ລິ້ງ ສຳຫລັບເຂົ້າຫາ

logo-print

ໂທລະສັບມືຖື ອາດເຕືອນທ່ານໃຫ້ຮູ້ໄດ້ວ່າ ທ່ານໄດ້ຖືກສໍາພັດກັບ ໄວຣັສໂຄໂຣນາ ຫລືບໍ່


ໂທລະສັບມືຖືຂອງທ່ານ Drew Grande, ອາຍຸ 40 ປີຢູ່ເມືອງ Cranston ຂອງລັດໂຣດ ໄອແລນສະແດງໃຫ້ເຫັນລາຍຊື່ຄົນທີ່ ສືບທາວຫາຄົນທີ່ລາວຕິດຕໍ່ສໍາພັດ ໃນວັນທີ 15 ເມສາ, 2020. ທ່ານ Grande ເລີ້ມເຮັດບັນທຶກລາຍຊື່ຜູ້ທີ່ທ່ານໄດ້ສໍາຜັດ ນັບແຕ່ ຕົ້ນເດືອນເມສາ 2020

ປະຊາຄົມທັງຫລາຍຢູ່ໃນສະຫະລັດ ແລະຢູ່ທົ່ວໂລກ ກໍາລັງສົນທະນາກັນກ່ຽວກັບ ວ່າ ເມື່ອໃດ ແລະຈະຜ່ອນຜັນມາດຕະການໃນການປິດເມືອງລົງແນວໃດໃນຂະ ນະ ທີ່ພວກເຂົາເຈົ້າກໍາລັງດີ້ນຮົນ ຕໍ່ສູ້ກັບການລະບາດຢ່າງໃຫຍ່ຂອງພະຍາດ ໂຄວິດ-19 ຢູ່ນີ້. ພະຍາດນີ້ ແລະວິທີມັນແຜ່ຜາຍນັ້ນເຮັດໃຫ້ ມີການທ້າທາຍ ທີ່ມີລັກສະນະສະເພາະຕົວບາງຢ່າງຂອງມັນ. ຄົນທີ່ບໍ່ມີອາການ ກໍສາມາດເອົາ ພະຍາດໄປຕິດກັບຄົນອື່ນໄດ້ ແລະ ສໍາລັບບາງກໍລະນີ ກໍເປັນອັນຕະລາຍ ເຖິງຊີວິດໄດ້. ຖ້າຫາກວ່າ ແອບຢູ່ໃນໂທລະສັບມືຖື ສາມາດທີ່ຈະບອກ ໃຫ້ທ່ານຮູ້ໄດ້ວ່າ ທ່ານມີການສໍາພັດກັບພະຍາດນີ້ໄດ້ເດ່ ແລ້ວມັນຈະ ເປັນແນວໃດ? Michelle Quinn reports ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະຊາຄົມທັງຫລາຍຢູ່ທົ່ວໂລກ ໄດ້ເຮັດໃຫ້ການແຜ່ຜາຍຂອງໄວຣັສໂຄໂຣນາ ຫລຸດຜ່ອນລົງໂດຍການຢຸດການເຄື່ອນໄຫວໄປມາຂອງສັງຄົມໄວ້. ແຕ່ວ່າກໍ ມີຄວາມ ຢ້ານກົວກັນວ່າ ເຊື້ອໄວຣັສນັ້ນ ຈະເລີ້ມແຜ່ຜາຍອີກ ຫາກເມື່ອໃດ ການຈໍາກັດທີ່ວ່ານັ້ນ ຖືກຍົກເລີກໄປ.

ດຣ. ຣານູ ດີລລອລ (Ranu Dhillon) ຊຶ່ງເປັນທ່ານໝໍ ໄດ້ເຮັດວຽກຢູ່ໃນປະ ເທດກີເນຍໃນພາກຕາເວັນຕົກຂອງທະວີບອາຟຣິກາ ຢູ່ໃນໄລຍະທີ່ມີວິກິດການ ພະຍາດອີໂບລານັ້ນ. ທ່ານໄດ້ຊ່ວຍໃນການຊອກຫາຄົນທີ່ໄດ້ພົບກັບຄົນປ່ວຍທີ່ ເປັນພະຍາດນີ້ ຊຶ່ງເປັນການປະຕິບັດ ທີ່ເອີ້ນວ່າ ການສືບທາວຫາຄົນທີ່ມີການ ຕິດຕໍ່ສໍາພັດກັບຄົນເປັນພະຍາດ.

ດຣ. ຣານູ ດີລລອລ (Ranu Dhillon), ນັກຄົ້ນຄວ້າ ທີ່ໂຮງໝໍຂອງອົງການ ໄບຣແຮມ ແລະແມ່ຍິງ (Brigham and Women) ກ່າວວ່າ:
“ສໍາລັບພະຍາດອີໂບລານີ້ ທັນທີທັນໃດ ທີ່ໃຜຜູ້ນຶ່ງມີອາການພະຍາດນີ້ ພວກ ເຮົາກໍຈະພະຍາຍາມສ້າງຂໍ້ມູນຢູ່ຈຸດທີ່ວ່າ ພວກເຂົາເຈົ້າໄດ້ໄປໃສແດ່, ເຂົາເຈົ້າ ໄດ້ຢູ່ໃກ້ໃຜ…. ແລ້ວໂດຍອີງໃສ່ອັນນັ້ນ ພວກເຮົາກໍຈະເຮັດບັນຊີລາຍຊື່ຂອງ ຄົນທີ່ໄດ້ມີການຕິດຕໍ່ສໍາພັດ ແລະພວກເຮົາກໍຈະຕິດຕາມທາວຫາຄົນເຫລົ່ານັ້ນ."

ດຣ. ດີລລອລ (Dhillon) ກ່າວຕໍ່ໄປອີກວ່າ:

… ການຕິດຕໍ່ສໍາພັດເປັນເວລາ 21 ມື້ນັ້ນ.”

ພະຍາດໂຄວິດ (COVID)-19 ກໍາລັງສ້າງໃຫ້ເກີດສິ່ງທ້າທາຍຂຶ້ນໃນການສືບ ທາວຫາຜູ້ທີ່ມີການຕິດຕໍ່ສໍາພັດ ກັບຄົນຕິດພະຍາດນີ້. ບາງຄົນກໍບໍ່ເຄີຍມີອາ ການເລີຍ; ຂະນະທີ່ຄົນອື່ນໆ ໄດ້ເອົາພະຍາດໄປແຜ່ຜາຍມາໄດ້ມື້ ຫລື 2 ມື້ ແລ້ວ ກ່ອນຈະສະແດງອາການອອກມາ.

ແຕ່ວ່າ ຖ້າຫາກທ່ານສາມາດສືບທາວ ຫາຄົນທີ່ໄດ້ມີການສໍາພັດ ກັບພະຍາດນີ້ ໂດຍທາງດິຈິຕອລໄດ້ເດ່ ແລ້ວມັນຈະເປັນແນວໃດ? ບໍລິສັດ Apple, Google ແລະບໍລິສັດອື່ນໆ ກໍາລັງຫາທາງທີ່ຈະໃຊ້ໂທລະສັບມືຖື ເພື່ອບອກໃຫ້ຄົນທີ່ໄດ້ ກາຍໃກ້ກັບຄົນທີ່ຕິດພະຍາດນີ້ຊາບ.

ດຣ. ດີລລອລ (Dhillon) ອະທິບາຍວ່າ:
“ບາງສິ່ງບາງຢ່າງ ເຊັ່ນການສືບທາວຫາໂດຍທາງດີຈິຕອລນີ້, ຂ້າພະເຈົ້າຄິດວ່າ ສາມາດເຮັດໃຫ້ມີຜົນກະທົບ ຢ່າງຫລວງຫລາຍ ໃນການເຮັດໃຫ້ຂັ້ນຕອນນີ້ ດໍາ ເນີນໄປໃນທາງຄອມພິວເຕີ ໂດຍການລະບຸຕົວຂອງຄົນທີ່ໄດ້ຢູ່ໃກ້ກັບຄົນໃດ ຄົນ ນຶ່ງຢູ່ໃນໄລຍະນັ້ນໆ.”

