ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ສະ​ໝັກ​ແຂ່ງ​ຂັນ ເອົາ​ຕຳ​ແໜ່ງ ປະ​ທາ​ນາ​ທິບ​ໍ​ດີ ສໂລ​ວາ​ເກຍ ປະ​ເຊີນ​ໜ້າ​ກັນ ​ໃນ​ຂັ້ນ​ຊີ້​ຂາດ


​ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ສ​ໂລ​ວາ​ເກຍ ທ່ານ​ນາງ​ ຊູ​ຊານ​າ ກາ​ປູ​ໂຕວາ ກ່າວຄຳ​ປາ​ໄສ ​ຫຼັງ​ຈາກ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເທື່ອ​ທຳ​ອິດ ທີ່​ຄະ​ແນນ​ຍັງບໍ່​ເປັນ​ທາງ​ການ ວັນ​ທີ 16 ມີ​ນາ 2019.
​ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ສ​ໂລ​ວາ​ເກຍ ທ່ານ​ນາງ​ ຊູ​ຊານ​າ ກາ​ປູ​ໂຕວາ ກ່າວຄຳ​ປາ​ໄສ ​ຫຼັງ​ຈາກ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເທື່ອ​ທຳ​ອິດ ທີ່​ຄະ​ແນນ​ຍັງບໍ່​ເປັນ​ທາງ​ການ ວັນ​ທີ 16 ມີ​ນາ 2019.

ທ່ານ​ນາງ ​ຊູ​ຊາ​ນາ ກາ​ປູ​ໂຕວາ ​ໃນ​ວັນ​ອາ​ທິດ​ມື້​ນີ້ ໄດ້​ປາ​ກົດ​ເປັນ​ຜູ້​ລົງ​ແຂ່ງ​ຈ​ຂັນ​ທີ່​ມີ​ຄະ
​ແນນ​ສູງ​ສຸດ ໃນ​ຮອບ​ທຳ​ອິດຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີສ​ໂລ​ວາ​ເກຍ.

ດ້ວຍ​ຄະ​ແນນ​ສຽງ​ເກືອບ​ທັງ​ໝົດໄດ້​ຖືກ​ນັບ​ຈາກ​ການ​ແຂ່​ງ​ຂັນ​ທີ່​ມີ​ຜູ້​ລົງ​ແຂ່ງ​ຂັນ 13 ຄົນ
​ໃນ​ວັນ​ເສົາ​ວານນີ້, ທະ​ນາຍ​ຄວາມດ້ານ​ສິ່ງ​ແວັດ​ລ້ອມ ອາ​ຍຸ 45 ປີ​ທີ່​ກ່າວ​ມາ​ນັ້ນ ໄດ້​
ຊະ​ນະການ​ລົງ​ຄະ​ແນນ​ສຽງ 40.5 ເປີ​ເຊັນ.

​ຮອງ​ປະ​ທານຄະ​ນະ​ກຳ​ມາ​ທິ​ການ​ ຢູ​ໂຣບ ທ່ານ ​ມາ​ຣອ​ສ໌ ເຊີ​ໂກວິ​ຈ໌ ທີ່ໄດ້​ຮັບ​ການໜູນ
​ຫຼັງ​ໂດຍ​ພັກປົກ​ຄອງ​ Smer-DS ໄດ້​ຢູ່​ອັນ​ດັບ​ສອງ​ດ້ວຍ​ 18,7 ເປີ​ເຊັນໃນການປ່ອນ​ບັດ.

ຕໍ່​ໄປທັງ​ສອງທ່ານ​ຈະປະ​ເຊີນ​ໜ້າກັນ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຂັ້ນ​ຊີ້​ຂາດ ໃນ​ວັນ​ທີ 30
ມີ​ນາ​ຈະ​ມາ​ເຖິງ​ນີ້.

ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ ທ່ານ​ ອານ​ເດ​ຣ ກິ​ສ​ກາ ບໍ່ໄດ້ສະ​ໝັກ​ເລືອກ​ຕັ້ງ​ເພື່ອ​ດຳ​ລົງ
​ຕຳ​ແໜ່ງຫ້າ​ປີ ເປັນ​ສະ​ໄໝ​ທີ​ສອງ. ທ່ານ​ໄດ້​ສະ​ໜັບ​ສະ​ໜູນ​ທ່ານ​ນາງ​ກາ​ປູ​ໂຕວາ.

ຖ້​າ​ຫາກ​ທ່ານ​ນາງ​ ກາ​ປູ​ໂຕວາ ຊະ​ນະ​ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ ທ່ານ​ນາງ​ຈ​ະ​ເປັນ​ ປະ​ທາ
​ນາ​ທິ​ບໍ​ດີ​ແມ່​ຍິງຄົນ​ທຳ​ອິດ ຂອງ​ປະ​ເທດ​ທີ່​ຕັ້ງ​ຢູ່​ເຂດ ຢູ​ໂຣບ ກາງ​ນັ້ນ.

Zuzana Caputova emerged Sunday as the top candidate in the first round of Slovakia's presidential election.

With almost all the votes counted from Saturday's 13-candidate race, the 45-year-old environmental lawyer won 40.5 percent of the votes.

European Commission Vice President Maros Secovic, backed by the ruling Smer-SD party, was a distant second with 18.7 percent of the ballots.

The two now face a run-off vote on March 30.

Incumbent president Andrej Kiska did not stand for a second five-year term. He supported Caputova.

If Caputova wins the run-off, she would be the Central European country's first ever female president.

XS
SM
MD
LG