ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳພັກຣີພັບບລີກັນ ໃນສະພາຕໍ່າ ຄັດຄ້ານການຕັ້ງ ຄະນະກຳມາທິການສືບສວນ ການໂຈມຕີຫໍລັດຖະສະພາ ໃນວັນທີ 6 ມັງກອນ


ທ່ານ Kevin McCarthy, ຜູ້ນຳພັກຣີພັບບລີກັນທີ່ມີສຽງສ່ວນໜ້ອຍໃນສະພາຕໍ່າ ແລະສະມາຊິກພັກຣີພັບບລີກັນຄົນອື່ນ ເຕົ້າໂຮມກັນ ເພື່ອຈະປົດທ່ານນາງ Liz Cheney ອອກຈາກຕໍາແໜ່ງນໍາພາຂອງພັກຍ້ອນໄດ້ຕໍາໜິອະດີດປະທານາທິບໍດີ Donald Trump ໃນຫໍລັດຖະສະພາ (ວັນທີ 13 ພຶດສະພາ, 2021)
ທ່ານ Kevin McCarthy, ຜູ້ນຳພັກຣີພັບບລີກັນທີ່ມີສຽງສ່ວນໜ້ອຍໃນສະພາຕໍ່າ ແລະສະມາຊິກພັກຣີພັບບລີກັນຄົນອື່ນ ເຕົ້າໂຮມກັນ ເພື່ອຈະປົດທ່ານນາງ Liz Cheney ອອກຈາກຕໍາແໜ່ງນໍາພາຂອງພັກຍ້ອນໄດ້ຕໍາໜິອະດີດປະທານາທິບໍດີ Donald Trump ໃນຫໍລັດຖະສະພາ (ວັນທີ 13 ພຶດສະພາ, 2021)

ຜູ້ນຳພັກຣີພັບບລີກັນໃນສະພາຕໍ່າສະຫະລັດກ່າວໃນວັນອັງຄານວານນີ້ວ່າ ທ່ານຄັດຄ້ານການສ້າງຕັ້ງຄະນະກຳມາທິການເພື່ອສືບສວນການໂຈມຕີຫໍລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນຜ່ານມາໂດຍຜູ້ສະໜັບສະໜູນອະດີດປະທານາ ທິບໍດີດໍໂນລ ທຣໍານັ້ນ.

ທ່ານເຄວິນ ແມັກຄາທີ (Kevin McCarthy) (ສັງກັດພັກຣີພັບບລີກັນ-ຈາກລັດຄາລິຟໍເນຍ) ກ່າວວ່າ ທ່ານຄັດຄ້ານຕໍ່ການສືບສວນໃໝ່ ກ່ຽວກັບຄວາມວຸ້ນວາຍເກີດຂຶ້ນທີ່ຫໍລັດຖະສະພາ, ເຊິ່ງເຮັດໃຫ້ 5 ຄົນເສຍຊີວິດ ແລະຫຼາຍສິບຄົນໄດ້ຮັບບາດເຈັບນັ້ນ, ໂດຍສ່ວນນຶ່ງ ກໍແມ່ນຍ້ອນທ່ານເຊື່ອວ່າການສືບສວນໃດໆກໍ່ຕາມ ຄວນຈະແກ້ໄຂການກະທຳອື່ນໆ ຂອງການໃຊ້ຄວາມຮຸນແຮງທາງການ ເມືອງໃນສະຫະລັດໃນສອງສາມປີທີ່ຜ່ານມານີ້.

ປະມານ 800 ຄົນ, ເຊິ່ງສ່ວນໃຫຍ່ພວກເຂົາເຈົ້າໃສ່ໝວກ ແລະເສື້ອທີ່ມີຮູບທ່ານທຣໍາ ໄດ້ບຸກຜ່ານເຂດຍາມຂອງຕຳຫຼວດ ເຂົ້າໄປໃນຫໍລັດຖະສະພາໃນຂະນະທີ່ບັນດາສະມາຊິກລັດຖະສະພາກຳລັງຢູ່ໃນຂັ້ນຕອນຕົ້ນໆ ຂອງການຢັ້ງຢືນວ່າທ່ານໂຈ ໄບເດັນ ໄດ້ຊະນະທ່ານທຣໍາ ໃນການໄດ້ຮັບຄະແນນສຽງ ຈາກຜູ້ແທນການເລືອກຕັ້ງ. ສອງອາທິດຕໍ່ມາທ່ານໄບເດັນ ກໍໄດ້ສາບານຕົວເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງປະເທດ.

