ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະພົວພັນຕ່າງປະເທດລະດັບສູງຂອງ ສະພາຕໍ່າ ສະຫະລັດ ເດີນທາງຮອດ ໄຕ້ຫວັນ ​ແລ້ວ


ຮອງລັດຖະມົນຕີການຕ່າງປະເທດ ໄຕ້ຫວັນ ທ່ານ ອາເລັກແຊນເດີ ຕາ-ເຣ ຢຸຍ ຈັບມືກັບທ່ານ ໄມເກິລ ແມັກຄອລ, ປະທານຄະນະກຳມະການພົວພັນຕ່າງປະເທດ ສະພາຕໍ່າ ສະຫະລັດ ຢູ່ສະໜາມບິນ ໃນ ໄຕ້ຫວັນ ໃນຮູບນີ້ຖືກແຈກຢາຍໃນວັນທີ 6 ເມສາ 2023. (Ministry of Foreign Affairs of Taiwan/Handout via Reuters)
ຮອງລັດຖະມົນຕີການຕ່າງປະເທດ ໄຕ້ຫວັນ ທ່ານ ອາເລັກແຊນເດີ ຕາ-ເຣ ຢຸຍ ຈັບມືກັບທ່ານ ໄມເກິລ ແມັກຄອລ, ປະທານຄະນະກຳມະການພົວພັນຕ່າງປະເທດ ສະພາຕໍ່າ ສະຫະລັດ ຢູ່ສະໜາມບິນ ໃນ ໄຕ້ຫວັນ ໃນຮູບນີ້ຖືກແຈກຢາຍໃນວັນທີ 6 ເມສາ 2023. (Ministry of Foreign Affairs of Taiwan/Handout via Reuters)

ປະທານຄະນະພົວພັນຕ່າງປະເທດສະພາຕໍ່າ ທ່ານ ໄມເກິລ ແມັກຄອລ ແມ່ນ ຢູ່ນະຄອນຫຼວງ ໄທເປ ສຳລັບການພົບປະກັບບັນດາເຈົ້າໜ້າທີ່, ລວມທັງປະທາ ນາທິບໍດີ ໄຕ້ຫວັນ ທ່ານນາງ ສາຍ ອິງ ເຫວິນ, ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກ ທ່ານນາງ ສາຍ ໄດ້ລົມກັບປະທານສະພາຕໍ່າ ທ່ານ ເຄວິນ ແມັກຄາທີ ໃນລັດ ຄາລິຟໍເນຍ.

ທ່ານ ແມັກຄອລ, ຜູ້ທີ່ໄດ້ເດີນທາງກັບຄະນະຜູ້ແທນ 7 ຄົນຈາກສອງພັກການ ເມືອງໄດ້ກ່າວວ່າ “ພວກເຮົາກໍາລັງປະເຊີນກັບໄພຂົ່ມຂູ່ ຫຼາຍລຸ້ນຄົນ ຈາກພັກ ຄອມມູນິສຈີນ, ແລະ ຂົງເຂດອິນໂດ-ປາຊີຟິກ ແມ່ນຖັນແຖວການປ້ອງກັນທຳ ອິດຕໍ່ຜູ້ບຸກລຸກຂອງເຂົາເຈົ້າ. ຍ້ອນແນວນັ້ນໃນເວລານີ້, ມັນຫຼາຍກວ່າທີ່ເຄີຍ ມີມາ, ທີ່ມັນສຳຄັນຫຼາຍທີ່ ສະຫະລັດ ຈະຂະຫຍາຍສາຍພົວພັນກັບບັນດາ ພັນທະມິດຂອງພວກເຮົາ ແລະ ຄູ່ຮ່ວມໃນພາກພື້ນດັ່ງກ່າວ.”

ຄະນະຜູ້ແທນນັ້ນຍັງມີກຳນົດທີ່ຈະພົບປະກັບບັນດາຜູ້ນຳທຸລະກິດ ໄຕ້ຫວັນ ແລະ ບັນດາເຈົ້າໜ້າທີ່ເພື່ອປຶກສາຫາລືວີທີທາງເພື່ອເສີມຂະຫຍາຍສາຍພົວພັນ ລະຫວ່າງ ສະຫະລັດ ແລະ ໄຕ້ຫວັນ. ບັນດາສະມາຊິກສະພາແມ່ນຄາດວ່າຈະ ພົບປະກັບປະທານາທິບໍດີ ສາຍ ໃນວັນເສົານີ້.

ການພົບປະລະຫວ່າງທ່ານນາງ ສາຍ ກັບ ທ່ານ ແມັກຄາທີ, ພ້ອມກັບສະມາ ຊິກສະພາ ສະຫະລັດ ອີກ 18 ຄົນໃນວັນພຸດທີ່ຜ່ານມາ, ໄດ້ພາໃຫ້ ຈີນ ອອກ ມາຕຳໜິຕິຕຽນ, ເຊິ່ງໄດ້ພິຈາລະນາເກາະດັ່ງກ່າວເປັນສ່ວນນຶ່ງຂອງປະເທດຕົນ.

House Foreign Affairs Chairman Michael McCaul is in Taipei for meetings with officials, including Taiwanese President Tsai Ing-wen, just hours after Tsai spoke with House Speaker Kevin McCarthy in California.

“We are confronting a generational threat from the Chinese Communist Party, and the Indo-Pacific theater is our first line of defense against their encroachment. That’s why now, more than ever, it’s critical the United States strengthen relationships with our allies and partners in the region,” said McCaul, who is traveling with a bipartisan delegation of seven lawmakers.

The delegation is also set to meet with Taiwanese business leaders and officials to discuss ways to strengthen the U.S.-Taiwan relationship. Lawmakers are expected to meet with President Tsai on Saturday.

The meeting between Tsai and McCarthy, along with as many as 18 other U.S. lawmakers on Wednesday, drew criticism from China, which considers the island a part of the country.

XS
SM
MD
LG