເປີດ LC ຕ້ອງໄດ້ເປີດ TT DRAFT ອັນນີ້ ມັນບໍ່ແມ່ນ ມັນສົ່ງອອກປັບ ມັນກະໄປເອົາເງິນສົດນໍາກັນໂລດ ມັນງ່າຍຂຶ້ນບາງເທື່ອມັນກະອອກເຊັກໃຫ້ເລີຍ ແຕ່ສຸດທ້າຍຈັ່ງມາຈ່າຍທະນະຄານ ເມື່ອມາຮອດທະນະຄານ ແລ້ວມັນພັດບໍ່ແມ່ນເງິນໂດລາ ມັນແມ່ນເງິນບາດ ເງິນອື່ນໆໃດບາດນີ້ ເຮົາກະຂາດແທນບາດນີ້”.

ພາຍໃນພຽງແຕ່ 10 ເດືອນເທົ່ານັ້ນ ໄພເງິນເຟີ້ຂອງລາວ ເພີ້ມຂຶ້ນຈາກ 6.25 ເປີເຊັນ ໃນເດືອນມັງກອນ ມາເປັນ 38.46 ເປີເຊັນໃນເດືອນພະຈິກປີນີ້. ແຕ່ ບັນຫາໄພເງິນເຟີ້ດ້ານສະບຽງອາຫານແມ່ນຍິ່ງສູງກວ່ານັ້ນອີກ, ຊຶ່ງກໍຄືເພີ້ມຂຶ້ນ 42 ເປີເຊັນ ເມື່ອທຽບໃສ່ເດືອນດຽວກັນ ຂອງປີຜ່ານມາ ອີງຕາມເວັບໄຊຂອງອົງການ Take-Profit. ລິ້ງ: https://take-profit.org/en/statistics/inflation-rate/laos/

ນອກຈາກນັ້ນ ໃນລາຍງານການຕິດຕາມເສດຖະກິດຂອງລາວ ເດືອນຕຸລາຜ່ານມາ ທະນາຄານໂລກກໍເວົ້າວ່າ ນອກຈາກໄດ້ຮັບຜົນກະທົບ ມາຈາກສະພາບແວດລ້ອມທີ່ເຕີບໂຕຊ້າ ຂອງເສດຖະກິດໂລກ ການຊັກຊ້າໃນການປະຕິຮູບຢູ່ພາຍໃນປະເທດ ກໍພາໃຫ້ເງິນກີບລາວ ອ່ອນຄ່າລົງຢ່າງວ່ອງໄວ. ໃນໄລ​ຍະ 10 ເດືອນຜ່ານມາເງິນກີບຂອງລາວ ໄດ້ອ່ອນຄ່າລົງ 68 ເປີເຊັນ ສະນັ້ນ ທາງທະນາຄານໂລກ ໄດ້ຫລຸດອັດຕາຄາດຄະເນ ການເຕີບໂຕເສດຖະກິດຂອງລາວ ໃນປີ 2022 ນີ້ ລົງຈາກ 3.8 ເປີເຊັນ ໃນເມື່ອກ່ອນ ມາເປັນ 2.5 ເປີເຊັນ.

ພະນັກງານໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນວຽງຈັນ, ສປປ ລາວ
ພະນັກງານໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນວຽງຈັນ, ສປປ ລາວ

ຂະນະດຽວກັນ ລາຍຮັບ ຫລືເງິນເດືອນຂອງຜູ້ອອກແຮງງານ ຍັງຢູ່ຄືເກົ່າ ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າຝືດເຄືອງ ດັັ່ງທີ່ນາງສົມພອນ (ນາມແຝງ) ກໍາມະກອນໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ບອກກັບນັກ​ຂ່າວເຮົາວ່າ:

“ໂດຍລວມພື້ນຖານລາຍຮັບແມ່ນນ້ອຍຫລາຍ ເດືອນນຶ່ງກະປະມານນຶ່ງລ້ານຫາ ສອງລ້ານ ແຕ່ວ່າຄັນມາທຽບໃສ່ກັບການກິນຢູ່ຄ່າພັກເຊົາຫ້ອງແຖວ ກະຕົກເປັນເດືອນນຶ່ງກະເຈັດແສນ ເຂົ້າສານກະໝື່ນນຶ່ງ ກະແສນຫ້າສິບພັນ ແລະກະຄ່າໄຂ່ກະຖືກແຕະນຶ່ງຫົກສິບຫ້າພັນ ແຕ່ລະຢ່າງເຫັນວ່າແພງຫລາຍຖ້າທຽບກັບເງິນເດືອນ ບາງເດືອນມັນກະບໍ່ພໍໃຊ້ເນາະ ຫລາຍອັນມັນກະແພງ ລາຍຈ່າຍມັນກະບໍ່ພໍແຕ່ລະເດືອນ”.

ສະຫລຸບແລ້ວ ໄພເງິນເຟີ້ທີ່ສູງຂຶ້ນ ແລະການປະຕິຮູບທີ່ຊັກຊ້າ ຄືບັນຫາຕົ້ນຕໍ ເຮັດໃຫ້ໄພເງິນເຟີ້ໃນລາວສູງຂຶ້ນ ຢ່າງໜ້າເປັນຫ່ວງ ຊຶ່ງເປັນສັນຍານ ໃຫ້ຮູ້ວ່າ ຄື້ນພາຍຸທາງການເງິນຍັງສືບຕໍ່ກະທົບໃສ່ເສດຖະກິດແລະຊີວິດການເປັນຢູ່ຂອງຜູ້ມີລາຍໄດ້ຕໍ່າຢູ່ລາວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG