ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງຕ່າງໆທາງດ້ານການຄ້າ ໄດ້ສ້າງຄວາມຫວັງທີ່ສົດໃສ ຕໍ່ລະບົບເສດຖະກິດຂອງກໍາປູເຈຍ ຫຼັງຈາກການລະບາດຂອງ​ໂຄວິດ


ແຟ້ມຮູບ-ມຸມໂດຍລວມທີ່ເປີດເຜີຍໃຫ້ເຫັນອາຄານທີ່ຢູ່ອາໄສ ແລະພານິກຕ່າງໆໃນເມືອງທ່າ ສີຫານຸກວິລ (Sihanoukville) ຂອງກໍາປູເຈຍ ໃນວັນທີ 20 ກຸມພາ 2020.
ແຟ້ມຮູບ-ມຸມໂດຍລວມທີ່ເປີດເຜີຍໃຫ້ເຫັນອາຄານທີ່ຢູ່ອາໄສ ແລະພານິກຕ່າງໆໃນເມືອງທ່າ ສີຫານຸກວິລ (Sihanoukville) ຂອງກໍາປູເຈຍ ໃນວັນທີ 20 ກຸມພາ 2020.

ກໍາປູເຈຍກໍາລັງຕັ້ງຄວາມຫວັງສໍາລັບການຟື້ນໂຕຄືນມາຂອງລະບົບເສດຖະກິດ ຫຼັງຈາກການລະບາດຄັ້ງໃຫຍ່ຂອງໄວຣັສໂຄວິດ-19, ໃນຂໍ້ຕົກລົງການຄ້າເສລີກັບຈີນ ແລະເກົາຫຼີໃຕ້ ​ໂດຍ​ເຂົ້າເປັນສະມາຊິກໃນພາຄີເສດຖະກິດຢູ່ໃນພູມິພາກ.

RCEP ເປັນຂໍ້ຕົກລົງການຄ້າ​ເສ​ລີ ເຊິ່ງປະກອບມີສະມາຊິກທັງໝົດ 10 ປະ ເທດຂອງສະມາຄົມເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ພ້ອມ​ທັງ ຈີນ, ຍີປຸ່ນ, ເກົາຫຼີໃຕ້, ອອສເຕຣເລຍ ແລະນິວຊີແລນ ໂດຍຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນນີ້. ບັນດາປະເທດສະມາຊິກ​ໃນ​ຂໍ້​ຕົກ​ລົງ​ການຄ້າເສ​ລີ RCEP ຈະມີ​ຍອດຜະລິດ​ຕະ​ພັນລວມພາຍ​ໃນຮ່ວມ​ກັນ ໃນມູນຄ່າ 26 ພັນ 200 ຕື້ໂດລາ​ຫລືປະມານ 30 ເປີເຊັນ ຂອງຍອດຜະລິດລວມພາຍໃນ ຫຼື GDP ຂອງໂລກ.

ນັກວິເຄາະກ່າວວ່າ ພະນົມເປັນໄດ້ປະຕິບັດຕາມຂໍ້ຕົກລົງທາງການຄ້າເຫຼົ່ານີ້ ທ່າມກາງຜົນກະທົບທາງເສດຖະກິດທີ່ຮຸນແຮງຂອງການລະບາດໃຫຍ່ໂຄວິດ-19 ແລະການຖອນສິດທິພິເສດທາງການຄ້າບາງອັນໂດຍສະຫະພາບຢູໂຣບ ຍ້ອນ​ປະ​ຫວັດ​ການ​ເຄົາ​ລົບສິດທິມະນຸດ ແລະປະຊາທິປະໄຕ​ຂອງ​ກຳ​ປູ​ເຈຍ.

ລັດຖະມົນຕີແຜນການ ທ່ານຊາຍ ທານ (Chhay Than) ກ່າວວ່າ ໄດ້ສູນເສຍ ຫຼືຈະສູນເສຍວຽກງານຫຼາຍກວ່າ 6 ລ້ານຕໍາແໜ່ງຢູ່ໃນລະບົບເສດຖະກິດທີ່ບໍ່ເປັນທາງການ ອັນເນື່ອງມາຈາກໂຄວິດ-19, ແລະອົງການພັດທະນາ​ຂອງ ສະຫະປະຊາຊາດ ຄາດວ່າ ອັດຕາຄວາມທຸກຍາກຂອງປະເທດກໍາປູເຈຍອາດ​ຈະເພີ້ມຂຶ້ນເປັນສອງເທົ່າເຖິງ 17.6 ເປີເຊັນຂອງຈໍານວນປະຊາກອນໃນປີນີ້.

ທ່ານບາທ ອີດສ໌ (Bart Edes), ຜູ້ຊ່ວຍອາວຸໂສແຫ່ງສູນກາງເພື່ອຍຸດທະສາດ ແລະການສຶກສາລະຫວ່າງຊາດ ໃນນະຄອນຫຼວງວໍຊິງຕັນກ່າວວ່າ “ມັນມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ລະບົບເສດຖະກິດຂອງກໍາປູເຈຍໃນອະນາຄົດ. ຕະຫຼາດສໍາລັບປະເທດກໍາປູເຈຍໃນຫຼາຍໆປີຂ້າງໜ້ານີ້ ​ຕົ້ນ​ຕໍ​ແລ້ວ​ຈະ​ແມ່ນບັນດາປະເທດເພື່ອນບ້ານທັງຫຼາຍ.”

ເສດຖະກິດຂອງກໍາປູເຈຍ ມີວິວັດທະນາການຢ່າງໄວວາ ນັບຕັ້ງແຕ່ສິ້ນສຸດສົງຄາມ 30 ປີ ໃນປີ 1998, ໂດຍພະນົມເປັນໄດ້ເຄື່ອນໄຫວເຂົ້າສູ່ວົງໂຄຈອນ ຂອງຈີນຢ່າງໝັ້ນຄົງໃນຊ່ວງທົດສະວັດທີ່ຜ່ານມາ. ການຄ້າແບບສອງທາງມີມູນຄ່າສູງເຖິງ 8 ຕື້ໂດລາໃນປີ 2020 ແລະຄາດວ່າຈະສູງເຖິງ 10 ຕື້ໂດລາໃນປີ 2023 ດ້ວຍການເຊັນລົງນາມການ​ຄ້າ​ເສ​ລີ ເມື່ອເດືອນຕຸລາທີ່ຜ່ານມານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG