ສານສູງສຸດຂອງອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ຣັດເຊຍ ຈົ່ງຍຸຕິການຮຸກຮານຢູເຄຣນໃນທັນທີ, ໃນຄໍາຕັດສິນຂັ້ນຕົ້ນ ທີ່ມີຜົນບັງຄັບໃຊ້ ແຕ່ອາດຈະຍາກໃນການຈັດຕັ້ງປະຕິບັດ. ນັກຂ່າວ VOA ລິຊາ ບຣາຍອັນ (Lisa Bryant) ມີລາຍງານເພີ້ມເຕີມຈາກນະຄອນຫຼວງປາຣີ ກ່ຽວກັບການພິຈາລະນາຄະດີ ໂດຍສານຍຸຕິທໍາລະຫວ່າງປະເທດ ທີ່ມີສຳນັກງານ ຕັ້ງຢູ່ໃນນະຄອນເຮກ (Hague), ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ຄໍາຕັດສິນເບຶ້ອງຕົ້ນທີ່ອ່ານໂດຍ ທ່ານນາງໂຈແອນ ໂດໂນຮີວ (Joan Donoghue), ເຊິ່ງເປັນປະທານຂອງສານຍຸຕິທໍາລະຫວ່າງປະເທດ ໄດ້ອ່ານຢ່າງເປັນການຈະແຈ້ງ ບໍ່ມີຄວາມຄຸມເຄືອໃດໆວ່າ:
“ສະຫະພັນຣັດເຊຍ ຈະຕ້ອງໂຈະການປະຕິບັດການທາງທະຫານ ທີ່ໄດ້ເລີ້ມຕົ້ນຂຶ້ນເມື່ອວັນທີ 24 ກຸມພາ 2022 ຢູ່ໃນດິນແດນຂອງ ຢູເຄຣນ ໃນທັນທີ.”
ທ່ານນາງ ຍັງໄດ້ກ່າວເຖິງຜົນກະທົບທາງດ້ານມະນຸດສະທໍາຂອງສົງຄາມທີ່ເພີ້ມສູງຂຶ້ນ.
ເຊິ່ງທ່ານນາງໄດ້ກ່າວຕື່ມວ່າ: “ທາງສານເອງ ແມ່ນຮັບຮູ້ໃນທັນທີເຖິງຂອບເຂດໄພພິບັດຂອງມະນຸດ ທີ່ກໍາລັງເກີດຂຶ້ນຢູ່ໃນ ຢູເຄຣນ ແລະມີຄວາມກັງວົນຢ່າງຫຼວງຫຼາຍກ່ຽວກັບການສູນເສຍຊີວິດ ແລະຄວາມທຸກທໍລະມານຂອງມວນມະນຸດທີ່ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ. ທາງສານໂລກ ມີຄວາມເປັນຫ່ວງຢ່າງສຸດຊຶ້ງ ຕໍ່ການໃຊ້ກໍາລັງທະຫານຂອງຣັດເຊຍ ຢູໃນ ຢູເຄຣນ, ເຊິ່ງເປັນບັນຫາທີ່ເພີ້ມຂຶ້ນຢ່າງຮ້າຍແຮງຕໍ່ກົດໝາຍລະຫວ່າງປະເທດ.”
ຜູ້ພິພາກສາຂອງສານຍຸຕິທໍາລະຫວ່າງປະເທດ ຫຼື ICJ ໄດ້ລົງຄະແນນສຽງ 13 ຕໍ່ 2 ໃນການສະໜັບສະໜຸນຕໍ່ການຕັດສິນນີ້ ເຊິ່ງມີຜູ້ພິພາກສາ 2 ຄົນ ທີ່ເປັນຝ່າຍກົງກັນຂ້າມນັ້ນ ແມ່ນໄດ້ຮັບການຊົມເຊີຍຈາກ ຣັດເຊຍ ແລະ ຈີນ.
ປະທານາທິບໍດີຂອງ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວຊື່ນຊົມຕໍ່ການຕັດສິນໃຈຂອງສານ ICJ ຢູ່ໃນທວິດເຕີ້, ໂດຍກ່າວວ່າ ສິ່ງນີ້ເທົ່າກັບສິ່ງທີ່ທ່ານຮ້ອງວ່າ “ໄຊຊະນະອັນສົມບູນ” ສໍາລັບຢູເຄຣນ ໃນກໍລະນີທີ່ໄດ້ຕໍ່ຕ້ານກັບ ຣັດເຊຍ. ທ່ານໄດ້ເຕືອນວ່າ ການບໍ່ໃສ່ໃຈຕໍ່ຄໍາເຕືອນຂອງສານໂລກນັ້ນ ຍິ່ງຈະເຮັດໃຫ້ຣັດເຊຍ ຢູ່ຢ່າງໂດດດ່ຽວອອກໄປຕື່ມອີກ.
ການຕັດສິນຄະດີຂອງສານ ICJ ເປັນພຽງການປະຕິບັດງານໃນເບື້ອງຕົ້ນຂອງສານໂລກ. ໃນຂະນະທີ່ມັນມີການຜູກມັດ, ມັນອາດຈະເປັນພຽງສັນຍາລັກແຫ່ງໄຊຊະນະສໍາລັບຢູເຄຣນ, ເນື່ອງຈາກມັນຈະມີຄວາມຫຍຸ້ງຍາກ ຖ້າຫາກວ່າເປັນ ໄປບໍ່ໄດ້ເລີຍ ໃນການຈັດຕັ້ງປະຕິບັດ.
ກີຢິບ ໄດ້ຍຶ່ນຄໍາຮ້ອງຕໍ່ສານ ICJ ໃນບໍ່ເທົ່າໃດມື້ ລຸນຫຼັງການຮຸກຮານຂອງຣັດເຊຍ ເມື່ອເດືອນແລ້ວນີ້, ເຊິ່ງໄດ້ທ້າທາຍຕໍ່ຂໍ້ຮຽກຮ້ອງຂອງຣັດເຊຍທີ່ວ່າ ການປະຕິບັດການຂອງຣັດເຊຍ ແມ່ນມີເປົ້າໝາຍ ເພື່ອຂັດຂວາງຕໍ່ການຂ້າລ້າງເຊື້ອຊາດເຜົ່າພັນ ຂອງພວກແບ່ງແຍກດິນແດນທີ່ສະໜັບສະໜຸນ ຣັດເຊຍ ຢູ່ທີ່ນັ້ນ.
ໂຕແທນຝ່າຍຣັດເຊຍ ບໍ່ໄດ້ເຂົ້າຮ່ວມການພິຈາລະນາຄະດີຂອງສານເມື່ອອາທິດທີ່ຜ່ານມາ. ແຕ່ມົສກູໄດ້ຕອບໂຕ້ວ່າສານ ICJ ບໍ່ຄວນກໍານົດມາດຕະການໃດໆ ແລະບໍ່ມີສິດອຳນາດໃນເລື້ອງນີ້.
ຄໍາຕັດສິນ ຂອງສານ ICJ ທັງໃນຂົງເຂດອໍານາດ ແລະຂໍ້ດີຂອງຄະດີດັ່ງກ່າວ ແມ່ນໜ້ອຍກວ່າກໍລະນີຂອງມັນເອງ ຊຶ່ງອາດຈະຕ້ອງໄດ້ໃຊ້ເວລາຫຼາຍເດືອນຫຼື ຫຼາຍປີ.