ບາງປະເທດກໍໄດ້ໃຊ້ແອບຂອງໂທລະສັບມືຖື ເພື່ອຊ່ວຍສືບທາວຫາຄົນ ທີ່ອາດ ຈະເປັນພະຍາດໄດ້.

…ຂໍ້ສະເໜີອັນນີ້ ແມ່ນອີງອາໄສ ບລູທູດ (Bluetooth), ຊຶ່ງເປັນສັນຍານວິທະ ຍຸ ທີ່ມີຢູ່ໃນໂທລະສັບນັ້ນແລ້ວ ເພື່ອເຊື່ອມໂຍງກັບອຸປະກອນອື່ນໆ ເຊັ່ນເຄື່ອງ ສຸບຟັງຢູ່ຫູ. ມັນສືບຕໍ່ຮຽນແບບ ແລະຟັງສັນຍານເຫລົ່ານັ້ນ-ຊຶ່ງເປັນສາຍນໍ້າເບີ ລຽນ ຕໍ່ກັນຮວດໆໄປ. ບາງເທື່ອ ໂທລະສັບນັ້ນ ອາດຈະກວດເບິ່ງວ່າ “ມີການ ສໍາພັດຫລືບໍ່” ມື້ນຶ່ງເທື່ອນຶ່ງ ໂດຍການຕິດຕໍ່ກັບໜ່ວຍຄວາມຈໍາເພື່ອກວດເບິ່ງ ວ່າ ມີການເຕືອນໄພໃດອັນໃດບໍ່ທີ່ທ່ານໄດ້ຮັບມາຈາກໃຜຜູ້ນຶ່ງທີ່ໄດ້ຖືກກວດພົບ ວ່າ ຕິດເຊື້ອໂຄໂຣນາໄວຣັສແລ້ວ.

ແຕ່ວ່າ ມັນຈະໃຊ້ການໄດ້ ແລະມີຄວາມແມັ້ນຢໍາຫລືບໍ່?

ທ່ານ ມາກ ຊິສແມນ (Marc Zissman) ຢູ່ໃນຫ້ອງທົດລອງລິນຄອນຂອງສະ ຖາບັນດ້ານເທັກໂນໂລຈີ ລັດແມັຊຊາຈຸເຊັສ (Massachusetts) ຫລື MIT ທີ່ ໄດ້ເຮັດວຽກກ່ຽວກັບການສົ່ງສື່ສານດ້ານການປ້ອງກັນລູກສອນໄຟ ແລະແສງເຣ ເຊີ ໄປຫາດວງຈັນ.

ທ່ານແລະເພື່ອນຮ່ວມງານຂອງທ່ານກໍາລັງທົດລອງວິທີວັດແທກພະລັງງານ ທີ່ ປ່ອຍອອກມາຈາກສັນຍານເຕືອນຂອງບລູທູດ -ເພື່ອຢາກຮູ້ວ່າການສືບທາວ ຫາຄົນທີ່ຕິດພະຍາດນີ້ໂດຍທາງດິຈິຕອລນີ້ ໃຊ້ການໄດ້ຫລືບໍ່.

