ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ການ​ທູດ​ລະ​ດັບ​ສູງ ສະ​ຫະ​ລັດ ແລະ ຈີນ ຈັດ​ການ​ສົນ​ທະ​ນາ​ກັນ​ທາງ​ໂທ​ລະ​ສັບ


ພາບນີ້​ຖືກ​ສ້າງ​ຂຶ້ນ​ໃນ​ວັນ​ທີ 13 ມິ​ຖຸ​ນາ 2023, ຈາກ​ຊ້າຍ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຈິນ ກາງ ແລະ ຂວາ ແມ່ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ
ບ​ລິງ​ເຄັນ.
ພາບນີ້​ຖືກ​ສ້າງ​ຂຶ້ນ​ໃນ​ວັນ​ທີ 13 ມິ​ຖຸ​ນາ 2023, ຈາກ​ຊ້າຍ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຈິນ ກາງ ແລະ ຂວາ ແມ່ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ແລະ ຄູ່​ຮ່ວມ​ຕຳ​ແໜ່ງຂອງ​ທ່ານ​ຈາກ ຈີນ ທ່ານ ຈິນ ກາງ ໄດ້​ລົມ​ກັນ​ທາງ​ໂທ​ລະ​ສັບ ເມື່ອ​ແລງວັນ​ອັງ​ຄານ​ວານນີ້ ກ່ອນ​ການ​ຢ້ຽມ​ຢາມ ປັກ​ກິ່ງ ທີ່​ຄາດ​ວ່າ​ ຈະ​ມີ​ຂຶ້ນ​ໂດຍ​ທ່ານ ບ​ລິງ​ເຄັນ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່ານັກ​ການ​ທູດ​ທັງ​ສອງ​ຄົນ​ນັ້ນ​ໄດ້​ລົ​ມ​ກັນ ກ່ຽວ​ກັບ “ຄວາມ​ພະ​ຍາ​ຍາມ​ທີ່​ຍັງ​ດຳ​ເນີນ​ຢູ່ ​ເພື່ອ​ຮັກ​ສາ​ຊ່ອງ​ທາງ​ທີ່​ເປີດ​ກວ້າງ ກ່ຽວ​ກັບ ການ​ສື່​ສານ ພ້ອມ​ກັບ​ບັ​ນ​ຫາ​ສອງ​ຝ່າຍ ແລະ ທົ່ວ​ໂລກ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ກ່າວ​ເພີ່ມ​ເຕີ​ມ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ທ່ານ ບ​ລິງ​ເຄັ​ນ “ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ໃຊ້​ການ​ພົວ​ພັນ​ທາງ​ການ​ທູດ ​ເພື່ອ​ຍົກເອົາ​ບັນ​ຫາຫຼາຍ​ຂົງ​ເຂດ ພ້ອມ​ກັບ​ຂົງ​ເຂດ​ຕ່າງໆ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ຮ່ວມ​ມື ຂຶ້ນ​ມາ​ໂອ້​ລົມ​ກັນ.”

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ກ່ຽວ​ກັບ ການ​ລົມ​ໂທ​ລະ​ສັບ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ທ່ານ ຈິນ ໄດ້​ບອກ​ທ່ານ ບ​ລິງ​ເຄັນ​ ວ່າ ສະ​ຫະ​ລັດ ຈະ​ຢຸດ​ການ​ແຊກ​ແຊງ​ບັນ​ຫາ​ຂອງ ຈີນ ແລະ ທຳ​ລາຍ​ຄວາມ​ປອ​ດ​ໄພ​ ແລະ ຜົນ​ປະ​ໂຫຍດ​ໃນ​ການ​ພັດ​ທະ​ນາ​ຂອງ ຈີນ. ກະ​ຊວງ​ນັ້ນ ​ຍັງ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຫວັງ​ວ່າ ສະ​ຫະ​ລັດ ຈະ​ເຮັດ​ວຽກ​ກັບ ຈີນ ເພື່ອ​ຈັດ​ການ ​ກັບ​ຄວາມບໍ່​ເຫັນ​ພ້ອມ​ຕ່າງໆ ແລະ ສົ່ງ​ເສີມ​ການ​ຮ່ວມ​ມື.

ທ່ານ ບ​ລິງ​ເຄັນ ໄດ້​ຍົກ​ເລີມ​ແຜນ​ການ​ຢຽມ​ຢາມ​ ຈີນ ທີ່​ຖືກວາງ​ແຜນ​ໄວ້ ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ ທີ່​ລວມ​ມີ​ບາ​ລ​ລູນ​ສອດ​ແນມ​ຂອງ ຈີນ ​ບິນ​ຢູ່​ເໜືອ​ທ້ອງ​ຟ້າ ສະ​ຫະ​ລັດ ແລະ ການ​ຄັດ​ຄ້ານໂດຍ ​ຈີນ ຕໍ່​ການ​ສະ​ໜັບ​ສະ​ໜູນ ໄຕ້​ຫວັນ ຂອງ ສະ​ຫະ​ລັດ. ກະ​ຊວງ​ການ​ຕ່າງ​ປະ​ເທດບໍ່​ໄດ້​ປະ​ກາດ​ການ​ຢ້ຽມ​ຢາມ​ທົດ​ແທນ, ແຕ່​ເຂົາ​ເຈົ້າ​ຄາດ​ວ່າ​ຈະ​ເກີດ​ຂຶ້ນໃນ​ໄວ​ໆ​ນີ້.

U.S. Secretary of State Antony Blinken and his Chinese counterpart Qin Gang spoke by telephone late Tuesday ahead of an expected visit by Blinken to Beijing.

Blinken tweeted that the two diplomats talked about “ongoing efforts to maintain open channels of communication as well as bilateral and global issues.”

State Department spokesperson Matthew Miller added in a statement that Blinken “made clear the U.S. would continue to use diplomatic engagements to raise areas of concern as well as areas of potential cooperation.”

A Chinese Foreign Ministry statement about the call said Qin told Blinken the United States should stop interfering in China’s affairs and undermining China’s security and development interests. The ministry also said it hopes the United States will work with China to manage differences and promote cooperation.

Blinken canceled a planned trip to China in February amid tensions that included a Chinese spy balloon flying over the United States and China’s objection to U.S. support of Taiwan. The State Department has not announced a makeup visit, but it is expected to happen soon.

XS
SM
MD
LG