ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກທຸລະກິດການທ່ອງທ່ຽວໃນ ລາວ ຈຳເປັນຈະຕ້ອງໄດ້ຮັບ ການປັບປຸງທາງດ້ານບໍລິການ ແລະ ການຄິດໄລ່ ຄ່າທຳນຽມຕ່າງໆ ຢ່າງເໝາະສົມ


ປະຕູໄຊ, ນະຄອນຫຼວງ ວຽງຈັນ.
ປະຕູໄຊ, ນະຄອນຫຼວງ ວຽງຈັນ.

ພາກທຸລະກິດການທ່ອງທ່ຽວໃນ ລາວ ຈຳເປັນຈະຕ້ອງໄດ້ຮັບການປັບປຸງທາງດ້ານບໍລິການ ແລະ ການຄິດໄລ່ຄ່າທຳນຽມຕ່າງໆຢ່າງເໝາະສົມ ແລະ ສອດຄ່ອງກັບສະພາວະເສດຖະກິດຕົວຈິງໃນ ລາວ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຖະ ແຫຼງວ່າລັດຖະບານ ລາວ ຈະເລັ່ງການພັດທະນາພາກທຸລະກິດການທ່ອງທ່ຽວ ແລະ ບໍລິການໃຫ້ໄດ້ລະດັບມາດຕະຖານສາກົນຢ່າງແທ້ຈິງໃຫ້ໄວທີ່ສຸດ ດ້ວຍຄາດຫວັງວ່ານັກທ່ອງທ່ຽວຊາວຕ່າງຊາດ ຈະເດີນທາງມາ ລາວ ຫຼາຍຂຶ້ນໂດຍສະເພາະແມ່ນພາຍຫຼັງຈາກທີ່ສາມາດຄວບຄຸມການລະ ບາດຂອງເຊື້ອໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ຊຶ່ງເມື່ອສົມທົບດ້ວຍການເປີດການເດີນລົດໄຟທີ່ເຊື່ອມຕໍ່ລະຫວ່າງ ລາວ ກັບ ຈີນ ໃນທ້າຍປີ 2021 ນີ້ຈຶ່ງຄາດວ່າຈະມີນັກທ່ອງທ່ຽວ ຈີນ ເດີນທາງມາ ລາວ ເກີນກວ່າ 1 ລ້ານຄົນໃນປີທຳອິດຂອງການເດີນລົດໄຟ ລາວ-ຈີນ ທັງຍັງຄາດໝາຍວ່າຈະເພີ່ມຂຶ້ນເກີນກວ່າ 25 ເປີເຊັນຕໍ່ປີອີກດ້ວຍ.

ທັງນີ້ທາງການ ລາວ ໄດ້ວາງແຜນການພັດທະນາພາກທຸລະກິດການທ່ອງທ່ຽວ ແລະ ບໍລິການໃນ ຕະຫຼອດເສັ້ນທາງລົດໄຟ ລາວ-ຈີນ ຢູ່ໃນ ລາວ ທີ່ມີໄລຍະທາງຍາວເຖິງ 414 ກິໂລແມັດ ຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຜ່ານແຂວງອຸດົມໄຊ, ຫຼວງພະບາງ ແລະ ແຂວງວຽງຈັນ ມາທີ່ນະຄອນ ຫຼວງວຽງຈັນນັ້ນ ກໍຄືພື້ນທີ່ເປົ້າໝາຍທີ່ທາງການ ລາວ ຈະສົ່ງເສີມການລົງທຶນທັງພາຍໃນ ແລະ ຈາກຕ່າງປະເທດ ເພາະໝັ້ນໃຈວ່າ ການເປີດການເດີນລົດໄຟ ລາວ-ຈີນ ທີ່ກຳນົດຈະມີຂຶ້ນໃນວັນທີ 2 ທັນວາ 2021 ນີ້ຍ່ອມຈະເຮັດໃຫ້ມີນັກທ່ອງທ່ຽວຕ່າງຊາດເດີນທາງມາ ລາວ ເພີ່ມຂຶ້ນນັ້ນເອງ ດັ່ງທີ່ທ່ານ ອຸ່ນທວງ ໄດ້ໃຫ້ການຢືນຢັນວ່າ

“ພາຍຫຼັງທີ່ສຳເລັດເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້ ແນ່ນອນແຫຼະຂະແໜງການທ່ອງທ່ຽວພວກເຮົາຈະໄດ້ຮັບການພັດທະນາຂຶ້ນອີກກ້າວນຶ່ງ ອັນນີ້ມັນເປັນທາງເລືອກນຶ່ງ ແລະ ເປັນຮູບແບບນຶ່ງຂອງການເດີນທາງ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວໄດ້ໃຊ້ເວລາທີ່ສັ້ນລົງ ແລະ ໃຊ້ເວລາທີ່ມັນຖືກເວ ລາຂອງນັກທ່ອງທ່ຽວ ແລະ ຈະບໍ່ໄດ້ເສຍເວລາໃນການເດີນທາງ ນັກທ່ອງທ່ຽວຈະຜ່ານຕາມບັນດາເສັ້ນທາງທີ່ທາງລົດໄຟຜ່ານຫັ້ນ ກໍຈະໄດ້ສຳຜັດແລ້ວກໍໄດ້ທ່ຽວຊົມຕາມສະຖານທີ່ທ່ອງທ່ຽວຕ່າງໆ ໃນຂອບເຂດຫຼືວ່າຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້ ສະນັ້ນພວກເຮົາກະກຳລັງສ້າງແຜນຍຸດທະສາດພັດທະນາການທ່ອງທ່ຽວຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້.”

ທັງນີ້ອົງການທ່ອງທ່ຽວໂລກປະເມີນວ່າ ນັກທ່ອງທ່ຽວສາກົນທີ່ເດີນທາງໃນຕະຫຼອດປີ 2020 ໄດ້ຫຼຸດລົງເຖິງ 80 ເປີເຊັນ ຊຶ່ງກະທົບຕໍ່ການຈ້າງງານໃນຂະແໜງການທ່ອງທ່ຽວຫຼາຍກວ່າ 120 ລ້ານຄົນໃນທົ່ວໂລກ ແລະ ເຮັດໃຫ້ລາຍຮັບໃນພາກບໍລິການ ແລະ ທ່ອງທ່ຽວຫຼຸດລົງເຖິງ 1,200 ຕື້ໂດ ລາ ໃນນີ້ກໍລວມເຖິງການສູນເສຍລາຍຮັບຂອງພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ທີ່ຄິດເປັນມູນຄ່າກວ່າ 700 ລ້ານໂດລາດ້ວຍ ແຕ່ທາງການ ລາວ ກໍຫວັງວ່າພາກທຸລະກິດບໍລິການ ແລະ ທ່ອງທ່ຽວຈະກັບຄືນມາຟື້ນຕົວໄດ້ເມື່ອທົ່ວໂລກສາມາດຄວບຄຸມການລະບາດຂອງໄວຣັສ. COVID-19 ໄດ້ຢ່າງຄັກແນ່ແລ້ວ ແຕ່ວ່າໃນຂະນະດຽວກັນ ພາກທຸລະກິດການທ່ອງທ່ຽວໃນ ລາວ ຍັງຈະຕ້ອງໄດ້ຮັບການພັດທະນາ-ປັບປຸງຄຸນນະພາບດ້ານບໍລິການ ແລະ ການຄິດໄລ່ຄ່າທຳນຽມຕ່າງໆຢ່າງເໝາະສົມ ເພາະມີຫາງສຽງວ່າຄ່າໃຊ້ຈ່າຍເພື່ອການທ່ອງທ່ຽວໃນ ລາວ ສູງກວ່າປະເທດເພື່ອນບ້ານ ດັ່ງທີ່ນັກທ່ອງທ່ຽວພາຍໃນ ລາວ ເອງໄດ້ໃຫ້ການຢືນຢັນວ່າ

“ແຕ່ລະແຂວງຫັ້ນດຽວນີ້ພັດທະນາໝົດແລ້ວ ມີໝົດບ່ອນທ່ອງທ່ຽວທຳມະຊາດ ຫຼືວ່າບ່ອນທ່ອງ ທ່ຽວວັດທະນະທຳຕ່າງໆ ແຕ່ວ່າບ່ອນມັນບໍ່ດີຫັ້ນນະ ນຶ່ງລະແມ່ນເກັບຄ່າຝາກລົດ, ສອງລະກະຢາກໃຫ້ຫຼຸດຄ່າເກັບປີ້ເຂົ້າໄປຊົມ ຢ່າສຸເອົາແພງຫຼາຍ ບັດນີ້ອາຫານການກິນກະໄປຊື້ຢູ່ຫັ້ນຢູ່ ມັນໝົດເງິນຫຼາຍເດ້ນິນະ ພວກບໍ່ມີມັນກະບໍ່ຢາກໄປຫັ້ນແຫຼະ ອັນນີ້ໃຫ້ເບິ່ງຄືນກ່ຽວກັບໂຕນີ້ນະ ເນັ້ນເລື່ອງອາຫານອີກກະໃຫ້ມັນສະອາດ ບໍ່ແມ່ນ 2-3 ມື້ຍັງມາຂາຍ ແມງວັນຕອມ ມັນບໍ່ໄດ້ແບບນີ້.”

ອີງຕາມລາຍງານກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລະບຸວ່າ ການລະບາດຂອງໄວຣັສ COVID-19 ໄດ້ເຮັດໃຫ້ໜ່ວຍທຸລະກິດໃນພາກບໍລິການ ແລະ ທ່ອງທ່ຽວຈຳນວນຫຼາຍພາກັນຂໍເລື່ອນການຊໍາລະໜີ້ຄືນໃຫ້ທະນາຄານ ໂດຍໃນນີ້ລວມເຖິງກິດຈະການໂຮງແຮມ, ບ້ານ ພັກ 2,920 ແຫ່ງ, ບໍລິສັດທ່ອງທ່ຽວ 575 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວຂອງເອກະຊົນ 809 ແຫ່ງໃນທົ່ວປະເທດ ລາວ.

XS
SM
MD
LG