ທ່ານ ມາກ ຊິສແມນ (Marc Zissman) ກ່າວວ່າ:
“ເມື່ອມີສຽງຮ້ອງເຕືອນຢູ່ໃນສັນຍານບລູທູດເຫລົ່ານີ້ອອກມາ ຈາກໂທລະສັບຫາ ໂທລະສັບ, ທ່ານໄດ້ວັດແທກເບິ່ງວ່າ ມີພະລັງງານທີ່ໄດ້ຮັບນັ້ນຫລາຍປານໃດ ແລະທ່ານໃຊ້ພະລັງງານນັ້ນ ສ່ວນນຶ່ງ ເພາະມັນບໍ່ແມ່ນສິ່ງດຽວທີ່ທ່ານໃຊ້ ແຕ່ ທ່ານໃຊ້ມັນສ່ວນນຶ່ງ ເພື່ອຈະພະຍາຍາມຄາດຄະເນວ່າ ທ່ານຢຸ່ຫ່າງໄກຈາກ ຄົນນັ້ນ ຫລາຍປານໃດ.”

ສະຖາບັນ MIT ກໍາລັງເຮັດການທົດລອງເບິ່ງວ່າ ຈະເຮັດແນວໃດ ເພື່ອວັດ ແທກສັນຍານຢູ່ໃນຫລາຍໆ ສະຖານະການຕ່າງໆ ໄດ້ດີທີ່ສຸດ ເຊັ່ນສັນຍານ ຂອງ ບລູທູດ ຜ່ານອອກມາຈາກຝາ ດັ່ງນີ້ເປັນຕົ້ນ.

ທ່ານ ຊິສແມນ (Zissman) ກ່າວມ້ວນທ້າຍວ່າ:
“ທ່ານຮູ້ບໍ່ ມັນມີບໍ່ຫຍັງບໍ ຫລືມັນມີສິ່ງຕ່າງໆຢູ່ຂັ້ນຫວ່າງກາງຂອງພວກເຮົາ. ຈະແມ່ນອັນໃດກໍຕາມ. ມັນມີຜ້າປິດປາກບໍ່? ມັນມີຝາບໍ່? ມັນມີແກ້ວແຜ່ນນຶ່ງ ບໍ່? ພວກເຮົາທຸກຄົນຫັນໜ້າໄປທາງທິດດຽວກັນບໍ່? ສິ່ງຕ່າງໆເຫລົ່ານັ້ນ ລ້ວນແຕ່ ມີຄວາມສໍາຄັນ. ພວກເຮົາຕ້ອງໄດ້ວັດແທກສິ່ງນັ້ນໆ ເຊັ່ນກັນ. ແລະ ອັນນັ້ນ ມັນຍາກຫລາຍ.”

ຢູ່ໃນຕົວແບບທີ່ສະເໜີມາໂດຍບໍລິສັດ Apple, Google ແລະບໍລິສັດອື່ນໆ, ບໍ່ໄດ້ ມີການບອກຊື່, ບໍ່ໄດ້ບອກສະຖານທີ່ໃຫ້ຄົນຮູ້. ຂໍ້ມູນຂອງສັນຍານ ເຕືອນໄພ ແມ່ນບັນຈຸຢູ່ ໃນໂທລະສັບສ່ວນຕົວຂອງຄົນນັ້ນ, ເຮັດໃຫ້ມັນເປັນ ເປົ້າໝາຍຂອງ ພວກລັກເຈາະຂໍ້ມູນໜ້ອຍກວ່າ ການທີ່ເຈົ້າໜ້າທີ່ການແພດຂອງ ລັດຖະບານເກັບຮັກສາຂໍ້ມູນນັ້ນໄວ້.

ແນ່ນອນ ໂທລະສັບຢູ່ໃນຖົງເສື້ອ ຖົງໂສ້ງຂອງທ່ານຈະບໍ່ບອກທ່ານໄດ້ວ່າ ທ່ານມີໄວຣັສນັ້ນຫລືບໍ່. ແຕ່ວ່າ ການໃຊ້ເຄື່ອງສືບທາວຫາຄົນທີ່ມີການຕິດຕໍ່ ສໍາພັດກັບຄົນເປັນພະຍາດນີ້ ມີບົດບາດສໍາຄັນຫລາຍ ເມື່ອສັງຄົມໄດ້ເປີດ ໃຫ້ຄົນໄປມາຫາສູ່ກັນອີກ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG