ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ທີ່ໄດ້ຮັບການປົກປ້ອງຊົ່ວຄາວ ຫຼື TSP ຊອກຫາຖານະຄົນເຂົ້າເມືອງ ທີ່ຖາວອນຫຼາຍຂຶ້ນ


ບັນດາຜູ້ສະໜັບສະໜູນປະຕິຮູບຄົນເຂົ້າເມືອງ ພາກັນເດີນຂະບວນ ໃນຂະນະຮຽກຮ້ອງຫາທາງຜ່ານ ໄປສູ່ການເປັນສັນຊາດ ແລະສິ້ນສຸດການຖືກຄຸກ ແລະການເນລະເທດ ເມື່ອວັນທີ 28 ເມສາ 2021 ທີ່ນະຄອນຫຼວງວໍຊິງຕັນ.
ບັນດາຜູ້ສະໜັບສະໜູນປະຕິຮູບຄົນເຂົ້າເມືອງ ພາກັນເດີນຂະບວນ ໃນຂະນະຮຽກຮ້ອງຫາທາງຜ່ານ ໄປສູ່ການເປັນສັນຊາດ ແລະສິ້ນສຸດການຖືກຄຸກ ແລະການເນລະເທດ ເມື່ອວັນທີ 28 ເມສາ 2021 ທີ່ນະຄອນຫຼວງວໍຊິງຕັນ.

ນາງໂຣສ ຕິລັສ ມີອາຍຸໄດ້ 17 ປີ ເວລາຄອບຄົວຂອງລາວ ສົ່ງລາວຈາກປະ ເທດເຮຕີມາຢູ່ກັບພີ່ນ້ອງຄົນນຶ່ງໃນລັດຟລໍຣິດາ. ພໍ່ແມ່ຂອງນາງຕິລັສຢ້ານລາວ
ບໍ່ມີຄວາມປອດໄພເພາະຄວາມວຸ້ນວາຍທາງດ້ານການເມືອງແລະຄວາມຄວາມ ບໍ່ສະຫງົບຢູ່ໃນເຮຕີໃນເວລານັ້ນ. ນາງໄດ້ປະອ້າຍເອື້ອຍນ້ອງສີ່ຄົນໄວ້ເບື້ອງຫຼັງ.

ນັ້ນແມ່ນເມື່ອ 20 ປີກ່ອນ.

ໃນທຸກມື້ນີ້ ນາງຕິລັສ ຍັງຢູ່ໃນຄວາມຢ້ານ. ແຕ່ວ່າເທື່ອນີ້ແມ່ນພົວພັນກັບເລື້ອງ ຖານະຄົນເຂົ້າເມືອງຂອງລາວເອງ ຢູ່ໃນສະຫະລັດ.

ນາງຕິລັສໄດ້ກ່າວວ່າ “ຄວາມຄິດຂອງຂ້າພະເຈົ້າໃນແຕ່ລະມື້ແມ່ນ ‘ເຮັດຢ່າງໃດ ຖ້າຫາກວ່າ ຂ້າພະເຈົ້າຖືກເນລະເທດ? ເຮັດຢ່າງໃດ ຖ້າຫາກຂ້າພະເຈົ້າຖືກສົ່ງ ກັບຄືນ?’ ດັ່ງນັ້ນ ມັນຈຶ່ງຢູ່ໃນຫົວ ຂອງຂ້າພະເຈົ້າສະເໝີ. ຂ້າພະເຈົ້າຈະເຮັດ ຢ່າງໃດ?”

ນາງຕິລັສ ແມ່ນນຶ່ງໃນຊາວຕ່າງປະເທດຫຼາຍກວ່າ 300,000 ຄົນ ຢູ່ໃນສະຫະລັດ ຜູ້ມີ
ຖານະຖືກປົກປ້ອງຊົ່ວຄາວ ຫຼື TSP. ຖານະດັ່ງກ່າວໄດ້ອະນຸຍາດໃຫ້ ຊາວເຮຕີ ແລະ
ຈາກອີກ 11 ປະເທດ ຜູ້ທີ່ມີຄຸນສົມບັດເໝາະສົມບາງຢ່າງເພື່ອ ປົກປ້ອງ ຈາກການຖືກ
ເນລະເທດ ແລະໄດ້ຮັບໃບອະນຸຍາດໃຫ້ເຮັດວຽກ. ແຕ່ ເຖິງຢ່າງໃດກໍຕາມມັນບໍ່ໄດ້ເປີດ
ເສັ້ນທາງໃຫ້ເຂົາເຈົ້າໄປສູ່ການໄດ້ຮັບອະນຸຍາດໃຫ້ຢູ່ຢ່າງເປັນການຖາວອນ ແລະເປັນ
ສັນຊາດສະຫະລັດໄດ້.

ໂດຍຄວາມໝາຍແລ້ວ TPS ໄດ້ອອກໃຫ້ ເພື່ອເປັນການປົກປ້ອງຊົ່ວຄາວທາງດ້ານມະ
ນຸດສະທຳ. ຊຶ່ງເວລານັ້ນ ລັດຖະມົນຕີກະຊວງຮັກສາຄວາມປອດໄພ ພາຍໃນ ທ່ານຈອນ
ແຄລລີ ໄດ້ໃຫ້ຂໍ້ສັງເກດໃນປີ 2017 “TPS ດັ່ງທີ່ໄດ້ຮ່າງ ຂຶ້ນມາເປັນກົດໝາຍ ແມ່ນມີລັກ
ສະນະເພື່ອໃຫ້ໃຊ້ຊົ່ວຄາວ ແລະບັນດາຜູ້ໄດ້ຮັບ ຜົນປະໂຫຍດ ກໍຄວນວາງແຜນໃຫ້ສອດ
ຄ່ອງ ຊື່ງຖານະນີ້ອາດຈະສິ້ນສຸດລົງ.”

ແຕ່ສຳລັບຫຼາຍຄົນແລ້ວ ຖານະດັ່ງກ່າວແມ່ນໄດ້ຮັບການຕໍ່ຊໍ້າແລ້ວຊໍ້າອີກ ໃນລະຫວ່າງເວລາທີ່ໃຊ້ຊີວິດຢູ່ໃນສະຫະລັດ. ໃນກໍລະນີ ຂອງນາງຕິລັສນີ້ ລາວ ໄດ້ກາຍມາເປັນາງພະຍາບານຮັບໃຊ້ຢູ່ແຖວໜ້າຮັບມືກັບການແຜ່ລະບາດຂອງ ໄວຣັສໂຄໂຣນາ ແລະໄດ້ຮັບປະລິນຍາໂທ.

ຫຼັງຈາກຫຼາຍກວ່ານຶ່ງທົດສະວັດຂອງການຕໍ່ອາຍຸຫຼາຍໆຄັ້ງພາຍໃຕ້ລັດຖະບານສະຫະລັດ ທີ່ແຕກຕ່າງກັນ ນາງຕິລັສ ໄດ້ກ່າວຕໍ່ວີໂອເອ ວ່າ ນາງມີຄວາມຮູ້ ສຶກຄືກັບວ່າ ນາງຕົກລົງໄປໃນຂຸມ “ທີ່ບໍ່ສາມາດຂຶ້ນມາໄດ້.”

Today, Tilus still lives in fear. But this time it revolves around her immigration status in the United States.

“My day-to-day thinking is, ‘What if I'm deported? What if I'm sent back?’ So that's always in the back of my head. What would I do?” Tilus said.

Tilus is among more than 300,000 foreign nationals living in the U.S. who have Temporary Protected Status (TPS). The designation allows Haitians and those of 11 other nations who meet certain requirements to be shielded from deportation and obtain a work permit. It does not, however, give them a path to permanent residency and U.S. citizenship.

By definition, TPS was designed as a temporary humanitarian protection. As then-Homeland Security Secretary John Kelly noted in 2017, "TPS as enacted in law is inherently temporary in nature, and beneficiaries should plan accordingly that this status may finally end.”

But for many, that status has been extended and renewed repeatedly, during which time lives have been built in the United States. In Tilus’ case, she has become a nurse, serving on the front lines against the coronavirus pandemic, and earned a master’s degree.

After more than a decade of living renewal-to-renewal under different U.S. administrations, Tilus told VOA she feels like she is stuck in a hole “unable to come up.”

XS
SM
MD
LG