ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມູນຄ່າການລົງທຶນ ທັງພາຍໃນ ແລະ ຈາກຕ່າງປະເທດ ໃນລາວ ເພີ້ມຂຶ້ນ ຫຼາຍກວ່າ 25 ຕື້ດອນລາ


ບໍລິສັດເອກະຊົນຈີນ ໄດ້ຣັບສຳປະທານ ໂຄງການກໍ່ສ້າງເຂື່ອນນ້ຳທາ 1.
ບໍລິສັດເອກະຊົນຈີນ ໄດ້ຣັບສຳປະທານ ໂຄງການກໍ່ສ້າງເຂື່ອນນ້ຳທາ 1.

ມູນຄ່າການລົງທຶນສະສົມທັງພາຍໃນ ແລະຈາກຕ່າງປະເທດ
ໃນລາວ ເພີ້ມຂຶ້ນເປັນຫຼາຍກວ່າ 25,000 ລ້ານດອນລາ ໃນ
ຈຳນວນ 4,500 ກວ່າໂຄງການ ໂດຍກຸ່ມທຸລະກິດຈີນ ຍັງເປັນ
ຜູ້ລົງທຶນຫຼາຍທີ່ສຸດ ເປັນອັນດັບ 1.


ທ່ານບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະການລົງທຶນ
ໄດ້ຖະແຫລງຕໍ່ກອງປະຊຸມສຸດຍອດ ທາງດ້ານທຸລະກິດ ແລະການລົງທຶນຄັ້ງທີ 11
ລະຫວ່າງ ຈີນ ກັບອາຊ່ຽນ ທີ່ຈັດຂຶ້ນເມື່ອບໍ່ນານມານີ້ ຢູ່ເມືອງໜານໜິງ ມົນທົນກວາງສີ
ຂອງຈີນ ວ່າ ການລົງທຶນຢູ່ໃນລາວ ໄດ້ຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງໂດຍນັບຈາກ
ປີ 1988 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ກໍປາກົດວ່າ ມີການລົງທຶນ ທັງພາຍໃນ ແລະ
ຈາກຕ່າງປະເທດ ຄິດເປັນມູນຄ່າລວມກັນ ຫຼາຍກວ່າ 25,200 ລ້ານດອນລາ ໃນ 4,500
ກວ່າໂຄງການ.

ທັງນີ້ ໂດຍກຸ່ມທຸລະກິດຈີນຍັງຄອງອັນດັບທີ 1 ໃນຖານະຜູ້ລົງທຶນ ຫຼາຍທີ່ສຸດໃນລາວ ຊຶ່ງ
ນັບເປັນປີທີ 8 ຕິດຕໍ່ກັນ ດ້ວຍມູນຄ່າການລົງທຶນ ລວມເກີນກວ່າ 6,500 ລ້ານດອນລາ
ໃນຈຳນວນ 755 ໂຄງການ ທີ່ນອນຢູ່ໃນ 14 ພາກການລົງທຶນ ໂດຍສ່ວນໃຫຍ່ເປັນການ
ລົງທຶນ ໃນພາກພະລັງງານ ກະສິກຳ ອຸດສາຫະກຳຂຸດຄົ້ນແຮ່ທາດ ຫັດຖະກຳ ແລະພາກ
ບໍລິການ ຕາມລຳດັບ.

ໂດຍສະເພາະໃນຊ່ວງ 9 ເດືອນຂອງແຜນການປີ 2013-2014 ນີ້ ກໍມີການລົງທຶນ ຈາກ
ຕ່າງປະເທດເຂົ້າມາໃນລາວເຖິງ 713 ໂຄງການ ມີມູນຄ່າລົງທຶນລວມ 3,060 ລ້ານດອນລາ
ແລະສ່ວນໃຫຍ່ ກໍເປັນ ການລົງທຶນ ໃນພາກທຸລະກິດທົ່ວໄປ ກັບພາກພະລັງງານ ດັ່ງທີ່
ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນໄດ້ຖະແຫລງ
ໃຫ້ການຊີ້ແຈງວ່າ:

ບໍລິສັດເອກະຊົນຫວຽດນາມ ໄດ້ຣັບສຳປະທານ ໂຄງການກໍ່ສ້າງເຂື່ອນເຊຂະໝານ 3.
ບໍລິສັດເອກະຊົນຫວຽດນາມ ໄດ້ຣັບສຳປະທານ ໂຄງການກໍ່ສ້າງເຂື່ອນເຊຂະໝານ 3.

“ຂະແໜງການທີ່ມີການລົງທຶນຫຼາຍ ກໍແມ່ນຂະແໜງການ
ລົງທຶນທົົ່ວໄປ ທີ່ມີ 686 ໂຄງການ ມູນຄ່າ 2,600 ລ້ານ
ດອນລາ ຕໍ່ລົງມາແມ່ນ ຂະແໜງການພະລັງໄຟຟ້າ ຂະແໜງ
ບໍ່ແຮ່ ໂຄງການທີ່ພົ້ນເດັ່ນ ກໍມີຫຼາຍໂຄງການ ເປັນຕົ້ນໂຄງ
ການ ເຂື່ອນໄຟຟ້ານ້ຳໄຜ່ ມີມູນຄ່າ 218 ລ້ານດອນລາ.”

ໂດຍການລົງທຶນ ຂອງຕ່າງປະເທດໃນລາວ ດັ່ງກ່າວນີ້ ເຖິງແມ່ນ
ວ່າ ຈະມີມູນຄ່າລວມເກີນກວ່າແຜນການປີເຖິງ 45 ເປີເຊັນແລ້ວ
ກໍຕາມ ຫາກແຕ່ວ່າການນຳເງິນທຶນຕົວຈິງ ເຂົ້າມາໃນລາວນັ້ນ
ຍັງມີມູນຄ່າລວມ ພຽງ 396 ລ້ານດອນລາ ຫຼືປະມານ 3,648 ຕື້ກີບ
ຊຶ່ງຄິດເປັນພຽງ ບໍ່ເຖິງ 13 ເປີເຊັນຂອງມູນຄ່າລົງທຶນທັງໝົດ
ເທົ່ານັ້ນ.

ສຳຫລັບພາກທຸລະກິດ ທີ່ບັນດາບໍລິສັດເອກະຊົນຕ່າງຊາດໄດ້ພາກັນ ລົງທຶນຫຼາຍທີ່ສຸດ
ກໍແມ່ນພາກພະລັງງານໄຟຟ້າ ການສຳຫລວດແລະຂຸດຄົ້ນແຮ່ທາດ ພາກກະສິກຳ ໂຮງແຮມ
ແລະບໍລິການ ອຸດສາຫະກຳ ແລະຫັດຖະກຳ ຊຶ່ງໄດ້ປະກອບສ່ວນ ຢ່າງສຳຄັນເຮັດໃຫ້
ເສດຖະກິດລາວ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍເຖິງ 7.5 ເປີເຊັນ ຕໍ່ປີໃນ
ຕະຫລອດລະຍະກວ່າ 10 ປີມານີ້.

ນອກຈາກບັນດາບໍລິສັດຈີນດັ່ງກ່າວແລ້ວ ບັນດາບໍລິສັດຍີ່ປຸ່ນ ກໍເປັນ ພາກສ່ວນໜຶ່ງ ທີ່
ມີການເພີ້ມມູນຄ່າລົງທຶນໃນລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍຜູ້ຊ່ຽວຊານທາງເສດຖະກິດ
ຊາວຍີ່ປຸ່ນ ປະເມີນວ່າການລົງທຶນ ຂອງ ບັນດາບໍລິສັດຍີ່ປຸ່ນ ໃນລາວຈະເພີ້ມຂຶ້ນ ຢ່າງ
ວ່ອງໄວໃນລະຍະ 2 ປີ ຕໍ່ໄປນີ້ ຊຶ່ງຈະເຮັດໃຫ້ບັນດາ ບໍລິສັດຍີ່ປຸ່ນກາຍເປັນ ຜູ້ລົງທຶນ
ລາຍໃຫຍ່ ອັນດັບ 4 ຮອງຈາກຈີນ ຫວຽດນາມ ແລະໄທ ພາຍໃນປີ 2015 ອັນເປັນປີທີ
10 ປະເທດສະມາຊິກອາຊ່ຽນ ຈະກາຍເປັນ ປະຊາຄົມໜຶ່ງ ດຽວກັນ.

ຍິ່ງ​ໄປ​ກວ່າ​ນັ້ນ ຜູ້​ຊ່ຽວຊານ​ທາງ​ເສດຖະກິດ​ຊາວ​ຍີ່ປຸ່ນ ກໍ​ຍັງ​ໄດ້ໃຫ້ການຢືນຢັນ​ດ້ວຍ​ວ່າ
ການ​ລົງທຶນ​ຂອງ​ບັນດາ​ບໍລິສັດ​ຍີ່ປຸ່ນ​ໃນ​ລາວ ຈະ​ເນັ້ນໜັກ​ໃນ​ພາກ​ອຸດສາຫະກຳ​ແປ​ຮູບ
​ສິນຄ້າ​ກະສິກຳ ​ແລະ​ໃນ​ພາກ​ບໍລິການ ທີ່​ສາມາດ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ລາວ ​ໄດ້ຫຼາຍກວ່າ​ການ​ລົງທຶນ​ໃນ​ດ້ານ​ອື່ນໆ ​ໃນ​ລາວ​ທີ່​ເນັ້ນໜັກ​ໃນ​ດ້ານ​ການ​ພັດທະນາ​ທີ່​ດິນ ​ເຊັ່ນ​ສະໜາມ​ບິນ​ກ໊ອບຟ໌ ທີ່​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ລາວ​ໄດ້​ຢ່າງ​ຈຳກັດ ຊຶ່ງ​ກໍ​ນັບ​ເປັນ​ສາ​ເຫດ​ສຳຄັນ​ປະການ​ໜຶ່ງ​ທີ່​ເຮັດ​ໃຫ້​ຄົນ​ລາວ​ຕ້ອງ​ພາກັນ​ເດີນທາງ​ໄປ​ລັກລອບ​ທຳ​ງານ​ຢູ່​ໃນ​ໄທ ຫຼາຍຂຶ້ນນັບ​ມື້.

​ໂດຍ​ໃນ​ປັດຈຸບັນ ຍີ່ປຸ່ນ​ໄດ້​ລົງທຶນ​ໃນ​ລາວ​ຄິດ​ເປັນ​ມູນ​ຄ່າ​ລວມ 548 ລ້ານ​ດອນ​ລາ ​ໃນ 104 ​ໂຄງການ ​ແລະ​ຈັດ​ເປັນອັນ​ດັບ​ທີ 7 ຂອງ​ການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ​ທັງ​ໝົດ​ໃນ​ລາວ.

XS
SM
MD
LG