ຜູ້ກໍ່ຈາລະຈົນຈຳນວນນຶ່ງໄດ້ພັງປະຕູ ແລະປ່ອງຢ້ຽມ ແລະໄດ້ເຂົ້າໄປຄວບຄຸມຫ້ອງປະຊຸມຂອງລັດຖະສະພາສອງຫ້ອງ ແລະຫ້ອງການສະມາຊິກສະພາທີ່ຢູ່ໃກ້ຄຽງທີ່ຄົນຖືກຍົກຍ້າຍອອກແລ້ວນັ້ນ. ຜູ້ກໍ່ການຈາລະຈົນຫລາຍກວ່າ 400 ຄົນໄດ້ຖືກກ່າວຫາວ່າ ກະທຳຜິດທາງອາຍາຫລາຍຢ່າງໃນຂະນະທີ່ໄອຍະການຍັງສືບຕໍ່ທໍາການສືບສວນ ສອບສວນຢູ່ນັ້ນ.

ກຸ່ມສະມາຊິກສະພາທັງຈາກພັກເດໂມແຄຣັດ ແລະພັກຣີພັບບລີກັນໄດ້ຕົກລົງກັນໃນອາທິດແລ້ວນີ້ກ່ຽວກັບຮູບແບບ ແລະຂອບເຂດຂອງຄະນະກຳມະການເພື່ອສືບສວນວ່າ ເປັນຫຍັງການກໍ່ການຈາລະຈົນຈຶ່ງເກີດຂຶ້ນ ແລະເກີດຂຶ້ນໄດ້ແນວໃດ. ປາກົດວ່າປະທານສະພາຕໍ່າ, ທ່ານນາງແນນຊີ ເພໂລຊີ (Nancy Pelosi), ຜູ້ນຳພັກເດໂມແຄຣັດທີ່ມີສຽງສ່ວນຫລາຍໃນສະພາຕໍ່າມີຄະແນນສຽງພຽງພໍທີ່ຈະອະນຸມັດການສ້າງຄະນະກຳມາທິການດັ່ງກ່າວໄດ້ ໃນການລົງຄະແນນສຽງທີ່ກຳນົດວ່າຈະຈັດຂຶ້ນໃນວັນພຸດມື້ນີ້, ເຖິງແມ່ນວ່າຊະຕາກຳຂອງມາດຕະການດັ່ງກ່າວມີຄວາມແນ່ນອນໜ້ອຍກວ່າ ຢູ່ໃນສະພາສູງທີ່ມີການແຕກແຍກກັນທາງການເມືອງນັ້ນກໍຕາມ.

ທ່ານ ແມັກຄາທີກ່າວວ່າ ຄະນະກຳມະການລັດຖະສະພາກຳລັງສືບສວນເຫດການຕ່າງໆທີ່ເກີດຂຶ້ນໃນວັນທີ 6 ມັງກອນ ໃນເວລາທີ່ທຣໍາຢູ່ໃນການໂຮມຊຸມນຸມທາງການເມືອງຢູ່ໃກ້ກັບທຳນຽບຂາວນັ້ນ ໄດ້ຮຽກຮ້ອງໃຫ້ຜູ້ສະໜັບສະໜູນທ່ານ ເດີນຂະບວນໄປທີ່ຫໍລັດຖະສະພາ ເພື່ອປະເຊີນໜ້າກັບບັນດາສະມາຊິກສະພາທັງຫລາຍ. ທ່ານອະດີດປະທານາທິບໍດີຍັງສືບຕໍ່ຢືນຢັດແບບບໍ່ມີຫຼັກຖານ ວ່າ ທ່ານຖືກໂກງຄະແນນບໍ່ໃຫ້ຖືກເລືອກຄືນໃໝ່ແລະບໍ່ເຄີຍໄດ້ໂທໄປຫາທ່ານ ໄບເດັນ ເພື່ອຍອມຮັບຜົນການເລືອກຕັ້ງເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG